ຄົ້ນຫາຂໍ້ມູນ

/ languages

Choisir langue
 

ມະຫາຊົນ ສລອງ 20 ປີ

ຂອງການພັງ ກຳແພງ ແບກແລ່ງ

ໂດຍ ບັນດານ ສີສຸນທອນ B. Sisounthone

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 10/11/2009 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 10/11/2009 12:25 TU

ການພັງທະລາຍ ກຳແພງ ແບກແລ່ງ Reuters

ການພັງທະລາຍ ກຳແພງ ແບກແລ່ງ
Reuters

100.000 ກວ່າຄົນ ພາກັນ ສລອງຄົບຮອບ 20 ປີ ຂອງການພັງ ທະລາຍກຳແພງແບກແລ່ງ ໃນມື້ ວັນທີ 9 ພຶສຈິກາ ຊຶ່ງເປັນສັນຍາລັກ ແຫ່ງ ເສຣີພາບ ແລະເປັນການຊຸກຍູ້ ແບບໃໝ່ທາງດ້ານ ການທູດ ບົນພື້ນຖານການສ້າງ ສັນຕິພາບ ໃນໂລກ

"ມື້ນີ້ແມ່ນວັນສລອງບຸນ, ບໍ່ແມ່ນສະເພາະແຕ່ເປັນບຸນຂອງ ເຍັຽຣະມັນ ເທົ່ານັ້ນ, ແຕ່ແມ່ນສຳຫລັບ ຂອງ ເອີຣົບ ທັງໝົດ" ນີ້ແມ່ນຄຳປຣາສັຍ ຂອງ ຍານາງ ອັງເກີນລ່າ ແມກເກີ່ນ ນາຍົກລັຖມົນຕຣີ ເຍັຽຣະມັນ ທີ່ຄາດວ່າ 20 ປີ ຫລັງຈາກ ກຳແພງອັນອັບອາຍ ໄດ້ຖືກພັງທະລາຍ ລົງ ດ້ວຍພະລັງຂອງ ປະຊາຊົນເຍັຽຣະມັນ ທີ່ຖືກ ກົດຂີ່ ໃນຄ່າຍ ຕາເວັນອອກ ໄດ້ອຳນວຍໃຫ້ ສົງຄາມເຢັນຢຸດຕິລົງ ແລະອຳນວຍໃຫ້ ມີການທ້ອນໂຮມກັນ ລະວ່າງ ເຍັຽຣະມັນ ແລະ ລະວ່າງເອີຣົບ ພາກ ຕາເວັນຕົກ ແລະ ພາກຕາເວັນອອກ.

 

ມະຫາຊົນ ສລອງ 20 ປີ ຂອງການພັງ ກຳແພງ ແບກແລ່ງReuters

ມະຫາຊົນ ສລອງ 20 ປີ ຂອງການພັງ ກຳແພງ ແບກແລ່ງ
Reuters

 

ພາຍໃຕ້ສາຍຝົນ ແລະຄັນຮົ່ມຂາວ, ຍານາງ ແມກເກີ່ນ ໄດ້ເດີນຂ້າມ ເຂດກຳແພງ ອັບອາຍ ຕໍ່ໜ້າ ປະຕູຊັຍ ເບຣນດ໌ບວກ ຈາກ ເຂດ ຕາເວັນອອກ ໄປຫາ ຕາເວັນຕົກ ພໍເປັນພິທີ ຕິດຕາມໂດຍ ປະທານາ ທິບໍດີ ສ໊າກໂກຊີ່, ເວດເມເດັບ, ນາຍົກ ກໍດ່ອນ ບຣ່າວ ແລະ ລັຖມົນ ຕຣີຕ່າງປະເທດ ຍານາງ ກລິງຕັນ.  ທັງໝົດ ມີຜູ່ຕາງໜ້າ ຈາກ 34 ປະເທດມາຮວມໃນພິທີ.

 

ສ່ວນປະທານາທິບໍດີ ອາເມຣິກາ ທ່ານ ບາຣັກໂອບາມາ ນັ້ນບໍ່ໄດ້ມາ ຮ່ວມໃນຖານສ່ວນຕົວ, ແຕ່ໄດ້ສົ່ງພາບ ແລະສຽງມາຮ່ວມນຳ ໂດຍ ຖແລງວ່າ "ນ້ອຍຄົນ ທີ່ສຸດໃນຈຳນວນພວກເຮົາ ທີ່ຈະກະຕວງໄດ້ ກ່ອນລ່ວງໜ້າວ່າ ມື້ນຶ່ງ ເຍັຽຣະມັນ ຈະຕ້ອງຮ່ວມເຂົ້າເປັນປະເທດ ດຽວກັນ ແລະຖືກນຳພາ ໂດຍ ສະຕຣີ ຜູ່ນຶ່ງ ທີ່ມາຈາກ ເບຣນເດິ ບວກ ທາງເຂດເຍັຽຣະມັນຕາເວັນອອກ ແລະ ມີພັນທະມິຕ ເປັນ ອາເມຣິກາ ທີ່ຖືກນຳພາໂດຍ ບຸຣຸດຜູ່ນຶ່ງ ມີເຊື້ອຊາດ ຈາກ ອັຟຣິກ ກາ, ແຕ່ວ່າ ໂຊກຊາຕາກັມ ຂອງມະນຸດ ແມ່ນ ຄົນເປັນຜູ່ສ້າງຂື້ນ.

 

ສ່ວນຍານາງ ກລິງຕັນ ນັ້ນຮຽກຮ້ອງ ໃຫ້ "ອາເມຣິກາ ກັບ ເອີຣົບ ຮ່ວມພະລັງກັນ ທັບມ້າງກຳແພງ ທີ່ບໍ່ມີການອະນຸໂລມ ທາງດ້ານ ສາສນາ".

 

ສຳຫລັບ ທ່ານ ສ໊າກໂກຊີ່ ນັ້ນກໍໄດ້ ຮຽກຮ້ອງໃຫ້ "ທັບມ້າງກຳແພງ ທີ່ຍັງຂວາງກັ້ນ ແລະແບ່ງແຍກ ເຂດເມືອງ, ເຂດນໍ້າແດນດິນ ແລະ ປະຊາຊົນ ນັ້ນອີກຢູ່".

 

ດັ່ງດຽວກັບ ທ່ານ ກໍດ່ອນ ບຣ່າວ ນັ້ນ ໄດ້ກ່າວວ່າ "ກ່ອນຈະໄປເຖີງ ການສິ້ນສຸດ ແຫ່ງການຂຍາຍ ອາວຸດນິວຄເລັຽ, ຄວາມອຶດຫີວ ອັນ ໜັກໜ່ວງ ແລະ ຄວາມເກີດອັນຕລາຍ ຂອງອຸ່ນຫະພູມອາກາດ ຈະ ບັນລຸເຖີງໄດ້ ນັ້ນກໍຕໍເມື່ອ ມີການຮ່ວມພະລັງ ຂອງ ມະຫາຊົນ ເພື່ອ ດຸດັນຮ່ວມກັນ".

 

ແລະທ່ານ ເວດເມເດັບ ກໍໄດ້ຮຽກຮ້ອງວ່າ "ຕ້ອງຕອບໂຕ້ຮ່ວມກັນ ຕໍ່ໜ້າການນາບຂູ່ ໃນປັດຈຸບັນ, ພວກເຮົາຕ້ອງຈັບມືຖືແຂນກັນ ປາບ ການກໍ່ການຮ້າຍ, ແລະ ຮວມກັນ ຕໍ່ສູ້ໃຫ້ອອກຈາກ ວິກິດການ ທີ່ ພວກເຮົາ ໄດ້ຮັບຜົນກະທົບ".

 

ຫລັງຈາກ ການກ່າວຄຳປຣາສັຍ ເປັນທາງການແລ້ວ, ທ່ານ ແລດສ໌ ວາເລັດຊ່າ ອະດີດ ປະທານາທິບໍດີ ໂປໂລຍ ໄດ້ຖືກແຕ່ງຕັ້ງໃຫ້ເປັນ ຜູ້ຊຸກ ກຳແພງ ໂດມິໂນ ທີ່ຖືກສ້າງຂື້ນດ້ວຍ ສະໂນ ໂປລິສເຕ່ແຣ່ນ ສູງ 2,5 ແມດ ໃຫ້ລົ້ມທັບກັນຕໍ່ໆໄປ ເພື່ອເປັນສັນຍາລັກ ຂອງການ ພັງທະລາຍ ກຳແພງ ອັບອາຍຂາຍໜ້າ.

 

ຍານາງ ແມກເກີ່ນ ໄດ້ສັນລະເສີນ ກັມມະບານ ສາມັກຄີ ໂສລີດາກ ນົສ ໂປໂລຍ ທີ່ມີຄວາມກ້ຫານ ຢ່າງບໍ່ໜ້າເຊື່ອ ພາກັນລຸກເຮືອຂື້ນ ຕ້ານການກົດດັນ ຂອງພັກຄອມມູຍນິດ ໃນ ປີ 1980. ຍານາງ ແມກເກີ່ນ ຍັງໄດ້ ຂອບໃຈ ທ່ານ ມິກາແອນ ກ໊ອກບາເຊັບ ຢ່າງສຸດ ຊຶ້ງ ທີ່ມີຄວາມກ້າຫານ ທີ່ສຸດ  ທີ່ປ່ອຍໃຫ້ສະພາບການໃນເຍັຽຣະມັນ ປ່ຽນແປງໄປ ໂດຍສັນຕິວິທີ ໃນແລງວັນທີ 9 ພືສຈິກາ 1989 ນັ້ນ ໂດຍທີ່ວ່າ ບໍ່ໄດ້ສັ່ງການ ໃຫ້ປາບປະຊາຊົນເຍັຽຣະມັນ ແລະ ຂະບວນ ການປະຕິຮູບ ອື່ນໆ ໃນເອີຣົບ.

 

ພິທີສລອງໄດ້ ດຳເນີນຕໍ່ດ້ວຍການ ຈັດ ຄອນເສີດ ບັນເລງດົນຕຣີ ປະເພດ ກລາສຊິກ ໂດຍວົງ ສຕາດໂສເພີ້ ຂອງນະຄອນຫລວງ ແບກແລ່ງ ແລະອັດທ້າຍດ້ວຍການ ຍິງບັ້ງໄຟດອກ.

 

ສ່ວນຢູ່ ສນາມ ກົງກອກດ໌ ໃນນະຄອນຫລວງ ປາຣີ ກໍໄດ້ມີການຈັດ ສລອງ ວັນຄົບຮອບ 20 ປີ ຂອງການພັງທະລາຍ ກຳແພງ ແບກແລ່ງ ນີ້ ຄືກັນ ດ້ວນການບັນເລງເພງ ກລາສຊິກ ໂດຍນັກ ສີຊໍ ວິໂອລົງ ຈາກ 27 ປະເທດ ຂອງ ສຫພ ເອີຣົບ ຊຶ່ງເປັນການກ່າຍມາຈາກ ງານຄອນເສີດ ທີ່ມີຂື້ນ ໂດຍບໍ່ໄດ້ຄິດຈັດສັນມາກ່ອນ ຂອງມື້ວັນທີ 11 ພຶສຈິກາ 1989 ຕໍ່ໜ້າກຳແພງ ແບກແລ່ງ ນຳໂດຍ ນັກສີຊໍ ວິໂອລົງ ຣັດເຊັຍ ທ່ານ ມະສຕິລາຟ ຣົສໂຕໂປວິດສ໌.

 

 

ຣາຄາ ໃນການທ້ອນໂຮມເປັນປະເທດດຽວ

 

ໜັງສືພິມ ເຍັຽຣະມັນ ແວ່ນທ໌ ອ່າມ ສຸນທາກ Welt am Sonntag ໄດ້ເຜີຍຜົນການຄົ້ນຄວ້າ ໂດຍຄາດວ່າ ຣາຄາ ຂອງການທ້ອນໂຮມ ເຂົ້າເປັນປະເທດດຽວ ຕົກຢູ່ໃນວົງເງີນ 1.300 ພັນລ້ານ ເອີໂຣ, ໃນນັ້ນ, 2/3 ໄດ້ຖືກ ອະນຸມັດໃຫ້ ການສັງຄົມສົງເຄາະ. ສເລັ່ຽແລ້ວ ແມ່ນທຽບເທົ້າກັບ ເຄິ່ງນຶ່ງ ຂອງຍອດຜົນຜລິດ ພາຍໃນ ເຍັຽຣະມັນ ປີ 2008.

 

ການໂອນເງີນ ຈາກເຍັຽຣະມັນ ຕາເວັນຕົກ ສົ່ງເຂົ້າໄປຊ່ວຍ ເຍັຽຣະມັນ ຕາເວັນອອກ ໄດ້ເພີ້ມທະວີ ຂື້ນເລື້ອຽໆ ໃນ 10 ຫັລງຜ່ານມານີ້ ແລະການຊ່ວຍເຫຼືອດັ່ງກ່າວນີ້ ແມ່ນເພື່ອສົ່ງເສີມ ໃຫ້ ເຍັຽຣະມັນ ຕາເວັນອອກ ເລັ່ງລັດການພັທະນາ ທີ່ລ້າຫລັງຢູ່, ແຕ່ກໍຍັງບໍ່ອຳນວຍໃຫ້ ລຸດຜ່ອນ ຈຳນວນຄົນ ວ່າງງານ ໄດ້ເທື່ອ. ເຂດເຍັຽຣະມັນ ຕາເວັນອອກ ຍັງມີຈຳນວນຄົນວ່າງງານ ເກີນເຂດ ຕາເວັນຕົກ ເຖີງ 2 ເທົ່າຕົວ.

 

ອີງຕາມການຖແລງ ຂອງ ທ່ານ ໂຕມາ ແມຊີແອຣ໌ ລັຖມົນຕຣີ ພາຍໃນ ນັ້ນວ່າ ຈະຕ້ອງໃຊ້ເວລາອີກ 10 ປີ ກ່ອນຈະຍົກລະດັບ ໃຫ້ເທົ່າທຽມກັນ ລະວ່າງ ເຂດ ຕາເວັນຕົກ ແລະ ຕາເວັນອອກ.

 

ການເປີດເຜີຍ ຜົນການສອບສວນດັ່ງກ່າວນີ້, ສ້າງຄວາມຂົມຂືນ ໃຫ້ແກ່ປະຊາຊົນ ເຍັຽຣະມັນ ເປັນບາງສ່ວນ, ເພາະເຂົາເຈົ້າ ຖືວ່າ ໄດ້ເສັຽຊ່ວຍ ມາຫລາຍໂພດແລ້ວ ສຳຫລັບ ການທ້ອນໂຮມ ເຂົ້າກັນ. ໃນ 20 ປີຜ່ານມາ ປະຊາຊົນ ເຍັຽຣະມັນ ໄດ້ ຈ່າຍພາສີເພີ້ມ ສຳຫລັບ ການບູຣະນະ ສ້າງສາ ເຂດຕາເວັນອອກ ໃຫ້ທັນສະມັຍ ແລະ ການຮ່ວມໃຊ້ ເງີນຕະກູນດຽວກັນ.

ຕອນເລີ້ມຕົ້ນນັ້ນ ຝ່າຍຕາເວັນຕົກ ອະນຸມັດໃຫ້ ປະຊາຊົນ ນຳເອົາ ເງີນ ຂອງຝ່າຍຕາເວັນອອກ ມາແລກປ່ຽນ ກັບເງີນ ມາກກ໌ ໃນຣາຄາ ທຽບເທົ້າກັນ 1 ຕໍ່ 1, ທັງໆຮູ້ວ່າ ເງີນຂອງຝ່າຍຕາເວັນອອກ ນັ້ນເຟີ້ ເກືອບບໍ່ມີຄຸນຄ່າຫລຍັງເລີຍ.

 

ຊໍ້າບໍ່ໜຳ, ເຍັຽຣະມັນ ຕາເວັນຕົກ ຈະຕ້ອງຮັບພາຣະໜັກທີ່ສຸດ, ເພາະ ໃນຊຸມປີ 90, ອັດຕຣາ ດອກເບັ້ຽ ໄດ້ທະວີຕົວສູງຂື້ນ ບໍ່ວ່າ ຢູ່ໃນ ເຍັຽຣະມັນ ຫຼື ທົ່ວໄປ ໃນ ເອີຣົບ. ສະນັ້ນ ປະຊາຊົນ ເຍັຽຣະມັນ ບາງພາກສ່ວນ ຈຶ່ງຄິດວ່າ ການທ້ອນໂຮມເປັນປະເທດດຽວນັ້ນ ມີ ຣາຄາແພງ ທີ່ສຸດ.

ບົດວິເຄາະ

ສະພາເອີ່ຣົປ

Flickr

ສົນໃຈບັນຫາລາວ ຫຼາຍຂື້ນ

ຈາກທີ່ມີການວີ້ງເຕັ້ນ ຂອງອົງຈັດຕັ້ງຕ່າງໆ ຂອງປະຊາຄົມລາວ ນອກປະເທດ ແລະທັງຖືໄດ້ວ່າ ສະພາເອີ່ຣົປ ຕັກເຕືອນແນະນຳ ສປປລາວ ໃນການວາງໂຕ ໃນເວທີສາກົນ ນຳໄດ້

27/11/2009 13:31 TU

ປັນຫາ ພາວະ ໂລກຮ້ອນ

ການກ້າວກະໂດດ ທີ່ມາຈາກ ປັກກິ່ງ ແລະ ວໍຊິງຕັນ

ຖືໄດ້ວ່າເປັນການກ້າວກະໂດດ ເມື່ອສອງນະຄອນຫລວງຂອງສອງ ປະເທດແຊມປ້ຽນ ທີ່ສ້າງຄວາມເປິເປື້ອນໃຫ້ແກ່ບັນຍາກາດຫລາຍ ທີ່ສຸດໃນໂລກ ໄດ້ອອກມາປະກາດວາງເປົ້າໝາຍເປັນຕົວເລກຄັກແນ່ສຳລັບລົດຜ່ອນແກ໊ສ CO2

26/11/2009 12:44 TU

ຟີລິບປິນ

ຂ້າໂຫດການເມືອງ ຄັ້ງຮ້າຍແຮງ ທີ່ສຸດ

ອັນທີ່ຈິງການຄາຕກັມທທາງດ້ານການເມືອງໃນປະເທດຟີລິບປິນ ເກີດຂຶ້ນ ເປັນປະຈຳຢູ່ແລ້ວ ໂດຍສເລັ່ຽມີຜູ້ຖືກຂ້າຕາຍຫລາຍສິບຄົນໃນການເລືອກຕັ້ງ ແຕ່ລະຄັ້ງ ແຕ່ກໍບໍ່ເຄີຍມີເທື່ອໃດທີ່ຮ້າຍແຮງແລະຫ້ຽມໂຫດເທົ່າຄັ້ງນີ້ຈັກເທື່ອ

24/11/2009 11:39 TU

ຄະດີຂເມນແດງ "ດຸກ"

Reuters

ຝ່າຍໂຈດ ຄອຍຄວາມຍຸດຕິທັມ

ດ້ວຍການຮຽກຮ້ອງ ຂໍໃຫ້ ຝ່າຍຕຸລາການ ສານສາກົນພິເສດ ຈົ່ງພິຈາຣະນາ ພິຍານແລະຫຼັກຖານ ໃຫ້ຖີ່ຖ້ວນ ເພາະຈະປະຈັກໄດ້ເຖີງ ຄວາມໂຫດຮ້າຍ ອຳມະຫິດ ຂອງອະດີດຜູ່ນຳຂເມນແດງ

23/11/2009 14:51 TU

ປະທານ ເອີຣົບ

ທ່ານ ແອກມານ ວານ ຣົມປ່ອຍ ຖືກແຕ່ງຕັ້ງເປັນ ປະທານ ສະຫະພາບ ເອີຣົບ ຄົນທຳອິດ

ແອກມານ ວານ ຣົມປ່ອຍ ເປັນປະທານ ສະຫະພາບ ເອີຣົບ

ທ່ານ ແອກມານ ວານ ຣົມປ່ອຍ ຖືກແຕ່ງຕັ້ງເປັນ ປະທານ ສະຫະພາບ ເອີຣົບ ຄົນທຳອິດ ແລະ ຍານາງ ກັຕຣິນ ອັສຕັນ ເປັນ ຫົວໜ້າ ກີຈະການຕ່າງປະເທດ ແລະ ຄວາມໝັ້ນຄົງ ຂອງເອີຣົບ

20/11/2009 12:22 TU

ທ່ານ ໂອ່ບ່າມ່າ ແລະ ທ່ານ ລີ ຮ່ວມມືກັນ
ເພີ່ມກ່ຽວກັບບັນຫາ ນິວຄເລັຍ     ຮ/rfi

ຮ່ວມມືກັນ ເກັ້ຍກ່ອມໃຫ້ ເກົາຫລີເໜືອ ມານັ່ງໂຕະເຈຣະຈາ

ທີ່ ກຸງເຊ້ອູນ ທ່ານ ໂອ່ບ່າມ່າ ໄດ້ ທຳ ການ ຮຽກຮ້ອງໃຫ້ ເກົນຫລີເໜືອ ຢຸດ ການ ທ້າທາຍ ແລະ ກໍ ຈະ ມີການສົ່ງ ຜູ່ຕ່າງໜ້າພິເສດ ໄປຍັງ ກຸງປະຢົ້ງຢັ້ງ

19/11/2009 13:43 TU

ຄວາມສອດຄ່ອງກັນຂອງ ໂອບາມາ ແລະ ຫູ ຊິນທ່າວ

ຕ້ອງພິສູດກັນ ທີ່ພາກປະຕິບັດ ຕົວຈິງ

ໃນດ້ານຫລັກການໃຫຍ່ໆ ສອງຜູ້ນໍາ ມີຄວາມເຫັນສອດຄ່ອງກັນວ່າ ຕ້ອງເຮັດວຽກປະສານງານກັນເພື່ອແກ້ໄຂປັນຫາຂອງໂລກຮອບດ້ານ ແຕ່ເມື່ອການເຈຣະຈາ ເຂົ້າເຖິງປັນຫາປີກຍ່ອຍ ຈະມີຜົນ ຕາມການ ສອດຄ່ອງນີ້ຫລືບໍ່ ຕ້ອງຕິດຕາມເບີ່ງກັນຕໍ່ໄປ

17/11/2009 14:42 TU

20 ປີ ແຫ່ງການຖືກ ທັບມ້າງກຳແພງ ແບກແລ່ງ

ກຳແພງ ແບກແລ່ງ

ເປັນສັນຍາລັກ ແຫ່ງການສິ້ນສຸດ ສົງຄາມເຢັນ ແລະ ການທ້ອນໂຮມ ເຍັຽຣະມັນ ເຂົ້າເປັນປະເທດດຽວ

ມື້ນີ້ ເປັນວັນ ສລອງຄົບຮອບ 20 ປີແຫ່ງການທັບມ້າງ ກຳແພງ ແບກແລ່ງ ຊຶ່ງເປັນສັນຍາລັກ ແຫ່ງ ການສິ້ນສຸດ ສົງຄາມເຢັນ ແລະ ການທ້ອນໂຮມ ເຍັຽຣະມັນ ເຂົ້າເປັນປະເທດດຽວ

09/11/2009 12:11 TU

ອິຣານ

ໄອຢາໂຕລ່າ ອາລີ່ ຄາເມໄນ່

ປະທ້ວງ ຕ້ານອາເມຣິກາ ແລະ ຕ້ານ ອາມາດິເນຊາດ

ກຸ່ມຕ້ານ ອາເມຣິກາ ລົງຖນົນປະທ້ວງ ໃນກຸງ ເຕເອຣັງ ເພື່ອເປັນສັນຍາລັກ 30 ປີ ແຫ່ງການ ເຂົ້າຢຶດ ສະຖານທູດ ອາເມຣິກາ. ສ່ວນ ກຸ່ມປະທ້ວງ ອີກກຸ່ມນຶ່ງ ແມ່ນຕ້ານ ທ່ານ ອາມາດິເນຊາດ, ແຕ່ໄດ້ຖືກ ເຈົ້າໜ້າທີ່ປາບ

04/11/2009 12:07 TU

ຂ່າວສຳຄັນປະຈຳວັນ

ສປປ ລາວ / ແຜນຂຍາຍ ກົມມະລຽນ ທາດຫລວງ

ທາງການ ຂໍຮ້ອງໃຫ້ ປະຊາຊົນ ໂຍກຍ້າຍ

22/01/2010 13:45 TU

ໂອບາມາ ຈະກຳນົດ ແລະຄວບຄຸມການເງີນ

ຕລາດຫຸ້ນຕົກຕໍ່າ ທົ່ວໂລກ

22/01/2010 12:50 TU

ສຫຣ ອະເມຣິກາ / ສປຈີນ / ເຄືອຂ່າຍແອ່ງແຕກແນຕ

ປັກກີ່ງ ປະຕິເສດ ການຕ້ອງຕິ ບໍ່ມີມູນຄວາມຈີງ

22/01/2010 10:50 TU

ສປຈີນ / ອະດີດນັກສືກສາ

ໂທດຈຳຄຸກ 9 ປີ ສຳລັບ ອະດີດ ນັກສືກສາ

22/01/2010 11:16 TU

ຮ່າຍຕີ່-ພັຍແຜ່ນດິນໃຫວ

ສລຸບຜົນຊົ່ວຄາວ ຕາຍ 75.000 ຄົນ

21/01/2010 11:38 TU

ວຽດນາມ -ຄະດີໂຄ່ນລົ້ມລະບອບ

ຖືກຈຳຄຸກ ແຕ່ 5-16 ປີ

21/01/2010 11:34 TU

ສຫຣ ອະເມຣິກາ

ໂອບາມາ ສູນເສັຽ ສຽງສ່ວນຫລາຍ ໃນສະພາສູງ

20/01/2010 12:54 TU

ອິຣານ - ນິຄະເລັຍ

ຄັດຄ້ານການສົ່ງ ອູຣານຽມ ອອກກັ່ນ ທີ່ຕ່າງປະເທດ

20/01/2010 11:04 TU

ປະເທດ ວຽດນາມ / ຄະດີເຄື່ອນໄຫວເພື່ອ ປະຊາທິປະໄຕ

4 ຄົນ ຖືກກ່າວຫາ ພຍາຍາມໂຄ່ນລົ້ມ ຣັຖບານ

20/01/2010 12:13 TU

ສະຫະພາບ ມ່ຽນມ່າ / ອ່ອງ ຊານ ຊູ ຈີ

ສານສູງສຸດ ພິຈາຣະນາ ຄຳຮ້ອງ ຜູ່ນໍາຝ່າຍຄ້ານ

18/01/2010 11:57 TU

ຮ່າຍຕີ່ - ສຫປ ຊາຊາດ

ສັນຍາຊ່ວຍເຫຼືອ 268,5 ລ້ານໂດລາ

15/01/2010 12:54 TU

ຮາຍຕີ່-ແຜ່ນດິນໃຫວ

ຢ່າງນ້ອຍ ແສນຄົນ ຫາຍສາບສູນ

14/01/2010 11:40 TU

ຂເມນ

ປິດການໄຕ່ສວນຄະດີ ອະດີດຜູ່ນຳຂເມນແດງ

14/01/2010 12:43 TU

ບົດວິເຄາະ

ຂ່າວອື່ນໆ

ສປປລາວ/ແຂວງອັດຕະປື

ຫຼາຍພັນຄົນ ຂາດທີ່ອາສັຍ

19/11/2009 15:10 TU