ຄົ້ນຫາຂໍ້ມູນ

/ languages

Choisir langue
 

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 20/01/2010 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 20/01/2010 13:11 TU

ທ່ານສກ໊ອຕ ບຣາວນ໌ ແຫ່ງພັກຣີພັບ
ບລິກກັນ ກຳລັງຍົກ ນ.ສ.ພ. Boston
Herald ຂຶ້ນສະແດງ ເພື່ອໃຫ້ເຫັນຮູບ
ຂອງທ່ານເຕັມໜ້າໜຶ່ງ (ພາບ: Reuters)

ທ່ານສກ໊ອຕ ບຣາວນ໌ ແຫ່ງພັກຣີພັບ ບລິກກັນ ກຳລັງຍົກ ນ.ສ.ພ. Boston Herald ຂຶ້ນສະແດງ ເພື່ອໃຫ້ເຫັນຮູບ ຂອງທ່ານເຕັມໜ້າໜຶ່ງ (ພາບ: Reuters)

ພັກຣີພັບບລິກກັນຝ່າຍຄ້ານ ໄດ້ຮັບໄຊ
ຊະນະໃນການເລືອກຕັ້ງສະເພາະທີ່ຣັດ
ເມັສຊາຈຸເສດ ເພື່ອທົດແທນຕຳແໜ່ງ
ສະມາຊິກສະພາສູງທີ່ວ່າງລົງ ອັນເນື່ອງ
ມາຈາກ ການເສັຽຊີວິດຂອງ ທ່ານເອັດ
ເວີດ ເຄນເນດີ້ ຝ່າຍຣັຖບານ

ຜູ້ທີ່ໄດ້ຮັບໄຊຊະນະໃນການເລືອກຕັ້ງສະເພາະ ທີ່ມີຂຶ້ນເມື່ອວານນີ້ (ອັງຄານ 19 ມັງ
ກອນ 2010 ຄັ້ງນີ້ແມ່ນ ທ່ານສກ໊ອຕ ບຣາວນ໌ (Scott Brown) ໂດຍສາມາດກຳໄຊ
ຊະນະໄດ້ເໜືອຄູ່ແຂ່ງຈາກພັກດີໂມແຄຣຕ ທ່ານນາງມາທາ ໂຄ໊ກເລ (Martha
Coakley)

ການປະລາໄຊຂອງພັກດີໂມແຄຣຕຈາກການເລືອກຕັ້ງສະເພາະຄັ້ງນີ້ ຖືໄດ້ວ່າເປັນ
ການປະລາໄຊສອງຊ້ອນຂອງປະທານາທິບໍດີ ບາຣັກ ໂອບາມາ

ປະການທີໜຶ່ງ ຄວາມຫວັງຂອງພັກດີໂມແຄຣຕ ທີ່ຈະມີ 60 ສຽງ ໃນສະພາສູງນັ້ນ
ຕ້ອງພັງທະລາຍລົງ ເປັນອຸບປະສັກສຳລັບທີ່ຈະຜ່ານກົດໝາຍວ່າດ້ວຍການປະຕິຮູບ
ລະບົບປະກັນສຸຂພາບ ແລະ ປະການທີສອງ ແຜນການປະຕິຮູບອື່ນໆທີ່ວາງເອົາໄວ້
ໃນຂັ້ນຕໍ່ໄປ ກໍຈະປະສົບອຸບປະສັກທາງດ້ານຣັຖສະ ພາໜັກໜ້າ

ການທີ່ຈະຜ່ານຮ່າງກົດໝາຍໃດໆໃນສະພາສູງ ຈຳເປັນຕ້ອງໄດ້ຮັບສຽງສນັບສນຸນ
ຕັ້ງແຕ່ 60 ສຽງຂຶ້ນ ໄປ.....ໃນປັດຈຸບັນພັກດີໂມແຄຣຕມີ 57 ສຽງ ໂດຍບໍ່ນັບສະມາຊິກ
ສະພາສູງຊົ່ວຄາວ ທີ່ຜູ້ວ່າການຣັດ ແຕ່ງຕັ້ງເພື່ອທົດແທນທ່ານເຄນເນດີ ທີ່ເສັຽຊີວິດ
ຊຳຊາຄອຍຖ້າການເລືອກຕັ້ງໃໝ່ (ການເລືອກຕັ້ງສະເພາະ)

ສ່ວນພັກຣີພັບບລິກກັນມີ 41 ສຽງ ແລະ ອິສຣະ 2 ສຽງ ແຕ່ສນັບສນຸນດີໂມແຄຣຕ

ເມື່ອສລຸບແລ້ວເຮົາສາມາດເວົ້າໄດ້ວ່າພັກດີໂມແຄຣຕມີ 59 ສຽງ ແລະ ຕັ້ງຄວາມ
ຫວັງເອົາໄວ້ຢ່າງສູງຈາກການເລືອກຕັ້ງສະເພາະຄັ້ງນີ້ ເພື່ອທີ່ຈະມີສຽງສ່ວນ
ຫລາຍທີ່ຈຳເປັນ 60 ສຽງ ສຳລັບຜ່ານກົດໝາຍຕ່າງໆ

ແຕ່ຄວາມຫວັງນັ້ນກໍພັງທະລາຍລົງຍ້ອນການປະລາໄຊໃນການເລືອກຕັ້ງສະເພາະ
ຄັ້ງນີ້

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU