ຄົ້ນຫາຂໍ້ມູນ

/ languages

Choisir langue
 

ຄວາມສອດຄ່ອງກັນຂອງ ໂອບາມາ ແລະ ຫູ ຊິນທ່າວ

ຕ້ອງພິສູດກັນ ທີ່ພາກປະຕິບັດ ຕົວຈິງ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 17/11/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 17/11/2009 15:03 TU

ທັງອະເມຣິກາແລະຈີນ ຕ່າງກໍຕ້ອງການໃຫ້ເງິນສະກຸນແຫ່ງຊາດຂອງແຕ່
ລະຝ່າຍມີຄ່າສູງຂຶ້ນ ແຕ່ກໍຍັງບໍ່ມີຝ່າຍໃດ ສາມາດຕອບສນອງ ຕໍ່ຄວາມ
ຕ້ອງການນີ້ໄດ້ (ພາບ: Reuters)

ທັງອະເມຣິກາແລະຈີນ ຕ່າງກໍຕ້ອງການໃຫ້ເງິນສະກຸນແຫ່ງຊາດຂອງແຕ່ ລະຝ່າຍມີຄ່າສູງຂຶ້ນ ແຕ່ກໍຍັງບໍ່ມີຝ່າຍໃດ ສາມາດຕອບສນອງ ຕໍ່ຄວາມ ຕ້ອງການນີ້ໄດ້ (ພາບ: Reuters)

ໃນດ້ານຫລັກການໃຫຍ່ໆ ສອງຜູ້ນໍາ ມີຄວາມເຫັນສອດຄ່ອງກັນວ່າ ຕ້ອງເຮັດວຽກປະສານງານກັນເພື່ອແກ້ໄຂປັນຫາຂອງໂລກຮອບດ້ານ ແຕ່ເມື່ອການເຈຣະຈາ ເຂົ້າເຖິງປັນຫາປີກຍ່ອຍ ຈະມີຜົນ ຕາມການ ສອດຄ່ອງນີ້ຫລືບໍ່ ຕ້ອງຕິດຕາມເບີ່ງກັນຕໍ່ໄປ

ໃນການພົບປະຫາລືສອງຝ່າຍທີ່ກຸງປັກກິ່ງໃນມື້ນີ້ ລະຫວ່າງ ທ່ານປະທານາທິບໍດີ ຫູ
ຊິນທ່າວ ຂອງຈີນ ແລະ ຄູ່ຕໍາແໜ່ງອະເມຣິກັນ ບາຣັກ ໂອບາມາ ທັງສອງຜູ້ນຳ ມີ
ຄວາມເຫັນສອດຄ່ອງກັນໃນຫລາຍປັນຫາ ຕາມທີ່ພວກເຮົາໄດ້ສເນີຂ່າວໄປແລ້ວ

ແມ່ນແລ້ວ ທັງສອງຜັູ້ນໍາມີຄວາມເຫັນທີ່ສອດຄ່ອງກັນໃນຫລາຍປັນຫາ ໝາຍຄວາມ
ວ່າເຫັນສອດຄ່ອງກັນໃນດ້ານຫລັກການໃຫຍ່ ທີ່ວ່າທັງສອງປະເທດມະຫາອໍານາດ
ຕ້ອງຮ່ວມມືກັນໃນການແກ້ໄຂ ບໍ່ເຊັ່ນນັ້ນກໍຍ່ອມເປັນໄປໄດ້ຍາກ ຫລື ເປັນໄປບໍ່ໄດ້ເລີຍ
ທີ່ປັນຫາຈະໄດ້ຮັບການແກ້ໄຂ

ແຕ່ເມື່ອເຂົ້າເຖິງລາຍລະອຽດຂອງການແກ້ປັນຫາແລ້ວ ເຮົາຍັງບໍ່ສາມາດເວົ້າໄດ້ວ່າ
ຈະມີຜົນຕາມທີ່ທັງສອງຜູ້ນໍາໄດ້ຮ່ວມກັນຖແລງໃນມື້ນີ້ຫລືບໍ່

ແຕ່ຢ່າງນ້ອຍທີ່ສຸດ ການທີ່ມີຄວາມເຫັນທີ່ສອດຄ່ອງກັນໃນດ້ານຫລັກການນັ້ນ ກໍຖືໄດ້
ວ່າເປັນຜົນບວກຂອງການຢ້ຽມຢາມ ສປ ຈີນ ຂອງທ່ານປະທານາທິບໍດີ ບາຣັກ ໂອບາ
ມາ ໃນຄັ້ງນີ້

ໃນປັນຫາຕໍ່ສູ້ກັບພາວະໂລກຮ້ອນນັ້ນ ສອງປະເທດທີ່ ປ່ອຍກ໊າສ CO2 ຫລາຍທີ່ສຸດໃນ
ໂລກນັ້ນ ຈະມີຂໍ້ສເນີຫຍັງທີ່ເປັນຕົວເລກຄັກແນ່ໃນກອງປະຊຸມສຸດ ຍອດ "ໂຄເປັນເຮເກັນ"
ໃນເດືອນໜ້ານີ້?

ນອກຈາກນີ້ ໃນປັນຫາຄວາມຂັດແຍ່ງດ້ານການຄ້າ ແລະ ຄ່າຂອງເງິນຫຍວນນັ້ນ ສອງ
ຝ່າຍຈະຜ່ອນສັ້ນຜ່ອນຍາວເຂົ້າຫາກັນແນວໃດ ທັງນີ້ເພາະຈົນຮອດດຽວນີ້ ສຫຣ ອະ
ເມຣິກາ ຂ້ອງໃຈທີ່ສຸດທີ່ຄ່າເງິນຫຍວນອ່ອນຕົວເກີນໄປ ເຮັດໃຫ້ ສຫຣ ອະເມຣິກາຂາດ
ດຸນການຄ້າກັບຈີນມະຫາສານ ແລະ ຕ້ອງການໃຫ້ຝ່າຍຈີນປັບຄ່າເງີນສະກຸນແຫ່ງຊາດ
ຂອງຕົນໃຫ້ສູງຂຶ້ນ

ແຕ່ຈີນກໍບ່າຍບ່ຽງມາເລື້ອຍໆ ເຊັ່ນ ດຽວກັນ ກັບປັນຫາທີ່ ສຫຣ ອະເມຣິກາ ຂ້ອງໃຈ
ເຣື່ອງທີ່ຈີນບໍ່ຍອມເປີດຕລາດຮັບສິນຄ້າຕ່າງປະເທດຫລາຍຂຶ້ນກວ່າເກົ່າ

ເທື່ອນີ້ທ່ານປະທານາທິບໍດີທັງຈີນແລະອະເມຣິກັນ ຕ່າງກໍເຫັນດີນໍາກັນວ່າ ຈະຮ່ວມໄມ້ຮ່ວມ
ມືກັນແກ້ໄຂປັນຫາຮອບດ້ານ ສະນັ້ນເຮົາກໍຕ້ອງຕິດຕາມກັນຕໍ່ໄປວ່າ ເມື່ອເຖິງການເຈຣະ
ຈາໃນປັນຫາລາຍລະອຽດແລ້ວ ຈະສອດຄ່ອງນ້ອຍຫລາຍປານໃດກັບການສແດງເຈຕນາ
ດີຂອງທັງສອງຜູ້ນຳ

ເມື່ອເວົ້າເຖິງປັນຫາຄວາມຂ້ອງໃຈຂອງ ສຫຣ ອະເມຣິກາແລ້ວ ບາດນີ້ເຮົາກໍຫັນມາເບີ່ງ
ທາງດ້ານຄວາມຂ້ອງໃຈຂອງຈີນແດ່ ໂດຍສະເພາະຈີນກັງວົນທີ່ສຸດທີ່ເງິນສະກຸນໂດລາອະ
ເມຣິກັນ ທີ່ນັບມື້ນັບມີຣາຄາຕົກຕໍ່າຢ່າງລຽນຕິດໃນຣະຍະຫລາຍປີຫລັງທີ່ຜ່ານມານີ້

ສປ ຈີນ ຂ້ອງໃຈກໍເພາະວ່າການທີ່ເງິນໂດລາຕົກຕໍ່າທຳໃຫ້ຈີນເສັຽຜົນປໂຍດ ອັນເນື່ອງ
ມາຈາກຈີນຊື້ພັນທະບັດຂອງຣັຖບານອະເມຣິກັນເກັບໄວ້ຈຳນວນມະຫາສານ ພັນທະບັດ
ຂອງຣັຖບານອະເມຣິກັນ ກໍແມ່ນຕີຣາຄາເປັນເງິນໂດລາອະເມຣິກັນ ເມື່ອຣາຄາເງິນໂດ
ລາອະເມຣິກັນຕົກຕໍ່າ ຈີນກໍຍ່ອມເສັຽຜົນປໂຍດຕາມໄປນໍາ

ນອກຈາກນີ້ ຈີນຍັງຂ້ອງໃຈທີ່ ສຫຣ ອະເມຣິກາ ຂຶ້ນພາສີສິນຄ້າຂາເຂົ້າສຳລັບຢາງຣົດ
ຍົນແລະເຫລັກກ້າທີ່ສັ່ງຈາກຈີນ

ປັນຫາທັງໝົດນີ້ເມື່ອເຈຣະຈາກັນລົງເລິກແທ້ໆແລ້ວ ຈະມີກ່ອນຜ່ອນຜັນສັ້ນຍາວກັນ
ໄດ້ນ້ອຍຫລາຍຂນາດໃດ ເມື່ອທຽບກັບຜົນການພົບປະຫາລືຂອງສອງປະທານາທິບໍດີ
ທີ່ກຸງປັກກິ່ງໃນມື້ນີ້ ກໍເປັນເຣື່ອງທີ່ຈະຕ້ອງຕິດຕາມເບີ່ງກັນຕໍ່ໄປ

ບົດວິເຄາະ

ສະພາເອີ່ຣົປ

Flickr

ສົນໃຈບັນຫາລາວ ຫຼາຍຂື້ນ

ຈາກທີ່ມີການວີ້ງເຕັ້ນ ຂອງອົງຈັດຕັ້ງຕ່າງໆ ຂອງປະຊາຄົມລາວ ນອກປະເທດ ແລະທັງຖືໄດ້ວ່າ ສະພາເອີ່ຣົປ ຕັກເຕືອນແນະນຳ ສປປລາວ ໃນການວາງໂຕ ໃນເວທີສາກົນ ນຳໄດ້

27/11/2009 13:31 TU

ປັນຫາ ພາວະ ໂລກຮ້ອນ

ການກ້າວກະໂດດ ທີ່ມາຈາກ ປັກກິ່ງ ແລະ ວໍຊິງຕັນ

ຖືໄດ້ວ່າເປັນການກ້າວກະໂດດ ເມື່ອສອງນະຄອນຫລວງຂອງສອງ ປະເທດແຊມປ້ຽນ ທີ່ສ້າງຄວາມເປິເປື້ອນໃຫ້ແກ່ບັນຍາກາດຫລາຍ ທີ່ສຸດໃນໂລກ ໄດ້ອອກມາປະກາດວາງເປົ້າໝາຍເປັນຕົວເລກຄັກແນ່ສຳລັບລົດຜ່ອນແກ໊ສ CO2

26/11/2009 12:44 TU

ຟີລິບປິນ

ຂ້າໂຫດການເມືອງ ຄັ້ງຮ້າຍແຮງ ທີ່ສຸດ

ອັນທີ່ຈິງການຄາຕກັມທທາງດ້ານການເມືອງໃນປະເທດຟີລິບປິນ ເກີດຂຶ້ນ ເປັນປະຈຳຢູ່ແລ້ວ ໂດຍສເລັ່ຽມີຜູ້ຖືກຂ້າຕາຍຫລາຍສິບຄົນໃນການເລືອກຕັ້ງ ແຕ່ລະຄັ້ງ ແຕ່ກໍບໍ່ເຄີຍມີເທື່ອໃດທີ່ຮ້າຍແຮງແລະຫ້ຽມໂຫດເທົ່າຄັ້ງນີ້ຈັກເທື່ອ

24/11/2009 11:39 TU

ຄະດີຂເມນແດງ "ດຸກ"

Reuters

ຝ່າຍໂຈດ ຄອຍຄວາມຍຸດຕິທັມ

ດ້ວຍການຮຽກຮ້ອງ ຂໍໃຫ້ ຝ່າຍຕຸລາການ ສານສາກົນພິເສດ ຈົ່ງພິຈາຣະນາ ພິຍານແລະຫຼັກຖານ ໃຫ້ຖີ່ຖ້ວນ ເພາະຈະປະຈັກໄດ້ເຖີງ ຄວາມໂຫດຮ້າຍ ອຳມະຫິດ ຂອງອະດີດຜູ່ນຳຂເມນແດງ

23/11/2009 14:51 TU

ປະທານ ເອີຣົບ

ທ່ານ ແອກມານ ວານ ຣົມປ່ອຍ ຖືກແຕ່ງຕັ້ງເປັນ ປະທານ ສະຫະພາບ ເອີຣົບ ຄົນທຳອິດ

ແອກມານ ວານ ຣົມປ່ອຍ ເປັນປະທານ ສະຫະພາບ ເອີຣົບ

ທ່ານ ແອກມານ ວານ ຣົມປ່ອຍ ຖືກແຕ່ງຕັ້ງເປັນ ປະທານ ສະຫະພາບ ເອີຣົບ ຄົນທຳອິດ ແລະ ຍານາງ ກັຕຣິນ ອັສຕັນ ເປັນ ຫົວໜ້າ ກີຈະການຕ່າງປະເທດ ແລະ ຄວາມໝັ້ນຄົງ ຂອງເອີຣົບ

20/11/2009 12:22 TU

ທ່ານ ໂອ່ບ່າມ່າ ແລະ ທ່ານ ລີ ຮ່ວມມືກັນ
ເພີ່ມກ່ຽວກັບບັນຫາ ນິວຄເລັຍ     ຮ/rfi

ຮ່ວມມືກັນ ເກັ້ຍກ່ອມໃຫ້ ເກົາຫລີເໜືອ ມານັ່ງໂຕະເຈຣະຈາ

ທີ່ ກຸງເຊ້ອູນ ທ່ານ ໂອ່ບ່າມ່າ ໄດ້ ທຳ ການ ຮຽກຮ້ອງໃຫ້ ເກົນຫລີເໜືອ ຢຸດ ການ ທ້າທາຍ ແລະ ກໍ ຈະ ມີການສົ່ງ ຜູ່ຕ່າງໜ້າພິເສດ ໄປຍັງ ກຸງປະຢົ້ງຢັ້ງ

19/11/2009 13:43 TU

ມະຫາຊົນ ສລອງ 20 ປີ

ການພັງທະລາຍ ກຳແພງ ແບກແລ່ງ Reuters

ຂອງການພັງ ກຳແພງ ແບກແລ່ງ

100.000 ກວ່າຄົນ ພາກັນ ສລອງຄົບຮອບ 20 ປີ ຂອງການພັງທະລາຍ ກຳແພງ ແບກແລ່ງ ໃນມື້ ວັນທີ 9 ພຶສຈິກາ ຊຶ່ງເປັນສັນຍາລັກແຫ່ງ ເສຣີພາບ

10/11/2009 12:22 TU

20 ປີ ແຫ່ງການຖືກ ທັບມ້າງກຳແພງ ແບກແລ່ງ

ກຳແພງ ແບກແລ່ງ

ເປັນສັນຍາລັກ ແຫ່ງການສິ້ນສຸດ ສົງຄາມເຢັນ ແລະ ການທ້ອນໂຮມ ເຍັຽຣະມັນ ເຂົ້າເປັນປະເທດດຽວ

ມື້ນີ້ ເປັນວັນ ສລອງຄົບຮອບ 20 ປີແຫ່ງການທັບມ້າງ ກຳແພງ ແບກແລ່ງ ຊຶ່ງເປັນສັນຍາລັກ ແຫ່ງ ການສິ້ນສຸດ ສົງຄາມເຢັນ ແລະ ການທ້ອນໂຮມ ເຍັຽຣະມັນ ເຂົ້າເປັນປະເທດດຽວ

09/11/2009 12:11 TU

ອິຣານ

ໄອຢາໂຕລ່າ ອາລີ່ ຄາເມໄນ່

ປະທ້ວງ ຕ້ານອາເມຣິກາ ແລະ ຕ້ານ ອາມາດິເນຊາດ

ກຸ່ມຕ້ານ ອາເມຣິກາ ລົງຖນົນປະທ້ວງ ໃນກຸງ ເຕເອຣັງ ເພື່ອເປັນສັນຍາລັກ 30 ປີ ແຫ່ງການ ເຂົ້າຢຶດ ສະຖານທູດ ອາເມຣິກາ. ສ່ວນ ກຸ່ມປະທ້ວງ ອີກກຸ່ມນຶ່ງ ແມ່ນຕ້ານ ທ່ານ ອາມາດິເນຊາດ, ແຕ່ໄດ້ຖືກ ເຈົ້າໜ້າທີ່ປາບ

04/11/2009 12:07 TU

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU