ຄົ້ນຫາຂໍ້ມູນ

/ languages

Choisir langue
 

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

ໂດຍ ບັນດານ ສີສຸນທອນ B. Sisounthone

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 21/01/2010 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 21/01/2010 11:36 TU

ຕຳລວດຮັກສາຄວາມປອດພັຍ ທີ່ສານຍຸຕິທັມ ຂອງເມືອງ ໂຮຈີມິນ ຕອນ ກຳລັງ ໄຕ່ສວນຄະດີ ຜູ່ຕ້ອງ 4 ຄົນReuters

ຕຳລວດຮັກສາຄວາມປອດພັຍ ທີ່ສານຍຸຕິທັມ ຂອງເມືອງ ໂຮຈີມິນ ຕອນ ກຳລັງ ໄຕ່ສວນຄະດີ ຜູ່ຕ້ອງ 4 ຄົນ
Reuters

ສານຍຸຕິທັມ ວຽດນາມ ໄດ້ຕັດສິນຈຳຄຸກ ສະມາຊິກ ຂະບວນການ ເພື່ອປະຊາທິປະຕັຍ 4 ຄົນ ແຕ່ 5 ຫາ 16 ປີ ໃນຖານຖືກຕູ່ກ່າວ ຫາວ່າ ພະຍາຍາມໂຄ່ນລົ້ມ ລະບອບຄອມມູຍນິດ

ທີ່ສານຍຸຕິທັມ ເມືອງ ໂຮຈີ່ມິນ ໄດ້ຕັດຈຳຄຸກ ໃສ່ ທະນາຍຄວາມ ເລ່ ກວງ ດິນ ອາຍຸ 41 ປີ ຜູ່ທີ່ປ້ອງກັນ ສະມາຊິກ ປ້ອງກັນສິດທິມະນຸດ 5 ປີ ແລະ ທ່ານ ຫງຽນ ຕຽນ ຖຣົ່ງ ອາຍຸ 26 ປີ ນັກວິຊາການ ຄອມພິວເຕີ້ ທີ່ເຄີຍມາສຶກສາ ທີ່ ເມືອງ ແຣ່ນນ໌ ໃນປະເທດຝຣັ່ງນັ້ນ ຖືກກ່າວຫາ ວ່າພະຍາຍາມ ຈັດສັນຂະບວນການ ປະຊາທິປະຕັຍ ເພື່ອຊາວໜຸ່ມ ຖືກຈຳຄຸກ 7 ປີ.

 

ສ່ວນທ່ານ ຖຣັ້ນ ຣິນ ຖູຍ ທຶກ ອາຍຸ 43 ປີ ຜູ່ທີ່ຖືກກ່າວຫາວ່າ ມີ ແຜນການໂຄ່ນລົ້ມ ລະບອບປົກຄອງ ຂອງປະຊາຊົນ ນັ້ນ ຖືກຈຳຄຸກ 16 ປີ

 

ສາມ ທ່ານ ຂ້າງເທີງນີ້ ຖືກຕູ່ກ່າວຫາອີກວ່າ ເຄີຍມີການພົວພັນ ກັບພັກ ປະຊາທິປະຕັຍ ວຽດນາມ ໄດ້ຖືກ ສັ່ງໃຫ້ຫຍຸບ ໃນຊຸມປີ 1980, ແລະ ໄດ້ຖືກຍຸຍົງ ທຳກິຈະການ ຄືນໃໝ່ ໂດຍບໍໄດ້ຮັບ ອະນຸຍາດ.

ແລະ ຜູ່ຕ້ອງຫາ ຜູ່ທີ 4 ນັ້ນ ຄືທ່ານ ເລ່ ຖັງ ລ່ອງ ອາຍຸ 42 ປີ ຖືກກ່າວຫາວ່າ ເປັນຜູ່ສົມຮູ້ ຮ່ວມຄິດນັ້ນ ໄດ້ຖືກຄຸກ 5 ປີ.

 

ພວກ 4 ຄົນດັ່ງກ່າວນີ້ ໄດ້ ຖືກຈັບກັກຂັງ ໃນປີການນີ້, ໂດຍສະເພາະ ການຈັບຕົວ ທະນາຍຄວາມ ເລ່ ກວງ ດິນ ແລະ ທ່ານ ຫງຽນ ຕຽນ ຖຣົ່ງ ນັ້ນ ຍຸຍົງໃຫ້ເກີດການ ຄັດຄ້ານ ຈາກຫລາຍອົງການ ປ້ອງກັນ ສິດທິມະນຸດ, ຈາກ ອາເມຣິກາ ແລະ ຈາກ ສຫພ ເອີຣົບ.

 

ມື້ວານນີ້, ກົງສຸນ ອາເມຣິກາ ທີ່ວຽດນາມ ໄດ້ປະນາມ ການຕັດສິນ ທີ່ ຄັດຕໍ່ ກົດບັດສາກົນ ທາງດ້ານສິດທິມະນຸດ ແລະຮຍກຮ້ອງໃຫ້ປ່ອຍຕົວ ນັກໂທດ ທີ່ທຳການປາກເວົ້າຂີດຂຽນ ຕາມທັສນະຄະຕິ ແບບສັນຕິ ວິທີ ຂອງເຂົາເຈົ້ານັ້ນ ໝົດທຸກຄົນ.

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU