ຄົ້ນຫາຂໍ້ມູນ

/ languages

Choisir langue
 

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 05/10/2008 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 06/10/2008 13:15 TU

ຣມຕ ຕ່າງປະເທດອະເມຣິກັນ ທ່ານນາງຄອນໂດລີຊາ ໄຣຊ໌ (ຊ້າຍ) ພົບປະຫາລືກັບນາຍົກ ຣມຕ ອິນເດັຽ ທ່ານມານໂມຮານ ຊິງຫ໌ ເນື່ອງໃນໂອກາດການຢ້ຽມຢາມອິນເດັຽເປັນເວລາ 24 ຊົ່ວໂມງ
(ພາບ: Reuters)

ຣມຕ ຕ່າງປະເທດອະເມຣິກັນ ທ່ານນາງຄອນໂດລີຊາ ໄຣຊ໌ (ຊ້າຍ) ພົບປະຫາລືກັບນາຍົກ ຣມຕ ອິນເດັຽ ທ່ານມານໂມຮານ ຊິງຫ໌ ເນື່ອງໃນໂອກາດການຢ້ຽມຢາມອິນເດັຽເປັນເວລາ 24 ຊົ່ວໂມງ (ພາບ: Reuters)

ຣມຕ ຕ່າງປະເທດອະເມຣິກັນ ທ່ານນາງຄອນໂດລີຊາ ໄຣຊ໌ ເດີນທາງເຖິງ
ປະເທດ "ຄາຊັກສຖານ" ແລ້ວໃນມື້ນີ້ ເພື່ອການຢ້ຽມຢາມພຽງບໍ່ເທົ່າໃດຊົ່ວ
ໂມງ ໂດຍເດີນທາງມາຈາກ ກຸງນິວ ເດລລີ

ກ່ອນອອກຈາກນະຄອນຫລວງຂອງອິນເດັຽ ທ່ານນາງໄຣຊ໌ ໄດ້ເຜີຍຕໍ່ຜູ້ສື່
ຂ່າວວ່າ ເນື່ອງໃນໂອກາດການຢ້ຽມຢາມປະເທດອິນເດັຽຂອງທ່ານນາງ
ຄັ້ງນີ້ ສະຫະຣັດອະເມຣິກາແລະອິນເດັຽ ຍັງບໍ່ສາມາດ ຮ່ວມລົງນາມກັນໄດ້
ໃນຂໍ້ຕົກລົງວ່າດ້ວຍການຮ່ວມມືທາງດ້ານນິວເຄລັຽພົລເຮືອນ ທັງນີ້ອັນ
ເນື່ອງມາຈາກມີປັນຫາຂັດຂ້ອງບາງປະການ ຣັຖສະພາອະເມຣິກັນບໍ່ສາ
ມາດສົ່ງຮ່າງສັນຍາໄປໃຫ້ທ່ານປະທານາທິບໍດີ ຢອຣ໌ຊ ດັບເບີ້ລຢູ ບຸຊ ລົງ
ລາຍເຊັນໄດ້ທັນເວລາ

"ບັນດາທ່ານທັງຫລາຍຄົງຮູ້ແລ້ວວ່າຣັຖສະພາຂອງພວກເຮົາມີພາຣະກິດ
ຫຍຸ້ງຍາກກ່ຽວກັບການລົງມະຕິ ເພື່ອແກ້ໄຂປັນຫາທາງດ້ານການເງິນ"
ທ່ານນາງໄຣຊ໌ໄດ້ກ່າວເຖິງເຫດຜົນຂອງການຊັກຊ້າ

ເມື່ອວັນພຸດ (1 ຕຸລາ) ທີ່ຜ່ານມາ ສະພາສູງອະເມຣິກັນໄດ້ລົງມະຕິໃຫ້ສັຕຍາບັນແກ່
ສັນຍາການຮ່ວມມື ທາງດ້ານນິວເຄລັຽພົລເຮືອນຣະຫວ່າງສອງປະເທດແລ້ວ ຊຶ່ງ
ການເຈຣະຈາໄດ້ສິ້ນສຸດລົງຕັ້ງແຕ່ປີ 2005 ເປັນການເຮັດໃຫ້ "ອໍາບາຣ໌ໂກ" ກ່ຽວກັບ
ນິວເຄລັຽ ຂອງປະຊາຄົມນາໆຊາດທີ່ມີຕໍ່ອິນເດັຽ ທີ່ຍາວນານເຖິງ 34 ປີນັ້ນສິ້ນສຸດ
ລົງ....

"ອໍາບາຣ໌ໂກ" ດັ່ງກ່າວຖືກວາງອອກຫລັງຈາກທີ່ອິນເດັຽໄດ້ທໍາການທົດລອງອາວຸດ
ນິວເຄລັຽເມື່ອປີ 1974 ເປັນຕົ້ນມາ

ຢ່າງໃດກໍຕາມ ຣມຕ ຕ່າງປະເທດອະເມຣິກັນກໍໄດ້ສແດງຄວາມຫວັງວ່າຮ່າງສັນຍາ
ຈະຖືກຈັດສົ່ງເຖິງທ່ານປະທານາທິບໍດີ ຢອຣ໌ຊ ດັບເບີ້ລຢູ ບຸຊ ໃນໄວໆນີ້ ເພື່ອການລົງ
ລາຍເຊັນແລະປະກາດໃຊ້ເປັນກົດໝາຍ ຫລັງຈາກນັ້ນການລົງນາມສອງຝ່າຍ ອະເມຣິ
ກັນ-ອິນເດັຽ ຈຶ່ງຈະຕິດຕາມມາຢ່າງບໍ່ລໍຊ້າ

ກຸ່ມຜູ້ສນັບສນຸນສັນຍາການຮ່ວມມືທາງດ້ານນິວເຄລັຽຣະຫວ່າງອະເມຣິກາແລະອິນເດັຽ
ໄດ້ພາກັນແດງທັສນະຕ້ອນຮັບໃນທາງທີ່ດີວ່າ ນອກຈາກເປັນການຮ່ວມມືຣະຫວ່າງສອງ
ປະເທດປະຊາທິປະໄຕ ທີ່ໃຫຍ່ທີ່ສຸດໃນໂລກແລ້ວ ກໍຍັງເປັນການເປີດຕລາດມູນຄ່າຫລາຍ
ພັນລ້ານດອລລາຣ໌ນໍາອີກດ້ວຍ

ໃນຂນະທີ່ກຸ່ມທີ່ຄັດຄ້ານກໍວ່າ ຈະເປັນການສ້າງອຸປສັກແກ່ຄວາມພຍາຍາມໃນການຕ້ານ
ການເຜີຍແຜ່ອາວຸດນິວເຄລັຽ ເພາະສັນຍາການຮ່ວມມືດັ່ງກ່າວອະນຸຍາດໃຫ້ສະຫະຣັດ
ອະເມຣິກາຂາຍເຊື້ອເພີງນິວເຄລັຽໃຫ້ແກ່ອິນເດັຽໄດ້ ຊຶ່ງເປັນປະເທດທີ່ບໍ່ເຄີຍຮ່ວມລົງ
ນາມໃນສົນທິສັນຍາວ່າດ້ວຍການຫ້າມເຜີຍແຜ່ ຜລິດ ແລະ ສະສົມ ອາວຸດນິວເຄລັຽຈັກ
ເທື່ອ

ບົດຣາຍງານອື່ນທີ່ກ່ຽວຂ້ອງ

ອິນເດັຍ - ຝຣັ່ງ

Reuters

ສັນຍາຮ່ວມມື ດ້ານພລັງງານນິວຄະເລັຍ

01/10/2008 12:59 TU

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU