ໂດຍ ໂສວົງ
ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 15/03/2007 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 15/03/2007 à 11:25 TU
ຄຳອະທິບາຍເບື້ອງຕົ້ນ
ເມືອງລາວ ຫລືປະເທດລາວມີຊື່ເປັນທາງການໃນປັດຈຸບັນວ່າ ສາທາລະ
ນະລັດປະຊາທິປະໄຕປະຊາຊົນລາວ ທີ່ຖືກປະກາດສ້າງຕັ້ງຂຶ້ນຫລັງ
ຈາກກະສັດແຫ່ງພຣະຣາຊອານາຈັກລາວຊົງປະກາດສລະບັນລັງເມື່ອວັນ
ທີ່ 2 ທັນວາ 1975 ຍ້ອນເງື່ອນໄຂການເມືອງປ່ຽນແປງຫລາຍດ້ານ
ເຫດການນີ້ໄດ້ເກີດຂຶ້ນ ພາຍຫລັງຊັຍຊນະຊອງຝ່າຍ "ປະເທດລາວ" ທີ່
ປະກອບດ້ວຍ "ຝ່າຍໄກສອນພົມວິຫານ" " ແນວລາວຮັກຊາດ " ແລະ "ສັມພັນເປັນກາງຮັກຊາດ" ລວມແລ້ວ ປະກາດເປັນ "ພັກ ປະຕິວັດປະ
ຊາຊົນລາວ" ໃນເວລາຕໍ່ໆມາ ຈົນເຖິງຊູ່ມື້ນີ້
ເມືອງລາວມີປວັດສາດຍາວນານຜ່ານມາຫລາຍພັນປີ ນັກປວັດສາດ
ນັກຄົ້ນຄວ້າລາວ ໄທຍ ຈີນແລະອື່ນໆກໍວ່າ ຄວາມເປັນມາຂອງຊົນ
ຊາດລາວເຫິງນານເຖິງ 5000 ປີແລ້ວ
ປວັດສາດລາວແບ່ງອອກເປັນ 6 ສມັຍໃຫຍ່ໆດັ່ງນີ້ :
C ສມັຍເມືອງລຸງ / ລວງເຈົ້າ (Lungzhao)
C ສມັຍເມືອງປາ (Ba)
C ສມັຍເມືອງແຖນ (Dian)
C ສມັຍຫນານເຈົ້າ (Nanzhao)
C ສມັຍອານາຈັກລ້ານຊ້າງ (Lan-Xang)
- ໄລຍະເປັນປະເທສຣາດຂອງຫົງສາວະດີ
- ໄລຍະແບ່ງເປັນສາມອານາຈັກເອກຣາດ
- ໄລຍະເປັນປະເທສຣາດຂອງສຍາມ
- ໄລຍະເປັນຫົວເມືອງຂຶ້ນຂອງຝຣັ່ງ
- ໄລຍະຕໍ່ສູ້ຝຣັ່ງ
- ໄລຍະເປັນ "ພຣະຣາຊອານາຈັກລາວ" ໃນສະຫະພັນຝຣັ່ງ
C ສມັຍປະຕິວັດປ່ຽນແປງລະບອບປົກຄອງ
C ສມັຍເມືອງລຸງ(ລວງເຈົ້າ / Lungzhao)
ປຶ້ມປວັດສາດລາວເຊິ່ງບັນດານັກຄົ້ນຄວ້າລາວໄດ້ຂຽນຂຶ້ນເຊັ່ນຄນະກັມມະ
ການຄົ້ນຄວ້າຂອງກະຊວງສຶກສາກ່ອນປີ 1975 ປຶ້ມປວັດສາດໄທຍກໍວ່າ ອ້າຍລາວມີກຳເນີດຢູ່ແຖບພູອານໄຕຕາເວັນຕົກສຽງເຫນືອຂອງມົງໂກລີປັດ
ຈຸບັນເມື່ອ 5000 ປີກ່ອນແລ້ວຈິ່ງຄ່ອຍຍ້າຍຢາຍໄປຮອດແຂວງກັນຊູຂອງ
ຈີນປັດຈຸບັນ ໃນນັ້ນກໍມີເຂດນຶ່ງສຳຄັນເອີ້ນກັນສືບຕໍ່
ມາວ່າ ເມືອງລຸງເຈົາ /ລວງເຈົາ ອາດເປັນໄປໄດ້ທີ່ກົງກັບຊື່ ລັນເຈົາ
ເມືອງເອກຂອງ ແຂວງກັນຊູປັດຈຸບັນ ແຕ່ຈະແມ່ນຊື່ດຽວກັນນີ້ບໍ ກໍບໍ່
ມີຂໍ້ມູນໃດໆອ້າງອີງໄວ້ ແຕ່ວ່າ ຂົງເຂດດັ່ງກ່າວນີ້ເປັນບ່ອນຜ່ານຂອງ
ສາຍນ້ຳເຫລືອງທີ່ຈີນເອີ້ນວ່າ ນ້ຳຫວງເຫີ ແລະ ທາງລາວສມັຍບູຮານ
ກໍເອີ້ນຊື່ດຽວກັນນີ້ ໃນເວລານັ້ນ ເມື່ອ 5000 ປີກ່ອນ ຊົນຊາດລາວມີຊື່
ວ່າ ອ້າຍລາວ (Aï-Lao) ແລະ ຢູ່ໃກ້ກັນກັບຊົນຊາດອື່ນໆ ເປັນຕົ້ນ
ຊະນົງຍູ້ (Xiongnu) ຈີ້ (zi) ກາຊັກ ຕາດ(Tartar)
... ສ່ວນຊົນຊາດຮັ່ນເຊິ່ງເຮົາເອີ້ນວ່າ "ຈີນ" ນັ້ນ ກໍມາຈາກບໍລິເວນທະ
ເລສາບກັສປຽນໃນເວລາຕໍ່ມາຕາມຫລັງອ້າຍລາວແລ້ວອ້າຍລາວກັບຊາວ
ຮັ່ນກໍຜູກມິດກັນ ອ້າຍລາວໄດ້ຊ່ອຍຊາວຮັ່ນເຮັດເສິກຕ້ານຊົນຊາດຊະນົງ
ຍູ້ທີ່ເຂັ້ມແຂງທີ່ສຸດໃນສມັຍອ້າຍລາວເມືອງລຸງເຈົາ ແຕ່ຕໍ່ມາອ້າຍລາວກໍ
ເປັນເສິກກັບຊົນຊາດຮັ່ນ ເຫດວ່າ ເຂົ້າບຸກຍຶດຍາດເຂດຂອງອ້າຍລາວ
ເມື່ອບໍ່ແພ້(ບໍ່ຊນະ)ຊາວຮັ່ນແລ້ວ ຈິ່ງຖອຍຫນີໄປທາງໃຕ້ ຕັ້ງເຂດໃຫມ່
ຂຶ້ນຢູ່ບໍລິເວນສາຍນ້ຳຢັງເສ ໃນແຂວງເສສວນຂອງຈີນປັດຈຸບັນ ພວກ ອ້າຍລາວຈຸນຶ່ງໄດ້ຕັ້ງເມືອງຂຶ້ນ ຊື່ວ່າ ເມືອງປາ
ໃນສມັຍຣາຊວົງເຊັຽະ (Xia 2205 ກ່ອນກຣິດສັກຣາດ/ກກສ ເຖິງ 1766
ກ່ອນກຣິດສັກຣາດ / ກກສ) ພວກອ້າຍລາວຜູກມິດກັບພຣະເຈົ້າໄຈ້ວູ່ແຫ່ງ
ຣາຊວົງດັ່ງກ່າວ (ເອກສານຈີນບູຮານ-ຕຳນານໄກວຈິ ສລັກໃສ່ຕີວໃມ້ໄຜ່ກ່າວ
ໄວ້) ໃນສມັຍນີ້ອ້າຍລາວຈຸນຶ່ງ ເອີ້ນຕົນເອງວ່າໄຕມຸງ (ໄຕເມືອງ) ເພາະ
ຢູ່ບ່ອນເກົ່າແລ້ວ ຄືບໍ່ເປັນໄຕຄົວອີກຕໍ່ໄປ ຕາມເອກສານຕີວໄມ້ໄຜ່ຂອງ
ຈີນບູຮານສມັຍຣາຊວົງໂຈວ(ຈູ : 1122 ກກສ - 221 ກກສ) ອ້າຍລາວ
ກໍຜູກມິດກັບຣາຊວົງນີ້ ອັນສະແດງວ່າສມັຍໃດໃນປວັດສາດຈີນບູຮານ
ກໍມີຮ່ອງຮອຍອ້າຍລາວ...
C ສມັຍເມືອງປາ (Ba /Pa)
ເມືອງປານີ້ ມີຊື່ໃນເອກສານພາສາຝຣັ່ງ ຫລື ອັງກິດວ່າ Ba (ປ່າຍ ສູອີ້
1988 ສາສດາຈານປ່າຍສູອີ້ໄດ້ກ່າວເຖິງເມືອງປາ(ເຂດເສສວນ)ຕົກເປັນ
ເຂດສ່ວຍຂອງຣາຊວົງສິນ(Qin : 220 ກກສ - 206 ກກສ)
ກ່ອນການກໍ່ຕັ້ງຣາຊວົງສິນນີ້ ພວກສິນໄດ້ບຸກໂຈມຕີອ້າຍລາວ(ພວກລາວ
ງ້ຽວ)ໃນເສສວນເມື່ອປີ 338 ກກສ ເຖິງປີ 243 ກກສ ເກີດສົງຄາມ
ໃຫຍ່ກັບສິນ ລະຫວ່າງປີ 222 ກກສ ຫາປີ 221 ກກສ ຈິນຊີຮ່ວງຕີ
(ຮ່ອງເຕ້) ສົ່ງທະຫານຫ້າແສນໄປບຸກອ້າຍລາວຢູ່ເຂດຫລິງນານ (ເອກສານ
ປ່າຍສູອີ້ 1988) ເມື່ອປະມານປີ 214 ກກສ ພຣະເຈົ້າຈິນຊີຮ່ວງຕີເລີ່ມ
ກໍ່ສ້າງກຳແພງຈີນໂດຍເກນເອົາຊະເລີຍເສິກ ແລະ ຊົນຊາດເສັຽຊັຍໄປ
ອອກແຮງງານເປັນຂ້າທາດ ໃນນັ້ນກໍມີຊົນຊາດອ້າຍລາວດ້ວຍ ທຸກທໍລະ
ມານແສນອະນາດ
ພາຍຫລັງຣາຊວົງສິນຫລົ້ມລົງເມື່ອປີ 206 ກກສ ອ້າຍລາວເມືອງປາ
ປະກາດເອກລາດຕົນເອງ ສ່ວນພວກຮັ່ນກໍປະກາດຕັ້ງຣາຊວົງຂຶ້ນໃຫມ່
ໃຫ້ຊື່ວ່າ ຣາຊວົງຮັ່ນຕາເວັນຕົກ (Dynastie Han de l'Ouest /Western
Han Dynasty : 206 ກກສ ເຖິງ ປີ ກ.ສ. 5 ແຫ່ງ ກຣິດສັກລາດ /ກສ ຫລື
ຄສ) ເຂດຂອງ ເມືອງປາ ກວມເອົາເສສວນເຖິງແຄມທະເລ ເຂັ້ມແຂງ
ຢູ່ 280 ປີ (ຈາກ 122 ກກສ ເຖິງ 158 ກກສ) ໃນປີ ກກສ 100
ເມືອງປາ ຕົກຢູ່ໃນອິດທິພົນຂອງຣາຊວົງຮັ່ນຕາເວັນຕົກໃນຣັຊການຂອງ
ພຣະເຈົ້າວູ່ຕິ ອ້າຍລາວສ່ວນນຶ່ງຖອຍລົງທາງໃຕ້ອາສັຍຢູ່ອ່າງນ້ຳຢັງເສ
ເຂດເສສວນ/ບໍລິເວນຈຸງກິງກໍຕັ້ງເມືອງປາຂຶ້ນ ເຫິງນານ ແຕ່ ປະມານ
122 ກ.ກ.ສ. ເຖິງ ກ.ສ. 158 ເປັນເອກຣາດຢູ່ ປະມານ 280 ປີ ກໍ
ເສັຽເອກລາດ
* * *
C ເມືອງແຖນ /ຖຽນ (DIAN)
ຫລັງຈາກອ້າຍລາວສ່ວນນຶ່ງຫນີພ່າຍເສິກທີ່ໄດ້ເກີດຂຶ້ນກັບຣາຊວົງຮັ່ນ
ເຂົາເຈົ້າກໍໄປຕັ້ງເຂດໃຫມ່ຂຶ້ນຢູ່ບໍລິເວນຂຸນມິ່ງ (ເມືອງເອກແຂວງຍຸນຫນານ
ປັດຈຸບັນ) ໃນປະມານປີ 122 ກ.ກ.ສ ແຕ່ໄດ້ເສັຽເອກລາດເມື່ອປີ ກ.ສ.
75 ເຊິ່ງອັງກິດຂຽນເປັນ Dian (Dianyue) "ຖຽນເອັ້ຽ" ຕາມສຳນຽງຈີນ
ເມືອງແຖນຢູ່ບໍລິເວນຫນອງແຖນແສເຊິ່ງຈີນເອີ້ນປັດຈຸບັນນີ້ວ່າ ຖຽນສື ໃນບໍລິເວນເມືອງຂຸນມິງ/ຍຸນຫນານ
ຫນອງແຖນແສນີ້ ຍາວປະມານ 50 ຫລັກ/ກວ້າງ 40 ຫລັກ ເມືອງ
ແຖນເປັນເອກະລາດຢູ່ປະມານ 200 ປີ ແຕ່ 122 ກກສ ເຖິງປີ
ກ.ສ. 78 ແລ້ວຂຶ້ນ ກັບຣາຊວົງຮັ່ນຕາເວັນຕົກ ເມື່ອປີ ກ.ສ. 78
ເຖິງປີ 119 ກກສ ເມືອງແຖນຕົກເປັນເຂດຂຶ້ນກັບຣາຊວົງຮັ່ນຕາເວັນ
ຕົກ (ຣັຊການວູ່ຕິ) ຊາວເມືອງແຖນລຸກຕໍ່ສູ້ໃນປີ 100 ກກສ ແຕ່ເສັຽຊັຍ
ການຕໍ່ສູ້ເຫິງນານເຖິງ 75 ປີ ໃນປີ 87 ກກສ ເມື່ອທ້າຍຣັຊການວູ່ຕີ
ອ້າຍລາວເຮັດເສິກຕ້ານຣັຊການດັ່ງກ່າວທີ່ໄດ້ສົ່ງກອງທັບເຂົ້າແກ້ແຄ້ນ
ເມືອງແຖນເພາະບໍ່ຍອມອະນຸຍາດໃຫ້ທູດຈີນຜ່ານດິນແດນຂອງຕົນໄປ
ຍັງອິນເດັຽເພື່ອໄປຂໍຄັມພີສາສນາພຸດ ເຈົ້າຄອງເມືອງແຖນໃນເວລານັ້ນ
ແມ່ນພຣະເຈົ້າລາວເມັງ ເມືອງແຖນຕັ້ງຢູ່ບໍລິເວນຫນອງແຖນແສລຸ່ມ
(ປັດຈຸບັນ ຈີນເອີ້ນວ່າ ຖຽນສື ເປັນທະເລສາບຍາວປະມານ 50 ຫລັກ) ໃນ
ເຂດເມືອງຂຸນມິງ ເມືອງແຖນນີ້ ມີຂຽນໄວ້ໃນຕຳນານຂຸນບູລົມໃນຊື່ວ່າ
ເມືອງເທິງ ປຽບໃສ່ ເມືອງລຸ່ມ (ນານ້ອຍອ້ອຍຫນູ ຫລື ຕົງແກັງດິນແດນ
ຂອງຂຸນບູລົມ) ແຕ່ຍັງມີທະເລສາບແຫ່ງນຶ່ງອີກຫ່າງຈາກຂຸນມິງປະມານ
400 ຫລັກໄປທາງຕາເວັນຕົກສຽງເຫນືອ ສຸດຂອງແຂວງຍຸນຫນານ
ມີຊື່ໃນປັດຈຸບັນວ່າ ທະເລສາບເອີຮ່າຍເຊິ່ງເປັນບໍລິເວນຕັ້ງຫນານເຈົ້າ
ອານາຈັກບູຮານຂອງອ້າຍລາວເຊິ່ງຈະກ່າວຕໍ່ໄປ ສ່ວນຫນອງແຖນແສ
ໃນເຂດຂຸນມິ່ງນັ້ນ ໄທລາວສມັຍບູຮານກໍພາກັນເອີ້ນວ່າ ຫນອງແສ
ແສນຍ່ານ ແລະໃນປັດຈຸບັນກໍຍັງ ເອີ້ນຊື່ນີ້ຢູ່ຕາມທີ່ຕຳນານປວັດສາດ
ໄດ້ເລົ່າສືບທອດຕໍ່ໆມາ ສ່ວນຫນານເຈົ້ານັ້ນ ໄທລາວກໍເອີ້ນຊື່ວ່າ
ຫນອງແສຄືກັນ ...
C ສມັຍຫນານເຈົ້າ (Nanzhao)
ພາຍຫລັງນະຄອນຣັດເມືອງແຖນຖືກພວກຮັ່ນກືນ ເປັນດິນແດນຮັ່ນ
ແລ້ວແລະກ່ອນນີ້ອີກ ອ້າຍລາວສ່ວນນຶ່ງໄດ້ພາກັນໄປສ້າງເຂດຂຶ້ນ
ລັກສນະນະຄອນຣັດຢູ່ບໍລິເວນທະເລສາບແຫ່ງນຶ່ງອີກ ເຊິ່ງໄທລາວ
ສມັຍນັ້ນຍັງພາກັນເອີ້ນອີກຢູ່ວ່າ ຫນອງແສ ເພາະນະຄອນຣັດ
ດັ່ງກ່າວຕັ້ງຢູ່ອ້ອມແອ້ມບໍລິເວນຫນອງຍາວປະມານ 40 ຫລັກ/ກວ້າງ
ປະມານ 25 ຫລັກ ຫາກນ້ອຍກວ່າຫນອງແຖນແສໃນຂຸນມິ່ງ (ທາງ
ປວັດສາດຕ່າງປະເທດໃຫ້ຊື່ວ່າ ຫນານເຈົ້າ ແຕ່ ກ.ສ. 557 ເຖິງ ກ.ສ.1254
ຫນານເຈົ້າເກີດຂຶ້ນ ພາຍຫລັງທ້ອນໂຮມຫົກນະຄອນຣັດໂດຍນະຄອນຣັດຫນານເຈົ້າ
ແລ້ວກໍຕັ້ງຊື່ວ່າ ຫນານເຈົ້າ ເຊິ່ງອ້າຍລາວພາກັນເອີ້ນວ່າ ເມືອງຫນອງແສແຜນທີ່
ດັ່ງກ່າວ ສະແດງເຖິງຫນານເຈົ້ານັບຈາກສມັຍຂຸນບູລົມເປັນຕົ້ນໄປ)
ໃນເອກສານຈີນບູຮານກໍມີບັນທຶກໄວ້ ຄວາມເປັນມາຂອງຫນານເຈົ້າວ່າ
ເປັນ ເຈົ້າພາກໃຕ້ (ຫນານ ແປວ່າ ໃຕ້ ແລະ ເຈົ້າ ແປວ່າ ຜູ້ເປັນໃຫຍ່
ຫນານເຈົ້າ ຫມາຍເຖິງ ຜູ້ເປັນໃຫຍ່ພາກໃຕ້ ) ການທີ່ໃສ່ຊື່ແນວນີ້ ກໍເພາະ
ວ່າ ອ້າຍລາວໄດ້ຖືກຊົນຊາດອື່ນດັນອອກຫນີຈາກດິນແດນຂອງຕົນຢູ່ບໍ່
ເຊົາ ຈິ່ງໄປສ້າງເຂດໃຫມ່ຂຶ້ນໃນບໍລິເວນຫນອງໃຫມ່ດັ່ງກ່າວຢູ່ອ້ອມ
ແອ້ມບໍລິເວນທະເລສາບນີ້ກໍມີຫົກເຂດທີ່ບໍ່ຂຶ້ນຕໍ່ກັນຫລືຫົກນະຄອນຣັດ
(Cité-Etat/City-State)ອັນມີ ເມິງເສເຈົ້າ (ເມືອງແສເຈົ້າ ຫລື ຫນານເຈົ້າ )
ຫນົງເຈົ້າ ເອັ້ຽເຈົ້າ ລວງເຈົ້າຈິເຈົ້າ ແລະ ກຸງເຈົ້າ ຫົກເຂດນີ້ມີ
ກຳເນີດເມື່ອກາງສັຕວັດທີ່ 2 ຫົກນະຄອນຣັດຕ່າງໆກໍພຍາຍາມສ້າງ
ອິດທິພົນຕໍ່ນະຄອນຣັດອື່ນໆ ເພື່ອທ້ອນໂຮມໃຫ້ມາຢູ່ໃນອຳນາດຕົນ
ຫມາຍເຖິງເສິກໄດ້ເກີດຂຶ້ນຢູ່ສເມີລະຫວ່າງເຂດດັ່ງກ່າວ ເມິງເສ ເຂັ້ມ
ແຂງກວ່າຫມູ່ ແລ້ວກໍສາມາດຍຶດເອົາຫ້າເຂດມາຢູ່ໃນອິດທິພົນຂອງຕົນ
ປະມານກາງສັຕວັດທີ່ 6 ເມື່ອສຳເລັດການທ້ອນໂຮມອ້າຍລາວໃນຫົກ
ນະຄອນຣັດດັ່ງກ່າວ ຝ່າຍຊນະຜາບແພ້ໝູ່ຈິ່ງຂນານນາມດິນແດນນັ້ນ
ວ່າ ຫນານເຈົ້າ ເປັນຊື່ລວມສູນອຳນາດ ແຕ່ພົລເມືອງໃນດິນແດນນັ້ນ
ມັກເອີ້ນກັນວ່າ ເມິງເສ ຕາມເຄີຍ ຫລື ຫນົງເສ ທີ່ຊາວເມືອງມັກເອີ້ນ
ກັນອີກຕໍ່ໆມາຜ່ານສມັຍກໍຜ້ຽນເປັນ ຫນອງແສ ນັ້ນເອງ ສ່ວນເອກສານ
ຈີນບູຮານກໍຮູ້ແຕ່ຊື່ວ່າ ຫນານເຈົ້າ ເຊິ່ງນັກຄົ້ນຄວ້າຕາເວັນຕົກນຳເອົາ
ໄປໃຊ້ຕໍ່ອີກວ່າ Nanzhao *
ຫນານເຈົ້າເປັນເອກລາດເຂັ້ມແຂງຢູ່ຫົກສິບກວ່າປີຈິ່ງໄປເຖິງສມັຍຂອງ
ຣາຊວົງຖັງ (ຮັ່ນ /ຈີນ ແຕ່ 618-907) ພາຍໃນຫນານເຈົ້າກໍຍັງມີຊົນ
ຊາດອື່ນໆອີກຢູ່ຮ່ວມກັນ ເຊັ່ນ ສຽນເປ ຕິ ເຈັຽະ ຊະນົງຍູ້... ນັບແຕ່
ກາງສັຕວັດທີ່ 7 ເປັນຕົ້ນໄປ ອິດທິພົນຫານເຈົ້າກວມເຖິງ ເຈິນລາ
ເທິງ ອະສັມ /ມະນີປູຣະ ພະມ່າພາກເຫນືອ ເສສວນພາກຕາເວັນ
ຕົກ ໄກວໂຈວພາກຕາເວັນຕົກ ກວາງຕົ້ງພາກຕາເວັນຕົກ ກວາງສີ
ພາກຕາເວັນຕົກຕັງເກັຽ ນັບຈາກກາງສັຕວັດທີ່ 8 ຈົນເຖິງໄລຍະ
ຈັກກະພັດມົງໂກນເຂົ້າພິຊິດຫນານເຈົ້າ (ກາງສັຕວັດທີ່ 13) ຫນານເຈົ້າ
ຍັງຂຍາຍດິນແດນໄປເຖິງເຈັດຫົວເມືອງ ໃນແຫລມອິນໂດຈີນແລະຈີນ
ພາກໃຕ້ເຊິ່ງປົກຄອງໂດຍລູກທັງເຈັດຂອງຂຸນບູລົມ ຄື ເມືອງຊວາ
ນານ້ອຍອ້ອຍຫນູ ລ້ານເພັຽ ຄຳເກີດ ເມືອງພວນ ສຸວັນນະໂຄມຄຳ ຕາຫໍ /ໄຕຫໍ ( ຕາມອັກສອນສາກົນປິນຢິນຈີນ Pin Yin ປະດິດຂຶ້ນ
ເມື່ອປີ 1956 ເພື່ອໃຊ້ລອກສຽງພາສາຈີນໃຫ້ຊາວຕ່າງດ້າວອ່ານນັ້ນ
ຄຳວ່າ ໄຕຫໍ ຫລືໄຕເຫີເສິງ ມີໃນແຜນທີ່ປັດຈຸບັນ ໃກ້ໆເມືອງຕາຫລິ
ແຄມຫນອງເອີຮ່າຍແຂວງຍຸນຫນານ ແຕ່ເປັນຊາກເມືອງເກົ່າບູຮານ
ເຄີຍເປັນເມືອງຫລວງຂອງຫນານເຈົ້າ ໃນນິທານຂຸນບູລົມມີກ່າວເຖິງ
ເມືອງຕ້າຫໍ...) ໃນຣັຊການຂຸນບູລົມ (ລະຫວ່າງກາງສັຕວັດທີ່ 8) ຫນານ
ເຈົ້າເຂັ້ມແຂງທີ່ສຸດຕໍ່ຫນ້າອຳນາດຣາຊວົງຖັງ ທີ່ເຂົ້າບຸກຮຸກຫນານເຈົ້າ
ໃນຣັຊສມັຍຂອງຂຸນລໍຕໍ່ໆໄປ ແລ້ວກໍເກີດເສິກຫລາຍທົສວັດ...ຫນານ
ເຈົ້າເສື່ອມລົງເມື່ອສັຕວັດທີ່ 10 ຫລັງຈາກນີ້ ມີການປ່ຽນຣາຊວົງໃຫມ່
ຄື ຣາຊວົງຕວນ ທີ່ບໍ່ແມ່ນເຊື້ອສາຍຂອງຊຸນບູລົມແຕ່ຢ່າງໃດ......
ຕົກມາເຖິງປີ ກ.ສ. 1254 ຫນານເຈົ້າກໍຖືກຈັກກະພັດມົງໂກນເຂົ້າບຸກ
ຍຶດ ແລ້ວກໍຢູ່ໃນອຳນາດຂອງພຣະເຈົ້າກູບີໄລຂ່ານ (ມີຫີນສີລາເລີກ
ແຜ່ນຫນາໃຫຍ່ຕັ້ງຢູ່ຫໍສະແດງເຄື່ອງບູຮານ ເມືອງຕາຫລິ) ໃນປີ ກ.ສ.
1260 ກູບີໄລຂຶ້ນຄອງບັນລັງດິນແດນຈັກກະພັດມົງໂກນ ມີນາມວ່າ
ຊີຈູ /Zizhu ເມື່ອປີ 1271 ຊີຈູຕັ້ງຣາຊວົງຂຶ້ນ ຄືຣາຊວົງ ຢວນ(ອ້ຽນ)
ຍ້າຍເມືອງຫລວງໄປເປ່ຈິງ(ປາກກິ່ງ) ແລ້ວຈິ່ງຂຍາຍດິນແດນໄປທົ່ວສາ
ລະທິດ ກວມເອົາແຫລມອິນໂດຈີນໃນນີ້ກໍມີ ລ້ານຊ້າງ ກຳພູຊາ....ມົງ
ໂກນໄດ້ຊ່ອຍເຈົ້າຟ້າງຸ່ມທ້ອນໂຮມບັນດາອານາເຂດລາວ ແລະ ດິນ
ແດນທີ່ມີໄທລາວອາສັຍຢູ່ເຂົ້າເປັນແຜ່ນດິນດຽວແຕ່ສຳເລັດບາງສ່ວນໃນ
ປີ ກສ.1353 ເອີ້ນວ່າ ອານາຈັກລ້ານຊ້າງ... ພຣະອົງ ສາມາດທ້ອນ
ໂຮມໄດ້ຫລາຍຫົວເມືອງຫລືແຜ່ນດິນ ເປັນຕົ້ນ ລ້ານຊ້າງ ລ້ານນາ
ລ້ານເພັຽ ເມືອງພວນ ນານ້ອຍອ້ອຍຫນູ(ຕົງແກັງ) ສິບສອງປັນນາ
ð ສມັຍອານາຈັກລ້ານຊ້າງ (1353-1946)
ກ່ອນຊິໄດ້ຊື່ວ່າ ອານາຈັກລາວລ້ານຊ້າງ ນັ້ນ ແຜ່ນດິນດັ່ງກ່າວໄດ້
ຜ່ານຫລາຍໄລຍະທາງຂອງປວັດສາດ ຟ້າງຸ່ມສາມາດທ້ອນໂຮມ ແຕ່
ກ.ສ. 1340 ຫາປີ 1373/1375 ໂດຍໃຊ້ເວລາກວ່າສາມສິບປີ
ຈັກກະພັດມົງໂກນເລີ່ມຕົ້ນແຜ່ອິດທິພົນເຂົ້າເຂດອາຊີ ປະມານປີ ກ.ສ.
1278 ກ່ອນສມັຍເຈົ້າຟ້າງູ່ມເອົາກຳເນີດເກີດມາ ຈົນເຖິງປີ ກ.ສ.
1368 ຈິ່ງເສື່ອມໂຊມລົງ ພາຍຫລັງຊົນຊາດຮັ່ນປະກາດຕັ້ງຣາຊວົງມິ່ງ
ຂຶ້ນແທນ ສ່ວນເຈົ້າຟ້າງຸ່ມນັ້ນ ກໍສົມພົບເມື່ອປີ ກ.ສ. 1316 ເມື່ອທ້າຍ
ຣັຊການຂອງພຍາລັງທິຣາດ ໂອຣົດຂອງທ້າວຫວາງ ລະຫວ່າງ ປີ
ກ.ສ.1271-1316 ແລະ ກໍພໍດີພຍາຄຳຜົງ ພຣະບິດາຂອງຟ້າງຸ່ມຂຶ້ນຄອງ
ຣາດແທນ(1316-1343) ຢູ່ຊຽງດົງຊຽງທອງ (ເມືອງຊວາ / ຫລວງພຣະບາງ)
ພາຍໃນອິດທິພົນຂອງມົງໂກນທີ່ຄວບຄຸມຊຽງດົງຊຽງທອງ ຈາມປາ ກຳ
ພູຊາ ພະມ່າ ສຸໂຂໄຕ...
ໃນປີ ກ.ສ.1340 ເຈົ້າຟ້າງຸ່ມຕັ້ງຕົ້ນທ້ອນໂຮມອານາເຂດລາວ ລັກສນະ
ເອກລາດໃຜມັນເຊັ່ນ ເມືອງພວນ ໄຜ່ຫນາມ (ວຽງຈັນ) ລ້ານນາ ຊຽງ
ແສນ ຊຽງຕຸງ ອາຍຸທຍາ ສິບສອງປັນນາ... ໃນສມັຍນັ້ນ ສິບສອງ
ປັນນາກວມເອົາ ເຂດຊຽງຕຸງ ເຂດເມືອງສິງ ແລະສິບສອງປັນນາສ່ວນ
ທີ່ເປັນຂອງຈີນໃນປັດຈຸບັນ ພຣະອົງສຳເລັດສ່ວນນຶ່ງເມື່ອປີ ກ.ສ.1353
ໃນການສນັບສນູນຂອງມົງໂກນ ແລ້ວຈິ່ງປະກາດຊັຍຊນະຢູ່ໄຜ່ຫນາມ
(ປ່ຽນເປັນ ວຽງຄຳ ແລ້ວຕໍ່ມາເປັນ ວຽງຈັນ) ແຜ່ນດິນກາຍເປັນຈັກກະພົບ
ລ້ານຊ້າງ ແລ້ວພຣະອົງກໍສືບຕໍ່ທ້ອນໂຮມແຜ່ນດິນສ່ວນທີ່ຍັງແຂງຂໍ່ຢູ່
ຈົນເຖິງປີ ກ.ສ. 1358 ຈິ່ງໄດ້ນຳເອົາສາສນາພຸດເຖຣະວາດ (ຫິນະຍານ)
ເຂົ້າມາໃນອານາຈັກລ້ານຊ້າງ ເພື່ອໃຫ້ຊາວລາວເຊົາຖືຜີ ດັ່ງທີ່ເຄີຍປະ
ຕິບັດກັນມາແລ້ວນັ້ນ ພ້ອມທັງອັງເຊີນພຣະບາງ (ພຣະປາງ) ມາປະດິດ
ສະຖານໃນຊຽງດົງຊຽງທອງ (ມີການແຫ່ມະໂຫຣະສົບຕິດຕາມໂດຍຄນະ
ນາຕສິນປະຈຳພຣະນາງແກ້ວເກັງຍາ ຜູ້ເປັນມະເຫສີ ຄນະນາຕສິນຂອງ
ນາງແກ້ວມີຊື່ວ່າ ຟ້ອນນາງແກ້ວ ເຊິ່ງວັງຫລວງພຣະບາງສືບທອດຕໍ່ໆ
ມາເປັນປະເພນີ ເມື່ອມີການແຫ່ພຣະບາງກໍຕ້ອງມີຄນະ"ຟ້ອນນາງແກ້ວ"...
ລາວລ້ານຊ້າງແຕ່ກາງສັຕວັດ 14
(ແຜນທີ່ໃນນີ້ປະກອບຂຶ້ນພໍສັງເຂບຕາມຫົວເມືອງທີ່ລາວຄວບຄຸມ
ໄດ້ໃນສມັຍຟ້າງຸ່ມທ້ອນໂຮມແຜ່ນດິນ)
ລາວລ້ານຊ້າງປະກອບດ້ວຍຫລາຍຫົວເມືອງຄື (1) ຊຽງລາວດອຍຕຸງ
(2) ສິບສອງພັນນາ (3) ສິບສອງເຈົ້າໄຕ (4) ເມືອງພວນ (5) ລ້ານນາ
(6) ຊັດຊະນາໄລ (7)ແງ່ອັ້ນ (8) ກະແຈະ (9) ໂຄຣາດ (10) ລ້ານເພັຽ
(11) ດາຍເຢ່ (12) ມົງໂກນ (13) ຕົງອູ (ຫົງສາວະດີ) (14) ມອນ
(ເຂດອິດທິພົນຊັດຊະນາໄລ) (15-16) ຂອມ(17) ຈາມປາ
ເຖິງປີ ກ.ສ. 1368 ຣາຊວົງຢວນຫລົ້ມລົງ (ມົງໂກນ) ອຳນາດຂອງ
ຝ່າຍເຈົ້າຟ້າງຸ່ມກໍຕົກຢູ່ໃນສະພາບອ່ອນເພັຽລົງນັບມື້ ແລ້ວໃນປີ ກ.ສ.
1373 ຝ່າຍຕ້ານມົງໂກນກໍຍາດເອົາອຳນາດໄດ້ ເຊິ່ງໄດ້ແກ່ເສນາອາ
ມາດກຸ່ມນຶ່ງ ການເມືອງຫຍຸ້ງຍາກຜ່ານມາຫລາຍເດືອນ ຄນະຂອງເຈົ້າ
ອຸ່ນເຮືອນ ຜູ້ເປັນໂອຣົດຂອງເຈົ້າຟ້າງຸ່ມຈິ່ງສາມາດເອົາອຳນາດໄດ້
ອອກຈາກສະພາບສັບສົນຜ່ານມາ ເມື່ອຂຶ້ນຄອງຣາດໃນກາງປີ ກສ.1373
ພຣະອົງກໍຖືກຂນານນາມວ່າ "ສາມແສນໄທ "ແລ້ວຕໍ່ຈາກນັ້ນ ກໍມີການ
ສືບບັນລັງເປັນປົກຕິຕລອດມາຈົນເຖິງເວລາທີ່ລ້ານຊ້າງຖືກແບ່ງແຍກເປັນ
ສາມອານາຈັກເອກລາດໃຜມັນ ໃນປີ ກ.ສ.1713 ພາຍໃນໄລຍະ 360
ປີຜ່ານມາ (1353-1713) ລ້ານຊ້າງກໍຍັງໄດ້ພົບກັບບັນຫາຕ່າງໆເຊັ່ນຍາດ
ອຳນາດກັນເປັນເນືອງນິດ ເສິກຕ່າງດ້າວ...ກ່ຽວກັບເສິກຕ່າງດ້າວນັ້ນທາງ
ລາວກໍມີບັນຫາກັບ "ດາຍວຽດ(ດາຍເຢ)" ໃນຣາຊວົງຕຣັນ ຕໍ່ໃສ່ຣາຊວົງ
ແລ່(1427- 1527) ສ່ວນຣາຊວົງຕຣັນໄດ້ຖືກຫລົ້ມໃນປີ ກ.ສ. 1415 ເສິກ
ລະຫວ່າງສອງຝ່າຍໄດ້ເກີດຂຶ້ນກ່ອນຣັຊການນາງແກ້ວນົງຮຽວ(ແກ້ວພິມພາ)
ອັນ ເຮັດໃຫ້ນາງຕ້ອງປົດເຈົ້າຊີວິດຫລາຍອົງທີ່ເຫັນວ່າ ມີຫົວຄິດເຂົ້າຂ້າງ
ຍອມຕ່າງດ້າວດັ່ງກ່າວແລ້ວກໍສັ່ງຂ້າຖິ້ມ ຈົນເຖິງຫົກຄົນ..ຕໍ່ມາ ກໍຖືກຝ່າຍ
ຕ້ານຍາດອຳນາດໄດ້ ແລ້ວນຳໄປປະຫານຢູ່ປາກມິ່ງ...ຝ່າຍຕ້ານດັ່ງກ່າວ
ຈິ່ງບັນທຶກໄວ້ວ່າ ເປັນຍິງໂຫດຮ້າຍສາມານ... ນັກປວັດສາດຜ່ານມາໃຫ້
ເຫດຜົນວ່າ ພຣະນາງເມົາມົວນຳແຕ່ກາມເພດ ບໍ່ພໍໃຈກັບຊາຍໃດ ກໍສັ່ງ
ຂ້າຖິ້ມໂລດຈົນນັກປວັດສາດຕ່າງດ້າວແປເປັນພາສາຝລັ່ງແລ້ວກໍປຽບພຣະ
ອົງໃສ່ພຣະນາງ "ອາກຣິບປີນ ລາເຊີນ"(Agrippine la Jeune) ເຈົ້າຍິງ
ໂຣແມັງ ເມື່ອປີ ກ.ສ. 15–59 ສົມຣົດກັບຈັກກະພັດໂຣແມັງ "ກໂລດ"
(Claude) ຜົວຄົນທີ່ສາມ ພຣະນາງເບືອຈັກກະພັດອົງດັ່ງກ່າວ ເພື່ອຍົກ
ເນຣົງ/Néron ຂຶ້ນແທນ ແຕ່ຕໍ່ມາ ຈັກກະພັດເນຣົງກໍສັ່ງຂ້າພຣະນາງ...
ສະພາບກໍລະນີວິວາດຊາຍແດນລະຫວ່າງລ້ານຊ້າງກັບອານາມແກ່ຍາວ
ເຖິງ 11 ປີ ສ່ວນນາງແກ້ວພິມພາກໍຖືກຈັບໄປປະຫານ ເພິ່ນຄອງອຳ
ນາດແຕ່ປີ 1427-1438
ຕໍ່ໄປກໍແມ່ນໄຊຍະຈັກກະພັດ (1438-1480) ເມື່ອປີ 1477 ກອງທັບອາ
ນາມຂອງຣາຊວົງແລ່ເຂົ້າບຸກຮຸກລ້ານຊ້າງເຂດຊຽງຂວາງພ້ອມດຽວກໍ
ເຂົ້າຢຽບຈາມປາ (ວຽດນາມກາງແລະໃຕ້ປັດຈຸບັນ ສມັຍນັ້ນຣາຊວົງແລ່ ຍັງ
ຄອງອຳນາດບໍລິເວນຕົງແກັງຕາເວັນອອກສຽງເຫນືອ ແຕ່ກໍບຸກລົງໄປທາງໃຕ້ເລີຍໆ)
ນອກນັ້ນ ພຣະເຈົ້າແລ່ທັນຕັນກໍຍັງໃຊ້ກອງທັບສອງແສນຄົນເຂົ້າບຸກ
ຫລວງພຣະບາງ ແຕ່ກໍຖືກທະຫານໄຊຍະຈັກກະພັດຕີແຕກໃຫ້ຖອຍໄປ
ທັບພຍາແລ່ໄດ້ຮັບຄວາມເສັຽຫາຍຫນັກຫນ່ວງ ອານາຈັກລ້ານຊ້າງຢູ່
ໃນສະພາບປັ່ນປ່ວນຈົນຮອດສມັຍໄຊຍະເຊດຖາທິຣາດ (1548-1571)ໃນຣັຊການນີ້ ກໍມີກະສັດອານາຈັກຕົງອູຫລື ຫົງສາວະດີ (ສ່ວນນຶ່ງຂອງ
ພະມ່າປັດຈຸບັນ) ເຂົ້າບຸກໂຈມຕີລ້ານຊ້າງເຖິງສີ່ຄັ້ງ ຄັ້ງສຸດທ້າຍໃນປີ
ກ.ສ. 1573 ສມັຍພຍາແສນສຸລິນທາຄອງບັນລັງ
ð ໄລຍະເປັນປະເທສຣາດຂອງພະມ່າ (1575-1610)
ລາວລ້ານຊ້າງຕົກເປັນປະເທສຣາດຂອງຫົງສາວະດີ ແຕ່ປີ ກ.ສ.
1575-1610 ຫລັງຈາກເປັນເສິກກັນຢູ່ ນັບແຕ່ປີ 1559 ເປັນຕົ້ນມາ
ພາຍຫລັງທີ່ເຊດຖາທິຣາດສູ້ຮົບຊາວຫົງສາວະດີບໍ່ແພ້ ໃນເວລາທີ່ຕ່າງ
ດ້າວດັ່ງກ່າວເຂົ້າຍຶດເອົາລ້ານນາຊຽງໃຫມ່ ປີ 1553 ໃນເວລາເຊດຖາ
ທິຣາດສະເດັດກັບວຽງຈັນ
ລາວລ້ານຊ້າງອອກຈາກອິດທິພົນຫົງສາວະດີ ເມື່ອປີ ກ.ສ.1610 ໃນ
ຣັຊການຂອງພຣະວໍຣະວົງສາ (1596-1622) ເມື່ອພະມ່າຫົງສາວະດີ
ອ່ອນເພັຽລົງ ຍ້ອນແມ່ທັບບຸເຣັງນອງ ເສັຽຊີວິດໄປ ພຣະວໍຣະວົງສາ
ກໍສວຍໂອກາດປະກາດເອກລາດທັນທີ...ຢູ່ໃນອິດທິພົນຕ່າງດ້າວນີ້ເປັນ
ເວລາ 35 ປີ...ພຣະວໍຣະວົງສາ (ພຣະວໍພຣະຕາ) ກັບ ພຣະໂອຣົດ
ກໍຕ້ອງເຂັ່ນຂ້າກັນເພື່ອບັນລັງ ຍ້ອນການຍຸຍົງຂອງເສນາສອງຝ່າຍ
ຝ່າຍໄດ້ອຳນາດກໍແມ່ນລູກຊາຍ ຄື ອຸປະເຍົາວະຣາດ (1622-1623)
ຕໍ່ຈາກນັ້ນກໍມີການຍາດອຳນາດເປັນເນືອງນິດ ຈາກປີ 1627 – 1637
ð ຣັຊການສຸລິຍະ ວົງສາທັມມິກະຣາດ (1637-1694)
ຈົນເຖິງຣັຊການໄຊຍະກຸມານ (ສຸລິຍະ ວົງສາ 1637-1694) ບ້ານເມືອງ
ຈິ່ງຕັ້ງຢູ່ໃນຄວາມສງົບດີຕລອດໄລຍະການຄອງອຳນາດຂອງພຣະອົງ
ໂດຍມີທູດໂຮນລັງຊື່ວ່າ ວັນວຸສຕັອບ ຢ້ຽມຢາມວຽງຈັນໃນປີ 1641-
1642 ໂດຍຜ່ານປະເທດຂເມນຫລັງຈາກອອກຈາກເມືອງບາຕາວີອາ
ປະເທດມາເລເຊັຽທີ່ເປັນຫົວເມືອງຂຶ້ນຂອງໂຮນລັງ ວັນວຸສຕັອບເວົ້າວ່າ
ຕົນເອງໄປພັກແຮມນຶ່ງຄືນຢູ່ວັດລາວບ້ານບັດຈົງ (ເຂດກະແຈະ) ໃນວັນ
ທີ່ 17/08/1641ກ່ອນຊິອອກເດີນທາງໄປເຖິງວຽງຈັນໃນວັນທີ່ 16/11/1641 ຢູ່ວຽງຈັນ
ກໍມີການຈັດພິທີມອບສານຂອງນາຍພົນໂຮນລັງ "ອັງຕວນວັນກີເມັນ"
ໃຫ້ແກ່ເຈົ້າຊີວິດລາວກາງເດີ່ນພຣະທາດຫລວງ ວັນວຸສຕັອບກັບໄປຍັງ
ບາຕາວີອາ (Batavia) ມາເລເຊັຽ ໃນເດືອນສິງຫາ 1642 ແຕ່ນັ້ນມາ
ລາວລ້ານຊ້າງກໍຖືກບັນທຶກເຂົ້າໃນປວັດສາດຂອງໂຮນລັງ ໃນນັ້ນກໍມີ
ກ່າວເຖິງຄວາມຍິ່ງໃຫຍ່ຂອງລາວເຊັ່ນທາງໃຕ້ໄປຮອດບ້ານບັດຈົງກາຍ
ກະແຈະລົງໄປອີກໂດຍມີປ້າຍຕິດໃສ່ກົກໄມ້ໃຫຍ່ວ່າ "ແດນລາວ"..
ໃນເວລາຂຶ້ນຄອງຣາດນັ້ນພຣະອົງເນຣະເທດນ້ອງຊາຍໄປອາສັຍບ່ອນ
ອື່ນເຊັ່ນເຈົ້າປຸໄປທາດພະນົມ ເຈົ້າຊຸມພູໄປອານນາມ ແລ້ວມີລູກຊາຍ
ນາມວ່າ ຊັຍອົງເວ່...ສຸລິຍະວົງສາມີໂອຣົດອົງດຽວ ຄື ເຈົ້າຣາຊບຸດ
ທີ່ສົມຣົດກັບເຈົ້ານາງຈັນທະກຸມມາລີແຫ່ງອານາເຂດສິບສອງພັນນາ
(ສ່ວນນຶ່ງຂອງລ້ານຊ້າງ) ໂດຍມີລູກຊາຍສອງຄົນ ຄື ກິ່ງກິດສະຣາດແລະ
ອິນທະໂສມ ສຸລິຍະວົງສາມີທິດາສອງຄົນອີກ ຄື ເຈົ້ານາງສຸມັງຄະລາ
ແລະ ກຸມມາລີນາງສຸມັງຄະລາມີລູກຊາຍສອງອົງ ຄື ເຈົ້າອົງຫລໍ່
ແລະຫນໍ່ກະສັດ ເມື່ອສຸລິຍະວົງສາສວັນນະຄົດໃນປີ 1694 ສະພາບ
ບ້ານເມືອງປັ່ນປ່ວນຍ້ອນເສນາອາມາດຊີງອຳນາດເພາະພຣະອົງຂາດ
ທາຍາດ ເຫດວ່າເຈົ້າຣາຊບຸດຜູ້ເປັນໂອຣົດກໍຖືກຂັບໄລ່ຫນີ ຕັດອອກ
ຈາກສາຍເຈົ້າຍ້ອນສົມຮູ້ຮ່ວມຄິດວາງແຜນໂຄ່ນລົ້ມອຳນາດກັບເສນາ
ກຸ່ມນຶ່ງເຊິ່ງປວັດສາດລາວຂຽນໄວ້ວ່າ ຫລິ້ນເມັຽມະຫາດເລັກ ຕາມກົດ
ມົນທຽນນັ້ນ ເພິ່ນຖືກໂທດປະຫານຊີວິດ ແຕ່ພຣະຄູໃຫຍ່ໄດ້ບິນທະ
ບາດຂໍເອົາຊີວິດໄວ້ ແລ້ວໄປຢູ່ຂເມນເປັນຄົນທັມມະດາສາມັນ ຕໍ່ມາ
ເພິ່ນ ອອກບວດຫລາຍພັນສາ ເມື່ອລາສິກຂາ ກໍເອົາເມັຽຢູ່ໂຂງໃນຊື່
ວ່າ ຈານຫວດ ໄດ້ລູກອອກມາສີ່ຄົນ...ສືບຕະກຸນຈານຫວດມາຮອດ
ຊູ່ມື້ນີ້ໃນໂຂງກ່າວເຖິງການຍາດຊີງອຳນາດນອງເລືອດໂດຍອາມາດຊັ້ນນ້ອຍພາຍ
ຫລັງສຸລິຍະວົງສາສວັນນະຄົດ ໃນນັ້ນກໍມີຊັຍອົງເວ່ ລູກຊອງເຈົ້າຊຸມພູ
(ໄຊຍະເຊດຖາທິຣາດທີ່ສອງ) ທີ່ຍຶດອຳນາດຈາກເຈົ້ານັນທະຣາດ (ລູກຂອງ
ເຈົ້າປຸ) ເມື່ອປີ 1700 ຈົນເຖິງປີ 1707 ກິ່ງກິດສະຣາດ ແລະອິນທະ
ໂສມ ຈາກສິບສອງພັນນາ ຈິ່ງປະກາດຍຶດອຳນາດຢູ່ຫລວງພຣະບາງ
ໃນນັ້ນກໍມີອົງລອງ ນ້ອງຊາຍຂອງຊັຍອົງເວ່ປົກຄອງຢູ່ ກຸ່ມກິງກິດ
ສະຣາດບໍ່ຍອມຮັບຮູ້ຊັຍອົງເວ່ ແລ້ວປະກາດຕົນເອງເປັນເຈົ້າຊີວິດອາ
ນາຈັກລ້ານຊ້າງ ຊັຍອົງເວ່ໄປສັມພັນກັບຫົງສາວະດີ (ສ່ວນນຶ່ງຂອງພະ
ມ່າປັດຈຸບັນ) ສ່ວນຝ່າຍຫລວງພຣະບາງກໍຮ້ອງຫາສຍາມ (ສມັຍເພັດ
ຣາຊາ 1688-1703 ຕໍ່ໃສ່ສມັຍພຣະເຈົ້າເສືອ 1703-1709) ນັບແຕ່ ກ.ສ
1707 ສຍາມເອົາກອງທັບເຂົ້າໄປເຂດຫລວງພຣະບາງ ເພື່ອຊ່ອຍຕີ
ຝ່າຍອົງເວ່ ໂດຍບໍ່ມີໃຜແພ້ໃຜ ເປັນອັນວ່າ ລ້ານຊ້າງແບ່ງອອກເປັນ
ສອງອານາຈັກໃນປີ 1707 ຄື ລາວລ້ານຊ້າງຫລວງພຣະບາງ ແລະ
ລາວລ້ານຊ້າງວຽງຈັນ ເຂດຫລວງພຣະບາງນັ້ນນັບເອົາແຕ່ນ້ຳເຫືອງ
ຂຶ້ນໄປເຖິງເມືອງເສີເມົາ (ສິບສອງພັນນາ ດຽວນີ້ເປັນສ່ວນນຶ່ງໃນຍຸນຫນານ)
ເຫລືອນັ້ນເປັນສ່ວນຂອງອານາຈັກລ້ານຊ້າງວຽງຈັນ
ບັດນີ້ມາກ່າວເຖິງຝ່າຍໃຕ້ຈຳປາສັກທີ່ສັງກັດລາວລ້ານຊ້າງວຽງຈັນ
ຈຳປາສັກຂາດຜູ້ຈະແທນບັນລັງ ຫລັງຈາກນາງເພົາສິ້ນຊີວິດຈິ່ງນິມົນ
ເອົາພຣະຄູຍອດແກ້ວຂຶ້ນຄອງແທນກ່ອນນີ້ ຄູຍອດແກ້ວໄດ້ນຳເອົາຊາວ
ລາວຫນີພັຍ ໄປອາສັຍຢູ່ເຂດຈຳປາສັກໃນນັ້ນກໍມີພຣະນາງສຸມັງຄະລາ
ຫລັງຈາກພຍາຈັນຍຶດອຳນາດ ເມື່ອສຸລິຍະວົງສາສວັນນະຄົດ (ຕາຍ)
ເພາະເພິ່ນບີບໃຫ້ພຣະນາງສົມຣົດກັບຕົນ ເທື່ອບໍ່ໄດ້ຕາມຈຸດປະສົງຈິ່ງ
ເອົາກຳລັງທະຫານຊອກຈັບທົ່ວທຸກຫົນແຫ່ງ ເມື່ອຄູຍອດແກ້ວຄອງບັນ
ລັງສາມປີ ກໍມອບອຳນາດໃຫ້ເຈົ້າຊາຍຫນໍ່ກະສັດລູກຊາຍຂອງພຣະນາງ
ສຸມັງຄະລາ (ຫລານຊາຍສຸລິຍະວົງສາ)
ເມື່ອຂຶ້ນຄອງຈຳປາສັກແລ້ວ ເພິ່ນກໍໄດ້ຮັບພຣະນາມວ່າ ເຈົ້າສ້ອຍສີ
ສມຸດພຸດທາງກຸນຈົນເຖິງປີ ກ.ສ. 1713 ເຈົ້າຫນໍ່ກະສັດຈິ່ງປະກາດ
ອອກຈາກອານາຈັກວຽງຈັນ ບໍ່ຍອມຂຶ້ນກັບຊັຍອົງເວ່ອີກຕໍ່ໄປ ສະນັ້ນ
ນັບແຕ່ປີ ກ.ສ. 1713 ເປັນຕົ້ນໄປ ອານາຈັກລາວລ້ານຊ້າງທີ່ເຈົ້າຟ້າ
ງຸ່ມສ້າງຕັ້ງຂຶ້ນນັ້ນກໍຖືກແບ່ງແຍກເປັນສາມອານາຈັກເອກລາດໃຜມັນ
ຄື ກິ່ງກິສຣາດເປັນເຈົ້າຊີວິດຫລວງພຣະບາງ ຊັຍອົງເວ່ຢູ່ວຽງຈັນ
ແລະ ສ້ອຍສີສມຸດຢູ່ຈຳປາສັກ ເມື່ອເບິ່ງແລ້ວ ກໍລ້ວນແຕ່ແມ່ນຫລານ
ຂອງສຸລິຍະວົງສາທັງນັ້ນ
ເຮືອບິນ Airbus A380 ຂອງເອີໂຣບສອງລຳຈະໄປລົງເມືອງນິວຢອກເທື່ອຕຳອິດ
ໃນວັນຈັນວັນທີ່ 19 ມິນາ 2007 ເປັນການທົດລອງ ແຕ່ກ່ອນນັ້ນທາງການອະເມ
ລິກາຄັດຄ້ານມາແລ້ວ
ເຮືອບິນດັ່ງກ່າວສາມາດແຂ່ງກັບໂບອິງ 747 ຂອງອະເມລິກາໄດ້ ຍ້ອນບັນທຸກຄົນ
ໂດຍສານເຖິງ 800 ຄົນ ສ່ວນໂບອິງນັ້ນບັນທຸກໄດ້ແຕ່ 400 ຄົນທໍ່ນັ້ນເທົ່າຮອດ
ດຽວນີ້ A380 ສອງລຳນີ້ຈະຂຶ້ນຈາກເມືອງຟຣັງຟອດ/ປະເທດເຍຣະມັນ ແລະ
ເມືອງຕູລູຍ (Toulouse) ປະເທດຝລັ່ງ ແຕ່ລະລຳກໍຂົນເອົາບັນດາຜູ້ຖືກເຊີນຈຳນວນ
500 ຄົນຈາກບໍລິສັດ Airbus ເອງ
ສ່ວນເມືອງຫຼົດອັນເຊິຫຼິດ (Los Angeles) ໃນອະເມລິການັ້ນ ກໍຈະເປັນເມືອງຕຳ
ອິດທີ່ເຮືອບິນ A380 ໄປລົງເປັນປົກຕິ ເມື່ອໃດຫາກນຳເອົາອອກບໍລິການຜູ້ໂດຍ
ສານຢ່ງຖາວອນ ເມືອງດັ່ງກ່ວນີ້ ເປັນສນາມບິນໃຫຍ່ແຫ່ງທີ່ຫ້າຂອງໂລກເຊິ່ງສາ
ມາດຕ້ອນຮັບຄົນໂດຍສານໄດ້ຫຼາຍ ແລະ ເຈົ້າໜ້າທີ່ເມືອງນີ້ກໍຍັງຄອຍຖ້າຢູ່ຢ່າງ
ຮ້ອນໃຈ ເພື່ອຢາກເຫັນຊາວເມືອງຫຼັ່ງໄຫຼກັນໄປເບິ່ງ ແຕ່ວ່າ ຫຼາຍໆບໍລິສັດການ
ບິນໃນອະເມລິກາກໍບໍ່ຍົກຍ້ອງທັງເຮັດໜ້າບູດ ເພາະເຂົ້າໄປແຂ່ງເຂົາເຈົ້າ
ເຮືອບິນ A380 ກວ້າງໃຫຍ່ພໍສົມຄວນ ເພາະລວງຍາວຂອງປີກມັນທໍ່ກັບເດີ່ນບານ
ແລ້ວກໍບໍ່ຄ່ອຍເຂົ້າກັບສະພາບສນາມບິນຂນາດນ້ອຍໃນອະເມລິກາປານໃດ ສະນັ້ນ
ແລ້ວຈິ່ງເຮັດໃຫ້ບໍລິສັດອະເມລິກາຕ່າງໆຕ້ອງລັ່ງເລໃຈໃນການຈະຊື້ເຮືອບິນດັ່ງກ່າວ
ແຕ່ຜູ້ນຳຂອງບໍລິສັດເອີໂຣບພັດຖແລງວ່າ ມື້ນຶ່ງໃນອານາຄົດ ອະເມລິກາຫາກຊິສົນ
ໃຈຫລາຍຂຶ້ນ ເມື່ອໃດຫາກຮູ້ຈັກປະສິດທິຜົນຂອງເຮືອບິນປະເພດນີ້
ð ອານາຈັກຫລວງພຣະບາງ (1707-1946): ຫລັງຈາກກິ່ງກິສຣາດ ກໍ
ແມ່ນອົງນົກຂຶ້ນຄອງ ແລ້ວກໍມີອິນທະໂສມຈາກສິບສອງປັນນາສາມາດ
ໂຄ່ນລົ້ມອົງນົກໄດ້ໃນປີ 1723 ຢູ່ໃນບັນລັງເຖິງປີ 1749 ຈິ່ງມີກະສັດ
ຫົງສາວະດີເຂົ້າແຜ່ອິດທິພົນຮອດຫລວງພຣະບາງແລ້ວສ່ວຍສິນໃຫ້ອາ
ນາຈັກດັ່ງກ່າວຈົນຮອດປີ 1771 (ຣັຊການຂອງເຈົ້າໂສຕິກາຣາດ)
ຫລວງພຣະບາງເປັນອານາຈັກສ່ວຍສິນຂອງຫົງສາວະດີ(ພະມ່າ) ແຕ່
1723-1771 ໃນປີ 1769 ເຈົ້າຫລວງພຣະບາງສ້າງມິຕພາບກັບພຣະ
ເຈົ້າຕາກສິນແຫ່ງກຸງທົນ ເພື່ອອອກຈາກແອກພະມ່າ ສຍາມອັງເຊີນ
ພຣະບາງໄປກຸງເທບ ເມື່ອມີອິດທິພົນໃນເຂດນີ້ ແຕ່ຕໍ່ມາໄດ້ສົ່ງພຣະ
ບາງຄືນໃນຣັຊການມັນທາທຸຣາດ
ð ອານາຈັກວຽງຈັນ (1707-1829): ຫລັງຈາກຊັຍອົງເວ່ ກໍແມ່ນເຈົ້າ
ສິຣິບຸນຍະສານຂຶ້ນປົກຄອງ (1734-1778) ໃນປີ 1778 ສຍາມຄວບ
ຄຸມວຽງຈັນ ສ່ວນເຈົ້າບຸນກໍສລະບັນລັງແຕ່ເຖິງປີ 1779 ສຍາມຍົກ
ພຣະອົງຂຶ້ນກຳອຳນາດຕໍ່ໄປ (1779-1781) ຄອບຄົວຂອງສິຣິບຸນຍະ
ສານ ໃນນັ້ນມີເຈົ້າອະນຸວົງອາຍຸສິບປີຖືກນຳໄປກັກໄວ້ຢູ່ກຸງເທບເປັນ
ໂຕປະກັນ ພ້ອມທັງຂົນເອົາພົລເມືອງລາວໄປໃຊ້ແຮງງານຂຸດຄອງໃນ
ກຸງເທບ ເພາະພັທນາເມືອງເອກໃຫມ່ ນອກນັ້ນ ກໍຍັງອັງເຊີນເອົາ
ພຣະແກ້ວມໍຣະກົດໄປພ້ອມ
ເຈົ້ານັນທະເສນສືບຕໍ່ຄອງວຽງຈັນເມື່ອປີ 1781-1796 ສ່ວນເຈົ້າອິນ
ທະວົງກໍຂຶ້ນຄອງໃນປີ 1796 ຈົນຮອດ 1803 ຈິ່ງເຖິງຜຽນຂອງ
ເຈົ້າອະນຸວົງທີ່ມີພຣະຊົນ(ອາຍຸ) 35 ປີຍ້ອນພຣະອົງສ້າງຜົນປໂຍດ
ຫລາຍດ້ານໃຫ້ແກ່ສຍາມ ເຊັ່ນສາມາດປາບພະມ່າໄດ້ໃນ ຊຽງແສນ
ແຕ່ເຖິງຢ່າງໃດກໍຕາມ ວຽງຈັນກໍບໍ່ມີເອກລາດ ເຖິງໄລຍະນີ້ ສຍາມ
ສາມາດຄວບຄຸມສອງອານາຈັກລາວ ຄື ຫລວງພຣະບາງ ກັບ ວຽງຈັນ
<
ແຜນທີ່ພໍປະມານ : ອານາຈັກລາວລ້ານຊ້າງວຽງຈັນ 1713-1829
ð ອານາຈັກຈຳປາສັກ (1713-1778): ຈຳປາສັກເປັນເອກລາດຢູ່ 65
ປີ ຈົນເຖິງປີ 1778 ຈິ່ງຕົກຢູ່ໃນອິດທິພົນຂອງສຍາມຄືກັນກັບສອງອານາ
ຈັກດັ່ງກ່າວຜ່ານມາ ກ່ອນຊິເສັຽຄວາມເປັນຕົນເອງນັ້ນ ກໍໄດ້ມີເຈົ້າຊີວິດ
ສືບທອດກັນມາເຖິງສີ່ອົງ ສຍາມຄວບຄຸມໃນຣັຊການຂອງໄຊຍະກຸມານ
(1738-1778) ໂອຣົດກົກຂອງເຈົ້າສ້ອຍສີສມຸດທີ່ຄອງຣາດ
ແຕ່ປີ 1713 ຫາ 1738 ຫລັງຈາກພຣະຄູຍອດແກ້ວ (1710-1713)
ຈຳປາສັກ 1713-1946
(ແຜນທີ່ນີ້ປະກອບຂຶ້ນຕາມຫົວເມືອງທີ່ຂຶ້ນກັບຈຳປາສັກກ່ອນນີ້ ຈຳປາສັກປົກຄອງໂດຍຊົນຊາດຈາມແຕ່ຫາກເປັນສ່ວນນຶ່ງຂອງ
ລ້ານຊ້າງຕັ້ງແຕ່ສມັຍຟ້າງຸ່ມພຸ້ນມາ ນາງແພງຄອງແຕ່ປີ 1741 ຫາ 1709
ເມື່ອເຈົ້ານາງແພງສິ້ນຊີຊີວິດແລ້ວ ຄນະອາວຸໂສຈິ່ງນິມົນພຣະຄູຍອດແກ້ວ
ຂຶ້ນຄອງ....... ຕໍ່ຈາກນີ້ ກໍມີຜູ້ສືບກັນມາຫລາຍອົງຄື: ສ້ອຍສີສມຸດພຸດທະ
ຣັງກຸນ (1713-1738) ໄຊຍະກຸມານ (ສມັຍແຮກ 1738-1758) ຜູ້ຂະບົດ
(1758) ໄຊຍະກຸມານ (ສມັຍສາມ-ສຍາມສະຖາປະນາ 1782-1791) ຊຽງ
ແກ້ວຜູ້ຂະບົດ (1791) ວິຊັຍ ຊັດຕິຍະຣາດ (ລູກຂອງພຣະວໍ 1791-1807)
ຫນໍ່ເມືອງ (ລູກຂອງໄຊຍະກຸມານ 1807) ວ່າງກະສັດ (1807-1813) ພົມ
(ຫມານ້ອຍ 1813-1815 ລູກຂອງສຸຣິໂຍ/ສຸຣິໂຍເປັນລູກເຈົ້າສ້ອຍ) ວ່າງກະສັດ
(1815-1819) ຣາຊບຸດໂຍ້ ໂອຣົດເຈົ້າອະນຸ (1819-1828) ເຈົ້າຮູຍ
ໂອຣົດເຈົ້າໂອ/ເຈົ້າໂອເປັນໂອຣົດຂອງທັມມະເທໂວ (1829-1841)
ເຈົ້ານາກ (1841-1851) ວ່າງກະສັດ(1851-1853)
ເຈົ້າບົວ(1853-...ຕາຍ) ເຈົ້າຄຳໃຫຍ່ ນາມ ຍຸຕິທັມທອນ(1855-1857)
ວ່າງກະສັດ (1857-1862) ເຈົ້າຄຳສຸກ (1862-1901) ບົວຣະພັນ
1901-1907 ໃນປີ 1907 ຝລັ່ງເອົາຈຳປາສັກເປັນຫົວເມືອງຂຶ້ນ ເຈົ້າ
ບົວຣະພັນຫນີໄປຢູ່ກຸງເທບ ຍ້ອນບໍ່ມັກຝລັ່ງ
ຂ່າວສຳຄັນປະຈຳວັນ
03/10/2008 13:36 TU
ບົດວິເຄາະ
ຂ່າວອື່ນໆ
ທ່ານ ໂອທອງ ຄຳອິນຊູ ເປັນຄົນລາວທີ່ ໑໑ ທີ່ໄດ້ ຮັບລາງວັນ ຊີ່ໄຣຕ໌ ລາຍງານໂດຍ ສີມະຫາໂນ
23/09/2008