ຄົ້ນຫາຂໍ້ມູນ

/ languages

Choisir langue
 

ອາເຣິກາ-ອິນເດັຍ-ເກົາຫຼີເໜືອ

ນິວຄະເລັຍ

ໂດຍ ບັນດານ ສີສຸນທອນ B. Sisounthone

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 03/10/2008 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 03/10/2008 12:50 TU

ຍານາງ ຄອນໂດຣີຊ່າ ໄຣ້ສ໌ ລັຖມົນຕຣີການຕ່າງປະເທດ ອາເມຣິກັນ ຢ້ຽມຢາມ ປະເທດ ອິນເດັຍ ມື້ນີ້ ເພື່ອລົງລາຍເຊັນ ໃນສັນຍາ ກ່ຽບກັບເງື່ອນໄຂ ການຄ້າ ອຸປະກອນ ນິວຄະເລັຍ ລະວ່າງ ອາເມຣິກາ ແລະ ອິນເດັຍ.

ຍານາງ ຄອນໂດຣີຊ່າ ໄຣ້ສ໌ ລັຖມົນຕຣີການຕ່າງປະເທດ ອາເມຣິກັນ ຢ້ຽມຢາມ ປະເທດ ອິນເດັຍ ມື້ນີ້ ເພື່ອລົງລາຍເຊັນ ໃນສັນຍາ ກ່ຽບກັບ ເງື່ອນໄຂ ການຄ້າ ອຸປະກອນ ນິວຄະເລັຍ ລະວ່າງ ອາເມຣິກາ ແລະ ອິນເດັຍ, ທັງນີ້ແມ່ນຫລັງຈາກ ລັຖະສະພາ ທັງສອງປະເທດ ໄດ້ລົງ ມະຕິຮັບເອົາ ສັນຍາດັ່ງກ່າວນັ້ນແລ້ວ.

 

ສອງມື້ຫລັງນີ້, ສະພາສູງ ອາເມຣິກັນ ໄດ້ລົງມະຕິຮັບເອົາ ສັນຍາ ດ້ານພະລັງງານ ນິວຄະເລັຍ ພົລະເຮືອນ ລະວ່າງ ອາເມຣິກາ ແລະ ອິນເດັຍ ສຳຫລັບ ຮ່ວມມືກັນ ໃນຮູບແບບ ສົ່ງເຕັກໂນໂລຊີ່ ແລະ ອຸປະກອນ ນິວຄະເລັຍ ໃຫ້ ອິນເດັຍ ພາຍໃນ 40 ປີ. ເປັນຕົ້ນ ຫົວຈັກປັ່ນໄຟຟ້າ ດ້ວຍພະລັງງານ ນິວຄະເລັຍ.

 

ມະຕິດັ່ງກ່າວ ຖືກຮັບເອົາ ໂດຍທັງສອງພັກ ບໍ່ວ່າ ເຣປູຍບຣິກແກ່ນ ຫຼືວ່າ ເດໂມກະຣັດ ດ້ວຍຄະແນນ 86 ສຽງ ຕໍ່ 13 ສຽງຄ້ານ.

ສັນຍາດັ່ງກ່າວນີ້ ລັຖບານ ອາເມຣິກັນ ແລະ ອິນເດັຍ ໄດ້ເຊັ່ນກັນ ມາແຕ່ ເດືອນ ກໍຣະກະດາ 2005, ທີ່ອຳນວຍໃຫ້ ອິນເດັຍ ສາມາດ ເຂົ້າຫາ ເຕັກໂນໂຣຊີ່ ນິວຄະເລັຍ ໃໝ່ ໂດຍມີ ເງື່ອນໄຂ ແລກປ່ຽນ.

ຄື ອິນເດັຍ ຕ້ອງຍອມ ອະນຸຍາດໃຫ້ ຄນະຊ້ຽວຊານ ອົງການສາກົນ ດ້ານພະລັງງານ ນິວຄະເລັຍ ຂອງ ສຫປ ຊາຊາດ ສາມາດເຂົ້າໄປ ກວດກາ ສູນນິວຄະເລັຍ ໃນອິນເດັຍນັ້ນໄດ້ ເພື່ອໃຫ້ຖືກເງື່ອນໄຂ ໝູນໃຊ້ ພະລັງງານ ທາງດ້ານ ພົລະເຮືອນ ເທົ່ານັ້ນ.

 

ອິນເດັຍ ເປັນປະເທດ ກຳລັງພຸງພົ້ນ ທາງດ້ານເສຖະກິດ, ເປັນປະເທດ ປະຊາທິປະຕັຍ ທີ່ໃຫຍ່ທີ່ສຸດໃນໂລກ ມີພົລະເມືອງ 1 ພັນ 100 ລ້ານ ຄົນ, ສະນັ້ນ ແຕ່ນີ້ຫາ 15 ປີ ຂ້າງໜ້າ ອິນເດັຍ ມີຄວາມຕ້ອງ ການ ພະລັງງານໄຟຟ້າເພີ້ມເຖີງ 60 ພັນ ເມກາວັດ.

 

ຫລັງຈາກນັ້ນ, ຍນ ຄອນໂດຣີຊ່າ ໄຣ້ສ໌ ຈະໄປຢ້ຽມຢາມ ປະເທດ ອັຟການິສຖານ ຕໍ່ ເພື່ອສົນທະນາ ເຣື້ອງການຮ໋ວມມື ດ້ານຄວາມ ປອດພັຍ, ດ້ານພະລັງງານ ຕລອດເຖີງດ້ານ ການປະຕິຮູບ ການເມືອງ ແລະ ເສຖກິດ.

 

ອີກດ້ານນຶ່ງ ທ່ານ ຄຣິສໂຕບເຟີ້ ຮີ່ນ ຫົວໜ້າເຈຣະຈາ ດ້ານນິວຄະ ເລັຍ ອາເມຣິກັນ ໄດ້ກັບຄືນມາເກົາຫຼີໃຕ້ ແລ້ວໃນມື້ນີ້ ຫລັງຈາກໄປ ໄກ່ເກັ່ຽ ໃຫ້ເກົາຫຼີເໜືອ ຫວນກັບຄືນມາ ເຈຣະຈາ ກັນຄືນໃໝ່ ກ່ຽວ ກັບ ການທັບມ້າງສູນພະລັງງານ ນິວຄະເລັຍ ຕາມທີໄດ້ ສັນຍາ ເອົາ ໄວ້. ແຕ່ທ່ານຍັງບໍ່ທັນໄດ້ ເປີດເຜີຍວ່າ ມີຜົນບວກຫຼືບໍ່.

 

ແຕ່ເຖີງຢ່າງໃດກໍດີ, ທາງກະຊວງ ການຕ່າງປະເທດ ອາເມຣິກັນ ໄດ້ຖະແລງວ່າ ຈະບໍ່ມີການ ຊອກຫາຂໍ້ຕົກລົງກັບປະເທດຄອມມູນິດ ແບບອະລຸ້ມອະລ້ວຍ, ອາເມຣິກາຕ້ອງການ ໃຫ້ເກົາຫຼີເໜືອ ນັບຖື ສັນຍາທີ່ໄດ້ຕົກລັງກັນ ລະວ່າງ 6 ປະເທດ ຢ່າງຄົບຖ້ວນ ເທົ່ານັ້ນ.

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU