ຄົ້ນຫາຂໍ້ມູນ

/ languages

Choisir langue
 

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

ໂດຍ ບັນດານ ສີສຸນທອນ B. Sisounthone

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 21/01/2010 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 21/01/2010 11:41 TU

ສູນພັກຊົ່ວຄາວ ສຳຫລັບ ຜູ່ໄດ້ຮັບເຄາະຮ້າຍ ຈາກພັຍແຜ່ນດິນໃຫວ ໃນ ຮ່າຍຕີ່Afp

ສູນພັກຊົ່ວຄາວ ສຳຫລັບ ຜູ່ໄດ້ຮັບເຄາະຮ້າຍ ຈາກພັຍແຜ່ນດິນໃຫວ ໃນ ຮ່າຍຕີ່
Afp

8 ມື້ ຜ່ານມາ ຫລັງຈາກ ແຜ່ນດິນໃຫວໃນ ປະເທດ ຮ່າຍຕີ່, ມີຄົນ ເສັຍຊີວິດ ຢ່າງນ້ອຍ 75.000 ຄົນ, ບາດເຈັບ 250.000 ຄົນ ແລະ 1 ລ້ານຄົນ ຂາດທີ່ພັກ

ນັບແຕ່ ວັນທີ 12 ມົກະຣາ ນັ້ນມາ, ສຫປ ຊາຊາດ ເຜີຍວ່າ ມີ 121 ຄົນໄດ້ຖືກຊົດຊ່ວຍ ອອກຈາກ ກອງ ສີມັງແລ້ວ, ການຈັດສູນພັກເຊົາ ຊົ່ວຄາວ ໄດ້ຖືກສ້າງຂື້ນດ້ວຍຜາມຝ້າໃບ ບໍ່ຕໍ່າກວ່າ 300 ແຫ່ງ ໃນ ນະຄອນຫລວງ ປ໊ອກ-ໂອ-ປແຣງຊ໌ ແລະສາມາດຕ້ອນ ປະຊາຊົນໄດ້ 370.000 ຄົນ.

 

ໃນຄືນຜ່ານມານີ້, ແຜ່ນດິນໄດ້ໃຫວຄືນໃໝ່ອີກ ໃນຂີດຄວາມແຮງ 6,1 ຣິສແຕ້ຣ໌, ຕຶກສາມຫລັງ ໄດ້ຖືກພັງທະລາຍ, ແຕ່ບໍ່ມີໃຜ ໄດ້ຮັບບາດ ເຈັບ. ສ່ວນ ທ່າເຮືອ ຂອງນະຄອນຫລວງ ທີ່ໄດ້ຮັບຜົນ ກະທົບນັ້ນ ກໍໄດ້ເລີ້ມເປີດ ບໍຣິການຄືນໃໝ່ໃນມື້ນີ້ ຫລັງຈາກໄດ້ສ້ອມແປງ ບາງ ພາກສ່ວນແລ້ວ.

 

ອາເມຣິກາ ປະກ່ດວ່າ ຈະສົ່ງ ທະຫານເຂົ້າໄປຊ່ວຍເພີ້ມອີກ 4.000 ຄົນ, ສຳຫລັບ ເອກອະທິບໍດີ ກອງທຶນສາກົນ ທ່ານ ສຕຣົສຄ່ານ ນັ້ນ ໄດ້ຮຽກຮ້ອງ ຫາ ປະຊາຄົມສາກົນ ໃຫ້ຊົດຊ່ວຍ ປະເທດ ຮ່າຍຕີ່ ໂດຍດ່ວນ ໃນວົງເງີນ 100 ລ້ານໂດລາ.

 

ໃນປັດຈຸບັນນີ້, ສຫປ ຊາຊາດ ໄດ້ເຜີຍວ່າ ການໃຫ້ສັນຍາ ຊົດຊ່ວຍ ປະເທດ ຮ່າຍຕີ່ ຈາກປະເທດຕ່າງໆນັ້ນ ຕົກເປັນຈຳນວນເງີນ 1 ພັນ 200 ລ້ານ ໂດລາແລ້ວ.

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU