ຄົ້ນຫາຂໍ້ມູນ

/ languages

Choisir langue
 

ວິກິຕການ ການເງິນໂລກ

BNP-PARIBAS ທຸ້ມ 14.5 ຕື້ຢູໂຣ ຊື້ກິຈການຂອງ FORTIS

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 06/10/2008 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 07/10/2008 08:31 TU

ຈາກຊ້າຍໄປຂວາ: ທ່ານດີດີເອ ເຣັນແດຣ໌ ຣມຕ ການເງິນ ເບລຢ້ຽມ, ທ່ານອີວ໌ ເລີແຕຣ໌ມ ນາຍົກ
ຣມຕ ເບລຢ້ຽມ ແລະ ທ່ານໂບດວງ ໂປຣ ເປີດໃຫ້ສັມພາດຕໍ່ຜູ້ສື່ຂ່າວຮ່ວມກັນທີ່ກຸງບຣັສເຊລສ໌ ຫລັງ
ຕົກລົງກັນໄດ້ໃຫ້ BNP-PARIBAS ເຂົ້າຄວບຄຸມ FORTIS (ພາບ: Reuters)

ຈາກຊ້າຍໄປຂວາ: ທ່ານດີດີເອ ເຣັນແດຣ໌ ຣມຕ ການເງິນ ເບລຢ້ຽມ, ທ່ານອີວ໌ ເລີແຕຣ໌ມ ນາຍົກ ຣມຕ ເບລຢ້ຽມ ແລະ ທ່ານໂບດວງ ໂປຣ ເປີດໃຫ້ສັມພາດຕໍ່ຜູ້ສື່ຂ່າວຮ່ວມກັນທີ່ກຸງບຣັສເຊລສ໌ ຫລັງ ຕົກລົງກັນໄດ້ໃຫ້ BNP-PARIBAS ເຂົ້າຄວບຄຸມ FORTIS (ພາບ: Reuters)

ການເຂົ້າຄວບຄຸມກິຈການຂອງທະນາຄານ Fortis ເຮັດໃຫ້ທະນາຄານຝຣັ່ງ
ເສດ "BNP-PARIBAS" ກາຍເປັນທະນາຄານເງິນຝາກທີ່ໃຫຍ່ທີ່ສຸດໃນ
ເຂດເງິນສະກຸນຢູໂຣ

ຂາຍຮຸ້ນຊອກຫາເງິນທຶນ
ເພື່ອທີ່ຈະເຂົ້າຄວບຄຸມ "BNP-PARIBAS" ມີແຜນຊອກຫາເງິນທຶນ ໂດຍຈະປະກາດ
ຂາຍຮຸ້ນໃໝ່ຈຳນວນ 132 ລ້ານ 600 000 ຮຸ້ນ ຮຸ້ນລະ 68 ຢູໂຣ ຊຶ່ງຈະເຮັດ BNP-PA-
RIBAS ສາມາດຮວບຮວມເງິນໄດ້ເຖິງປະມານ 9 ຕື້ຢູໂຣ ສ່ວນທີ່ເຫລືອອີກ 5.5 ຕື້ຢູ
ໂຣນັ້ນ ຈະມາຈາກເງິນສົດຂອງ BNP-PARIBAS ເອງ ຮວມທັງໝົດເປັນ 14.5 ຕື້
ຢູໂຣ

ການເຂົ້າຄວບຄຸມກິຈການຂອງ "FORTIS" ໂດຍ "BNP-PARIBAS" ຄັ້ງນີ້ ແມ່ນ
ເຂົ້າຄຸມສະເພາະກິຈການຂອງ FORTIS ໃນປະເທດເບລຢ້ຽມແລະລັກເຊມເບິຣ໌ກ
ເທົ່ານັ້ນ ສ່ວນກິຈການຂອງ FORTIS ໃນເນເທີແລນດ໌ນັ້ນ ຣັຖບານຂອງປະເທດນີ້
ຍັງຄວບຄຸມຢູ່ຕໍ່ໄປ

ເວົ້າລະອຽດເປັນຕົວເລກ ມີດັ່ງນີ້: 75% ຂອງກິຈການດ້ານທະນາຄານຂອງ FOR-
TIS ໃນເບລຢ້ຽມ, 100% ຂອງກິຈການປະກັນໄພຂອງ FORTIS ໃນເບລຢ້ຽມ,
16% ຂອງກິຈການດ້ານທະນາຄານຂອງ FORTIS ໃນລັກເຊມເບິຣ໌ກ ແລະ 67%
ຂອງກິຈການດ້ານປະກັນໄພຂອງ FORTIS ໃນລັກເຊມເບິຣ໌ກ ຈະຕົກໄປຢູ່ໃນການ
ຄວບຄຸມຂອງທະນາຄານຝຣັ່ງເສດ BNP-PARIBAS

ກິຈການທັງໝົດຂອງ FORTIS ໃນເບລຢ້ຽມແລະລັກເຊມເບິຣ໌ກທີ່ BNP-PARIBAS
ຈະເຂົ້າຄວບຄຸມນີ້ ມີສຳນັກງານທັງໝົດ1458 ແຫ່ງ ທີ່ກະຈາຍກັນຢູ່ໃນຫລາຍປະເທດ
ເຊັ່ນໃນ ເບລຢ້ຽມ, ລັກ ເຊມເບິຣ໌ກ, ຝຣັ່ງເສດ, ໂປແລນດ໌ ແລະປະເທດຕຸຣກີ

ເຍີຣະມັນປ່ຽນທ່າທີ
ອີກປະການໜຶ່ງ ທາງຣັຖບານເຍີຣະມັນພຸ້ນກໍໄດ້ປະກາດທຸ້ມເຖິງ 1600 ຕື້ຢູໂຣໃນມື້ນີ້
ເພື່ອເຂົ້າຊ່ວຍບັນດາທະນາຄານຂອງຕົນທີ່ມີປັນຫາ ໃນນັ້ນຮວມທັງການເຂົ້າຊ່ວຍທະ
ນາຄານ "Hypo Real Estate" ນຳດ້ວຍ ຫລັງຈາກທີ່ແຜນຊ່ວຍທະນາຄານນີ້ທີ່ກະ
ໄວ້ 35 ຕື້ຢູໂຣ ບໍ່ເປັນການພຽງພໍ ຫາກແຕ່ວ່າ 100 ຕື້ຢູໂຣຈຶ່ງຈະພໍ

ນັ້ນກໍຄື ເປັນການປ່ຽນທ່າທີຂອງຣັຖບານເຍີຣະມັນ ຊຶ່ງກ່ອນໜ້ານີ້ເຄີຍຄັດຄ້ານສຽງ
ແຂງຕໍ່ການເຂົ້າແຊກແຊງຂອງທາງພາກຣັດ

ສ່ວນທາງດ້ານທະນາຄານກາງຢຸໂຣບກໍໄດ້ປະກາດວ່າໄດ້ທຸ້ມຕື່ມອີກ 50 ຕື້ດອລລາຣ໌
ໃນມື້ນີ້ (ຈັນ 6 ຕຸລາ) ອັດສີດເຂົ້າໄປໃນຕລາດການເງິນເພື່ອຕອບສນອງໃຫ້ແກ່ບັນ
ດາທະນາຄານການຄ້າທີ່ຂາດແຄນເງິນສົດ

ຕລາດຮຸ້ນຍັງບໍ່ສງົບ
ສ່ວນທາງດ້ານຕລາດຮຸ້ນໂລກໃນມື້ນີ້ ກໍສືບຕໍ່ການຕົກຕໍ່າອີກເທື່ອໜຶ່ງ ທັງທີ່ປາຣີສ,
ແຟຣງເຟີດ, ລອນດອນ ແລະມອສໂຄວ໌

ສຣຸບກໍຄື ຕົກຕັ້ງແຕ່ ຕໍ່າສຸດ 3.3% ທີ່ແຟຣງເຟີດ ໄປຈົນເຖິງຕົກຫລາຍທີ່ສຸດ 9.6%
ທີ່ຕລາດຮຸ້ນກຸງມອສໂຄວ໌

ກ່ອນໜ້ານີ້ ຕລາດຮຸ້ນທີ່ເອເຊັຽກໍໄດ້ຕົກຕໍ່າມາກ່ອນແລ້ວ ທີ່ໂຕກຽວຕົກ 4.25% ທີ່ຊຽງ
ໄຮ້ຕົກ 5.23%

ທັງໝົດນີ້ ສແດງໃຫ້ເຫັນວ່າການປະກາດໃຊ້ "ແຜນກອບກູ້ Paulson" ໃນອະເມຣິກາ
ແລະຜົນການປະຊຸມ "ກຸ່ມ G-4" ທີ່ປາຣີສ ບໍ່ສາມາດສ້າງຄວາມໝັ້ນໃຈໃຫ້ແກ່ວົງການ
ຕລາດຮຸ້ນແລະຕລາດການ ເງິນໂລກໄດ້