ຄົ້ນຫາຂໍ້ມູນ

/ languages

Choisir langue
 

ປັນຫາ ພາວະ ໂລກຮ້ອນ

ການກ້າວກະໂດດ ທີ່ມາຈາກ ປັກກິ່ງ ແລະ ວໍຊິງຕັນ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 26/11/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 26/11/2009 12:44 TU

ສປ ຈີນ ປະກາດຕົວເລກການປ່ອຍແກ໊ສ
CO2 ໃນລະດັບ 40 ເຖິງ 45% ຈາກນີ້
ເຖິງປີ 2020 (ພາບ: Reuters)

ສປ ຈີນ ປະກາດຕົວເລກການປ່ອຍແກ໊ສ CO2 ໃນລະດັບ 40 ເຖິງ 45% ຈາກນີ້ ເຖິງປີ 2020 (ພາບ: Reuters)

ຈີນ ແລະ ອະເມຣິກາ ສອງຍັກໃຫຍ່ຜູ້
ສ້າງຄວາມເປິເປື້ອນ ໃຫ້ແກ່ບັນຍາກາດ
ຫລາຍທີ່ສຸດໃນໂລກໄດ້ອອກມາປະກາດ
ເປົ້າໝາຍຢ່າງຄັກແນ່ ເພື່ອແກ້ໄຂປັນ
ຫາພາວະໂລກຮ້ອນ ກ່ອນທີ່ຈະເຖິງວັນ
ເປີດກອງປະຊຸມນາໆຊາດພຽງບໍ່ເທົ່າໃດ
ວັນ ນັບໄດ້ວ່າເປັນຂ່າວດີສຳລັບໂລກທັງ
ມວນ

ທີ່ວ່າເປັນຂ່າວດີກໍເພາະວ່າໃນຖານະທີ່ສອງປະເທດ ຄື ສປ ຈີນ ແລະ ສຫຣ
ອະເມຣິກາ ເປັນແຊມປ້ຽນນຳກັນໃນເຣື່ອງເຮັດໃຫ້ອຸນຫະພູມຜິວໂລກສູງຂຶ້ນ

ຖ້າຫາກວ່າສອງປະເທດນີ້ ບໍ່ໃຫ້ການຮ່ວມໄມ້ຮ່ວມມື ກໍຍ່ອມເປັນໄປບໍ່ໄດ້ທີ່ໂລກຈະສາ
ມາດແກ້ໄຂປັນຫານີ້ໄດ້ ເພາະສະນັ້ນໃນເມື່ອສອງປະເທດນີ້ ອອກມາສແດງເປົ້າໝາຍ
ທີ່ເປັນຕົວເລກຄັກແນ່ໃນເວລາທີ່ເກືອບພ້ອມກັນ ຈຶ່ງຕ້ອງຖືວ່າເປັນຂ່າວດີ ບໍ່ຫລາຍກໍ
ນ້ອຍ

ຂ່າວດີກໍເພາະວ່າ ກ່ອນໜ້ານີ້ໃຜໆກໍຄາດຄະເນວ່າກອງປະຊຸມສຸດຍອດນາໆຊາດ
"ໂຄເປັນເຮເກັນ" ຈະປະສົບກັບຄວາມລົ້ມແຫລວ ເພາະ ສປ ຈີນກໍດີ ຫລື ສຫຣ ອະເມ
ຣິກາ ກໍດີ ລ້ວນແຕ່ມີການສງວນທ່າທີກັນທັງນັ້ນ ບໍ່ຍອມໃຫ້ຄຳໝັ້ນສັນຍາທີ່ມີລັກສນະ
ຜູກມັດເປັນຕົວເລກຢ່າງຄັກແນ່

ທາງຝ່າຍ ສປ ຈີນ ນັ້ນ ເປັນປະເທດທີ່ໃຫ້ຄວາມສຳຄັນອັນດັບສຸດຍອດແກ່ການພັທນາ
ເສຖກິດ ໝາຍຄວາມວ່າການລົດຜ່ອນການປ່ອຍແກ໊ສ CO2 ຈະມີຜົນກະທົບກະເທືອນ
ຕໍ່ການຂຍາຍຕົວທາງເສຖກິດຂອງຕົນ ຈະກະທົບກະເທືອນອີກຕໍ່ໜຶ່ງໃສ່ການແກ້ໄຂປັນ
ຫາຄວາມຍາກຈົນຂອງປະຊາຊົນ ທີ່ຍັງມີອີກຈຳນວນຫລາຍຮ້ອຍລ້ານຄົນ ມີຖານະຍາກ
ຈົນ ໃນຈຳນວນພົລເມືອງທັງໝົດ 1300 ລ້ານຄົນຂອງປະເທດ

ນີ້ຄືປັນຫາໃຫຍ່ ທີ່ ສປ ຈີນ ມີການສງວນທ່າທີມາຕລອດກ່ຽວກັບການລົດຜ່ອນການປ່ອຍ
ແກ໊ສ CO2 ນີ້

ສ່ວນທາງດ້ານ ສຫຣ ອະເມຣິການັ້ນ ຄວາມປະສົງຂອງທ່ານປະທານາທິບໍດີ ບາຣັກ ໂອ
ບາມາ ແມ່ນເຫັນແຈ້ງທີ່ສຸດວ່າຢາກແກ້ໄຂປັນຫາຮ່ວມກັບປະຊາຄົມໂລກ ແຕ່ຫາກວ່າ
ຖ້າປາສຈາກການສັນບສນຸນຈາກຣັຖສະ ພາ ຈາກກຸ່ມອຸດສາຫະກັມ ແລະ ຈາກປະຊາຊົນ
ແລ້ວ ທ່ານຈະເປັນຜູ້ຕັດສິນໃຈພຽງຜູ້ດຽວ ຍ່ອມເປັນ ໄປບໍ່ໄດ້

ໂດຍສະເພາະໃນເວລາປັດຈຸບັນນີ້ ພາວະເສຖກິດຂອງເມືອງລູງແຊມກຳລັງຊົບເຊົາຍ້ອນ
ຜົນກະທົບຈາກວິກິຕການທີ່ແກ່ຍາວ ຈົນຮອດດຽວນີ້ກໍຍັງບໍ່ທັນສາມາດເວົ້າໄດ້ວ່າ
"ຟື້ນຕົວ" ໄດ້ເທື່ອ

ກໍແມ່ນຍ້ອນຜົນກະທົບຈາກວິກິຕການນີ້ເອງ ຄົນອະເມຣິກັນທີ່ມີຄວາມເຊື່ອວ່າພາວະໂລກ
ຮ້ອນມາຈາກການປ່ອຍແກ໊ສ CO2 ນັ້ນ ຈຶ່ງໄດ້ລົດລະດັບລົງຈາກ 80% ໃນເມື່ອກ່ອນ
ເຫລືອພຽງ 72% ເທົ່ານັ້ນ ຕາມຜົນຂອງການຢັ່ງຄວາມເຫັນຂອງປະຊາຊົນ ທີ່ເຜີຍແຜ່
ອອກໂດຍລາຍວັນ The Washington Post ສບັບປະຈຳມື້ນີ້

ແຕ່ເຖິງປານນັ້ນກໍຕາມ ທ່ານປະທານາທິບໍດີ ບາຣັກ ໂອບາມາ ກໍຍັງຈະປະກາດທີ່
"ໂຄເປັນເຮເກັນ" ວ່າ ປະເທດຂອງທ່ານຈະລົດການປ່ອຍກ໊າສ CO2 ໃຫ້ໄດ້ 17%
ໃນປີ 2020, 30% ໃນປີ 2025 ແລະ 42% ໃນປີ 2030 ຊຶ່ງຖືໄດ້ວ່າເປັນການກ້າວ
ກະໂດດກ້າວບັກໃຫຍ່ ເມື່ອປຽບທຽບກັບທ່າທີຂອງປະທານາທິບໍດີຄົນກ່ອນ ທ່ານ
GWB ທີ່ປະກາດຖອນປະເທດ ສຫຣ ອະເມຣິກາ ອອກຈາກສົນທິສັນຍາກຽວໂຕໄປເລີຍ
ເປັນການຫັນຫລັງໃຫ້ແກ່ໂລກໃນເຣື່ອງແກ້ປັນຫາພາວະໂລກຮ້ອນ

ຂັ້ນຕອນຕໍ່ໄປທີ່ຈະ ຫຍຸ້ງຍາກສຳລັບຜູ່ນຳອະເມຣິກັນກໍມີແຕ່ວ່າ ການຕໍ່ສູໃນຣັຖສະພາ
ທັງນີ້ກໍເພາະຮ່າງກົດໝາຍທີ່ສເນີເຂົ້າໄປນັ້ນ ໄດ້ແກ່ຍາວມາດົນນານແລ້ວ ຍ້ອນການ
ຕໍ່ຕ້ານແລະຕໍ່ລອງຂອງບັນດາສະມາຊິກຣັຖສະພາ ຜູ້ບໍ່ເຫັນພ້ອມ

ສຳລັບທາງດ້ານອົງການຈັດຕັ້ງກ່ຽວກັບສະພາບສິ່ງແວດລ້ອມນັ້ນ ການປະກາດຕົວເລກ
ຂອງ ສຫຣ ອະເມຣິກາ ຍັງບໍ່ເປັນທີ່ພໍໃຈຢູ່ຄືເກົ່າ ພວກເຂົາເຈົ້າເຫັນວ່າຍັງຫ່າງໄກຈາກ
25 ເຖິງ 40% ຈາກນີ້ ເຖິງປີ 2020 ຕາມທີ່ບັນດານັກວິທຍາສາດຂອງອົງການຈັດຕັ້ງ
ເຫລົ່ານັ້ນ ໄດ້ຄິດຄຳນວນເອົາໄວ້

ໃນຂນະທີ່ຫາສຽງເລືອກຕັ້ງ ກ່ອນທີ່ຈະກາຍມາເປັນປະທານາທິບໍດີຜິວດຳຄົນທຳອິດໃນ
ປວັດສາດຂອງເມືອງລູງແຊມ ທ່ານບາຣັກ ໂອບາມາ ໄດ້ໃຫ້ຄຳໝັ້ນສັນຍາວ່າ ຖ້າທ່ານ
ໄດ້ຮັບການເລືອກຕັ້ງ ທ່ານຈະ ດຳເນີນນະໂຍບາຍລົດຜ່ອນການປ່ອນຍແກ໊ສ CO2 ລົງ
ໃຫ້ໄດ້ເຖິງ 85% ຈາກນີ້ເຖິງປີ 2050

ບົດວິເຄາະ

ສະພາເອີ່ຣົປ

Flickr

ສົນໃຈບັນຫາລາວ ຫຼາຍຂື້ນ

ຈາກທີ່ມີການວີ້ງເຕັ້ນ ຂອງອົງຈັດຕັ້ງຕ່າງໆ ຂອງປະຊາຄົມລາວ ນອກປະເທດ ແລະທັງຖືໄດ້ວ່າ ສະພາເອີ່ຣົປ ຕັກເຕືອນແນະນຳ ສປປລາວ ໃນການວາງໂຕ ໃນເວທີສາກົນ ນຳໄດ້

27/11/2009 13:31 TU

ຟີລິບປິນ

ຂ້າໂຫດການເມືອງ ຄັ້ງຮ້າຍແຮງ ທີ່ສຸດ

ອັນທີ່ຈິງການຄາຕກັມທທາງດ້ານການເມືອງໃນປະເທດຟີລິບປິນ ເກີດຂຶ້ນ ເປັນປະຈຳຢູ່ແລ້ວ ໂດຍສເລັ່ຽມີຜູ້ຖືກຂ້າຕາຍຫລາຍສິບຄົນໃນການເລືອກຕັ້ງ ແຕ່ລະຄັ້ງ ແຕ່ກໍບໍ່ເຄີຍມີເທື່ອໃດທີ່ຮ້າຍແຮງແລະຫ້ຽມໂຫດເທົ່າຄັ້ງນີ້ຈັກເທື່ອ

24/11/2009 11:39 TU

ຄະດີຂເມນແດງ "ດຸກ"

Reuters

ຝ່າຍໂຈດ ຄອຍຄວາມຍຸດຕິທັມ

ດ້ວຍການຮຽກຮ້ອງ ຂໍໃຫ້ ຝ່າຍຕຸລາການ ສານສາກົນພິເສດ ຈົ່ງພິຈາຣະນາ ພິຍານແລະຫຼັກຖານ ໃຫ້ຖີ່ຖ້ວນ ເພາະຈະປະຈັກໄດ້ເຖີງ ຄວາມໂຫດຮ້າຍ ອຳມະຫິດ ຂອງອະດີດຜູ່ນຳຂເມນແດງ

23/11/2009 14:51 TU

ປະທານ ເອີຣົບ

ທ່ານ ແອກມານ ວານ ຣົມປ່ອຍ ຖືກແຕ່ງຕັ້ງເປັນ ປະທານ ສະຫະພາບ ເອີຣົບ ຄົນທຳອິດ

ແອກມານ ວານ ຣົມປ່ອຍ ເປັນປະທານ ສະຫະພາບ ເອີຣົບ

ທ່ານ ແອກມານ ວານ ຣົມປ່ອຍ ຖືກແຕ່ງຕັ້ງເປັນ ປະທານ ສະຫະພາບ ເອີຣົບ ຄົນທຳອິດ ແລະ ຍານາງ ກັຕຣິນ ອັສຕັນ ເປັນ ຫົວໜ້າ ກີຈະການຕ່າງປະເທດ ແລະ ຄວາມໝັ້ນຄົງ ຂອງເອີຣົບ

20/11/2009 12:22 TU

ທ່ານ ໂອ່ບ່າມ່າ ແລະ ທ່ານ ລີ ຮ່ວມມືກັນ
ເພີ່ມກ່ຽວກັບບັນຫາ ນິວຄເລັຍ     ຮ/rfi

ຮ່ວມມືກັນ ເກັ້ຍກ່ອມໃຫ້ ເກົາຫລີເໜືອ ມານັ່ງໂຕະເຈຣະຈາ

ທີ່ ກຸງເຊ້ອູນ ທ່ານ ໂອ່ບ່າມ່າ ໄດ້ ທຳ ການ ຮຽກຮ້ອງໃຫ້ ເກົນຫລີເໜືອ ຢຸດ ການ ທ້າທາຍ ແລະ ກໍ ຈະ ມີການສົ່ງ ຜູ່ຕ່າງໜ້າພິເສດ ໄປຍັງ ກຸງປະຢົ້ງຢັ້ງ

19/11/2009 13:43 TU

ຄວາມສອດຄ່ອງກັນຂອງ ໂອບາມາ ແລະ ຫູ ຊິນທ່າວ

ຕ້ອງພິສູດກັນ ທີ່ພາກປະຕິບັດ ຕົວຈິງ

ໃນດ້ານຫລັກການໃຫຍ່ໆ ສອງຜູ້ນໍາ ມີຄວາມເຫັນສອດຄ່ອງກັນວ່າ ຕ້ອງເຮັດວຽກປະສານງານກັນເພື່ອແກ້ໄຂປັນຫາຂອງໂລກຮອບດ້ານ ແຕ່ເມື່ອການເຈຣະຈາ ເຂົ້າເຖິງປັນຫາປີກຍ່ອຍ ຈະມີຜົນ ຕາມການ ສອດຄ່ອງນີ້ຫລືບໍ່ ຕ້ອງຕິດຕາມເບີ່ງກັນຕໍ່ໄປ

17/11/2009 14:42 TU

ມະຫາຊົນ ສລອງ 20 ປີ

ການພັງທະລາຍ ກຳແພງ ແບກແລ່ງ Reuters

ຂອງການພັງ ກຳແພງ ແບກແລ່ງ

100.000 ກວ່າຄົນ ພາກັນ ສລອງຄົບຮອບ 20 ປີ ຂອງການພັງທະລາຍ ກຳແພງ ແບກແລ່ງ ໃນມື້ ວັນທີ 9 ພຶສຈິກາ ຊຶ່ງເປັນສັນຍາລັກແຫ່ງ ເສຣີພາບ

10/11/2009 12:22 TU

20 ປີ ແຫ່ງການຖືກ ທັບມ້າງກຳແພງ ແບກແລ່ງ

ກຳແພງ ແບກແລ່ງ

ເປັນສັນຍາລັກ ແຫ່ງການສິ້ນສຸດ ສົງຄາມເຢັນ ແລະ ການທ້ອນໂຮມ ເຍັຽຣະມັນ ເຂົ້າເປັນປະເທດດຽວ

ມື້ນີ້ ເປັນວັນ ສລອງຄົບຮອບ 20 ປີແຫ່ງການທັບມ້າງ ກຳແພງ ແບກແລ່ງ ຊຶ່ງເປັນສັນຍາລັກ ແຫ່ງ ການສິ້ນສຸດ ສົງຄາມເຢັນ ແລະ ການທ້ອນໂຮມ ເຍັຽຣະມັນ ເຂົ້າເປັນປະເທດດຽວ

09/11/2009 12:11 TU

ອິຣານ

ໄອຢາໂຕລ່າ ອາລີ່ ຄາເມໄນ່

ປະທ້ວງ ຕ້ານອາເມຣິກາ ແລະ ຕ້ານ ອາມາດິເນຊາດ

ກຸ່ມຕ້ານ ອາເມຣິກາ ລົງຖນົນປະທ້ວງ ໃນກຸງ ເຕເອຣັງ ເພື່ອເປັນສັນຍາລັກ 30 ປີ ແຫ່ງການ ເຂົ້າຢຶດ ສະຖານທູດ ອາເມຣິກາ. ສ່ວນ ກຸ່ມປະທ້ວງ ອີກກຸ່ມນຶ່ງ ແມ່ນຕ້ານ ທ່ານ ອາມາດິເນຊາດ, ແຕ່ໄດ້ຖືກ ເຈົ້າໜ້າທີ່ປາບ

04/11/2009 12:07 TU

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU