ຄົ້ນຫາຂໍ້ມູນ

/ languages

Choisir langue
 

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

ໂດຍ ບັນດານ ສີສຸນທອນ B. Sisounthone

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 14/01/2010 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 14/01/2010 11:55 TU

ຮ່າຍຕີ່-ແຜ່ນດິນໃຫວ

ຮ່າຍຕີ່-ແຜ່ນດິນໃຫວ

ການຊ່ວຍເຫຼືອຈາກນາໆຊາດ ກຳລັງ ຫລັ່ງໄຫລ ເຂົ້າໄປຊ່ວຍ ປະເທດ ຮາຍຕີ່ ຫລັງຈາກ ໄດ້ຮັບຜົນກະທົບ ພັຍແຜ່ນດິນໃຫວ ໃນຂີດຄວາມແຮງ 7 ຣິສແຕ້ຣ໌ ໃນຕອນແລງວັນອັງຄານ

ທາງການຄາດວ່າ ຢ່າງນ້ອຍບໍ່ຕໍ່າກວ່າ 100.000 ຄົນ ຫາຍສາບສູນ ໂດຍສະເພາະ ແມ່ນຢູ່ໃນ ຕົວເມືອງເອກ ປ່ອກ-ໂອ່-ປະແຣ່ງຊ໌ (Port-au-Prince). ຫລາຍຄົນຍັງມີຊີວິດ ຖືກທັບດ້ວຍ ຕຶກທີ່ພັງທະລາຍລົງ ແລະ ເຕັມໄປດ້ວຍ ທ່ອນສີມັງ ທີ່ຫັກເພພັງ ກະຈັກກະຈາຍ ເປັນກອງ ຢາຍເດັຽລະດາດ ຕາມຖນົນຫົນທາງ.

 

 

ບ້ານເມືອງ ຕຶກ ແລະ ບ້ານເຮືອນ, ລະບົບຈຳໜ່າຍກະແສໄຟຟ້າ, ລະບົບຄົມມະນາຄົມ ແລະ ນໍ້າປະປາ ຕລອດເຖີງ ທຳນຽບປະທານາ ທິບໍດີ, ໂບດ, ໂຮງຮຽນ ໂຮງໝໍຕ່າງໆ ໄດ້ຖືກທຳລາຍລົງ  ຢ່າງໜ້າ ອະນາດ.

 

ຊາວຮ່າຍຕີ່ ທີ່ອາສັຍຢູ່ຕ່າງ ປະເທດ ມີຄວາມກັງວົນ ນຳຄອບຄົວ ຍາຕມິຕ ທີ່ໃກ້ຊິດ ເພາະບໍ່ສາມາດ ຕິດຕໍ່ກັນໄດ້ ໃນທາງໂທຣະສັບ.

 

ສະຖານທູດຝຣັ່ງລາຍງານວ່າ ປະຊາຊົນ ທີ່ ອາສັຍຢູ່ໃນ ຕົວເມືອງ ເອກນີ້ ປະມານ 2 ລ້ານຄົນ ໄດ້ພົບກັບຄວາມຝັນຮ້າຍ ຕໍ່ມະຫັນ ທະພັຍທັມມະຊາດ ທີ່ເປັນໂສກນາຕະກັມ ດັ່ງກ່າວນີ້.

ສາກສົບ ຍັງຢາຍເດັຽລະດາດຢູ່ ແລະ ສ່ວນຜູ່ຄົນ ກໍພາກັນ ອາສັຍ ນອນຢູ່ ຕາມຂ້າງຖນົນຫົນທາງ ຫຼື ພາກັນຍົກຍ້າຍ ໄປອາສັຍ ຢູ່ໃນ ເຂດປອດພັຍຊົ່ວຄາວ, ພວກບາດເຈັບ ກໍມີຈຳນວນມາກມາຍ.

 

 

 

ປັດຈຸບັນ ປະຊາຊົນ ຮ່າຍຕີ່ ຕ້ອງການ ການຊ່ວຍເຫຼືອດ່ວນ, ສ່ວນ ປະຊາຄົມສາກົນ ທົ່ວໂລກ ກໍໄດ້ສົ່ງ ນ່ວຍກູ້ພັຍ ແລະ ອຸປະກອນ ທີ່ຈຳເປັນ ຕລອດເຖີງສະບຽງອາຫານ ແລະ ຢາປິ່ນປົວ ເຂົ້າໄປຊ່ວຍ ຢ່າງຄັບຄັ້ງ ບໍ່ວ່າ ຈາກ ອາເມຣິກາ, ຝຣັ່ງ, ຈີນ, ຍີ່ປຸ່ນ, ອົສຕຣາລີ ແລະປະເທດອື່ນໆ ເພື່ອຈະບັນເທົາ ຄວາມຂາດແຄນ. ນອນຈາກນັ້ນ ຫລາຍອົງການຂອງ ສະຫະປະຊາຊາດ, ສະພາກາແດງ ແລະອົງການ ມະນຸດສະທັມມຕ່າງກໍໄດ້ ຂົນຂວາຍ ຮິບໂຮບການຊ່ວຍເຫຼືອ ໂດຍ ດ່ວນ.

 

ສຳຫລັບ ຄົນຝຣັ່ງທີ່ ອາສັຍຢູ່ໃນປະເທດ ຮ່າຍຕີ່ ນີ້ມີບໍ່ຕໍ່າກວ່າ 1.200 ຄົນ, ປັດຈຸບັນ ຍັງຫາຍສາບສູນ ຢູ່ປະມານ 50 ຄົນ. ສ່ວນພະນັກງານ ຂອງ ສຫປ ຊາຊາດ ກໍຍັງຫາຍສາບສູນ ຢູ່ ປະມານ 150 ຫາ 200 ຄົນ.

 

ຄນະລັຖບານ ຫລາຍຄົນກໍຍັງສາຍສາບສູນ, ສ່ວນປະທານາ ທິບໍດີເອງ ກໍຖືກສະກັດກັ້ນດ້ວຍ ທ່ອນສີມັງຫັກເພພັງ ເພາະຕອນ ແຜ່ນດິນໃຫວ ນັ້ນ ຄນະລັຖບານ ຫລາຍຄົນ ກຳລັງ ທຳງານ ຢູ່ໃນຫ້ອງການ.

 

ປະເທດ ຮ່າຍຕີ່ ເປັນປະເທດ ທີ່ຖືກຈັດຢູ່ໃນຈຳພວກປະເທດ ທີ່ທຸກ ທີ່ສຸດໃນໂລກ, ປະຊາຊົນ 80% ມີຖານະ ຕໍ່າຂີດຂອງຄວາມທຸກຈົນ, ນົບແຕ່ ເຄິ່ງສັຕະວັດ ນີ້ມາ, ປະເທດນີ້ ຕົກຢູ່ໃນສະພາບລຳບາກ ທີ່ສຸດ ບໍ່ວ່າ ດ້ານການເມືອງ ຫຼື ດ້ານເສຖະກິດ ແລະ ໄດ້ຮັບຜົນ ກະທົບ ຈາກພັຍທັມມະຊາດ ມາແລ້ວ ໂດຍນັບຄັ້ງບໍ່ຂວ່າຍ.

 

ໃນລະຍະຫລັງຜ່ານນີ້, ໃນປີ 2008 ຮ່າຍຕີ່ ໄດ້ຮັບຜົນກະທົບຈາກ ພັຍພາຍຸ ທີ່ທຳລາຍທັມມະຊາດ ແລະບ້ານເຮືອນ ຕລອດເຖີງມີຜູ່ເສັຍ ຊີວິດ ບໍ່ຕໍ່າກ່ວາ ພັນຄົນ ແລະໃນປີດຽວກັນ ນີ້ ປະຊາຊົນ ໄດ້ພົບພໍ້ ກັບຄວາມອຶດຢາກ ມາກແຄ້ນ, ສຫປ ຊາຊາດ ເຜີຍວ່າ ພວກທຸກ ທີ່ສຸດນັ້ນ ມີເຖີງ 56%.

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU