ຄົ້ນຫາຂໍ້ມູນ

/ languages

Choisir langue
 

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 04/10/2008 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 05/10/2008 12:32 TU

ປະທານາທິບໍດີ ຢອຣ໌ຊ ດັບເບີ້ລຢູ ບຸຊ (ຊ້າຍ) ແລະ ທ່ານເຮັນຣີ ພອລຊັນ ຣມຕ ການເງິນ
(ພາບ: Reuters)

ປະທານາທິບໍດີ ຢອຣ໌ຊ ດັບເບີ້ລຢູ ບຸຊ (ຊ້າຍ) ແລະ ທ່ານເຮັນຣີ ພອລຊັນ ຣມຕ ການເງິນ (ພາບ: Reuters)

ໃນທີ່ສຸດ "ແຜນກອບກູ້ Paulson" ຈຳນວນ 700 + 150 ຕື້ດອລລາຣ໌
ເປັນທັງໝົດ 850 ຕື້ດອລລາຣ໌ ກໍໄດ້ຮັບການປະກາດໃຊ້ເປັນກົດໝາຍຢ່າງ
ເປັນທາງການຄັກແນ່ແລ້ວ ຫລັງຈາກການລົງລາຍເຊັນໂດຍທ່ານປະທານາທິ
ບໍດີ ຢອຣ໌ຊ ດັບເບີ້ລຢູ ບຸຊ ເມື່ອວານນີ້ (ສຸກ 3 ຕຸລາ).......ທ່ານເຮັນຣີ
ພອລຊັນ ຣມຕ ກະຊວງການເງິນ ຖແລງຫລັງການປະກາດໃຊ້ກົດໝາຍໃໝ່ວ່າ
ທ່ານຈະນຳປະຕິບັດຢ່າງບໍ່ມີການລໍຊ້າ

ຜ່ານການຮັບຮອງຂອງສະພາຕໍ່ແນວໃດ?
ພຽງບໍ່ເທົ່າໃດຊົ່ວໂມງກ່ອນທີ່ປະທານາທິບໍດີບຸຊຈະລົງລາຍເຊັນແລະປະກາດໃຊ້ເປັນກົດ
ໝາຍນັ້ນ ສະພາຕໍ່າໄດ້ລົງມະຕິຮັບຮອງມາກ່ອນແລ້ວດ້ວຍຄະແນນສຽງ 263 ຕໍ່ 177
(ສະພາຕໍ່າມີຜູ້ແທນທັງໝົດ 435 ທ່ານ.....ຮ່າງກົດໝາຍໃດຈະຜ່ານການຮັບຮອງຂອງ
ສະພາຕໍ່າ ຕ້ອງໄດ້ຮັບສຽງສນັນສນຸນຢ່າງນ້ອຍທີ່ສຸດ 218 ສຽງ)

ກ່ອນໜ້ານີ້ ຄືເມື່ອວັນທີ 29 ກັນຍາຜ່ານມາ ສະພາຕໍ່າໄດ້ລົງມະຕິປະຕິເສດ "ແຜນກອບ
ກູ້ Paulson" ນີ້ມາກ່ອນແລ້ວ ດ້ວຍຄະແນນ 228 ຕໍ່ 205 ໃນນັ້ນ 133 ທ່ານຈາກພັກຣີ
ພັບບລິກກັນ

ແຕ່ຕໍ່ມາ ສະພາສູງໄດ້ລົງມະຕິຮັບຮອງເອົາດ້ວຍຄະແນນສຽງ 74 ຕໍ່ 25 ເມື່ອວັນທີ 1
ຕຸລາຜ່ານມາ ຫລັງຈາກທີ່ມີການປັບປຸງແກ້ໄຂໃໝ່ ໂດຍສະເພາະໄດ້ເພີ້ມກ້ອນເງິນຕື່ມ
ອີກ 150 ຕື້ດອລລາຣ໌ ເພື່ອສືບຕໍ່ກົດໝາຍການລົດພາສີສຳລັບຊາວອະເມຣິກັນຊັ້ນກາງ
ແລະບັນດາບໍຣິສັດຂນາດນ້ອຍແລະຂນາດກາງ ທີ່ໝົດອາຍຸລົງ ຕລອດຈົນເພີ້ມການຮັບ
ປະກັນໂດຍຣັຖບານຕໍ່ເງິນຝາກທະນາຄານຂອງຊາວອະເມຣິກັນຈາກຈຳນວນ 100 000
ດອລລາຣ໌ ເປັນ 250 000 ດອລລາຣ໌ແລ້ວ

ການປັບປຸງແກ້ໄຂໃໝ່ແລະຮັບຮອງເອົາໂດຍສະພາສູງດັ່ງກ່າວ ທຳໃຫ້ເກີດຄວາມຮູ້ສຶກ
ວ່າ "ແຜນກອບກູ້ Paulson" ນັ້ນ ບໍ່ໄດ້ແນໃສ່ສະເພາະແກ້ໄຂປັນຫາຂອງຊົນຊັ້ນຮັ່ງມີ
ເທົ່ານັ້ນ (ບັນດາທະນາຄານ) ແຕ່ມີການຄຳນຶງເຖິງຊົນຊັ້ນກາງແລະຜູ້ມີຣາຍໄດ້ນ້ອຍນຳ
ດ້ວຍ

ດັ່ງນັ້ນ ຈຶ່ງເປັນທີ່ພໍໃຈຂອງບັນດາສະມາຊິກສະພາຕໍ່າທີ່ເຄີຍລົງຄະແນນສຽງຄັດຄ້ານ
ກ່ອນໜ້ານີ້ ອັນເປັນຄຳອະທິບາຍວ່າເປັນຫຍັງຮ່າງກົດໝາຍທີ່ເອີ້ນຊື່ຢ່າງເປັນທາງ
ການຄັກວ່າ "ກົດໝາຍວ່າດ້ວຍການຮັບປະກັນການມີສະເຖັຽຣະພາບທາງເສຖກິດ ປີ
2008" ຈຳນວນທັງໝົດ 850 ຕື້ດອລລາຣ໌ ຈຶ່ງຜ່ານການຮັບຮອງຂອງສະພາຕໍ່າໃນການ
ລົງມະຕິເມື່ອວານນີ້ (ສຸກ 3 ຕຸລາ)

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU