ໂດຍ ບັນດານ ສີສຸນທອນ B. Sisounthone
ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 16/08/2008 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 16/08/2008 12:11 TU
ມື້ນີ້, ໄທ ແລະ ຂເມນ ໄດ້ເລີ້ມຖອນ ທະຫານ ປະມານ ພັນຄົນ ອອກ ຈາກເຂດ ຊາຍແດນແລ້ວ, ຫລັງຈາກໄດ້ ຈຶ້ງໜ້າ ແຂງຂຶມໄສ່ກັນ ເປັນ ເວລາ ນຶ່ງເດືອນ, ດ້ວຍເຫດຜົນ ຍາດແຍ້ງ ກັມມະສິດ ພູເຂົາ ພຣະ ວິ ຫານ.
ໄທ ແລະ ຂເມນ ໄດ້ລົງລາຍເຊັນ ໃນມື້ ວັນພຸດ 13/08/08 ບົ່ງວ່າໃຫ້ ສອງປະເທດ ມີກອງທະຫານ ຝ່າຍລະ 20 ຄົນ ເຝົ້າຢູ່ໃນວັດ ແລະ ຝ່າຍລະ 40 ຄົນ ໃຫ້ຢູ່ນອກເຂດວັດ ຄື ຢູ່ ອ້ອມແອ້ມ ເຂົາພຣະວິ ຫານ.
ສ່ວນກອງປະຊຸມ ລະດັບ ລັຖະມົນຕຣີ ກ່ຽວກັບ ເຣື້ອງນີ້ ຈະມີຂື້ນ ໃນ ອາທິດໜ້າໆ ຈັດຢູ່ໃນ ປະເທດໄທ.
ຊາວບ້ານກໍໄດ້ກັນຄືນມາ ທຳກິຈະການ ຄ້າຂາຍ ຕາມຖນົນ ທາງເຂົ້າ ໂບດພຣະວິຫານ ຕາມເຄີຍ.
ເຂົາພຣະວິຫານ ນີ້ ແມ່ນວັດພຸດ ທີ່ເກົ່າແກ່ ເຖີງ 900 ປີ, ຕັ້ງຢູ່ເທີງ ຈອມພູ, ລະວ່າງຊາຍແດນ ໄທ ກັບ ຂເມນ, ມີປ່າ ຫຸ້ມລ້ອມ ປະມານ 4,6 ກິໂລແມດ ມົນທົນ. ໄທ ແລະ ຂເມນ ຕ່າງ ຝ່າຍ ຕ່າງ ໄດ້ຮຽກ ຮ້ອງ ຍາດແຍ້ງເອົາກັມມະສິດ ເປັນເຈົ້າຂອງ ພູເຂົາພຣະວິຫານ ມາໄດ້ ຫລາຍທົາວັດແລ້ວ.
ຕົກມາໃນ ປີ 1962, ສານ ຍຸຕິທັມສາກົນ ໄດ້ຕັດສິນ ມອບໃຫ້ ຂເມນ, ແຕ່ ໄທ ຄັດຄ້ານ. ຄວາມເຄັ່ງຕຶງໄດ້ກັບຄືນ ມາອີກໃໝ່ ເມື່ອ ທາງ ຂເມນ ໄດ້ຍົກ ໃຫ້ ອົງການ ຢູເກສໂກ ຂອງ ສຫປ ຊາຊາດ ຂື້ນທະ ບຽນ ເປັນ ມໍລະດົກໂລກ ໃນເດືອນ ກໍຣະກະດາແລ້ວນີ້.
ຝ່າຍຄ້ານໄທ ບໍ່ພໍໃຈ, ຄັດຄ້ານ ລັຖະບານໄທ ທີ່ ມອບໃຫ້ ລັຖະມົນ ຕຣີ ການຕ່າງປະເທດໄທ ອອກຖະແລງການຮ່ວມ ກັບ ຂເມນ ເຫັນ ດີໃຫ້ ຍົກ ເຂົາພຣະວິຫານ ນີ້ໃຫ້ ຂື້ນເປັນ ມໍລະດົກໂລກ.
ຕໍ່ມາ ລັຖະມົນຕຣີ ການຕ່າງປະເທດໄທ ຜູ່ ກ່ຽວຂ້ອງນັ້ນ ກໍໄດ້ຖືກ ກົດດັນ ອອກຈາກ ຄນະລັຖະບານ.
ຂ່າວສຳຄັນປະຈຳວັນ
03/10/2008 13:36 TU
ບົດວິເຄາະ
ຂ່າວອື່ນໆ
ທ່ານ ໂອທອງ ຄຳອິນຊູ ເປັນຄົນລາວທີ່ ໑໑ ທີ່ໄດ້ ຮັບລາງວັນ ຊີ່ໄຣຕ໌ ລາຍງານໂດຍ ສີມະຫາໂນ
23/09/2008