ຄົ້ນຫາຂໍ້ມູນ

/ languages

Choisir langue
 

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 05/10/2008 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 05/10/2008 13:36 TU

ຊາວຕຸຣກີຊາດນິຍົມ ພາກັນຊຸມນຸມເດີນຂບວນຕ້ານ "ພັກ PKK" ພ້ອມທັງຮຽກຮ້ອງໃຫ້ຣັຖບານ
ດໍາເນີນການປະຫານຊີວິດຫົວໜ້າຝ່າຍຂບົດ ຊື່ ອັບດຸລລາ ເອີຄາລານ ທີ່ຖືກຈໍາຄຸກຕລອດຊີວິດ
(ພາບ: Reuters)

ຊາວຕຸຣກີຊາດນິຍົມ ພາກັນຊຸມນຸມເດີນຂບວນຕ້ານ "ພັກ PKK" ພ້ອມທັງຮຽກຮ້ອງໃຫ້ຣັຖບານ ດໍາເນີນການປະຫານຊີວິດຫົວໜ້າຝ່າຍຂບົດ ຊື່ ອັບດຸລລາ ເອີຄາລານ ທີ່ຖືກຈໍາຄຸກຕລອດຊີວິດ (ພາບ: Reuters)

ນາຍົກ ຣມຕ ຂອງປະເທດຕຸຣກີ ທ່ານເຣເຊັບ ຕາຢິບ ແອຣ໌ໂດການ ໄດ້ກ່າວ
ຮຽກຮ້ອງໃນມື້ນີ້ (ອາທິດ 5 ຕຸລາ) ຮຽກຮ້ອງໃຫ້ຊົນເຜົ່າເຄີຣ໌ດທັງມວນພາ
ກັນສມານສາມັກຄີກັບຣັຖບານແລະຊາວຕຸຣກີທົ່ວປະ ເທດ ໃນການຕ້ານກັບ
ຝ່າຍຂບົດຊົນເຜົ່າເຄີຣ໌ດ ທີ່ໄດ້ປະຕິບັດການບຸກໂຈມຕີຖານທີ່ໝັ້ນຂອງຝ່າຍ
ຣັຖບານເມື່ອວັນສຸກຜ່ານມາ (3 ຕຸລາ) ທີ່ພາກຕະວັນຕົກສຽງໃຕ້ຂອງປະ
ເທດ ທໍາໃຫ້ທະຫານເສັຽຊີວິດ 15 ຄົນ ໃນຂນະທີ່ຝ່າຍຂບົດເສັຽຊີວິດ 23
ຄົນ

"ມາຕຣາການຈະຖືກວາງອອກເພື່ອກວາດລ້າງຖານທີ່ໝັ້ນຂອງພວກຂບົດແຫ່ງພັກ PKK"
ນາຍົກ ຣມຕ ຕຸຣກີໄດ້ກ່າວໃນພິທີສົບຂອງທະຫານຜູ້ໜຶ່ງ ໃກ້ໆກັບກຸງແອງກາຣາ ທີ່ເສັຽ
ຊີວິດໃນການໂຈມຕີຂອງພວກຂບົດ ທ່ານໄດ້ເສີມອີກວ່າ ບັນດາຜູ້ຮັບຜິດຊອບຣະດັບສູງ
ຂອງຣັຖບານຈະພົບປະຫາລືກັນໃນວັນພະຫັດໜ້າເພື່ອການນີ້

ເມື່ອວານນີ້ ຣັຖບານແຫ່ງກຸງແອງກາຣາ ກໍໄດ້ໃຫ້ຄໍາໝັ້ນສັນຍາແລ້ວວ່າ ຈະໃຫ້ຄວາມ
ສໍາຄັນສຸດຍອດ ຕໍ່ນະໂຍບາຍກສານປາບປາມພວກຂບົດຊົນເຜົ່າເຄີຣ໌ດ ແຫ່ງພັກ "PKK"
(ພັກຄົນງານແຫ່ງເຄີຣ໌ດດິສ ຖານ) ແນວຄິດມາຣ໌ກຊິສມ໌

ນອກຈາກນີ້ ຣັຖບານແຫ່ງກຸງແອງກາຣາ ຍັງກ່າວຫາເຈົ້າໜ້າທີ່ທ້ອງຖິ່ນແຫ່ງເຂດເຄີຣ໌ດ
ດິສຖານຂອງປະເທດຂອງປະເທດອີຫຣ່ານວ່າ ບໍ່ເອົາມາຕຣາການໃນການປາບປາມພວກ
ຂບົດຊົນເຜົ່າເຄີຣ໌ດ ທີ່ຫລົບໜີເຂົ້າໄປໃນປະເທດອີຫຣ່ານຫລັງຈາກປະຕິບັດການໂຈມຕີຕໍ່
ກອງທະຫານຂອງຣັຖບານຕຸຣກີ

ໃນພິທີຊາປະນະກິດສົບຄັ້ງນີ້ໃນທົ່ວປະເທດ ມີປະຊາຊົນຫລາຍສິບພັນຄົນມາຮ່ວມນໍາດ້ວຍ
ນອກຈາກໄດ້ໂຫ່ຮ້ອງຄໍາຂວັນຕ້ານຝ່າຍຂບົດແລ້ວ ພວກເຂົາເຈົ້າຍັງໄດ້ຮຽກຮ້ອງໃຫ້ມີ
ການປະຫານຊີວິດຫົວໜ້າຝ່າຍຂບົດ "ອັບດຸລລາ ເອີຄາລານ" ນໍາດ້ວຍ ທີ່ຖືກຈໍາຄຸກ
ຕລອດຊີວິດມາຕັ້ງແຕ່ປີ 1999

ປະເທດຕຸຣກີ, ສະຫະພາບຢຸໂຣບ ແລະສະຫະຣັດອະເມຣິກາ ໄດ້ບັນຈຸພັກ "PKK" ນີ້
ເຂົ້າໃນບັນຊີຂອງຂບວນການກໍ່ການຮ້າຍສາກົນມາໄດ້ຫລາຍປີແລ້ວ ຫລັງຈາກທີ່ພັກດັ່ງ
ກ່າວໄດ້ເລີ້ມປະຕິບັດການຕໍ່ສູ້ດ້ວຍກຳລັງອາວຸດເພື່ອແຍກຕົວອອກເປັນປະເທດເອກ
ຣາດ
ມາຕັ້ງແຕ່ປີ 1984 ຊຶ່ງທຳໃຫ້ມີຜູ້ເສັຽຊີວິດເຖິງ 44 000 ຄົນແລ້ວ ຕາມຕົວເລກ
ຂອງຣັຖບານແຫ່ງກຸງອແອງກາຣາ

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU