ຄົ້ນຫາຂໍ້ມູນ

/ languages

Choisir langue
 

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 22/01/2010 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 22/01/2010 14:04 TU

ທາງການລາຈະໃຊ້ຈ່າຍງົບປະມານເຖິງ 78 ຕື້ກີບ ເພື່ອໂຄງການຂຍາຍກົມມະລຽນພະທາດຫລວງ
(ພາບ: flickr.com)

ທາງການລາຈະໃຊ້ຈ່າຍງົບປະມານເຖິງ 78 ຕື້ກີບ ເພື່ອໂຄງການຂຍາຍກົມມະລຽນພະທາດຫລວງ (ພາບ: flickr.com)

ປະຊາຊົນທີ່ອາໃສຢູ່ໃນບໍລິເວນອ້ອມໆກົມມະລຽນຂອງພະທາດຫລວງ ນະຄອນ
ວຽງຈັນ 251 ຄອບຄົວ ໄດ້ຮັບການຂໍຮ້ອງຈາກທາງການ ໃຫ້ກະກຽມການໂຍກ
ຍ້າຍໄປຢູ່ທີ່ອື່ນ ທັງນີ້ເພື່ອທີ່ທາງການ ຈະສາມາດເລີ້ມລົງມືວຽກງານ ການ
ຂຍາຍເດີ່ນ ແລະ ກົມມະລຽນ ຂອງພະທາດ ໃນໄວໆນີ້ ເພື່ອໃຫ້ແລ້ວເສັດໃນ
ເດືອນພະຈິກ ປີ 2010 ສຳລັບການສເລີມສລອງຄົບຮອບ 450 ປີ ການກໍ່ຕັ້ງ
ນະຄອນຫລວງວຽງຈັນ ເປັນເມືອງຫລວງຂອງອານາຈັກລ້ານຊ້າງ

ວຽກງານການຂຍາຍດັ່ງກ່າວ ນອກຈາກການຂຍາຍກົມມະລຽນແລ້ວ ກໍຍັງ
ຈະມີການກໍ່ສ້າງທາງຫລວງ ຂນາດ 4 ເລນ ເພື່ອເຊື່ອມຕໍ່ພະທາດກັບຖນົນ
T-4 ທີ່ຢູ່ທາງທິດຕະວັນອອກ

ຢ່າງໃດກໍຕາມ ວັນແລະເວລາຂອງການໂຍກຍ້າຍປະຊາຊົນ 251 ຄອບຄົວທີ່ກ່າວນີ້ ຍັງ
ບໍ່ທັນມີການກຳໜົດຄັກແນ່ເທື່ອ ທັງນີ້ເພາະກຳລັງຄອຍຖ້າງົບປະມານຢູ່ ຕາມການເຜີຍ
ຂອງ ທ່ານຄຳຟອງ ບຸດດາວົງ ເຈົ້າໜ້າທີ່ຮັບຜິດຊອບ

ແຕ່ແນວໃດໂຄງການທັງໝົດກໍຈະແລ້ວເສັດກ່ອນວັນທີ 15 ພະຈິກ ປີ 2010 ຊຶ່ງເປັນວັນ
ເລີ້ມຕົ້ນຢ່າງເປັນທາງການ ການສເລີມສລອງ 450 ປີ ຂອງການກໍ່ຕັ້ງນະຄອນ ວຽງ
ຈັນ

ໂຄງການຂຍາຍກົມມະລຽນພະທາດຫລວງ ເປັນໜຶ່ງໃນຈຳນວນ 21 ໂຄງການໃຫຍ່ ເພື່ອ
ຮອງຮັບ ງານມະຫະກັມສເລີມສລອງ 450 ປີຂອງນະຄອນວຽງຈັນ

ລຖບ ລາວ ກຳລັງດຳເນີນການເຈລະຈາກັບບໍຣິສັດວຽດນາມຢູ່ ກ່ຽວກັບການສນັບສນຸນ
ທາງດ້ານການເງິນຕໍ່ໂຄງການກໍ່ສ້າງຂນານໃຫຍ່ເພື່ອການນີ້

ທ່ານຄຳຟອງ ບຸດດາວົງ ແຈ້ງໃຫ້ຮູ້ອີກວ່າ ສຳລັບຄ່າຊົດເຊີຍທີ່ປະຊາຊົນຜູ້ໂຍກຍ້າຍອອກ
ໄປ ຈະໄດ້ຮັບນັ້ນ ທາງການກໍຍັງຊອກຫາທຶນຮອນຢູ່ ທັງທີ່ມາຈາກງົບປະມານແຫ່ງຊາດ
ການກູ້ຢືມ ແລະ ອື່ນໆ

ພ້ອມຈະມີການຕົກລົງກັນກັບປະຊາຊົນຜູ້ທີ່ຈະໂຍກຍ້າຍຄັກແນ່ ກ່ຽວກັບລາຍລະອຽດຂອງ
ຈຳນວນເງີນຄ່າຊົດເຊີຍ

ອີກປະການໜຶ່ງ ທ່ານສົມວັນດີ ນັດທະວົງ ຮອງປະທານຄະນະກັມມະການຈັດງານສເລີມ
ສລອງ 450 ປີຂອງນະຄອນວຽງຈັນ ກໍໄດ້ແຈ້ງໃຫ້ຜູ້ສື່ຂ່າວຮູ້ວ່າ ປະຊາຊົນ 251 ຄອບ
ຄົວນັ້ນ ຈະໄດ້ຮັບການໂຍກ ຍ້າຍໃຫ້ໄປຢູ່ "ບ້ານໂນນຄໍ້" ເມືອງໄຊເຊດຖາ ແລະ
"ບ້ານໂພນສົມບູນ" ເມືອງສີໂຄຕບອງ

ເມື່ອສລຸບແລ້ວ ການຂຍາຍກົມມະລຽນຂອງພະທາດຫລວງ ມີມູນຄ່າຫລາຍກວ່າ 78 ຕື້
ກີບ ໃນນັ້ນ 66 ຕື້ກີບ ຈະເປັນຄ່າຊົດເຊີຍໃຫ້ແກ່ປະຊາຊົນຜູ້ໂຍກຍ້າຍ ອອກໄປ ອ້າງອີງ
ຕາມລາຍງານຂອງຄະນະກັມມະການຈັດງານ

ເມື່ອໂຄງການເສັດຮຽບຮ້ອຍແລ້ວ ກໍຈະເຮັດໃຫ້ເດີ່ນພະທດຫລວງຂຍາຍກວ້າງຂວາງ
ອອກກວ່າເກົ່າ ຈາກ 7 ເຮັກຕາຣ໌ໃນປັດຈຸບັນ ໄປເປັນ 12 ເຮັກຕາຣ໌

ສ່ວນໂຄງການກໍ່ສ້າງທາງສີ່ເລນ ເຊື່ອມຕໍ່ພະທາດຫລວງຫາເສັ້ນທາງ T-4 ນັ້ນ ມີມູນ
ຄ່າ 18.5 ຕື້ກີບ ໃນນັ້ນ 96 ຕື້ກີບ ເປັນຄ່າຊົດເຊີຍ

ເມື່ອວັນທີ 18 ມັງກອນ 2010 ນີ້ ຄນະກັມມະການ ໄດ້ຈັດງານທີ່ສວນວັທນະທັມພະເຈົ້າ
ໄຊເຊດຖາທິຣາດ (ບໍຣິເວນພະທາດຫລວງ) ເພື່ອຫາຣາຍໄດ້ສນັບສນູນໂຄງການ ສາ
ມາດນຳຣາຍໄດ້ເຂົ້າງົບປະມານ 500 ລ້ານກີບ

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU