ຄົ້ນຫາຂໍ້ມູນ

/ languages

Choisir langue
 

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

ໂດຍ  ສິຣິ

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 18/01/2010 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 18/01/2010 13:53 TU

ທ່ານ ນາງ ອ່ອງ ຊານ ຊູ ຈີ  ຜູ່ນໍາ 
ຝ່າຍຄ້ານ ຣັຖບານທະຫານພະມ້າ
ຮ / ຣຕ

ທ່ານ ນາງ ອ່ອງ ຊານ ຊູ ຈີ ຜູ່ນໍາ ຝ່າຍຄ້ານ ຣັຖບານທະຫານພະມ້າ ຮ / ຣຕ

ທະນາຍຄວາມ ຂອງ ທ່ານນາງ ອ່ອງ ຊານ ຊູ ຈີ ໄດ້ເຜີຍ ໃນມື້ນີ່ ວ່າ ສານ ສູງສຸດ ຂອງ ປະເທດ ຈະເປັນຜຸ່ ຕັດ ສີນ ຄຳຮ້ອງ ແກ່ ຜູ່ນຳຝ່າຍຄ້ານ ນັບ ແຕ່ນີ້ ໄປອີກ 1 ເດືອນ ໃນກໍຣະນີ ທີ່ ທ່ານນາງໄດ້ ທຳການທວງຕໍ່ການ ຕັດ ສີນ ເລື່ອນໂທດເພີ່ມຕໍ່ 18 ເດືອນ ໃສ່ ອ່ອງ ຊານ ຊູ ຈີ ອັນແມ່ນໂທດ ຖືກ ກັກຂັງ ພາຍໃນ ບໍຣິເວນບ້ານພັກຍ້ອນ ວ່າ ໄດ້ ມີ ການ ຮັບເອົາ ຄົນ ຕ່າງດ້າວ ເຂົ້າໄປຍັງ ບ້ານພັກ
ແຜ່ນທີ່ ຂອງ ປະເທດ ພະມ້າ     ຮ / ກກ

ແຜ່ນທີ່ ຂອງ ປະເທດ ພະມ້າ ຮ / ກກ

 

ອິງຕາມ ຄຳເຫັນ ຂອງ ທະນາຍຄວາມ ຂອງ ທ່ານນາງ
ອ່ອງ
ຊານ ຊູ ຈີ ທີ່ ໄດ້ເຜີຍ ໃນມື້ນີ່ ວ່າ ການຕັດສີນ ຂອງ ສານນັ້ນ ແມ່ນຈະຮູ້ໄດ້ ພາຍໃນ ລະຍະ 1 ເດືອນ ກ່ຽວກັບ ການທີ່ ທ່ານນາງ ໄດ້ ທຳການ ຍືນທວງຕໍ່ ສານສູງສຸດຂອງ ປະເທດ ໃນກໍຣະນີ ທີ່ທ່ານນາງໄດ້ ອະນຸບາດຮັບເອົາ ຄົນ ຕ່າງດ້າວ ເຂົ້າໄປຍັງເຣືອນພັກ 2 ມື້ ໃນເດືອນ ພຶສພາ ປີກາຍນີ້

ຕາມທັມມະດາແລ້ວ  ອ່ອງ ຊານ ຊູ ຈີ ແມ່ນ ໄດ້ຖືກຕັດສີນ ຮັບໂທດໜັກ 3 ປີ ແຕ່ ກໍ ໄດ້ ມີ ການປ່ຽນແປງພາຍຫລັງ ໃຫ້ຖືກ ກັກຂັງ ຕໍ່ໄປ ພາຍໃນບໍຣິເວນບ້ານພັກ 18 ເດືອນ


ດັ່ງນັ້ນ  ທ່ານ Kyi Win ຜູ່ຮັບຜິດຊອບ ດ້ານການຕໍ່ສູ້ ຄະດີ

ຂອງທ່ານນາງ ຢູ່ສານ ຈື່ງໄດ້ເຜີຍ ວ່າ ການຍຶດເວລາ ອອກ ໄປອີກ 18 ເດືອນ ນີ້ ມັນ ເປັນການອິງໃສ່ ຂໍ້ກຳນົດ ທີ່ ໄດ້ ວາງໄວ້ ຕັ້ງແຕ່ ປີ 1974 ອັນຊື່ງ ເປັນ ການ ບົ່ງກຳໜົດ ທີ່ ບໍ່ມີຜົນ ໃຫ້ຖືກ ປະຕິບັດໄດ້ເລີຍ  


ອ່ອງ ຊານ ຊູ ຈີ ຈະບໍ່ໄດ້ຖືກ ອະນຸຍາດ ໃຫ້ເຂົ້າ ຟັງການ ຕັດສີນ

ການຖືກເລື່ອນເຍື່ອນໄປ ໃຫ້ຖືກ ກັກຂັງ ພາຍໃນ ບໍຣິເວນ ບ້ານພັກອີກ 18 ເດືອນຕື່ມອີກນັ້ນ ກໍເຫັນ ໄດ້ຢ່າງຈະແຈ້ງ
ວ່າ ທ່ານນາງ
ແມ່ນຖືກ ກີດກັ້ນ ບໍ່ໃຫ້ໄດ້ ມີໂອກາດ ປະ ກອບສ່ວນ ການເລືອກຕັ້ງທີ່ ຈະມີຂື້ນ ໃນປີນີ້ ນັ້ນເອງ

 

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU