ຄົ້ນຫາຂໍ້ມູນ

/ languages

Choisir langue
 

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

ໂດຍ ບັນດານ ສີສຸນທອນ B. Sisounthone

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 22/01/2010 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 22/01/2010 12:57 TU

ປທນ ທິບໍດີ ໂອບາມາReuters

ປທນ ທິບໍດີ ໂອບາມາ
Reuters

ທ່ານ ໂອບາມາ ປທນ ທິບໍດີ ອາເມຣິກາ ຕ້ອງການ ຫລີກເວັ້ນ ວິກິດການ ການເງີນຄັ້ງໃໝ່ອີກ ເພາະສະນັ້ນ ຈຶ່ງປະກາດ ໂຄງການ ກຳນົດ ແລະ ຄວບຄຸມ ສະຖາບັນການເງີນ ໃນທະນາຄານ ຈຶ່ງເປັນ ເຫດຍຸຍົງ ໃຫ້ເກີດຜົນກະທົບ ໃສ່ຕລາດຫຸ້ນ ທົ່ວໂລກ

ການປະກາດໂຄງການ ຂອງ ທ່ານ ໂອບາມາ ນີ້ໄດ້ສົ່ງຜົນກະທົບ ໃສ່ຕລາດຫຸ້ນສຳຄັນ ໃນອາຊີ ໃຫ້ຕົກຕໍ່າລົງ ໄປຕາມໆກັນ ໃນມື້ນີ້ ເຊັ່ນ ນິແກ່ນ ຂອງຍີ່ປຸ່ນ ຕົກລົງ 2,56%, ເກົາຫຼີໃຕ້ 2,19%, ໃຕ້ຫວັນ 2,47%, ຟີລິປິນ 2,01%, ຈີນ 0,96% ແລະຕໍ່ໆໄປ....

 

ຕລາດຫຸ້ນ ນິວຢ໊ອກ Reuters

ຕລາດຫຸ້ນ ນິວຢ໊ອກ
Reuters

 

ສ່ວນຢູ່ ວ່ອນສຕຣີຕ ໃນອາເມຣິກາ ດັຊະນີ ດ່າວໂຈ່ນສ໌ ຖອນລົງ 2,01% ແລະ ນາສດ໊າກ ນັ້ນ 1,12%. ສຳຫລັບ ເອີຣົບ ນັ້ນກໍຈະ ຫລີກລຽງບໍ່ໄດ້ ໃນຕອນອັດທ້ານຕລາດຫຸ້ນໃນຕອນແລງມື້ນີ້, ປັດຈຸບັນ ຜ່ານມາເຄິ່ງມື້ນີ້, ຕລາດຫຸ້ນ ດັກສ໌ ຂອງເຍັຽຣະມັນ ໄດ້ລົງແລ້ວ 2,93%.

 

ອິງຕາມການ ວິຈັຍຂອງນັກສັນທັສກໍຣະນີ ນັ້ນຄາດວ່າ, ຖ້າໂຄງການ ຂອງ ທ່ານ ໂອບາມາ ສາມາດສ້າງຂື້ນໄດ້ນັ້ນ, ນັກລົງທຶນ ໄດ້ກະຕຽມ ກັນວ່າ ບັນດາທະນາຄານ ອາເມຣິກັນ ຈະຢຸດການລົງທຶນ ໃສ່ໃນ ຂແໜງ ທີ່ຊ່ຽງທີ່ສຸດ. ເພາະຫຸ້ນ ທີ່ຖືວ່າຊ່ຽງທີ່ສຸດນັ້ນ ຈະເຮັດໃຫ້ ຄຸນຄ່າ ຂອງມັນ ຕົກຕໍ່າ.

 

ຕລາດຫຸ້ນ ນິວຢ໊ອກ ກໍຈະຫລີກເວັ້ນໄດ້ຍາກ ອອກຈາກການຕົກຕໍ່າ ຂອງດັຊະນີ ຍ້ອນໂຄງການ ຂອງ ທ່ານ ໂອບາມາ ນີ້ ຈະມີ ມາຕະການໃໝ່ ຢ່າງເຂັ້ມງວດກວດຂັນ ຕໍ່ ສະຖາບັນ ການເງີນ ໂດຍສະເພາະ ແມ່ນ ທະນາຄານ ທີ່ຢູ່ໃນ ອາເມຣິກາ ສຳຫລັບ ກຳນົດ ບໍ່ໃຫ້ຂຍາຍໃຫຍ່ໂຕ ມະໂຫລານເກີນໄປ ແລະ ຄວບຄຸມ ທຸກການລົງທຶນ ແລະທຸກການເຄື້ອນໃຫວຂອງທຶນ, ສະນັ້ນ ໃນ ປັດຈຸບັນນີ້, ກອງທຶນ ທີ່ລົງໃສ່ຫຸ້ນ ທີ່ຊ່ຽງນັ້ນ ຈຶ່ງກຳລັງ ຖືກຂາຍອອກ ຢ່າງຟົດຟື້ນ.

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU