ຄົ້ນຫາຂໍ້ມູນ

/ languages

Choisir langue
 

ຂ່າວທົ່ວໂລກ 280908

ຂ່າວສຳຄັນ ໂດຍຫຍໍ້

ໂດຍ ບັນດານ ສີສຸນທອນ B. Sisounthone

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 28/09/2008 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 28/09/2008 13:04 TU

 

ລົມພາຍຸ ກ່າຍລ໌ ຈະກະໜຳ ອາເມິຣກາ ແລະ ການາດາ

 

ປັດຈຸບັນລົມພາຍຸດັ່ງກ່າວ ຍັງຢູ່ກາງມະຫາສະມຸດ ອັດລັງຕິກ ແລະ ຈະຍັບເຂົ້າ ຕະຝັ່ງຂອງເຂດ ແມນນ໌ ແລະ ນູແວນ ບຣ່ອນສວິກ ແລະ ນູແວນ ເອ່ກົສ ຊຶ່ງເປັນເຂດ ລະວ່າງຊາຍແດນ ອາເມຣິກາ ແລະ ການາດາ ໃນຄືນວັນ ອາທິດ ຕໍ່ໄສ່ ວັນຈັນ ດ້ວມຄວາມແຮງ 120 ກລມ ຕໍ່ຊົ່ວໂມງ.

 

ນ້ຳຖ້ວມ ປະເທດໄທ / ວຽດນາມ

ທາງການໄທ ແຈ້ງຜົນເສັຍຫາຍ ຈາກນ້ຳຖ້ວມ ຈາກພັຍພາຍຸ ມາແຕ່ ວັນທີ 11/09 ໃນ 24 ແຂວງ ຂອງທັງໝົດ 76 ແຂວງໃນພາກເໜືອ, ມີຜູ່ເສັຍຊີວິດ ທັງໝົດ 18 ຄົນ, ໃນນັ້ນ ມີ ຄົນ ອົສຕຣາລີ 2 ຄົນ ຖືກ ຟ້າຜ່າ, ສ່ວນຫລາຍ ແມ່ນຖືກນ້ຳພັດໄປ.

190.000 ຄົນ ໄດ້ຮັບພະຍາບານຕົວ ຍ້ອນເຈັບໃຂ້ໄດ້ປ່ວຍ ຈາກພັຍ ນ້ຳຖ້ວມຄັ້ງນີ້.

ສ່ວນຢູ່ ວຽດນາມ

ລົມພາຍຸ ຍັງພັດກະໜຳ ໄສ່ພາກເໜືອ ໃນເຊົ້າວັນອາທິດ ນີ້ອີກ, ຮວບຮ່ວມຜົນເສັຍຫາຍ ມາເຖງປັດຈຸບັນນີ້, 32 ຄົນຕາຍ ແລະ 5 ຄົນ ຫາຍສາບສູນ.

ລົມພາຍຸ ໄດ້ເລີ້ມມາແຕ່ ຄືນວັນພຸດ, ເປັນເຫດໃຫ້ ນ້ຳຖ້ວມບ້ານ ເສັຍຫາຍຢ່າງໃຫຍ່. ທາງກົມອຸຕຸນິຍົມ ເຜີຍວ່າ, ອາກາດບໍ່ດີ ຍັງຈະ ກັບຄືນມາໃໝ່ ຕື່ມອີກ ໃນບໍ່ເທົ່າໃດມື້ຂ້າງໜ້ານີ້.

 

ຍີ່ປຸ່ນ

ຣັຖມົນຕຣີ ຂົນສົ່ງ ລາອອກ

ຫລັງຈາກ ປະກອບຄນະຣັຖບານໃໝ່ ແລ້ວ 4 ມື້, ທ່ານ ນາຣິ ອະກິ ນາກາຢາມາ ໄດ້ຂໍລາອອກຈາກຄນະຣັຖບານ ນຳໂດຍ ນາຍົກ ຕາໂຣ ອາໂສະ.

 

ທ່ານ ນາຣິ ອະກິ ນາກາຢາມາ ເປັນນັກຊາດນິຍົມ ທີ່ອອກໜ້າ ອອກ ຕາ, ຕ້ອງການປະຕິຮູບ ລະບົບສຶກສາ ຢ່າງເຂັ້ມງວດ ດ້ວຍການ ສິດ ສອນ ເຣື້ອງຮັກຊາດ ແລະ ຮີດຄອງປະເພນີ ອັນເກົ່າແກ່ ຂອງຍີ່ປຸ່ນ ຊຶ່ງໄດ້ມີ ດຳຣັດ ປະຕິບັດ ມາແຕ່ ປີ 2006, ເຖີງແມ່ນວ່າ ບັນດາ ກັມມະບານແຮງງານ ບໍ່ເຫັນພ້ອມນຳ ກໍດີ.

 

ທ່ານ ນາຣິ ອະກິ ນາກາຢາມາ ໄດ້ຍົກບັນຫາ ຂື້ນມາກະທູ້ ຕໍ່ກັມມະ ບານສຶກສາ ວ່າ ເປັນພະຍາດມະເຮັງ ຊຳເຮື້ອ ແລະ ຍີ່ປຸ່ນ ນັ້ນເປັນ ປະເທດ ເຊື້ອຊາດດຽວກັນ ອັນສ້າງຄວາມບໍ່ພໍໃຈ ໃຫ້ ຊົນເຜົ່ານ້ອຍ ໄອ່ນູ ຊຶ່ງຖືກ ກຳຈັດປັດເຄັ່ຽໃນສັງຄົມຍີ່ປຸ່ນມາແຕ່ດົນນານແລ້ວ.

 

ຍ້ອນການປະກາດດັ່ງກ່າວນີ້ ທ່ານອາດຖືກ ພັກດັນໃຫ້ ລາອອກຈາກ ໜ້າທີ່, ເພາະເປັນຄວາມເວົ້າທີ່ ແຕະຕ້ອງ ບຸກຄົນອື່ນ ແລະ ຣັຖບານ ອາໂສະ ໃໝ່ນີ້ ກໍພຍາຍາມ ເຮັດທຸກວິທີທາງ ເພື່ອໃຫ້ໄດ້ ຄວາມໃວ້ ວາງໃຈ ຈາກ ປະຊາຊົນ.

 

ສພ ຄວາມໝັ້ນຄົງ - ອິຣານ

ສະພາຄວາມໝັ້ນຄົງ ສຫປ ຊາຊາດ ໄດ້ຮຽກຮ້ອງຄືນອີກໃໝ່ ກ່ຽວກັບ ຍັດຕິ 1835 ບົ່ງການລົງໂທດ ຕໍ່ ອິຣານ ໃນຖານປະຕິເສດ ບໍ່ຍອມ ຢຸດກິຈະການນິວຄະເລັຍ, ແຕ່ກໍບໍ່ໄດ້ ເພີ້ມເຕີມມາຕຣາໃໝ່ ສຳຫລັບ ລົງໂທດ ອິຣານ ຕື່ມອີກ, ຕາມທີ່ ທາງປະເທດ ຕາເວັນຕົກ ຮຽກຮ້ອງ ຕ້ອງການ.

ສະພາຄວາມໝັ້ນຄົງ ສຫປ ຊາຊາດ ພຽງແຕ່ຮຽກຮ້ອງຄືນອີກໃໝ່ ໃຫ້ ອິຣານ ປະຕິບັດ ຍັດຕິ.

 

ເກົາຫຼີໃຕ້

ທ່ານ ຄຣດສໂຕບເຟີ້ ຮີ່ນ ຫົວໜ້າເຈຣະຈາ ອາເມຣິກັນດ້ານ ນີວຄະ ເລັຍເກົາຫຼີເໜືອ ມີກຳນົດຈະເດີນທາງ ໄປຢ້ຽມ ເກົາຫຼີໃຕ້ ໃນວັນອັງ ຄານ ອາທິດໜ້າ ເພື່ອຊອກຫາຊ່ອງທາງ ເຈຣະຈາ ການທັບມ້າງ ສູນ ນິວຄະເລັຍ ຄືນໃໝ່ ກັບ ເກົາຫຼີເໜືອ.

ທ່ານອາຈະເລີຍໄປ ເກົາຫຼເໜືອຕໍ່ ກໍເປັນໄດ້.

ທັງນີ້ແມ່ນຫລັງຈາກ ທາງການ ເກົາຫຼີເໜືອ ໄດ້ ຂັນໄຫລ່ ຄນະຊ້ຽວ ຊານ ຂອງອົງການສາກົນ ດ້ານພະລັງງານ ນິວຄະເລັຍ ອອກຈາກ ສູນນິວຄະລັຍ ຢົ່ງບີອົ່ງ ໃນ ມື້ວັນພຸດແລ້ວນີ້ ແລະປະກາດຈະເລີ້ມ ກິຈະການ ນິວຄະເລັຍຄືນໃໝ່.

 

ອິນເດັຽ - ອາເມຣິກາ

 ສະພາຕໍ່າ ອາເມຣະກັນ ໄດ້ລົງມະຕິຮັບ ຍັດຕິການຮ່ວມມື ດ້ານ ພະລັງງານ ນິວຄະເລັຍ ພົລະເຮືອນ ມື້ວານນີ້ ດ້ວຍ 298 ສຽງຮັບ ຕໍ່ 117 ສຽງຄ້ານ. ຍັດຕິດັ່ງກ່າວຍັງຈະຕ້ອງ ໄປຂໍມະຕິ ຈາກ ສະພາສູງ ຕື່ມອີກ.

ໃນນັ້ນ ແມ່ນໂຄງການ ສັນຍາຮ່ວມມື 40 ປີ ດ້ານການສົ່ງ ເຕັກໂນ ໂລຊີ່ ແລະ ອຸປະກອນຕ່າງ ກ່ຽວກັບ ພະລັງງານນິວຄະເລັຍ ພົລະ ເຮືອນ ໃຫ້ແກ່ ອິນເດັຍ. ໃນທ້ອງອາທິດຜ່ານມານີ້ ນາຍົກລັຖມົນຕຣີ ອິນເດັຽ ໄປຢ້ຽມຢາມ ອາເມຣິກາ ໂດຍຖືກ ອູ້ມຊູ ຈາກ ປະທານາ ທິບໍດີ ບຸສ ຫລັງຈາກນັ້ນ ທ່ານ ບຸສ ກໍໄດ້ສັນລະເສີນ ຕໍ່ມະຕິດັ່ງກ່າວ.

 

ອີກປະການນຶ່ງ

ຕຳລວດອິນເດັຍ ໄດ້ຈັບຜູ່ຕ້ອງສົງສັຍ ພົວພັນ ໃນການກໍ່ການຮ້າຍ ດ້ວຍການວາງລະເບີດ ທີ່ກຸງ ນິວ ແດນລີ່ 10 ຄົນ ໃນມື້ວານນີ້, ມີຜູ່ໄດ້ຮັບເຄາະຮ້າຍ ຕາຍ 2 ຄົນ ແລະ ເຈັບ 22 ຄົນ.

ຕຳລວດ ລາຍງານວ່າ ມີພິຍານຫລາຍຄົນ ເຫັນຄົນຮ້າຍ 2 ຄົນເອົາ ຖົງຢາງ ປລັສຕິກ ໂຍນໃສ່ຕລາດ ກ່ອນຈະປົບໜີ ດ້ວຍລົດຈັກ.

ເຈົ້າໜ້າກຳລັງສອບສວນວ່າ ການກໍ່ວິນາສກັມຄັ້ງນີ້ ມີສ່ນກ່ຽວຂ້ອງ ກັບອົງການ ທີ່ມີຊື່ວ່າ ມຸຊ່າຮາດີ່ນ ອິນເດັຽ ຫຼືບໍ່ ຊຶ່ງເປັນອົງການ ມຸສລິມຫົວຮຸນແຮງ ທີ່ເຄີຍປະກາດຕົວ ເປັນຜູ່ຮັບຜິດຊອບ ໃນການກໍ່ການຮ້າຍ ຢ່າງນອງເລືອດ ເມື່ອ ວັນທີ 13 ກັນຍາ ແລ້ວນີ້ ທີ່ ກຸງ ນີວແດນລີ່.

 

ອິນໂດເນເຊັຍ

ກະຊວງສາທາຣະນະສຸກ ປະກາດວ່າ ຄົ້ນພົບເຫັນ ສານເຄມີ ເມລາມີ່ນ ໃນສີ້ນສ່ວນອາຫານ 12 ປະເພດ ທີ່ ມາຈາກ ສປ ຈີນ. ເຊັ່ນ ຂະນົມເຮັດດ້ວຍແປ້ງ, ຂະນົມອົມ ແລະ ເຄື່ອງດື່ມ.

ທາງການ ອິນໂດເນເຊັຍ ໄດ້ສັ່ງໂຈະ ສີນຄ້າ ທີ່ມີນ້ຳນົມເປັນພື້ນຖານ ເຂົ້າປະເທດ ແລະ ໃຫ້ຖອນ ສິນຄ້າ ດັ່ງກ່າວ ອອກຈາກຮ້ານຄ້າດ່ວນ.

 

ປະເທດ ບິເອໂລຣັດເຊັຍ (ເບລາຣຸສ)

ຫ້ອງການ ບ່ອນບັດ ການເລືອກຕັ້ງ ສະມາຊິກສະພາ ນິຕິບັນຍັດ ໄດ້ ໄຂ ມື້ເຊົ້ານີ້ ແຕ່ ເວລາ 8 ໂມງ, ທັງໝົດ ມີຜູ່ສະມັກ 263 ຄົນ ສຳຫລັບ 110 ບ່ອນນັ່ງ.

ການເລືອກຕັ້ງຄັ້ງນີ້ ເປັນການທົດສອບວ່າ ສຽງປະຊາ ຈະ ສະນັບ ສະນູນ ປະທານາທິບໍດີ ລູກ່າເຊັນໂກ ຫຼືບໍ່ ໃນໂຄງການຈະທຳ ການ ພົວພັນຢ່າງໃກ້ຊິດກັບ ສຫພ ເອີຣົບ ແລະ ອາເມຣິກາ.

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU