ຄົ້ນຫາຂໍ້ມູນ

/ languages

Choisir langue
 

ສຖາບັນການເມືອງຂອງ ສຫະພາບເອີຣົບ (1)

ຄນະກັມມາທິການເອີຣົບ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 01/08/2007 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 01/08/2007 13:45 TU

ຄນະກັມມາທິການເອີຣົບ (Commission européenne) ໄດ້ຮັບການກໍ່ຕັ້ງ
ຂື້ນມາເມື່ອເດືອນມັງກອນ ປີ 1958 ໃຫ້ເປັນອຳນາດບໍຣິຫານຂອງສຫະພາບ
ເອີຣົບ ມີອຳນາດແລະໜ້າທີ່ຄ້າຍຄືກັນກັບວ່າ ເປັນຣັຖບານຂອງສຫະພາບນັ້ນ
ເອງ ແຕ່ກໍມີລັກສນະການເຮັດວຽກທີ່ແຕກຕ່າງໄປຈາກຣັຖບານທົ່ວໆໄປຢູ່
ຫລາຍປະການ

ເຖິງແມ່ນວ່າ "ກັມມາທິການ" ( Commissaire ) ແຕ່ລະທ່ານທີ່ອາດປຽບທຽບໄດ້ກັບ
ຣັຖມົນຕຣີ ເປັນຜູ້ທີ່ມາຈາກແຕ່ລະປະເທດສມາຊິກກໍຕາມ ແຕ່ຕາມຫລັກການແລ້ວກໍປະ
ຕິບັດນະໂຍບາຍທີ່ເປັນອິສຣະ ແລະເພື່ອຜົນປໂຍດໂດຍສ່ວນຮວມຂອງສຫະພາບ ບໍ່ເອນ
ອຽງເຂົ້າຂ້າງປະເທດສັງກັດເດີມຂອງຕົນ

ຢ່າງໃດກໍຕາມ ກັມມາທິການອາດເຂົ້າຂ້າງປະເທດເດີມຂອງຕົນກໍໄດ້ຖ້າຜົນປໂຍດຂອງ
ປະເທດຂອງເຂົາຫາກສອດຄ່ອງກັບຜົນປໂຍດຂອງສຫະພາບ

ຄນະກັມມາທິການເອີຣົບມີອຳນາດແລະຫນ້າທີ່ສຳຄັນສີ່ປະການຄື :

1. ກະກຽມແລະສເນີຮ່າງກົດໝາຍສຳລັບນຳປະຕິບັດພາຍໃນສຫະພາບເຊັ່ນ ນະໂຍບາຍ
ທາງດ້ານເສຖກິດ ການເງິນ ການຄ້າ ອຸດສາຫະກັມ ໂທຣະຄົມນາຄົມ ການສືກສາ ການ
ຄົ້ນຄວ້າ ວັທນະ ທັມ ສາທາຣະນະສຸກ ສວັດດີການສັງຄົມ ການຄຸ້ມຄອງຜູ້ບໍຣິໂພກ ການ
ກະເສດ ພລັງງານ ສພາບສິ່ງ ແວດລ້ອມ ການພັທນາທ້ອງຖິ່ນ ແລະອື່ນໆ

ຫລັງຈາກນັ້ນກໍສເນີຮ່າງກົດໝາຍສູ່ການການພິຈາຣະນາຂອງກອງປະຊຸມ "ສພາ ຣມຕ
ສຫະພາບເອີຣົບ" (Conseil de l'Union européenne ຫລື Conseil des
ministres européens) ", ຣັຖສພາ ເອີຣົບ" (Parlement européen) ຊຶ່ງເປັນສອງ
ສຖາບັນທີ່ທຳໜ້າທີ່ນິຕິບັນຍັດຂອງສຫະພາບ ເພື່ອໃຫ້ ລົງມະຕິຜ່ານຫລືບໍ່ຜ່ານຮ່າງກົດ
ໝາຍທີ່ຄນະກັມມາທິການສເນີມາ

ແຕ່ກ່ອນທີ່ຈະສເນີຮ່າງກົດໝາຍດັ່ງກ່າວ ຄນະກັມມາທິການເອີຣົບ ດຳເນີນການປຶກສາຫາ
ລືຢ່າງກວ້າງຂວາງກັບເຈົ້າໜ້າທີ່ທີ່ກ່ຽວຂ້ອງ ບັນດາຜູ້ຊ່ຽວຊານ ຕລອດຈົນເຖິງບັນດາ
ອົງການຈັດຕັ້ງກັມມະບານຕ່າງໆ ຂອງບັນດາປະເທດສມາຊິກ

ກໍຍ້ອນເຫດຜົນຄືແນວນີ້ ເມື່ອທຳການຮ່າງກົດໝາຍໃດໆແລ້ວຄນະກັມມາທິການເອີຣົບຈຶ່ງ
ຕ້ອງຄຳນຶງຢູ່ສເມີເຖິງຜົນປໂຍດຂອງແຕ່ລະປະເທດສມາຊິກ ຊື່ງກໍບໍ່ແມ່ນເຣື່ອງທີ່ຈະສາ
ມາດດຳເນີນການໄດ້ຢ່າງງ່າຍດາຍເພື່ອໃຫ້ສອດຄ່ອງກັບຜົນປໂຍດໂດຍສ່ວນຮວມຂອງ
ສຫະພາບ ທັງນີ້ເພາະມີຢູ່ເລື້ອຍໆທີ່ຜົນປໂຍດຂອງສຫະພາບຂັດແຍ່ງກັບຜົນປໂຍດຂອງ
ປະເທດສມາຊິກ

2. ເມື່ອຮ່າງກົດໝາຍຜ່ານການອະນຸມັດຂອງກອງປະຊຸມສພາ ຣມຕ ຂອງສຫະພາບແລະ
ຣັຖສພາເອີຣົບແລ້ວ ຄນະກັມມາທິການເອີຣົບກໍມີພາຣະກິດໃນການບໍຣິຫານນະໂຍບາຍ
ນັ້ນໆໃຫ້ເປັນມາຕຖານດຽວກັນໃນທຸກປະເທດສມາຊິກຂອງສຫະພາບ

3. ໃນຖານະເປັນອຳນາດບໍຣິຫານ ຄນະກັມມາທິການເອີຣົບຈຶ່ງມີອຳນາດໃນການຄວບຄຸມ
ດູແລ ການເຄົາຣົບກົດໝາຍແລະສົນທິສັນຍາຕ່າງໆຂອງສຫພາບໂດຍບັນດາປະເທດ
ສມາຊິກ ເມື່ອມີການລ່ວງລະເມີດໂດຍປະເທດສມາຊິກໃດໆ ບໍ່ວ່າຈະເປັນການລະເມີດ
ໂດຍພາກຣັດຫລືພາກເອກຊົນກໍຕາມ ຄນະກັມມາທິການເອີຣົບກໍມີອຳນາດໃນການວາງ
ມາຕຣາການຕໍ່ຜູ້ລ່ວງລະເມີດໃນປະເທດສມາຊິກນັ້ນໆ

ຫລັງຈາກທີ່ມີການເຕືອນແລ້ວ ຜູ້ລະເມີດຍັງຄົງບໍ່ຍອມປະຕິບັດຕາມ ຄນະກັມມາທິການກໍ
ຈະດຳເນີນການຍື່ນຟ້ອງຕໍ່ຄນະຕຸລາການຂອງປະຊາຄົມເອີຣົບ ຄຳພິພາກສາຂອງຄນະຕຸ
ລາການຖືເປັນການຕັດສິນຊີ້ຂາດຂັ້ນສຸດທ້າຍທີ່ທຸກຝ່າຍຈະຕ້ອງປະຕິບັດຕາມ

ຕົວຢ່າງ ເມື່ອວັນທີ16 ຕຸລາ ປິ 2002 ຄນະກັມມາທິການເອີຣົບໄດ້ສົ່ງຈົດໝາຍເຕືອນ
ສບັບໜຶ່ງເຖິງຣັຖບານຝຣັ່ງເສດ ຂໍໃຫ້ຢຸດເຊົາຕໍ່ການໃຫ້ຫລັກປະກັນຢ່າງບໍ່ມີຂອບເຂດຕໍ່ຣັດ
ວິສາຫະກິດຂອງຕົນຄືບໍຣິສັດໄຟຟ້າຝຣັ່ງ EDF ເພື່ອກູ້ເງິນສຳລັບການລົງທຶນ

ອ້າງອີງຕາມຫລັກການຂອງການແຂ່ງຂັນເສຣີທາງດ້ານການຄ້າຂອງສຫະພາບແລ້ວ ຣັຖ
ບານຂອງປະເທດສມາຊິກໃດໜຶ່ງ ບໍ່ມີສິດເຂົ້າໄປກ່ຽວຂ້ອງໃຫ້ການສນັບສນຸນທາງດ້ານ
ການເງິນແກ່ບໍຣິສັດໃດໆ ບໍ່ວ່າໂດຍທາງກົງຫລືທາງອ້ອມກໍຕາມ ທັງນີ້ເພາະຫລັກການ
ຂອງການແຂ່ງຂັນການຄ້າເສຣີນັ້ນແມ່ນເຣື່ອງຂອງບໍຣິສັດທີ່ຈະຕ້ອງເປັນຜູ້ດຳເນີນການທຸກ
ຢ່າງຕາມຂີດຄວາມສາມາດຂອງຕົນເອງ

4. ນອກຈາກມີອຳນາດໃນການສເນີແລະບໍຣິຫານງົບປະມານຂອງສຫະພາບແລ້ວ ຄນະກັມ
ມາທິການເອີຣົບຍັງມີອຳນາດເປັນຕົວແທນສຫະພາບໃນເວທີສາກົນນຳດ້ວຍເຊັ່ນ ມີອຳ
ນາດໃນການເຈຣະຈາເຮັດຂໍ້ຕົກລົງທາງດ້ານການຄ້າແລະເສຖກິດກັບຕ່າງປະເທດແລະ
ກັບອົງການຕ່າງໆ ຕົວຢ່າງການເຈຣະຈາເປີດເສຣີການຄ້າໂລກໃນຂອບຂອງອົງການການ
ຄ້າໂລກ (OMC) ຫລືລົງນາມໃນສົນທິສັນຍາໂລເມ (Convention de Lomé) ວ່າດ້ວຍ
ການຄ້າກັບບັນດາປະເທດທີ່ເຄີຍເປັນອານານິຄົມເກົ່າໃນທວີບອາຟຣິກ ກາຣາອິບ ແລະ
ຂົງເຂດປາຊີຟິກ ແລະການເຈຣະຈາອື່ນໆ

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU