ໂດຍ ໂສວົງ
ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 09/04/2007 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 09/04/2007 à 14:12 TU
ບັດນີ້ເຮົາໃຫ້ຄວາມໝາຍຂອງຄຳວ່າ ອາຣິຍະທັມ ເຊິ່ງໝາຍເຖິງລະບຽບຄວາມເປັນ ຢູ່ດ້ານສັງຄົມຜ່ານມາ ແຕ່ລະຍຸກແຕ່ລະສມັຍຕ່າງໆ ອັນເກີດຈາກການຄິດຂຶ້ນ ປະດິດ ຂຶ້ນ ເຊັ່ນສິລປະ ການປະພັນ ອັກສອນສາດ ສາສນາ ຄວາມເຊື່ອຖືຕ່າງໆ ແນວໃດ ຈິ່ງຖືວ່າ ແນວດີມີສິນທັມ ກໍຄືລະບຽບສັງຄົມຜ່ານມາ ຄວາມເປັນຢູ່ ລີລາການໄປມາຫາ ສູ່ກັນ ການດຳເນີນຊີວິດວາດຕ່າງໆ ຈົນວ່າຖືເປັນຮີດຄອງປະເພນີ ດັ່ງນີ້ເປັນຕົ້ນ
ອາຣິຍະທັມທີ່ຊາວລາວແລະຊາວອາຊີຕາເວັນອອກສຽງໃຕ້ໄດ້ຈາກອິນເດັຽບູຮານນັ້ນ ກໍແມ່ນວັທນະທັມຂອງຊາວອິນດູພື້ນເມືອງແດ່ຫຼາຍກວ່າຢ່າງອື່ນ ຂອງຊາວອາຣິຍັນແດ່ ຊາວອາຣິຍັນ ແມ່ນຊົນຊາດໃດນັ້ນ ຈະຂໍອະທິບາຍຕາມພາຍຫຼັງ
ວັທນະທັມລັກສນະນຶ່ງກໍແມ່ນຄວາມເຊື່ອແບບຊາວອິນດູ ເຊັ່ນເຊື່ອເທວະດາ ພຣະອິນ ພຣະພົມ ພຣະສີວະ ພຣະວິສນຸ ພຣະວາຣຸນ ພຣະສຸຣິຍະ ແລະອື່ນໆອີກ ສ່ວນຄວາມ ເຊື່ອຜີໄທ້ຜີແຖນ ຫຼືຜີລັກສນະອື່ນໆກໍເປັນແບບພື້ນເມືອງຕ່າງຫາກ ສ່ວນສາສນາພຸດ ກໍແຜ່ມາຈາກອິນເດັຽ ແຕ່ບໍ່ໄດ້ມາຈາກອິນເດັຽໂດຍກົງ ເພາະສາສນາພຸດຜ່ານເຂົ້າລາວ ຫຼາຍສາຍ ເຊັ່ນສາຍສີລັງກາ ສາຍຂເມນ ເຊິ່ງເປັນລັກສນະຫິນະຍານ ສ່ວນສາຍມະ ຫາຍານນັ້ນ ກໍແມ່ນຈາກແຜ່ນດິນຈີນສມັຍໄທລາວອາສັຍຢູ່ອານາຈັກໜອງແສ ໃນຍຸນ ໜານເມື່ອພັນກວ່າປີຜ່ານມາ
ສຳຄັນແມ່ນສາສນາພຸດເຖຣະວາດເຊິ່ງຊາວລາວຍຶດຖືຮອດປັດຈຸບັນນີ້ ບັນດາປະເທດ ທີ່ຍຶດຖືເຖຣະວາດ ກໍມີ ລາວ ໄທຍ ຂເມນ ພະມາ ສີລັງກາ ສ່ວນທີ່ຍຶດຖືມະຫາຍານ ນັ້ນ ກໍມີວຽດນາມ ຈີນ ຕີເບ ພູຖານ ເນປານ ໃຕ້ຫວັນ ຍີ່ປຸ່ນ ເກົາຫຼີ... ຫິນະຍານ ຫຼື ເຖຣະວາດນັ້ນຝັງຮາກໃນຈິດໃຈຊອງຊາວລາວ 99%
ບັດນີ້ ມາກ່າວເຖິງຊົນຊາດອາຣິຍັນທີ່ແຜ່ອຳນາດເຂົ້າອິນເດັຽພາກເໜືອ ເມື່ອສີ່ພັນປີ ກ່ອນ ພວກນີ້ມາຈາກແຖບທະເລບານຕິກ ພວກອາຣິຍັນຖືວ່າ ຕົນເປັນຊົນຊາດຜູ້ປະ ເສີດກວ່າຊົນຊາດເດີມໃນອິນເດັຽບູຮານ ສະນັ້ນ ເມື່ອພວກດັ່ງກ່າວເຂົ້າມາມີອິດທິພົນ ໃນເຂດດັ່ງກ່າວແລ້ວ ກໍຕັ້ງຊົນຊັ້ນວັນນະຂຶ້ນ ໂດຍມີ ສີ່ວັນນະ (caste/caste) ຄື ວັນນະພາມ ວັນນະກະສັດ ວັນນະແພທຍະ ແລະ ວັນນະສູດ (ໃນສມັຍນີ້ ກົດໝາຍ ອິນເດັຽຫ້າມຖືຊັ້ນວັນນະ ແຕ່ກໍຍັງບໍ່ມີການປະຕິບັດຕາມກົດໝາຍໄດ້ຢ່າງຄົບຖ້ວນ)
ອິດທິພົນການຖືຊັ້ນວັນນະນີ້ ກໍສະທ້ອນເຂົ້າໄປໃນເຂດອາຊີອື່ນໆອີກດ້ວຍ ເຊັ່ນໃນ ຂເມນບູຮານ ໃນລາວສມັຍກ່ອນ ແລະແຫ່ງອື່ນໆອີກ ການແຊກຊຶມແນວຄິດນີ້ ກໍຍັງ ບໍ່ຫາຍໄປໄດ້ໃນຈິດໃຈຂອງບາງສ່ວນ ເຊັ່ນວ່າ ການຖືລິຂິດ ອັນໄດ້ແກ່ ພົມລິຂິດ ເຊິ່ງໝາຍເຖິງ ຊີວິດຄົນເກີດມາກໍຕ້ອງໝູນວຽນໄປຕາມເສັ້ນທາງຂອງພຣະພົມຂີດໄວ້ ສ່ວນນຶ່ງກໍຖື ກັມມະລິຂິດ ຄືວ່າ ຖື ກົດແຫ່ງກັມ ເຮັດແນວໃດກໍໄດ້ຮັບຜົນແນວນັ້ນ ເຊິ່ງເປັນໄປຕາມແນວທາງສານາພຸດ ແຕ່ສ່ວນຫຼວງຫຼາຍກໍຍັງຖື ພົມລິຂິດຢູ່ ຕໍ່ມາ
ກໍຖື ບາບກັມ ສຸດແລ້ວແຕ່ກັມເວນ ຍັງເຊື່ອກັນອີກວ່າ ຄວາມທຸກຍາກແມ່ນຜົນກັມ
ຊາດ ກ່ອນດັ່ງນີ້ເປັນຕົ້ນ
ຄັນຈະເວົ້າເຖິງຊາດອາຣິຍັນແລ້ວໃນປັດຈຸບັນກໍຍັງມີຊາວຕາເວັນຕົກສ່ວນນຶ່ງຍັງຖື
ຕົນເອງຢູ່ວ່າ ພວກຕົນເປັນຕະກຸນອາຣິຍັນ ໂດຍມີອົງການຈັດຕັ້ງຕ່າງໆຢູ່ສະຫະລັດ
ອະເມລິກາ ເຍລະມັນ ຊຸເອດ ໂຮນລັງ ແລະອື່ນໆ ໂດຍຖືຄົນວ່າ ເປັນມະນຸດຜູ້ປະເສີດ
ກວ່າມະນຸດທັງຫຼາຍ ຫຼືອ້າງວ່າ ພວກຕົນເປັນລູກພຣະເຈົ້າ ສ່ວນຄົນນອກຕະກຸນນີ້ກໍ
ເປັນພຽງຂີ້ຕົມ ຫຼື ຂີ້ຕີນຂອງພວກເຂົາ
ໃນສມັຍເຍຣະມັນນາຊີເຮືອງອຳນາດກໍມີການຖືເອົາກາ ສວັດຕິກາ ຂອງພຣະພຸທ
ເຈົ້າ ມາໃຊ້ເປັນທຸງ ແລ້ວກໍກາຍເປັນທຸງຊາດເຍຣະມັນເທົ່າຮອດດຽວນີ້ ກາ
ສວັດຕີກາ ດັ່ງກ່າວ ມີຕິດໜ້າຜາກຂອງພຣະພຸທຮູບພັນປີຢູ່ປະເທດຈີນບາງຄົນເຂົ້າ
ໃຈວ່າ ເອົາກາຂອງຮີດແລ້ມາໃຊ້ ແທ້ຈິງກໍກົງກັນຂ້າມ ເປັນຫຍັງຄນະນາຊີຈິ່ງນຳ
ເອົາ ສວັດຕີກາ ມາໃຊ້ ກໍເພາະວ່າ ການີ້ເປັນກາທີ່ຊາວອາຣິຍະຜູ້ເຊື່ອຖືພຣະພຸທ
ເຈົ້າສມັຍພຸທການນຳມາໃຊ້ກັນ ເພາະ ພຸທເຈົ້າເອງກໍມາຈາກຕະກຸນອາຣິຍະນັ້ນ
ເອງ (ລູກຂອງກະສັດ ສັງກັດຕະກຸນນີ້ ວັນນະທີ່ສອງ
ອິນເດັຽບູຮານຕອນຕົ້ນນັບຖືພຣະເຈົ້າອົງດຽວຄື ພຣະພົມ ໂດຍບໍ່ມີພຣະເຈົ້າອື່ນໃດ
ເຂົ້າໄປແຂ່ງໄດ້ ແຕ່ຕໍ່ມາ ກໍເກີດມີພຣະເຈົ້າຫຼາຍອົງດັ່ງທີ່ກ່າວມາແລ້ວນັ້ນ ເຂັ່ນ ພຣະສີວະພຣະສຸຣິຍະ ພຣະພຸທເຈົ້າກໍຖືກຖືເປັນພຣເຈົ້າອົງນຶ່ງຄືກັນສຳລັບຊາວອິນ
ເດັຽບູຮານ
ເມື່ອຮອດສມັຍພຸທການດັ່ງກ່າວກໍໄດ້ມີການແຜ່ຜາຍພຣະທັມຄຳສັ່ງສອນຂອງ
ພຣະອົງຢ່າງກວ້າງຂວາງ ໂດຍນຳໃຊ້ພາສາຂອງຄົນທົ່ວໄປເປັນພາຫານະ ຄື ພາສາມະຄົດເຊິ່ງເຮົາເອີ້ນກັນວ່າ ພາສາບາລີນັ້ນເອງ ສ່ວນພາສາສັນສະກິດທີ່
ເປັນພາສາຂອງວັນນະສູງຜູ້ຄົນທັມມະດາສາມັນບໍ່ສາມາດເຂົ້າໃຈເລິກ ກໍບໍ່ເປັນ
ພາສາທັມມະເທສນາແຕ່ຢ່າງໃດພຣະພຸທເຈົ້າພ້ອມພຣະສາວົກທັງຫຼາຍສະເດັດ
ອອກແຜ່ພຣະທັມຢູ່ແຄວ້ນມະຄົດ (ມະຄະທະ) ພາສາບາລີແລະສັນສະກິດຕ່າງກັນ
ແນວໃດ ຂໍຍົກໂຕຢ່າງບາງຄຳ ເຊັ່ນ ຄຳວ່າມໍຣະນະ (ບາລີ) ກົງກັບສັນສະກິດວ່າ
ມະຣຶຕຍູ (ມະຣຶດຕະຍູ)ເມື່ອພຣະພຸທເຈົ້າໄດ້ຮັບຄວາມນິຍົມຈາກຜູ້ຄົນຫຼາຍຂຶ້ນ
ເພາະເປັນຂອງໃໝ່ ຄົນທັງຫຼາຍກໍໂຫ່ກັນໄປຍຶດຖື ຝ່າຍພາມທີ່ຖືພຣະເຈົ້າອົງ
ດຽວມາຫຼາຍພັນປີກ່ອນກຳເນີດພຣະພຸທອົງກໍຫວັ່ນວິຕົກ ກັງວົນເປັນທີ່ສຸດ ຢ້ານ
ສາສນາຂອງຝ່າຍຕົນເສັຽຄວາມເຫຼື້ອມໃສຕໍ່ໜ້າການເລັ່ງມາແຮງຂອງພຣະ
ພຸທທັມ ຈິ່ງພຍາຍາມແຊກຊຶມເຂົ້າໄປໃນຄຳສັ່ງສອນຂອງພຣະອົງສະແດງເປັນ
ຜູ້ຕາງໜ້າພຣະພຸດ ແຕ່ກໍນຳເອົາແບບພາມນັ້ນມາເອືອບປົນເປືອ ເຊັ່ນ ສ້າງພຣະ
ວິສນຸ ພຣະສີວະ ແລະອື່ນໆຂຶ້ນຕື່ມອີກມີທັງເທວະບຸດເທວະດາທັງຫຼາຍອີກດ້ວຍ
ສະນັ້ນແລ້ວຊາວພຸດລາວເປັນຕົ້ນ ຈິ່ງຖືແນວນັ້ນໄປພ້ອມໆກັນເທົ່າຮອດດຽວນີ້
ນອກນັ້ນ ກໍຍັງມີສາສນາທີ່ເກີດຈາກວັນນະຄະດີຕ່າງໆ ເຊັ່ນສາສນາສີຕາຣາມ
ກໍເກີດຈາກວັນນະຄະດີ ຣາມາຍານາ (ກົງກັບທາງລາວວ່າ ພະລັກພະລາມ) ສາສນາກຣິສນາເກີດຈາກວັນນະຄະດີ ມະຫາພາຣະຕະ ສ່ວນຊື່ຂອງປະເທດອິນ
ເດັຽແທ້ນັ້ນກໍແມ່ນມະຫາພາຣະຕະ ຄຳວ່າ ອິນເດັຽ ເປັນຊື່ທີ່ຕ່າງປະເທດເອີ້ນ
ກັນ ແຕ່ທາງລາວພັດບໍ່ຖືວັນນຄະດີດັ່ງກ່າວເປັນສາສນາ ມີແຕ່ນິຍົມກັນທໍ່ນັ້ນ ແຕ່
ກໍເຊື່ອກັນວ່າ ແມ່ນຄວາມເປັນມາຕາມສະພາບໂຕຈິງແທ້ ບໍ່ແມ່ນນິທານ ຫຼື ເທວະ
ນິຍາຍແຕ່ຢ່າງໃດ
ຄວາມເຊື່ອຖືດັ່ງກ່າວຜ່ານມານີ້ (ນອກຈາກ ພຣະພຸທສາສນາ) ແມ່ນບໍ່ເປັນສາສນາ
ສຳລັບຄົນລາວສ່ວນຫຼວງຫຼາຍ ພຽງເປັນການເຊື່ອປະຈຳຊີວິດຂອງໃຜລາວທໍ່ນັ້ນ ການເຊື່ອເປັນໂອກາດເຊັ່ນວ່າ ເມື່ອໃດຕ້ອງການຈິ່ງເອີ້ນເອົາ ໂຕຢ່າງເອີ້ນເທວະ
ດາ ພຣະອິນ ພຣະພົມ ອື່ນໆອີກ ສ່ວນສາສນາພຸດ ແມ່ນເປັນປະຈຳແທ້ທຸກໆຍາມ
ຄື ມີການຈັດພິທີໃນວັດສ່ວນພິທີພາມກໍມີຢູ່ຄືກັນ ແຕ່ປະຕິບັດກັນຢູ່ເຮືອນ ເຊັ່ນ ພິທີ
ແກ້ບະຕ່າງໆ ສູດກະໂທງກາບກ້ວຍ ຕໍ່ອາຍຸ (ຄົງແມ່ນພິທີພາມ) ສູດຂວັນບາສີ ດັ່ງ
ນີ້ເປັນຕົ້ນ ປົນກັນໄປກັບພິທີພື້ນເມືອງອື່ນ (ການຖືຜີ) ທີ່ບໍ່ກ່ຽວກັບສາສນາ ແຕ່ຫາກ
ວ່າ ຄູບາຈາກສາສນາພຸດກໍເປັນຜູ້ສູດໄດ້ຄືກັນ
(ຍັງມີຕໍ່)
ຂ່າວສຳຄັນປະຈຳວັນ
03/10/2008 13:36 TU
ບົດວິເຄາະ
ຂ່າວອື່ນໆ
ທ່ານ ໂອທອງ ຄຳອິນຊູ ເປັນຄົນລາວທີ່ ໑໑ ທີ່ໄດ້ ຮັບລາງວັນ ຊີ່ໄຣຕ໌ ລາຍງານໂດຍ ສີມະຫາໂນ
23/09/2008