ຄົ້ນຫາຂໍ້ມູນ

/ languages

Choisir langue
 

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

ໂດຍ ບັນດານ ສີສຸນທອນ B. Sisounthone

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 15/01/2010 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 15/01/2010 12:54 TU

ສາກສົບ ຈາກຜົນກະທົບພັຍ ແຜ່ນດິນໃຫວAfp

ສາກສົບ ຈາກຜົນກະທົບພັຍ ແຜ່ນດິນໃຫວ
Afp

ສຫປ ຊາຊາດ ໄດ້ຮັບສັນຍາ ຈາກລັຖບານ ແລະ ບໍຣິສັດ ຕ່າງໆ ທີ່ຈະໃຫ້ການຊ່ວຍເຫຼືອ ແກ່ປະເທດ ຮ່າຍຕີ່ 268,5 ລ້ານ ໂດລາ ແລ້ວ, ແລະຄາດວ່າ 300.000 ຄົນຂາດທີ່ພັກອາສັຍ ໃນຕົວເມືອງ ເອກ, ສ່ວນ ຕຶກ ແລະ ບ້ານເຮືອນ ຖືກທຳລາຍ 10%

ສຫປ ຊາຊາດ ໄດ້ຮັບສັນຍາ ຈາກລັຖບານ ແລະ ບໍຣິສັດ ຕ່າງໆ ທີ່ຈະໃຫ້ການຊ່ວຍເຫຼືອ ແກ່ປະເທດ ຮ່າຍຕີ່ 268,5 ລ້ານ ໂດລາ ແລ້ວ, ແລະຄາດວ່າ 300.000 ຄົນຂາດທີ່ພັກອາສັຍ ໃນຕົວເມືອງ ເອກ, ສ່ວນ ຕຶກ ແລະ ບ້ານເຮືອນ ຖືກທຳລາຍ 10%.

 

 

ສຫປ ຊາຊາດ ປະກາດວ່າ ທັງໝົດ ມີປະມານ 3,5 ລ້ານຄົນ ອາສັຍ ຢູ່ໃນເຂດ ທີ່ໄດ້ຮັບຜົນກະທົບ ຈາກແຜ່ນດິນໃຫວ ແລະ ຍັງບໍ່ທັນ ສາມາດ ໃຫ້ຜົນສະລຸບໄດ້ເທື່ອ ແຕ່ ສະພາກາແດງນັ້ນ ໄດ້ຄາດວ່າ ອາດມີຜູ່ເສັຍຊີວິດ ເຖີງ 50.000 ຄົນ.

 

ເພື່ອປະເຊີນໜ້າກັບພັຍ ແຜ່ນດິນໃຫວໃນປະເທດ ຮ່າຍຕີ່ ບັນດາ ລັຖບານ ແລະ ບໍຣິສັດເອກະຊົນ ໄດ້ໃຫ້ສັນຍາ ຕໍ່ກອງທຶນ ຊ່ວຍເຫຼືອ ດ່ວນ ຂອງ ສຫປ ຊາຊາດ ໃນນັ້ນ ມີ : ອາເມຣິກາ 100 ລ້ານ; ທະນາຄານໂລກ 100 ລ້ານ; ອັງກິດ 10 ລ້ານ; ອົສຕຣາລີ 9,3 ລ້ານ; ບເຣຊິນ 5 ລ້ານ; ການາດາ 4,8 ລ້ານ; ສຫພ ເອີຣົບ 4,37 ລ້ານ; ເອສປາຍ 4,37 ລ້ານ, ໂຮນລັງດ໌ 2,91 ລ້ານ; ເຍັຽຣະມັນ 2,17 ລ້ານ; ແຟງລັງດ໌ 1,8 ລ້ານ; ອິຕາລີ 1,46 ລ້ານ; ຈີນ 1 ລ້ານ; ສຸເອດ 850.000 ໂດລາ ແລະ ແບນຊິກ 650.000 ໂດລາ ແລະ ການຊ່ວຍເຫຼືອ ອື່ນໆອີກ ຫລາຍອົງການ, ຫລາຍສະມາຄົມ ຕລອດເຖີງ ສ່ວນຕົວບຸກຄົນ ກຳລັງຫລັງໄຫລ ເຂົ້າໃນປະເທດ ຮ່າຍຕີ່.

 

ອາສາສະມັກ ຊ່ວຍສະບຽງອາຫານ

ອາສາສະມັກ ຊ່ວຍສະບຽງອາຫານ

 

ອົງການສະບຽງອາຫານໂລກ ໄດ້ຄາດຕຽມ ສະບຽງອາຫານ ສຳຫລັບ 2 ລ້ານຄົນ, ມື້ວານນີ້ ສາງເກັບອາຫານ ຂອງ ອົງການດັ່ງນີ້ ໄດ້ຖືກ ບຸກຍາດ ສະດົມເອົາສິ່ງຂອງ ຕ່າງໆ.

 

ທາງການ ອາເມຣິກາ ຖແລງວ່າ ການຊ່ວຍເຫຼືອ ອາເມຣິກາ ປະເດັນ ດ່ວນ ແມ່ນ ການຊອກຄົ້ນຫາ ຊ່ວຍຜູ່ທີ່ຍັງມີຊີວິດ ຖືກທັບດ້ວຍ ກອງ ທ່ອນສີມັງ ແລະ ປິ່ນປົວວກບາດເຈັບ, ແຕ່ວ່າ ກອງທະຫານ ອາເມ ຣິກັນ ອາດສາມາດຖືກຮຽກ ໃຫ້ຄວບຄຸມຄວາມປອດພັຍ ນຳອີກ ຖ້າ ຫາກ ມີການຈາຣະຈົນ ແລະ ການຂາດຄວາມປອດພັຍ ເກີດຂື້ນ.  ທະຫານ ອາເມຣິກັນ ບໍ່ຕໍ່າກວ່າ 5.000 ຄົນ ຈະຖືກລະດົມເຂົ້າໄປ ຮ່າຍຕີ່ ໃນອາທິດນີ້ ໃນໂຄງການ ຊ່ວຍຄວບຄຸມຄວາມປອດພັຍ.

 

 

ປັດຈຸບັນ ປະຊາຊົນ ຮ່າຍຕີ່ ສແດງຄວາມໂກດຮ້າຍ ແລະ ຄວາມໝົດ ຫວັງ ໃນການຊ່ວຍພວກ ທີ່ຍັງມີຊີວິດຢູ່ ອອກຈາກກອງສີມັງ ໃຫ້ໄດ້ ທັນກັບເວລາ.

ຫລັງຈາກ ແຜ່ນດິນໃຫວ 3 ມື້ຜ່ານມາ ການຈັດສັນ ການແຈກຢາຍ ການຊ່ວຍເຫຼືອ ຍັງຊັກຊ້າຢູ່ ແລະ ຢຸ້ງຍາກທີ່ສຸດ ເພາະຕຶກທີ່ເໝາະ ສົມຈະຕ້ອນຮັບ ພວກຂາດທີ່ພັກ ແລະ ຖນົນຫົນທາງຫລາຍສາຍນັ້ນ ກໍໄດ້ຖືກທຳລາຍ, ພວກປະຊາຊົນ ຍັງອາສັຍນອນຢູ່ກາງແປນ ຕາມຖນົນ ຫົນທາງ ໃນທ່າມກາງ ຕຶກເຮືອນ ທີ່ຫັກເພພັງ ມຸ່ນທະລາຍ ແລະ ສາກ ສົບ ກໍຍັງເດັຽຣະດາດ ຕາມແຄມຖນົນ. ສ່ວນການແຈກຍາຍ ຜາມຜ້າ ແລະ ສະບຽງອາຫານ ກໍຍັງບໍ່ທັນທົ່ວເຖີງ.

 

ສຳຫລັບການລຳລຽງການຊ່ວຍເຫຼືອ ທາງອາກາດນັ້ນ ກໍຍັງຢຸ້ງຍາກ, ທຸກສາຍການບິນ ທີ່ນຳການຊ່ວຍເຫຼືອ ຈາກທົ່ວໂລກ ກຳລັງພາກັນ ສຸມເຂົ້າໄປຢ່າງແອອັດ, ຫໍສັນຍານ ແລະ ຄວບຄຸມການບີນ ກໍໄດ້ຖືກ ທຳລາຍ.

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU