ຄົ້ນຫາຂໍ້ມູນ

/ languages

Choisir langue
 

20 ປີ ແຫ່ງການຖືກ ທັບມ້າງກຳແພງ ແບກແລ່ງ

ເປັນສັນຍາລັກ ແຫ່ງການສິ້ນສຸດ ສົງຄາມເຢັນ ແລະ ການທ້ອນໂຮມ ເຍັຽຣະມັນ ເຂົ້າເປັນປະເທດດຽວ

ໂດຍ ບັນດານ ສີສຸນທອນ B. Sisounthone

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 09/11/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 09/11/2009 12:25 TU

ກຳແພງ ແບກແລ່ງ

ກຳແພງ ແບກແລ່ງ

ມື້ນີ້ ເປັນວັນ ສລອງຄົບຮອບ 20 ປີແຫ່ງການທັບມ້າງ ກຳແພງ ແບກແລ່ງ ຊຶ່ງເປັນສັນຍາລັກ ແຫ່ງ ການສິ້ນສຸດ ສົງຄາມເຢັນ ແລະ ການທ້ອນໂຮມ ເຍັຽຣະມັນ ເຂົ້າເປັນປະເທດດຽວ

ໃນຕອນແລງມື້ນີ້, ຈະມີລະດັບຜູ່ນຳ ຈາກປະເທດຕ່າງໆເຂົ້າມາຮ່ວມ ໃນພິທີ ແລະຄາດວ່າຈະມີ ມວນຊົນ ເຖີງ ແສນຄົນມາຮ່ວມຊົມພິທີ ທີ່ສນາມ ປະຕູຊັຍ ແບຣນເດິບວກ Brandebourg, ຊຶ່ງເປັນ ອານຸ ສາວະຣີ ຂອງນະຄອນຫລວງ ແບກແລ່ງ ແລະ ກຳແພງ ທີ່ຖືກກ່າວ ຂານກັນວ່າ ກຳແພງ ແຫ່ງຄວາມອັບອາຍ ກໍໄດ້ຖືກ ສ້າງຂື້ນ ເພື່ອຂັ້ນ ເຂດແດນ ອອກ ເປັນສອງຕອນ ຄື ແບກແລງ ຕາເວັນອອກ ແລະ ແບກແລງ ຕາເອັນຕົກ ແລະ ກຳແພງ ດັ່ງກ່າວນັ້ນ ກໍເປັນເຂດແດນ ແຍກ ເຍັຽຣະມັນ ອອກເປັນ ສອງປະເທດ ອີກດ້ວຍ ຄື ເຍັຽຣະມັນ ຕາເວັນອອກ  ພາຍໃຕ້ການຄຸ້ມຄອງ ໂດຍລະບອບ ຄອສມູຍນິດ ຈາກສະຫະພາບ ໂຊວຽດ ແລະ ເຍັຽຣະມັນ ຕາເວັນຕົກ ພາຍໃຕ້ ການປົກຄອງ ໃນລະບອບ ປະຊາທິປະຕັຍ ແລະຄຸ້ມຄອງໂດຍ ອາເມ ຣິກາ, ອັງກິດ ແລະຝຣັ່ງ.

 

ບຸກຄົນສຳຄັນ ຕາງໜ້າຈາກປະເທດ ທີ່ມີສ່ວນຮ່ວມ ໃນການປົດປ່ອຍ ເຍັຽຣະມັນ ອອກຈາກ ລະບອບ ຜະເດັດການ ທະຫານ ນ່າຊີ່ ຮິດເລີ້ ມີ ດັ່ງນີ້ :

ປະທານາທິບໍດີ ຣັດເຊັຍ ດິມິຕຣີ ເວດເມເດັບ ແລະ ອະດີດປະທານ ສະຫະພາບ ໂຊວຽດ ທ່ານ ມິກ່າແອ່ນ ກ໊ອກບາເຊັບ.

ສ່ວນ ອາເມຣິກາ ຖືກຕາງໜ້າ ໂດຍ ຍານາງ ຮິນລາຣີ່ ກລິງຕັນ ລັຖ ມົນຕຣີ ການຕ່າງປະເທດ, ສຳຫລັບ ຝຣັ່ງ ແລະ ອັງກິດ ນັ້ນ ແມ່ນ ປະທານາທິບໍດີ ນິກໂກລາ ສ໊າກໂກຊີ່ ແລະ ນາຍົກຣັຖມົນຕຣີ ໂກດອນ ບຣ່າວ.

 

ສະພາບການ ໂດຍຫຍໍ້ ໃນວະຣະ ກ່ອນກຳແພງ ຈະຖືກທັບມ້າງ

ຫລັງຈາກ ເຍັຽຣະມັນ ລະບອບ ນາຊີ່ ຮິດເລີ້ ໄດ້ ເສັຽຊັຍ ສົງຄາມ ໂລກຄັ້ງທີ 2 ໃຫ້ແກ່ຝ່າຍພັນທະມິຕ ທີ່ມີ ອາເມຣິກາ, ຝຣັ່ງ, ອັງກິດ ແລະ ໂຊວຽດ ແລ້ວ.

 

ໂຊວຽດ ແລະ ຝ່າຍພັນທະມິຕ ຕາເວັນຕົກ ສົງສັຍ ຊຶ່ງກັນແລະກັນ ແລະກໍ ບໍ່ສາມາດຕົກລົງ ລະບົບການ ຄຸ້ມຄອງເຍັຽຣະມັນ ໃຫ້ຢູ່ໃນ ລະບອບດຽວກັນໄດ້.

ເວລານັ້ນ ເຍັຽຣະມັນ ເປັນປະເທດ ພ່າຍແພ້ສົງຄາມ ບໍ່ມີສິດອອກສຽງ ຄັດຄ້ານ ມະຕິຂອງຝ່າຍ ຊນະສົງຄາມ ນັ້ນໄດ້.

 

ໂຊວຽດ ຕ້ອງການຄຸ້ມຄອງ ເຍັຽຣະມັນ ດ້ວຍລະບອບ ຄອມມູຍນິດ, ສ່ວນ ອາເມຣິກາ, ອັງກິດ ແລະ ຝຣັ່ງ ຕ້ອງການ ຄຸ້ມຄອງ ດ້ວຍ ລະບອບ ເສຣີປະຊາທິປະຕັຍ, ສນັ້ນ ຈຶ່ງຈຳຕ້ອງໄດ້ຕົກລົງ ສ້າງ ກຳແພງ ກັ້ນເຂດແດນ ເຍັຽຣະມັນ ອອກ ເປັນສອງ ເຂດ ໃນປີ 1961.

 

ຕໍ່ມາ ໃນຕອນ ຢ້ຽມຢາມ ແບກແລງ ຂອງປະທານາທິບໍດີ ອາເມຣິກາ ທ່ານ ຈອນ ແອຟ ເຄນເນດີ ໄດ້ປະກາດວ່າ "ມີກຳແພງ ດີກ່າວ ມີ ສົງຄາມ".

 

ເມື່ອ ເລຂາທິການໃຫຍ່ ຂອງສະຫະພາບໂຊວຽດ ຄືທ່ານ ກ໊ອກບາ ເຊັບ ນັ້ນເຫັນວ່າ ການນຳພາ ດ້ວຍລະບອບ ຄອມມູຍນິດ ນີ້ມີ ຄວາມ ຍຸ້ງບາກ ແລະໄປບໍ່ລອດແລ້ວ ບໍ່ວ່າບັນຫາ ການເມືອງ, ເສຖກິດ ແລະ ສັງຄົມ ໃນໂຊວຽດ ແລະ ປະເທດເຄືອຄ່າຍ ບັນດາ ປະເທດສັງຄົມ ນິຍົມ ອື່ນໃນຄ່າຍ ຕາເວັນອອກນັ້ນ ກໍມີແຕ່ສຸດສ້ວຍອ່ວຍລົງ.

 

ສນັ້ນຕອນຂື້ນກຳອຳນາດ ເປັນ ເລຂາທິການໃຫຍ່ ຂອງ ສະຫະພາບ ໂຊວຽດນັ້ນ ທ່ານໄດ້ປະກາດ ນະໂຍບາຍ ປະຕິຮູບໂຊວຽດ ໃຫ້ມີ ຄວາມໂປ່ງສັຍ (ກລາກສນົສ) ແລະ ປະຕິຮູບລະບົບເສຖກິດໃໝ່ (ປາແລສໂຕອິກ່າ).

 

ເຫັນໄດ້ຈາກ ການປະທ້ວງຢ່າງລຽນຕິດ ໃນເຍັຽຣະມັນ, ໃນໂປໂລຍ ແລະ ໃນ ຣູມານີ່, ຕອນນັ້ນ ທ່ານ ເລຂາທິການໃຫຍ່ ກ໊ອກບາເຊັບ ມີຈຸດປະສົງ ປ່ອຍໃຫ້ ປະຊາຊົນ ຂອງປະເທດ ທີ່ຢູ່ໃນຄ່າຍ ສັງຄົມ ນິຍົມນັ້ນ ເປັນຜູ່ຊີ້ຂາດ ໂຊກຊາຕາກັມ ຂອງປະເທດໃຜລາວ, ສນັ້ນ ຈຶ່ງບໍ່ມີການ ສັ່ງກຳລັງທະຫານ ເຂົ້າປາບ ກຸ່ມປະທ້ວງ ເພື່ອຫລີກເວັ້ນ ການນອງເລືອດ.

 

ໃນເມື່ອເປັນເຊັ່ນນັ້ນ, ຜູ່ນຳ ຂອງຄອມມູຍນິດ ເຍັຽຣະມັນຕາເວັນອອກ ກໍໄດ້ປະປ່ອຍໃຫ້ ປະຊາຊົນ ຂ້າມຊາຍແດນ ອອກມາທາງຕາເວັນຕົກ ແລະນັບແຕ່ ວັນ ທີ 9 ພຶສຈິກາ 1989 ນັ້ນມາ ກຳແພງ ແບກແລາງ ກໍໄດ້ຖືກທັບມ້າງ ແລະ ໃນ ປີ 1990 ເຍັຽຣະມັນກໍໄດ້ປະກາດ ເປັນ ປະເທດດຽວກັນ.

 

ຕໍ່ມາ ລະບອບຄອມູຍນິດ ໃນໂຊວຽດ ກໍໄດ້ຄ່ອຍພັງທະລາຍ ແລະຖືກ ແບ່ງແຍກ ອອກເປັນ ເອກະລາດ ອີກຫລາຍປະເທດ, ນອກຈາກ ບັນດາປະເທດ ທີ່ຣັດເຊັຍ ຖືວ່າ ເປັນ ຈຸດຍຸທະສາດ ແລະ ມີຊັພ ໃນດິນສິນໃນນໍ້າ ຈຶ່ງບໍ່ວາງມື ແລະ ຈັດເຂົ້າເປັນ ສະຫະພັນ ຣັດເຊັຍ.

 

ຈາກນັ້ນມາ ລະບອບຄອມມູຍນິດ ໃນບັນດາປະເທດ ເອີຣົບ ຕາເວັນ ອອກ ກໍໄດ້ລົ້ມລະລາຍ ລົງໄປຕາມໆກັນ.

 

 

ຍານາງ ອັງເກນລ່າ ແມກເກີນ ນາຍົກລັຖມົນຕຣີ ເຍັຽຣະມັນ ຈະເປັນ ປະທານ ພິທີສລອງ ຄົບຮອບ 20 ປີແຫ່ງການທັບມ້າງ ກຳແພງ ແບກແລ່ງ ຊຶ່ງເປັນສັນຍາລັກ ແຫ່ງ ການສິ້ນສຸດ ສົງຄາມເຢັນ ແລະ ການທ້ອນໂຮມ ເຍັຽຣະມັນ ເຂົ້າເປັນປະເທດດຽວ ແລະກໍເປັນການ ເປີດອິສຣະພາບ ໃຫ້ແກ່ປະຊາຊົນ ທີ່ຢູ່ ຂ້າງກຳແພງ ຕາເວັນອອກ ສາມາດ ສັນຈອນ ທ່ອງທ່ຽວ ທາງພາກ ຕາເວັນຕົກ ໄດ້ ຢ່າງເສຣີ.

 

ຍານາງ ແມກເກີນ ໄດ້ຖແລງໃນຕອນເຊົ້າມື້ນີ້ວ່າ : 20 ປີ ຫລັງຈາກ ກຳແພງ ແບກແລ່ງ ໄດ້ຖືກພັງລົງແລ້ວ, ແຕ່ຄວາມເປັນເອກະພາບ ຫຼືວ່າ ການເຂົ້າເປັນອັນນຶ່ງອັນດຽວກັນ ຂອງເຍັຽຣະມັນ ນັ້ຍ ຍັງບໍ່ທັນ ແລ້ວ ໝົດເທື່ອ ໂດຍສະເພາະ ທາງດ້ານ ເສຖກິດ ລະຫວ່າງ ເຂດ ຕາເວັນອອກ ແລະ ຕົກ, ເຂດຕາເວັນອອກ ມີຈຳນວນຄົນຫວ່າງງານ ເກີນເຂດຕາເວັນຕົກ 2 ເທົ້າຕົວ.

 

ຢ່າງໃດກໍດີ ນັບຕັ້ງແຕ່ ກຳແພງ ໄດ້ຖືກທັບມ້າງລົງ ແລະ ເຍັຽຣະມັນ ກໍໄດ້ເຂົ້າເປັນນຶ່ງອັນດຽວກັນ, ແຕ່ເສຖກິດ ຂອງເຂດ ຕາເວັນອອກ ໃນວາຣະນັ້ນ ຕົກຕໍ່າທີ່ສຸດ, ຝ່າຍເສຣີ ຕາເວັນຕົກຈຳຕ້ອງ ໄດ້ຊົດ ຊ່ວຍ ຢ່າງມະຫາສານ ເພື່ອຍົກ ຖານະ ໃຫ້ທຽມກັນ.

 

ໃນ 20 ປີ ມານີ້, ເຍັຽຣະມັນ ຕາເວັນຕົກ ໄດ້ຊ່ວຍ ເຍັຽຣະມັນ ຕາເວັນອອກ ໄປແລ້ວໃນຈຳນວນເງີນ 1.300 ພັນລ້ານ ເອີໂຣ.

 

 

ທັສນະລາຍວັນຝຣັ່ງ ວັນຈັນທີ ໙ ພືສຈິກາ ໒໐໐໙ : ຄົບຮອບ ໒໐ ປີແຫ່ງການພັງທະລາຍ ກຳແພງ ແບ໊ກແລ໊ງ ເປັນຂ່າວເດັ່ນ (3'37)

09/11/2009

ບົດວິເຄາະ

ສະພາເອີ່ຣົປ

Flickr

ສົນໃຈບັນຫາລາວ ຫຼາຍຂື້ນ

ຈາກທີ່ມີການວີ້ງເຕັ້ນ ຂອງອົງຈັດຕັ້ງຕ່າງໆ ຂອງປະຊາຄົມລາວ ນອກປະເທດ ແລະທັງຖືໄດ້ວ່າ ສະພາເອີ່ຣົປ ຕັກເຕືອນແນະນຳ ສປປລາວ ໃນການວາງໂຕ ໃນເວທີສາກົນ ນຳໄດ້

27/11/2009 13:31 TU

ປັນຫາ ພາວະ ໂລກຮ້ອນ

ການກ້າວກະໂດດ ທີ່ມາຈາກ ປັກກິ່ງ ແລະ ວໍຊິງຕັນ

ຖືໄດ້ວ່າເປັນການກ້າວກະໂດດ ເມື່ອສອງນະຄອນຫລວງຂອງສອງ ປະເທດແຊມປ້ຽນ ທີ່ສ້າງຄວາມເປິເປື້ອນໃຫ້ແກ່ບັນຍາກາດຫລາຍ ທີ່ສຸດໃນໂລກ ໄດ້ອອກມາປະກາດວາງເປົ້າໝາຍເປັນຕົວເລກຄັກແນ່ສຳລັບລົດຜ່ອນແກ໊ສ CO2

26/11/2009 12:44 TU

ຟີລິບປິນ

ຂ້າໂຫດການເມືອງ ຄັ້ງຮ້າຍແຮງ ທີ່ສຸດ

ອັນທີ່ຈິງການຄາຕກັມທທາງດ້ານການເມືອງໃນປະເທດຟີລິບປິນ ເກີດຂຶ້ນ ເປັນປະຈຳຢູ່ແລ້ວ ໂດຍສເລັ່ຽມີຜູ້ຖືກຂ້າຕາຍຫລາຍສິບຄົນໃນການເລືອກຕັ້ງ ແຕ່ລະຄັ້ງ ແຕ່ກໍບໍ່ເຄີຍມີເທື່ອໃດທີ່ຮ້າຍແຮງແລະຫ້ຽມໂຫດເທົ່າຄັ້ງນີ້ຈັກເທື່ອ

24/11/2009 11:39 TU

ຄະດີຂເມນແດງ "ດຸກ"

Reuters

ຝ່າຍໂຈດ ຄອຍຄວາມຍຸດຕິທັມ

ດ້ວຍການຮຽກຮ້ອງ ຂໍໃຫ້ ຝ່າຍຕຸລາການ ສານສາກົນພິເສດ ຈົ່ງພິຈາຣະນາ ພິຍານແລະຫຼັກຖານ ໃຫ້ຖີ່ຖ້ວນ ເພາະຈະປະຈັກໄດ້ເຖີງ ຄວາມໂຫດຮ້າຍ ອຳມະຫິດ ຂອງອະດີດຜູ່ນຳຂເມນແດງ

23/11/2009 14:51 TU

ປະທານ ເອີຣົບ

ທ່ານ ແອກມານ ວານ ຣົມປ່ອຍ ຖືກແຕ່ງຕັ້ງເປັນ ປະທານ ສະຫະພາບ ເອີຣົບ ຄົນທຳອິດ

ແອກມານ ວານ ຣົມປ່ອຍ ເປັນປະທານ ສະຫະພາບ ເອີຣົບ

ທ່ານ ແອກມານ ວານ ຣົມປ່ອຍ ຖືກແຕ່ງຕັ້ງເປັນ ປະທານ ສະຫະພາບ ເອີຣົບ ຄົນທຳອິດ ແລະ ຍານາງ ກັຕຣິນ ອັສຕັນ ເປັນ ຫົວໜ້າ ກີຈະການຕ່າງປະເທດ ແລະ ຄວາມໝັ້ນຄົງ ຂອງເອີຣົບ

20/11/2009 12:22 TU

ທ່ານ ໂອ່ບ່າມ່າ ແລະ ທ່ານ ລີ ຮ່ວມມືກັນ
ເພີ່ມກ່ຽວກັບບັນຫາ ນິວຄເລັຍ     ຮ/rfi

ຮ່ວມມືກັນ ເກັ້ຍກ່ອມໃຫ້ ເກົາຫລີເໜືອ ມານັ່ງໂຕະເຈຣະຈາ

ທີ່ ກຸງເຊ້ອູນ ທ່ານ ໂອ່ບ່າມ່າ ໄດ້ ທຳ ການ ຮຽກຮ້ອງໃຫ້ ເກົນຫລີເໜືອ ຢຸດ ການ ທ້າທາຍ ແລະ ກໍ ຈະ ມີການສົ່ງ ຜູ່ຕ່າງໜ້າພິເສດ ໄປຍັງ ກຸງປະຢົ້ງຢັ້ງ

19/11/2009 13:43 TU

ຄວາມສອດຄ່ອງກັນຂອງ ໂອບາມາ ແລະ ຫູ ຊິນທ່າວ

ຕ້ອງພິສູດກັນ ທີ່ພາກປະຕິບັດ ຕົວຈິງ

ໃນດ້ານຫລັກການໃຫຍ່ໆ ສອງຜູ້ນໍາ ມີຄວາມເຫັນສອດຄ່ອງກັນວ່າ ຕ້ອງເຮັດວຽກປະສານງານກັນເພື່ອແກ້ໄຂປັນຫາຂອງໂລກຮອບດ້ານ ແຕ່ເມື່ອການເຈຣະຈາ ເຂົ້າເຖິງປັນຫາປີກຍ່ອຍ ຈະມີຜົນ ຕາມການ ສອດຄ່ອງນີ້ຫລືບໍ່ ຕ້ອງຕິດຕາມເບີ່ງກັນຕໍ່ໄປ

17/11/2009 14:42 TU

ມະຫາຊົນ ສລອງ 20 ປີ

ການພັງທະລາຍ ກຳແພງ ແບກແລ່ງ Reuters

ຂອງການພັງ ກຳແພງ ແບກແລ່ງ

100.000 ກວ່າຄົນ ພາກັນ ສລອງຄົບຮອບ 20 ປີ ຂອງການພັງທະລາຍ ກຳແພງ ແບກແລ່ງ ໃນມື້ ວັນທີ 9 ພຶສຈິກາ ຊຶ່ງເປັນສັນຍາລັກແຫ່ງ ເສຣີພາບ

10/11/2009 12:22 TU

ອິຣານ

ໄອຢາໂຕລ່າ ອາລີ່ ຄາເມໄນ່

ປະທ້ວງ ຕ້ານອາເມຣິກາ ແລະ ຕ້ານ ອາມາດິເນຊາດ

ກຸ່ມຕ້ານ ອາເມຣິກາ ລົງຖນົນປະທ້ວງ ໃນກຸງ ເຕເອຣັງ ເພື່ອເປັນສັນຍາລັກ 30 ປີ ແຫ່ງການ ເຂົ້າຢຶດ ສະຖານທູດ ອາເມຣິກາ. ສ່ວນ ກຸ່ມປະທ້ວງ ອີກກຸ່ມນຶ່ງ ແມ່ນຕ້ານ ທ່ານ ອາມາດິເນຊາດ, ແຕ່ໄດ້ຖືກ ເຈົ້າໜ້າທີ່ປາບ

04/11/2009 12:07 TU

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU