ຄົ້ນຫາຂໍ້ມູນ

/ languages

Choisir langue
 

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

ໂດຍ ບັນດານ ສີສຸນທອນ B. Sisounthone

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 14/01/2010 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 14/01/2010 13:09 TU

ນວນ ເຈັ່ຽ ນໍ້າເບີ 2 ຂອງລະບອບ ໂປ່ນປົດ

ນວນ ເຈັ່ຽ ນໍ້າເບີ 2 ຂອງລະບອບ ໂປ່ນປົດ

ສານຍຸຕິທັມພິເສດ ອຸປະຖັມໂດຍ ສຫປ ຊາຊາດ ປະກາດ ສິ້ນສຸດ ການໄຕ່ສວນ ອະດີດ ຜູ່ນຳຂເມນແດງ ທີ່ຍັງມີຊີວິດຢູ່

ນວນ ເຈັ່ຽ ນໍ້າເບີ 2 ຂອງລະບອບ ໂປ່ນປົດ ແລະ ນັກອຸດົມການ ໃຫຍ່ ໃນ ລະບອບ ມາກຊິດ, ອາຍຸ 83 ປີ, ອະດີດ ປະທານປະເທດ ຂຽວ ສຳພັນ 78 ປີ, ອ່ຽງ ສາຣີ ອະດີດ ລັຖມົນຕຣີ ຕ່າງປະເທດ 84 ປີ ແລະ ພັລະຍາ ຂອງຜູ່ກ່ຽວ ນາງ ອ່ຽງ ທິຣິດ 77 ປີ ນາງ ອ່ຽງ ທິຣິດ 77 ປີ ອະດີດລັຖມົນຕຣີ ສັງຄົມ ສົງເຄາະ ອາຈະຖືກຕັດສິນ ໃນ ປີ 2011 ຖ້າຫາກ ສຸຂະພາບ ຂອງ ພວກກ່ຽວອຳນວຍໃຫ້.

 

ຂຽວ ສຳພັນ 78 ປີ

ຂຽວ ສຳພັນ 78 ປີ

 

ທ່ານ ລ້າກ ໂອນເສັ່ນ ໂຄສົກຂອງ ສານພິເສດ ປະກາດວ່າ ພວກກ່ຽວ (ພວກຖືກຕູ່ກ່າວຫາ) ມີເວລາ ອີກ ນຶ່ງເດືອນ ສຳຫລັບ ຢືນຄຳຮ້ອງ ເທື່ອສຸດທ້າຍ ຮັບຜິດຫຼືບໍ່ຮັບຜິດ ກ່ອນໜ້າຈະມີການ ປິດການໄຕ່ສວນ ຄະດີ ຢ່າງຖາວອນ ຊຶ່ງການພິຈາຣະນາ ທີ່ຈະມີຖືກຂື້ນນັ້ນ ແມ່ນພວກ ກ່ຽວ ຈະຖືກຮຽກ ມາຕັດສິນຕໍ່ໜ້າສານ ຫຼືວ່າ ບໍ່ມີການດຳເນີນຄະດີ (ພົ້ນໂທດ).

 

ອ່ຽງ ສາຣີ ອະດີດ ລັຖມົນຕຣີຕ່າງປະເທດ 84 ປີ

ອ່ຽງ ສາຣີ ອະດີດ ລັຖມົນຕຣີຕ່າງປະເທດ 84 ປີ

 

ພວກ 4 ຄົນ ດັ່ງກ່າວນີ້ ໄດ້ຖືກຕູ່ກ່າວຫາວ່າ ທຳການ ຄາຕະກັມ ສົງຄາມ ແລະ ຄາຕະກັມ ມະນຸດຊາດ ພ້ອມກັບຖືກກ່າວຫາ ໃນກະໂທງ ເຂັ່ນຂ້າ ຄົນວຽດ ແລະ ຄົນ ຈາມ ມຸສລິມ.

 

ນາງ ອ່ຽງ ທິຣິດ 77 ປີ ອະດີດລັຖມົນຕຣີ ສັງຄົມສົງເຄາະ

ນາງ ອ່ຽງ ທິຣິດ 77 ປີ ອະດີດລັຖມົນຕຣີ ສັງຄົມສົງເຄາະ

ທັງໝົດ ມີປະມານ 2 ລ້ານຄົນ ຖືກສັງຫານ ດ້ວຍການ ທໍຣະມານ ຮ່າງກາຍ ແລະ ຈິດໃຈ ແລະຖືກປະປ່ອຍ ໃຫ້ອຶດຫີວ ແລະ ໃຫ້ເປັນ ພະຍາດຕາຍ, ສະເລັຽແລ້ວທຽບເທົ່າ ນຶ່ງ ສ່ວນ ສີ່ (¼)  ຂອງປະຊາ ຊົນຂເມນ ໃນສມັຍນັ້ນ.

 

ໃນເດືອນ ພຶສຈິກາ ປີ 2009 ນັ້ນ ດຸສ ຫຼື ແກ໊ງ ເກັກ ອີວ ຫົວໜ້າ ທຳມະໂລງ (ຄຸກ) ໂຕນສະເລັ່ງ ຖືກຕຸລາການ ກ່າວໂທດໃສ່ໃຫ້ ຕິດຄຸກ 40 ປີ ໃນຖານ ທໍຣະມານນັກໂທດ ປະມານ 15.000 ຄົນ ກ່ອນທຳ ການ ເຂັນຂ້າພວກເຂົາ. ສະນັ້ນ ດຸສ ກໍຖືກຕູ່ກ່າວຫາຄວາມຜິດ ໃນ ກະໂທງດຽວກັນ ກັບ ພວກ 4 ຄົນ ທີ່ກ່າວມານີ້.

 

ດຸສ ຫຼື ແກ໊ງ ເກັກ ອີວ ຫົງໜ້າທຳມະໂລງ (ຄຸກ) ໂຕນສະເລັ່ງ

ດຸສ ຫຼື ແກ໊ງ ເກັກ ອີວ ຫົງໜ້າທຳມະໂລງ (ຄຸກ) ໂຕນສະເລັ່ງ

 

ການພິພາກສາ ຄະດີ ຂອງ ດຸສ ຈະມີຂື້ນໃນບໍ່ພໍເທົ່າໃດເດືອນຂ້າງໜ້າ ນີ້, ຂຸນສານ ຈະຕ້ອງຕັດສິນ ອີກວ່າ ຜູ່ກ່ຽວ ຈະຖືກຕັດສິນ ອີກໃໝ່ ພ້ອມກັບ ພວກ 4 ຄົນນັ້ນ ສຳຫລັບ ຄວາມຜິດໃນຖານ ເປັນຜູ່ຮັບ ຜິດຊອບ ຂັ້ນສູງ ທາງດ້ານການເມືອງ ໃນລະບອບຄອມມູຍນິດ ຈອນ ຈັດ ນຳໂດຍ ເມື່ອລາງ ຜະເດັດການ ໂປນປົດ.

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU