ຄົ້ນຫາຂໍ້ມູນ

/ languages

Choisir langue
 

ອາຊຽນ+3 ປະຊູມທີ່ກຸງກ່ຽວໂຕ

ພິຈາລະນານຳໄຊ້ເງີນທືນສຳລອງອັນມະຫາສານ

ໂດຍ  ພອນແກ້ວ

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 05/05/2007 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 05/05/2007 à 14:13 TU

ສີບປີຫລັງ ຈາກວິກິຕການເສຖກິດແລະການເງີນໃນອາຊີເມື່ອປີ 1997 ຫລັງຈາກທີ່ປະເທດໄທໄດ້ຈຳເປັນປອ່ນເງີນບາດລອຍຕົວຕາມຄວາມ ຕອ້ງການຂອງຕລາດເນື່ອງຈາກວ່າບໍ່ມີເງີນທືນສຳລອງສກຸນດອລລາ ເຫລືອຢູ່ໃນກຳມືຂອງຕົນ

ມາບັດນີ້ ກູ່ມອາຊຽນແລະພັນທະມີດທັງສາມພັດມີເງີນທືນສຳລອງສກຸນດອລລາ
ດັ່ງກ່າວຫລາຍກອ່ນໝູ່ໝົດໃນໂລກ ຄືມີເຖີງ 2700 ລ້ານດອລລາ

ໃນນັ້ນສ.ປ.ຈີນແຕ່ພຽງຜູ່ດຽວກໍມີເຖີງ 1200 ລ້ານດອລລານັກສັງເກດການກໍໄດ້
ໃຫ້ຄວາມເຫັນວ່າ ເງີນທືນສຳລອງສກຸນດອລລາດັ່ງກ່າວມີ ຫລາຍເກີນໄປໂພດ
ສຳລັບຄໍ້າປະກັນສະເຖັຽລະພາບທາງການເງີນຂອງພາຄີທັງ13 ປະເທດ ແລະກໍ
ອາດຈະກາຍເປັນບໍ່ເກີດຂອງວິກີຕການເສຖກິດແລະການເງີນກໍເປັນໄປໄດ້ ແຕ່ວ່າ
ສ.ປ.ຈີນຍັງບໍ່ຕຽມພອ້ມຈະລຸດອັດຕຣາເງີນສກຸນຊາດຂອງຕົນ ດວ້ຍມີຄວາມຢ້ານ
ກົວວ່າຈະກາຍເປັນເປົ້າຂອງການໂຈມຕີຈາກນັກປັ່ນເກັງກຳໄລຕ່າງຊາດ

"ພວກເຮົາຕອ້ງການປ່ຽນແປງລະບົບເງີນຕຣາຂອງພວກເຮົາຢ່າງຄ່ຽມຄົມມີລະ

ບຽບຮຽບຮອ້ຍ ເພື່ອບໍ່ໃຫ້ສ.ປ.ຈີນໄດ້ກາຍເປັນເຫຍື່ອຂອງນັກປັ່ນກຳໄລຕ່າງຊາດ ຄື
ດັ່ງທີ່ໄດ້ມີມາໃນເຂດອື່ນໆຂອງອາຊີ" ທ່ານ Yu Yongding ອະທິບໍດີກົມການສັງ
ຄົມສາດຈີນ ໄດ້ອະທິບາຍເມື່ອບໍ່ນານມານີ້ ຮັດແໜ້ນການຮ່ວມມືທາງດ້ານເສຖກິດ
ໃນ ມື້ວານນີ້ ວັນສຸກ 4 ພືສພາ ສ.ປ.ຈີນ ຢີ່ປູ່ນ ແລະເກົາຫລີໃຕ້ ກໍໄດ້ຕົກລົງ ເຫັນ
ພອ້ມໃຫ້ມີການຮ່ວມມື ປະສົມປະສານງານຫລາຍຂື້ນໄປທຸກມື້ ເພື່ອແນໃສ່ປ້ອງກັນ
ວິກິຕການເສຖກິດ ການເງີນໃນພູມີພາກ ພອ້ມທັງຈະເປັນກຸນແຈໄປສູ່ການ ສ້າງ
ປະຊາຄົມເສຖກິດອາຊີ ໃນປີແລ້ວນີ້ ທັງສາມປະເທດ ພອ້ມດວ້ຍກູ່ມອາຊຽນ ກໍໄດ້
ຕົກລົງສືກສາເບີ່ງການສ້າງເງີນອາຊີສກຸນດຽວຂື້ນມາໃນອານາຄົດ

ການຮວ່ມມືລະຫວ່າງອາຊຽນແລະທັງສາມປະເທດຄູ່ເຈລະຈາ ໄດ້ຖືກເລີ້ມຮັດແໜ້ນ
ຂື້ນມາ ຫລັງຈາກວິກິຕການເສຖກິດແລະການເງີນ ໃນປີ 1997 ໂດຽໄດ້ພາກັນຮັບເອົາ
ຂໍ້ຕົກລົງຊຽງໃໝ່ໃນປີ 2000

ພາຍໃຕ້ຂໍ້ຕົກລົງຊຽງໃໝ່ດັ່ງກ່າວ ພາຄີໃດພາຄີໜື່ງທີ່ ມີບັນຫາທາງດ້ານເສຖກິດ
ການເງີນ ຈະສາມາດກູ້ຢືມເງີນຕຣາຕ່າງປະເທດ ເປັນເງີນດອລລາ ຈາກອີກພາຄີ
ນື່ງໄດ້ ເພື່ອນຳໄປຄ້ຳປະກັນເງີນທືນສໍາລອງຂອງຕົນ ແນໃສ່ສ້າງຄວາມເຊື່ອ ຖືໃຫ້
ແກ່ສຖາບັນການເງີນໂລກ ໂດຍສະເພາະແລ້ວ ກໍແມ່ນທະນາຄານໂລກແລະອົງການ
ເງີນທືນສາກົນ FMI ສ້າງຕັ້ງເງີນທືນສຳລອງຮວ່ມ ມື້ນີ້ ວັນເສົາ 5 ພຶສພາ

ອົງການອາຊຽນພອ້ມດວ້ຍ ສ.ປ.ຈີນ ຢີ່ປຸ່ນ ແລະ ເກົາຫລີໃຕ້ ກໍໄດ້ພາກັນຕົກລົງເຫັນ
ພອ້ມ ສ້າງຕັ້ງເງີນທືນສຳລອງຮວ່ມຂື້ນມາ ເພື່ອໃຫ້ພາຄີຂອງຕົນ ສາມາດຢືມເງີນ
ຢ່າງວອ່ງໄວຮີບດ່ວນ ຖ້າຫາກຖືກໂຈມຕີຈາກນັກປັ່ນກໍາໄລຕ່າງຊາດ

ຖະແລງການຮ່ວມໄດ້ແຈ້ງວ່າ: "ພວກເຮົາໄດ້ພາກັນເປັນເອກສັນເຫັນພອ້ມວ່າ ແມ່ນ
ອົງການຈັດຕັ້ງຮ່ວມແຕ່ພຽງຜູ່ດຽວເທົ່ານັ້ນ ຈະຕອ້ງເປັນຜູ່ບໍລິຫານກິດຈະການທັງ
ໝົດດັ່ງກ່າວ ຢ່າງມີປະສິດທິຜົນ ແມ່ນບາດກ້າວອັນສຳຄັນແທ້ໆ ສຳລັບການສ້າງສະ
ຖາບັນການເງີນຮ່ວມຂອງພູມີພາກ ຂອງພວກເຮົາ" ນອກຈາກຈະເປັນຜູ່ປອ້ງກັນຮັກ
ສາສະເຖັຽລະພາບທາງດ້ານການເງີນແລ້ວ ອົງການເງີນທືນສຳລອງດັ່ງກ່າວ ກໍຍັງ
ຈະເປັນຜູ່ຮັກສາບໍ່ໃຫ້ເງີນສກຸນຊາດຂອງພາຄີຕອ້ງຖີບຕົວຂື້ນສຸງ

ເນື່ອງຈາກວ່າໄດ້ມີກອ້ນເງີນອັນມະຫາສານເຂົ້າໄປລົງທືນໃນປະເທດພາຄີ ເພາະ
ວ່າມັນຈະເປັນເຫດໃຫ້ອັດຕຣາດອກເບັ້ຽຕອ້ງສຸງຂື້ນໄປພອ້ມໆກັນ ໂດຍຈະສ້າງຜົນ
ກະທົບອັນບໍ່ດີຕໍ່ການສົ່ງສີນຄ້າອອກໄປຂາຍໃນຕ່າງແດນນຳອີກດວ້ຍ

ຢີ່ປູ່ນເຊັນສັນຍາລົບລ້າງພາສີ ວານນີ້ ຢູ່ບຣູໄນ (Brunei) ຢີ່ປູ່ນກໍໄດ້ແຈ້ງບອກວ່າຈະ
ຮ່ວມເຊັນສັນຍາລົບລ້າງພາສີອາກອນ ຕໍ່ສີນຄ້າເຂົ້າອອກຕ່າງໆກັບອົງການອາຊຽນ
ເນື່ອງໃນໂອກາດກອງປັດຊູມສຸດຍອດປະຈຳປີ ທີ່ສີງກະໂປໃນທ້າຍປີນີ້

ສຳລັບຢີ່ປຸ່ນແລ້ວ ເຂດອາຊຽນ ທີ່ມີພົລເມືອງຢ່າງຫລວງຫລາຍເຖີງ 500 ລ້ານຄົນ
ກໍແມ່ນຕະລາດອັນສຳຄັນສຳລັບສີນຄ້າຂອງຕົນ

ກູງໂຕກ່ຽວກໍມີຄວາມຈຳເປັນທີ່ສຸດທີ່ຈະຕອ້ງຮວ່ມເຊັນສັນຍາດັ່ງກ່າວ ເນື່ອງຈາກວ່າ
ໃນປີ 2002 ອາຊຽນແລະສ.ປ.ຈີນກໍໄດ້ຮວ່ມເຊັນສັນຍາການຄ້າຂາຍດັ່ງກ່າວໄປແລ້ວ
ໂດຍທັງສອງຜ່າຍໄດ້ກະເອົາໄວ້ວ່າ ຈະໃຫ້ເຂດຂອງພວກຕົນກາຍເປັນຕະລາດຮ່ວມອັນ
ດຽວກັນ ໃນປີ 2010 ໂດຍທີ່ຕະລາດຮວ່ມດັງກ່າວຈະມີລູກຄ້າອັນມະຫາສານ ເຖີງເກືອບ
2000 ລ້ານຄົນ

ເປັນທີ່ຮຸ້ກັນດີແລ້ວວ່າໃນວັນທີ່ 5 ເມສາແລ້ວນີ້ ອົງການອາຊຽນ ກໍໄດ້ຕົກລົງເຫັນພອ້ມ
ສ້າງຕັ້ງລະບົບຄວບຄູມແລະຈຳໜ່າຍພັນທະບັດໃນພູມີພາກຂອງຕົນ ໂດຍແມ່ນຣາຊອາ
ນາຈັກໄທຍ ແລະ ສີງກະໂປຈະເປັນຜູ່ເລີ້ມ ປະຕິບັດງານ ຈຳໜ່າຍພັນທະບັດ ດັ່ງກ່າວ
ຊີ້ບອກໃຫ້ວົງການເສຖກິດການເງີນສາກົນໄດ້ເຫັນວ່າ ສີບປີເທົ່ານັ້ນຫລັງຈາກວິກີຕການ
ເສຖກິດ ການເງີນ

ໃນອາຊີ ອົງການອາຊຽນກໍ ຈະເຮັດໝົດທຸກວິທີທາງ ເພື່ອຈະກາຍເປັນປະຊາຄົມເສຖກິດ
ດັ່ງທີ່ໄດ້ມີເປົ້າໝາຍເອົາໄວ້ ຢ້າງຊ້າທີ່ສຸດໃນປີ 2015

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU