ຄົ້ນຫາຂໍ້ມູນ

/ languages

Choisir langue
 

ສາກົນ/ມົ້ງລາວທີ່ກັບຈາກໄທຍ

ຂໍປະຈັກ ດ້ວຍຕາ ກັບພື້ນທີ່

ໂດຍ ສຸກວິໄລ ຊ. Soukvilay S.

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 01/02/2010 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 01/02/2010 16:10 TU

ຄນະຕາງໜ້າ ຂອງສປປລາວ ເມື່ອຕອນເຂົ້າພົບ ກັບກຸ່ມຊາວມົ້ງ ໑໕໘ ຄົນທີ່ທາງສຫະປະຊາຊາດ ຮັບຮູ້ເປັນອົພຍົບ ຫາກແຕ່ທາງການລາວ ແລະໄທຍ ວ່າແມ່ນຄົນເຂົ້າເມືອງໄທຍ ຢ່າງຜິດກົດໝາຍ ແລະກໍຖືກສົ່ງກັບໄປແລ້ວ ເມື່ອທ້າຍປີ ຜ່ານມາ (ພາບ : Flickr)

ຄນະຕາງໜ້າ ຂອງສປປລາວ ເມື່ອຕອນເຂົ້າພົບ ກັບກຸ່ມຊາວມົ້ງ ໑໕໘ ຄົນທີ່ທາງສຫະປະຊາຊາດ ຮັບຮູ້ເປັນອົພຍົບ ຫາກແຕ່ທາງການລາວ ແລະໄທຍ ວ່າແມ່ນຄົນເຂົ້າເມືອງໄທຍ ຢ່າງຜິດກົດໝາຍ ແລະກໍຖືກສົ່ງກັບໄປແລ້ວ ເມື່ອທ້າຍປີ ຜ່ານມາ (ພາບ : Flickr)

ບັນດາອົງການສາກົນ ນີຣະໂທດກັມສາກັນ Amnesty Inter-national ແລະ ອົງການປ້ອງກັນສິດທິມະນຸດ Human Rights Watch ພ້ອມດ້ວຍອົງການປ້ອງກັນສິດທິມະນຸດ ອີກ ໑໖ ອົງການ ເປັນເອກສັນກັນ ໃນມື້ນີ້ ຮຽກຮ້ອງໄປຫາ ທາງການ ສປປລາວ ຂໍອະນຸຍາດ ເຂົ້າໄປຕິດຕາມ ປະຈັກເບີ່ງ ກັບພື້ນທີ່ ບັນດາມົ້ງລາວ ທີ່ຖືກສົ່ງກັບຈາກ ປະເທດໄທຍ.

ໃນຈົດໝາຍ ເປີດຊອງສບັບດັ່ງກ່າວ ທາງອົງການສາກົນ ໄດ້ຮຽກຮ້ອງ ຂໍໃຫ້ທາງການລາວ ສົ່ງຊາວມົ້ງ ທຸກຄົນທີ່ ທີ່ຢ້ານກົວ ຕົກຢູ່ໃນກໍຣະນີ ຈະຖືກທາຣຸນ ຖືກກົດດັນນັ້ນ ໄປ "ປະເທດທີ່ສາມ" ໂດຍສະເພາະ ກໍແມ່ນກໍຣະນີ ຊາວມົ້ງ ໑໕໘ ຄົນທີ່ຖືກຮັບຮູ້ ເປັນອົພຍົບ ລີ້ພັຍການເມືອງ ຈາກສຫະປະຊາຊາດ ແລ້ວນັ້ນ.

"ຈາກການທີ່
ໄດ້ຮັບຊາບຂ່າວວ່າ ຊາວມົ້ງ ທີ່ຖືກສົ່ງກັບຈາກໄທຍ ໄດ້ພົບ ກັບຄວາມຫຍຸ້ງຍາກ ພວກເຮົາຈື່ງຂໍຮ້ອງຮຽນ ໃຫ້ທາງການລາວ ຈົ່ງໄດ້ ອະນຸມັດ ໃນທັນທີແລະ ໂດຍປຣາສຈາກ ເຄື່ອງໄຂໃດ໋ໆທັງສິ້ນ ໃຫ້ອົງການສາກົນເພື່ອອົພຍົບ HCR ພ້ອມດ້ວຍອົງການ ເພື່ອມະນຸສທັມ ຕ່າງໆ ເຂົ້າໄປພົບພໍ້ ຫຼືຕິດຕາມເບີ່ງ ຄວາມສຸກທຸກ ຂອງພວກເຂົາເຈົ້າ ທຸກຖ້ວນໜ້າ" ແມ່ນຂໍ້ຄວາມ ຕອນໜື່ງທີ່ທາງອົງການ ສາກົນບົ່ງໄວ້ ໃນຈົດໝາຍເປີດຊອງ. ໂດຍໄດ້ໃຫ້ເຫດຜົນວ່າ : "ທັງນີ້ກໍແມ່ນເພື່ອ ຄວາມເຊື່ອໝັ້ນວ່າ ພວກເຂົາເຈົ້າ ໄດ້ຮັບການດູແລ ຕາມກະຕິກາສາກົນ ໂດຍແທ້".

ຕາມຄວາມເຫັນ ສະເພາະຂອງ ອົງການສາກົນ ນີຣະໂທດກັມສາກົນ Amnesty International ແລ້ວກໍວ່າ ຊາວມົ້ງທີ່ຖືກສົ່ງກັບຄືນລາວນັ້ນ ມີກໍຣະນີ ທີ່ໄດ້ຮັບການ ທໍຣະມານ ຮ່າງກາຍ ກໍຣະນີຫາຍສາບສູນ ແລະກໍຣະນີ ຖືກຈັບກຸມຄຸມຂັງ ໂດຍບໍ່ໄດ້ຮັບ ຄວາມຍຸດຕິທັມ. ກ່ຽວກັບ ເລື່ອງນີ້ ທາງການລາວແລະໄທຍ ຢືນຢັນເປັຍສຽງດຽວກັນວ່າ ຊາວມົ້ງ ທັງໝົດທີ່ຖືກສົ່ງ ກັບໃຫ້ລາວ ຫຼາຍພັນຄົນກຸມນີ້ ລ້ວນແລ້ວແຕ່ແມ່ນ ບັນຫາເສຖກິດ ເປັນຄົນເຂົ້າເມືອງ ທີ່ຜິດກົດໝາຍ. ສ່ວນທາງການ ສປປລາວ ກໍຢ້ຳປະຕິເສດວ່າ ບໍ່ມີການກົດດັນ ຫຼືທາຣຸນ ໃນແຜ່ນດີນລາວ.
ເປັນທີ່ໜ້າສັງເກດໄດ້ວ່າ ການສົ່ງຊາວມົ້ງລາວ ຈຳນວນ ໔ ໕໐໐ ກັບຄືນປະເທດ ເມື່ອລ້າສຸດ ດ້ວຍການຕົກກັນເອງ ລະຫວ່າງສອງຝ່າຍ ລາວ-ໄທຍ ທັງທີ່ໄດ້ຮັບການທັກທ້ວງ ຈາກອົງການ ສຫະປະຊາຊາດ ດັ່ງກ່າວນີ້ ບາງກອກຖືກມອງ ດ້ວຍສາຍຕາຕ້ອງຕິ ແລະຖືກໂຈມຕິ ຢ່າງໜັກ ຈາກທາງສາກົນ.

ເປັນທີ່ຮູ້ກັນດີວ່າ ຊາວມົ້ງທີ່ຖືກສົ່ງກັບລາວ ດັ່ງກ່າວ ບໍ່ມີແຕ່ໜີມາໃໝ່ ແຕ່ຍັງມີ ພວກທີ່ມາແຕ່ເມື່ອສມັຍປີ ໑໙໗໕-໑໙໘໐ ຫຼືບໍ່ກໍແມ່ນ ພວກທີ່ເຄີຍ ປະກອບສ່ວນ ເປັນພັນທະມິດ ອາເມຣິກາ ຕອນສມັຍສົງຄາມ ວຽດນາມ.
ເມື່ອອາທິດແລ້ວນີ້ ໄດ້ມີອົງການ ອາເມຣິກາ ຊອກຫາຄວາມຈິງ ໄດ້ເຜີຍວ່າ ທາງການສປປລາວ ໄດ້ຈັບກຸມຂຸມຂັງ ຊາວມົ້ງທີ່ຖືກສົ່ງກັບ ຈາກໄທຍ ຈຳນວນ ໕໐ ຄົນເປັນຢ່າງນ້ອຍ. ແຕ່ວ່າທາງການລາວ ກໍໄດ້ ປະຕິເສດ ພ້ອມທັງກ່າວຫາ ຕໍ່ອົງການດັ່ງກ່າວວ່າ ແມ່ນການສ້າງເລື່ອງ ໃສ່ຮ້າຍປ້າຍສີ ຕໍ່ທາງການລາວ.

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU