ຄົ້ນຫາຂໍ້ມູນ

/ languages

Choisir langue
 

ອິຣານ

ປະທ້ວງ ຕ້ານອາເມຣິກາ ແລະ ຕ້ານ ອາມາດິເນຊາດ

ໂດຍ ບັນດານ ສີສຸນທອນ B. Sisounthone

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 04/11/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 04/11/2009 12:11 TU

ໄອຢາໂຕລ່າ ອາລີ່ ຄາເມໄນ່

ໄອຢາໂຕລ່າ ອາລີ່ ຄາເມໄນ່

ກຸ່ມຕ້ານ ອາເມຣິກາ ຫລາຍພັນຄົນ ໄດ້ລົງຖນົນປະທ້ວງ ໃນກຸງ ເຕເອຣັງ ເພື່ອເປັນສັນຍາລັກ 30 ປີ ແຫ່ງການບຸກເຂົ້າຢຶດຄອງ ສະຖານທູດ ອາເມຣິກາ. ສ່ວນ ກຸ່ມປະທ້ວງ ອີກກຸ່ມນຶ່ງ ແມ່ນ ກຸ່ມຕ້ານ ການຖືກເລືອກຕັ້ງ ຂອງທ່ານ ອາມາດິເນຊາດ, ແຕ່ໄດ້ຖືກ ເຈົ້າໜ້າທີ່ປາບ

ກຸ່ມປະທ້ວງ ຕ້ານອາເມຣິກາ ຖືກຈັດເປັນທາງການ ໄດ້ພາກັນຖືທຸງ ອິຣານ ແລະ ຮ້ອງໂຮວ່າ "ອິສຣາແອນ ຈົງຈິບຫາຍວາຍວອດ" ແລະ "ອາເມຣິກາ ກໍຈົງຈິບຫາຍວາຍວອດ". ສ່ວນ "ເລືອດ ທຸກຫຍົດ ຂອງ ພວກເຮົານີ້ ຂໍມອບໃຫ້ ຜູ່ນຳຄຳພີປະຕິວັດ ອິສລາມ ສູງສຸດ ໄອຢາໂຕ ລ່າ ອາລີ່ ຄາເມໄນ່".

 

ການປະທ້ວງ ຕ້ານ ອາມາດິເນຊາດ ໃນນະຄອນຫລວງ ເຕເອຣັງ

ການປະທ້ວງ ຕ້ານ ອາມາດິເນຊາດ ໃນນະຄອນຫລວງ ເຕເອຣັງ

 

ກ່ອນໜ້ານີ້ ໃນວັນທີ 4 ກໍຣະກະດາ 1979, ສະຖານທູດ ອາເມຣິກັນ ທີ່ກຸງ ເຕເອຣັງ ໄດ້ຖືກ ນັກສຶກສາອິສລາມ ບຸກເຂົ້າຢຶດ ແລະ ຈັບນັກ ການທູດ ເປັນຕົວປະກັນ 444 ມື້,  ແລະ ການພົວພັນ ການທູດ ລະ ຫວ່າງ ເຕເອຣັງ ແລະ ວໍຊິງຕັນ ກໍໄດ້ຖືກຕັດ.  ຫລັງຈາກ ປີນັ້ນມາ ການເດີນຂະບວນ ປະທ້ວງ ກໍໄດ້ຖືກຈັດຂື້ນ ທຸກໆປີ ຢູ່ຕໍ່ໜ້າ ສະຖານ ທູດເກົ່າ ອາເມຣິກາ ໃນກຸງ ເຕເອຣັງ.

 

ກຸ່ມ ຕ້ານປະທານາທິບໍດີ ອາມາດິເນຊາດ ກໍໄດ້ລົງຖນົນປະທ້ວງ ໃນມື້ນີ້ ຄືກັນ, ຮ່າງຈາກ ກຸ່ມປະທ້ວງຕ້ານອາເມຣິກາ ເປັນທາງການ ປະມານ 3-4 ຮ້ອຍ ແມດ.

ແຕ່ ຕຳລວດໄດ້ຍິງ ລະເບີດນໍ້າຕາ ໄສ່ຂະບວນການປະທ້ວງ ຂອງ ຝ່າຍຄ້ານ ທີ່ກຳລັງ ເຕົ້າໂຮມກັນໃນກຸງ ເຕເອຣັງ ແລະຕຳລວດ ນອກ ເຄື່ອງແບບ ກໍໄດ້ຈັບກຸມ ຄນະປະທ້ວງ ໃນທັນໃດ.

ຄນະປະທ້ວງ ໄດ້ຮ້ອງໂຮວ່າ "ພຣະເຈົ້າເປັນໃຫຍ່ສູງສຸດ ແລະ ພວກ ຜະເດັດການ ຈົງຈິບຫາຍ ວາຍວອດ".

ທາງການຖືວ່າ ການປະທ້ວງ ຂອງຝ່າຍຄ້ານບໍ່ຖືກຕ້ອງຕາມກົດໝາຍ. ສ່ວນຝ່າຍຄ້າຍນັ້ນ ບໍ່ຮັບຮູ້ ການຖືກເລືອກເປັນປະທານາທິບໍດີ ຂອງ ທ່ານ ອາມາດິເນຊາດ ໂດຍໃຫ້ເຫດຜົນວ່າ ມີການລັກໂລບ ຄະແນນ ສຽງ ຢ່າງໃຫຍ່ຫລວງ.

 

ການປະທ້ວງ ໃນນະຄອນຫລວງ ເຕເອຣັງ

ການປະທ້ວງ ໃນນະຄອນຫລວງ ເຕເອຣັງ

 

ສຳຫລັບ ອີກ 2 ກຸ່ມ ທີ່ເປັນປໍຣະປັກກັນ ໄດ້ນັດກັນໄປປະທ້ວງ ທີ່ ສນາມ ຫັບຕ໌ ເອີ ຕຽກ ໜ້າຕໍ່ໜ້າ ລະຫວ່າງ ຝ່າຍສະນັບສນູນ ປທນ ບໍດີ ອາມາດິເນຊາດ ແລະ ກຸ່ມຝ່າຍຄ້ານ.

ຝ່າຍສນັບສນູນ "ຮ້ອງວ່າ ອາເມຣິກາ ຈົງຈິບຫາຍວາຍວອດ, ສ່ວນ ຝ່າຍຄ້ານນັ້ນ ກໍຮ້ອງຕອບຄືນວ່າ "ຣັດເຊັຍ ຈົງຈິບຫາຍວາຍວອດ".

 

ຫລັງຈາກ ການເລືອກຕັ້ງປະທານາທິບໍດີ ທີ່ເຕັມໄປດ້ວຍການຄັດແຍ້ງ ແລະການປະທ້ວງ ຂອງທ່ານອາມາດິເນຊາດ, ເຈົ້າໜ້າທີ່ໄດ້ ປາບພວກ ປະທ້ວງຢ່າງນອງເລືອດ, ຫລາຍ 10 ຄົນ ໄດ້ເສັຽຊີວິດ ແລະ ປະມານ 4.000 ຄົນ ໄດ້ຖືກຈັບ.

ນັບວ່າເປັນ ຄວາມວຸ້ຍວາຍພາຍໃນ ຢ່າງໜັກໜ່ວງທີ່ສຸດ ໃນວິກິດການ ການເມືອງ ຂອງ ອິຣານ ນັບຕັ້ງແຕ່ ການປະຕິວັດ ອິສລາມ ມາແຕ່ 1979.

 

ອີກດ້ານນຶ່ງ, ກ່ຽວກັນ ບັນຫານິວຄເລັຽ.

ໄອຢາໂຕລ່າ ອາລີ່ ຄາເມໄນ່ ຜູ່ນຳຄຳພີປະຕິວັດ ອິສລາມ ສູງສຸດ ໄດ້ຕຳນິ ຢ່າງແຂງຂັນ ໂດຍ ປະຕິເສດວ່າ "ຈະບໍ່ຮ່ວມເຈຣະຈາ ທີ່ເຮັດຕາມຄຳສັ່ງຂອງ ອາເມຣິກາ ເດັດຂາດ ກ່ຽວກັບບັນຫານິວຄເລັຽ ອິຣານ. ແລະຖືວ່າ ຂໍ້ສເນີສົນທະນາຂອງ ປະທານາທິບໍດີ ໂອບາມາ ນັ້ນ ມີການນາບຂູາມາພ້ອມ".

 

ປະຊາຄົມສາກົນ ໄດ້ກົດດັນ ຕໍ່ ອິຣານ ໂດຍຮຽກຮ້ອງໃຫ້ ອິຣານ ຕອບຮັບ ໂຄງການຕົກລົງ ຂອງອົງການສາກົນ ດ້ານພະລັງງານ ນິວຄເລັຽ, ສ່ວນ ອິຣານນັ້ນ ຮຽກຮ້ອງຄືນວ່າ ໃຫ້ ຈັດກອງປະຊຸມ ສາກົນ ຄືນໃໝ່ ກ່ຽວກັບ ທາດອູຣານຽມ ສຳຫລັບເປັນ ຖ່ານພະລັງ ງານ ຂອງຫົວຈັກນິວຄເລັຽ ທີ່ສ້າງຂື້ນ ສຳຫລັບການຄົ້ນຄວ້າ.

ບົດວິເຄາະ

ສະພາເອີ່ຣົປ

Flickr

ສົນໃຈບັນຫາລາວ ຫຼາຍຂື້ນ

ຈາກທີ່ມີການວີ້ງເຕັ້ນ ຂອງອົງຈັດຕັ້ງຕ່າງໆ ຂອງປະຊາຄົມລາວ ນອກປະເທດ ແລະທັງຖືໄດ້ວ່າ ສະພາເອີ່ຣົປ ຕັກເຕືອນແນະນຳ ສປປລາວ ໃນການວາງໂຕ ໃນເວທີສາກົນ ນຳໄດ້

27/11/2009 13:31 TU

ປັນຫາ ພາວະ ໂລກຮ້ອນ

ການກ້າວກະໂດດ ທີ່ມາຈາກ ປັກກິ່ງ ແລະ ວໍຊິງຕັນ

ຖືໄດ້ວ່າເປັນການກ້າວກະໂດດ ເມື່ອສອງນະຄອນຫລວງຂອງສອງ ປະເທດແຊມປ້ຽນ ທີ່ສ້າງຄວາມເປິເປື້ອນໃຫ້ແກ່ບັນຍາກາດຫລາຍ ທີ່ສຸດໃນໂລກ ໄດ້ອອກມາປະກາດວາງເປົ້າໝາຍເປັນຕົວເລກຄັກແນ່ສຳລັບລົດຜ່ອນແກ໊ສ CO2

26/11/2009 12:44 TU

ຟີລິບປິນ

ຂ້າໂຫດການເມືອງ ຄັ້ງຮ້າຍແຮງ ທີ່ສຸດ

ອັນທີ່ຈິງການຄາຕກັມທທາງດ້ານການເມືອງໃນປະເທດຟີລິບປິນ ເກີດຂຶ້ນ ເປັນປະຈຳຢູ່ແລ້ວ ໂດຍສເລັ່ຽມີຜູ້ຖືກຂ້າຕາຍຫລາຍສິບຄົນໃນການເລືອກຕັ້ງ ແຕ່ລະຄັ້ງ ແຕ່ກໍບໍ່ເຄີຍມີເທື່ອໃດທີ່ຮ້າຍແຮງແລະຫ້ຽມໂຫດເທົ່າຄັ້ງນີ້ຈັກເທື່ອ

24/11/2009 11:39 TU

ຄະດີຂເມນແດງ "ດຸກ"

Reuters

ຝ່າຍໂຈດ ຄອຍຄວາມຍຸດຕິທັມ

ດ້ວຍການຮຽກຮ້ອງ ຂໍໃຫ້ ຝ່າຍຕຸລາການ ສານສາກົນພິເສດ ຈົ່ງພິຈາຣະນາ ພິຍານແລະຫຼັກຖານ ໃຫ້ຖີ່ຖ້ວນ ເພາະຈະປະຈັກໄດ້ເຖີງ ຄວາມໂຫດຮ້າຍ ອຳມະຫິດ ຂອງອະດີດຜູ່ນຳຂເມນແດງ

23/11/2009 14:51 TU

ປະທານ ເອີຣົບ

ທ່ານ ແອກມານ ວານ ຣົມປ່ອຍ ຖືກແຕ່ງຕັ້ງເປັນ ປະທານ ສະຫະພາບ ເອີຣົບ ຄົນທຳອິດ

ແອກມານ ວານ ຣົມປ່ອຍ ເປັນປະທານ ສະຫະພາບ ເອີຣົບ

ທ່ານ ແອກມານ ວານ ຣົມປ່ອຍ ຖືກແຕ່ງຕັ້ງເປັນ ປະທານ ສະຫະພາບ ເອີຣົບ ຄົນທຳອິດ ແລະ ຍານາງ ກັຕຣິນ ອັສຕັນ ເປັນ ຫົວໜ້າ ກີຈະການຕ່າງປະເທດ ແລະ ຄວາມໝັ້ນຄົງ ຂອງເອີຣົບ

20/11/2009 12:22 TU

ທ່ານ ໂອ່ບ່າມ່າ ແລະ ທ່ານ ລີ ຮ່ວມມືກັນ
ເພີ່ມກ່ຽວກັບບັນຫາ ນິວຄເລັຍ     ຮ/rfi

ຮ່ວມມືກັນ ເກັ້ຍກ່ອມໃຫ້ ເກົາຫລີເໜືອ ມານັ່ງໂຕະເຈຣະຈາ

ທີ່ ກຸງເຊ້ອູນ ທ່ານ ໂອ່ບ່າມ່າ ໄດ້ ທຳ ການ ຮຽກຮ້ອງໃຫ້ ເກົນຫລີເໜືອ ຢຸດ ການ ທ້າທາຍ ແລະ ກໍ ຈະ ມີການສົ່ງ ຜູ່ຕ່າງໜ້າພິເສດ ໄປຍັງ ກຸງປະຢົ້ງຢັ້ງ

19/11/2009 13:43 TU

ຄວາມສອດຄ່ອງກັນຂອງ ໂອບາມາ ແລະ ຫູ ຊິນທ່າວ

ຕ້ອງພິສູດກັນ ທີ່ພາກປະຕິບັດ ຕົວຈິງ

ໃນດ້ານຫລັກການໃຫຍ່ໆ ສອງຜູ້ນໍາ ມີຄວາມເຫັນສອດຄ່ອງກັນວ່າ ຕ້ອງເຮັດວຽກປະສານງານກັນເພື່ອແກ້ໄຂປັນຫາຂອງໂລກຮອບດ້ານ ແຕ່ເມື່ອການເຈຣະຈາ ເຂົ້າເຖິງປັນຫາປີກຍ່ອຍ ຈະມີຜົນ ຕາມການ ສອດຄ່ອງນີ້ຫລືບໍ່ ຕ້ອງຕິດຕາມເບີ່ງກັນຕໍ່ໄປ

17/11/2009 14:42 TU

ມະຫາຊົນ ສລອງ 20 ປີ

ການພັງທະລາຍ ກຳແພງ ແບກແລ່ງ Reuters

ຂອງການພັງ ກຳແພງ ແບກແລ່ງ

100.000 ກວ່າຄົນ ພາກັນ ສລອງຄົບຮອບ 20 ປີ ຂອງການພັງທະລາຍ ກຳແພງ ແບກແລ່ງ ໃນມື້ ວັນທີ 9 ພຶສຈິກາ ຊຶ່ງເປັນສັນຍາລັກແຫ່ງ ເສຣີພາບ

10/11/2009 12:22 TU

20 ປີ ແຫ່ງການຖືກ ທັບມ້າງກຳແພງ ແບກແລ່ງ

ກຳແພງ ແບກແລ່ງ

ເປັນສັນຍາລັກ ແຫ່ງການສິ້ນສຸດ ສົງຄາມເຢັນ ແລະ ການທ້ອນໂຮມ ເຍັຽຣະມັນ ເຂົ້າເປັນປະເທດດຽວ

ມື້ນີ້ ເປັນວັນ ສລອງຄົບຮອບ 20 ປີແຫ່ງການທັບມ້າງ ກຳແພງ ແບກແລ່ງ ຊຶ່ງເປັນສັນຍາລັກ ແຫ່ງ ການສິ້ນສຸດ ສົງຄາມເຢັນ ແລະ ການທ້ອນໂຮມ ເຍັຽຣະມັນ ເຂົ້າເປັນປະເທດດຽວ

09/11/2009 12:11 TU

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU