ຄົ້ນຫາຂໍ້ມູນ

/ languages

Choisir langue
 

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ກັ່ນກັ່ນ ທີ່ຕ່າງປະເທດ

ໂດຍ ບັນດານ ສີສຸນທອນ B. Sisounthone

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 20/01/2010 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 20/01/2010 11:11 TU

ມ່າມຸດ ອາມາດິເນຊາດ ປະທານປະເທດ ອິຣານReuters

ມ່າມຸດ ອາມາດິເນຊາດ ປະທານປະເທດ ອິຣານ
Reuters

ອິຣານ ປະຕິເສດ ການສົ່ງທາຕ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ ຕາມຄຳຂໍຮ້ອງຂອງ ອົງການສາກົນ ດ້ານພະລັງງານນິວຄະເລັຍ, ອາເມຣິກາ ຖືວ່າເປັນຄຳຕອບ ທີ່ບໍ່ເໝາະສົມ

ອົງການສາກົນ ດ້ານພະລັງງານນິວຄະເລັຍ (ອ່າ ອີ ເອີ ອ່າ) ໄດ້ສະເນີ ໃຫ້ ອິຣານ ສົ່ງທາຕ ອູຣານຽມ 75% ອອກ ກັ່ນທີ່ ປະເທດ ຣັດເຊັຍ ແລະ ກັ່ນຕໍ່ທີ່ ປະເທດ ຝຣັ່ງ ເພື່ອເອົາມາເປັນ ພະລັງໄຟ ສໄຫລັບໃຊ້ ໃນການຄົ້ນຄວ້າ ທາງດ້ານ ວິທະຍາສາດ, ທັງນີ້ ແມ່ນເພື່ອ ສະກັດກັ້ນ ບໍ່ໃຫ້ອິຣານ ສາມາດ ດຳເນີນການ ຝັກໃຝ່ ໃນການສ້າງ ອາວຸດນິວ ຄະເລັຍ.

 

ຫລັງຈາກ ອິຣານໄດ້ ຮັບເອົາ ການສະເນີ ຂອງອົງການສາກົນດັ່ງກ່າວ ໃນ ວັນທີ 1 ຕຸລາ 2009 ນີ້ແລ້ວ, ຕໍ່ມາ ອິຣານ ໄດ້ປະກາດ ຮັບພິ ຈາຣະນາ ແລະຮຽກຮ້ອງໃຫ້ ມີການຕໍ່ລອງກັນໃໝ່.

 

ພ້ອມດຽວກັນນັ້ນ, ອາເມຣິກາ ແລະ ພັນທະມິຕໄດ້ນາບຂູ່ ການລົງໂທດ ຄັ້ງໃໝ່ອີກ ແລະຮຽກຮ້ອງໃຫ້ ອິຣານ ຕອບຢ່າງເປັນທາງການ ກ່ອນ ທ້າຍ ປີ 2009.

 

ຫລັງຈາກບໍ່ໄດ້ຮັບຄຳຕອບ ຈາກ ອິຣານ ຢ່າງເປັນທາງການແລ້ວນັ້ນ, ບັນດາ 6 ປະເທດ ມະຫາອຳນາດ ໄດ້ຈັດປະຊຸມກັນ ໃນວັນເສົາ ທີ່ 16 ມົກະຣາ ແລ້ວນີ້ ທີ່ ນິວຢ໊ອກ ໂດຍໄດ້ຕົກລົງກັນວ່າ "ໃຫ້ດຳເນີນ ການສົນທະນາ ແລະ ການນາບຂູ່ການລົງໂທດຄັ້ງໃໝ່".

 

ກະຊວງການຕ່າງປະເທດ ຖືວ່າ ການຕັດສິນໃຈ ຂອງ 6 ມະຫາອຳ ນາດ ເປັນສັນຍານ ທີ່ສອດຄ້ອງ ກັບສະພາບຄວາມເປັນຈິງ, ສ່ວນ ສປ ຈີນ ນັ້ນ ຖືວ່າເປັນ ມາຕະການ ທີ່ ອ່ອນໂຍນ ທີ່ເລືອກເອົງທາງອອກ ແບບການສົນທະນາກັນຕໍ່ ເຖີງແມ່ນ ປັດຈຸບັນນີ້ ຍັງບໍ່ມີທາງອອກເທື່ອ.

 

ຍານາງ ແມ໊ກເກີ່ນ ນາຍົກລັຖມົນຕຣີ ເຍັຽຣະມັນ ແລະ ຄູ່ຕຳແໜ່ງ ອິສຣາແອນ ທ່ານ ເນັດຕານິຢາອູ່Reuters

ຍານາງ ແມ໊ກເກີ່ນ ນາຍົກລັຖມົນຕຣີ ເຍັຽຣະມັນ ແລະ ຄູ່ຕຳແໜ່ງ ອິສຣາແອນ ທ່ານ ເນັດຕານິຢາອູ່
Reuters

 

ອີກດ້ານນຶ່ງ, ຍານາງ ແມ໊ກເກີ່ນ ນາຍົກລັຖມົນຕຣີ ເຍັຽຣະມັນ ແລະ ຄູ່ຕຳແໜ່ງ ອິສຣາແອນ ທ່ານ ເນັດຕານິຢາອູ່ ໄດ້ພ້ອມກັນປະກາດຫຍໍ້າ ອີກວ່າ ມີທ່າທີ ດຽວກັນ ກ່ຽວກັບ ບັນຫາ ນິວຄະເລັຍ ອິຣານ ແລະ ພາກຕ່ເວັນອອກກາງ.

 

ເປັນຕົ້ນດ້ານ ການກະຕຽມ ການລົງໂທດ ອິຣານ ຂອງສະພາ ຄວາມ ໝັ້ນຄົງ ກ່ຽວກັບ ບັນຫາ ນິວຄະເລັຍ ໃນ 2-3 ອາທິດຂ້າງໜ້ານີ້ "ຖ້ຫາກ ມີກໍຣະນີ ປະຕິເສດ ຍັດຕິ ຂອງສະພາ ຄໝຄົງ, ສອງປະເທດ ດັ່ງກ່າວ ຈະປະພຶດດ້ວຍຕົນເອງ.

 

ສະເພາະ ອິສຣາແອນ ນັ້ນ ຮຽກຮ້ອງໃຫ້ມີການລົງໂທດ ແບບມີ ປະສິດ ທິຜົນ ແລະໃຫ້ເລີ້ມ ປະຕິບັດດ່ວນ.

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU