ໂດຍ ໄຊຊະນະ ທານາດາບຸຕຣ໌
ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 10/06/2007 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 10/06/2007 à 15:53 TU
ພິທີມອບສົ່ງຈັດຂຶ້ນທີ່ຂົວມິຕພາບ ຊາຍແດນລາວ-ໄທຍ ລະຫວ່າງໜອງຄາຍແລະວຽງຈັນ
ຕາມຂໍ້ຕົກລົງລະຫວ່າງຝ່າຍຄວາມໝັ້ນຄົງຂອງລາວແລະໄທຍໃນການທີ່ຈະແກ້ໄຂປັນຫາ
ຊາວລາວເຜົ່າມົ້ງທີ່ສູນບ້ານຫ້ວຍນ້ຳຂາວ ອຳເພີເຂົາຄໍ້ ຈັງຫວັດເພັຊບູນ ພາກເໜືອຂອງປ
ະເທດໄທຍ
ທາງການລາວແລະໄທຍຖືວ່າຊາວລາວເຜົ່າມົ້ງເຫລົ່ານີ້ ເປັນຜູ້ມີຄວາມຜິດຖານເຂົ້າ
ເມືອງຜິດກົດໝາຍ ແລະບາງສ່ວນກໍເປັນເຫຍື່ອຂອງຂບວນການຄ້າແຮງງານຂ້າມຊາດທີ່
ຖືກຕົວະຍົວະໃຫ້ເດີນທາງເຂົ້າມາໃນປະເທດໄທຍໂດຍຫວັງວ່າຈະມີໂອກາດເດີນທາງໄປ
ຕັ້ງຖິ່ນຖານໃໝ່ໃນສະຫະຣັດອະເມຣິກາຄືກັນກັບຊາວມົ້ງ 15 ພັນຄົນ ທີ່ເຄີຍພັກອາໃສທີ່
ວັດຖ້ຳກະບອກ ຈັງຫວັດສຣະບຸຣີ ພາກກາງຂອງປະເທດໄທຍ
ຢ່າງໃດກໍຕາມ ບັນດາຊາວລາວເຜົ່າມົ້ງເຫລົ່ານີ້ກໍໄດ້ໃຫ້ການຢືນຢັນມາໂດຍຕລອດວ່າ
ພວກຕົນບໍ່ໄດ້ເປັນເຫຍື່ອຂອງຂບວນການແຮງງານຂ້າມຊາດແຕ່ຢ່າງໃດ ຫາກແຕ່ຖືກ
ທາງການລາວປິດລ້ອມປາບປາມມາຕລອດ ຈຶ່ງຕ້ອງພາກັນອົພຍົບມາໄທຍ ທາງການ
ລາວໄດ້ໃຫ້ການປະຕິເສດຢ່າງສິ້ນເຊິງຕໍ່ຂໍ້ກ່າວຫານີ້
ທ່ານຢົງ ຈັນທະລັງສີ ໂຄສົກກະຊວງການຕ່າງປະເທດລາວ ໄດ້ກ່າວຕໍ່ຜູ້ສື່ຂ່າວວ່າການ
ມອບສົ່ງຊາວລາວເຜົ່າມົ້ງ 160 ໃຫ້ແກ່ຝ່າຍລາວໂດຍເຈົ້າໜ້າທີ່ໄທຍຄັ້ງນີ້ໄດ້ດຳເນີນ
ໄປຢ່າງດີ ໂດຍບໍ່ມີການຂັດຂືນແຕ່ປະການໃດ ແຕ່ທາງຝ່າຍ Fact Finding
Commission (FFC) ກໍໄດ້ຢືນຢັນເຊັ່ນດຽວກັນວ່າ ຊາວລາວເຜົ່າມົ້ງ 160 ໄດ້ທຳ
ການຂັດຂືນ ບໍ່ຢາກໃຫ້ເຈົ້າໜ້າທີ່ໄທຍນຳມອບສົ່ງໃຫ້ແກ່ທາງການລາວ
ຂ່າວສຳຄັນປະຈຳວັນ
03/10/2008 13:36 TU
ບົດວິເຄາະ
ຂ່າວອື່ນໆ
ທ່ານ ໂອທອງ ຄຳອິນຊູ ເປັນຄົນລາວທີ່ ໑໑ ທີ່ໄດ້ ຮັບລາງວັນ ຊີ່ໄຣຕ໌ ລາຍງານໂດຍ ສີມະຫາໂນ
23/09/2008