ຄົ້ນຫາຂໍ້ມູນ

/ languages

Choisir langue
 

ທຳມະຊາດ ແລະສີ່ງແວດລ້ອມ

ເສືອເອເຊັຽ ສູ່ການສູນພັນ

ໂດຍ ສຸກວິໄລ ຊ. Soukvilay S.

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 26/01/2010 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 26/01/2010 14:38 TU

ເສືອຂາວ ທີ່ມີພຽງ ໒໑໐ ໂຕໃນທົ່ວໂລກ (ພາບ : Flickr)

ເສືອຂາວ ທີ່ມີພຽງ ໒໑໐ ໂຕໃນທົ່ວໂລກ (ພາບ : Flickr)

ຈຳນວນເສືອປ່າ ໃນເຂດ ອາຊີຕາເວັນອອກ ສຽງໄຕ້ ໄດ້ຫຼຸດລົງ ເຖີງ ໗໐ % ໃນໄລຍະ ໑໒ ປີ ແລະກຳລັງກ້າວເຂົ້າຂັ້ນ ເປັນໜ້າ ວິຕົກກັງວົນ ວ່າອາດຈະສູນພັນ ໃນທີ່ສຸດ ຖ້າຫາກບໍ່ມີການ ເອົາ ມາຕຣາການ ແກ້ໄຂ. ສະເພາະໃນ ໕ ປະເທດ ລຸ່ມແມ່ນ້ຳຂອງ (ຂເມນ ວຽດນາມ ລາວ ພະມ້າ ແລະໄທຍ) ປັດຈຸບັນ ມີເສືອລາຍ ພາດກອນ ເຫຼືອຢູ່ ພຽງປະມານ ໓໕໐ ໂຕເທົ່ານັ້ນ ໃນຂນະທີ່ ເມື່ອປີ ໑໙໙໘ ນັບໄດ້ວ່າມີ ປະມານ ໑ ໒໐໐ ໂຕ. ນີ້ແມ່ນການ ລາຍງານ ຂອງອົງການກອງທືນສາກົນ ວ່າດ້ວຍປົກປັກຮັກສາ ທຳມະຊາດ ແລະສີ່ງແວດລ້ອມ WWF ເຜີຍໃນມື້ນີ້ ກ່ອນຈະມີ ການໄຂປະຊຸມ ໑໓ ປະເທດອາຊີ ທີ່ຍັງມີເສືອຢູ່ ອັນເປັນການ ປະຊຸມ ທີ່ຈະມີຂື້ນ ໃນມື້ອື່ນ ທີ່ບາງກອກ.

ກ່ອນຈະມີການ ໄຂປະຊຸມ ໑໓ ປະເທດອາຊີ ທີ່ຍັງມີເສືອຢູ່ ໃນມື້ອື່ນ ທີ່ບາງກອກ ໃນມື້ນີ້ ອົງການກອງທືນສາກົນ ວ່າດ້ວຍປົກປັກຮັກສາ ທຳມະຊາດ ແລະສີ່ງແວດລ້ອມ WWF ໄດ້ອອກ ລາຍງານເຜີຍໃນມື້ນີ້ ວ່າເສືອປ່າເອເຊັຽ ກຳລັງຈະກ້າວເຂົ້າຂີດ ອັນຕະຣາຍ ກໍຄືສູ່ການສູນພັນ ໃນທີ່ສຸດ ຖ້າຫາກບໍ່ມີການ ເອົາມາຕຣາການ ແກ້ໄຂຢ່າງຈີງຈັງ ແລະຮີບດ່ວນ.

ໃນລາຍງານ ໄດ້ບົ່ງວ່າ ຈຳນວນເສືອປ່າ ໃນເຂດ ອາຊີຕາເວັນອອກ ສຽງໄຕ້ ໄດ້ຫຼຸດລົງ ເຖີງ ໗໐ % ໃນໄລຍະ ໑໒ ປີ ແລະກຳລັງກ້າວເຂົ້າ ຂັ້ນເປັນໜ້າວິຕົກກັງວົນ ວ່າອາດຈະສູນພັນ. ສະເພາະໃນ ໕ ປະເທດ ລຸ່ມແມ່ນ້ຳຂອງ (ຂເມນ ວຽດນາມ ລາວ ພະມ້າ ແລະໄທຍ) ປັດຈຸບັນ ມີເສືອລາຍພາດກອນ ເຫຼືອຢູ່ ພຽງປະມານ ໓໕໐ ໂຕ ເທົ່ານັ້ນ ໃນຂນະທີ່ ເມື່ອປີ ໑໙໙໘ ນັບໄດ້ວ່າມີ ປະມານ ໑ ໒໐໐ ໂຕ.
ບໍ່ສະເພາະແຕ່ ໃນເຂດທ້ອງຖີ່ນເອເຊັຽເທົ່ານັ້ນ ປາກົດການ ກ້າວສູ່ ການສູນພັນ ຂອງສັດເສືອປ່າ ດັ່ງກ່າວ ຍັງປະຈັກເຫັນໄດ້ ໃນທົ່ວໂລກ ນຳອີກດ້ວຍ. ປັດຈຸບັນ ສັດເສືອປ່າ ໃນທົ່ວໂລກ ມີໃຫ້ນັບໄດ້ ພຽງແຕ່ ປະມານ ໓ ໐໐໐ ໂຕເທົ່ານັ້ນ ໃນຂນະທີ່ ເມື່ອຊຸມປີ ໑໙໘໐ ສຳລວດ ໄດ້ວ່າ ມີປະມານ ໒໐ ໐໐໐ ໂຕ ແລະເຄີຍມີປະມານ ໑໐໐ ໐໐໐ ໂຕ ເມື່ອ ໑ ສັດຕະວັດ ຜ່ານມາ.

ເສືອປ່າອີນໂດຈີນ ທີ່ອາດຈະສູນ ພັນໄວໆ ປັດຈຸບັນ ເຫຼືອພຽງ ໓ ໐໐໐ ໂຕໃນທົ່ວໂລກ (ພາບ : Flickr)

ເສືອປ່າອີນໂດຈີນ ທີ່ອາດຈະສູນ ພັນໄວໆ ປັດຈຸບັນ ເຫຼືອພຽງ ໓ ໐໐໐ ໂຕໃນທົ່ວໂລກ (ພາບ : Flickr)

" ຕົກມາຮອດມື້ນີ້ ຈຳນວນ ເສືອປ່າ ໄດ້ກ້າວເຂົ້າສູ່ຂີດຂັ້ນ ຈະກັບຫຼັງ ບໍ່ໄດ້ອີກແລ້ວ ຖ້າຫາກວ່າ ບໍ່ມີການເອົາມາຕຣາການ ແກ້ໄຂຢ່າງຈີງຈັງ ແລະຮີບດ່ວນ " ນີ້ແມ່ນການຖແລງຢືນຢັນ ຂອງທ່ານ ນິກ ກົກສ໌ ຜູ່ປະສານງານ ສະເພາະກິຈ ຮັກສາພັນເສືອປ່າ ໃນແຖວແມ່ນ້ຳຂອງ ຂອງອົງການ ກອງທືນສາກົນ ວ່າດ້ວຍປົກປັກຮັກສາ ທຳມະຊາດ ແລະ ສີ່ງແວດລ້ອມ WWF.
ທ່ານ ນິກ ກົກສ໌ ໄດ້ຊີ້ແຈງກ່ອນຈະມີການ ໃນມື້ນີ້ ທີ່ບາງກອກ ອີກວ່າ ສາເຫດ ໒ ປະເດນທີ່ສຳຄັນທີ່ສຸດ ທີ່ເຮັດໃຫ້ເສືອປ່າ ກ້າວເຂົ້າສູ່ຂັ້ນ ສູນພັນນັ້ນ ກໍແມ່ນການ ບໍຣິໂພກຫຼືນຳໄຊ້ ສັດເສືອເປັນຢາ ແຜງບູຮານ ຂອງຊາວຈີນ ແລະການຕັດໄມ້ ທຳລາຍປ່າ ອັນເປັນພຳນັກອາສັຍ ຂອງ ສັດປ່າ ສນິດນີ້. ໂດຍທ່ານໄດ້ ເພີ່ມອີກວ່າ ປັດຈຸບັນ ເຫັນໄດ້ວ່າ ມີ ໓ ປະເທດ ອາຊີ ທີ່ຈະພົບກັບ ການສູນພັນ ຂອງເສືອປ່າ ແຕ່ນີ້ຫາປີ ໒໐໒໒ ຢ່າງຊ້າບໍ່ເອົາມຣາການ ປົກປັກຮັກສາກ ໓ ປະເທດດັ່ງກ່າວ ແມ່ນໄດ້ແກ່ ລາວ ວຽດນາມ ແລະຂເມນ. ຕາມການສັນນິຖານ ປະກອບຂໍ້ມູນ ຂອງ ທ່ານ ນິກ ກົກສ໌ ແລ້ວ ແຕ່ລະປະເທດ ຍັງເຫຼືອເສືອປ່າ ພຽງປະເທດລະ ປະມານ ໓໐ ໂຕເທົ່ານັ້ນ.

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU