ໂດຍ ໄຊຊະນະ ທານາດາບຸຕຣ໌
ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 22/06/2007 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 22/06/2007 à 15:25 TU
ທ່ານປະທານາທິບໍດີຝຣັ່ງເສດ Nicolas
Sarkozy (ຂວາສຸດ) ປຶກສາຫາລືກັບ
ຄນະກ່ອນຮ່ວມກອງປະ ຊຸມສຸດຍອດມື້ທີ
ສອງມື້ນີ້ (ສຸກ 22 ມິຖຸນາ) ທີ່ກຸງ ບຣຸສ
ແຊລ (ຊ້າຍ: ທ່ານ Bernard Kouch
ner) ຣມຕ ຕ່າງປະເທດ (ພາບ: Reu
ters)
ອຸປສັກທີ່ບໍ່ສາມາດແກ້ໄຂກັນໄດ້ແມ່ນຢູ່ທີ່
ວິທີການລົງຄະແນນສຽງເພື່ອຮັບຮອງ
ເອົາມະຕິຕ່າງໆຂອງສະຫະພາບທີ່ນຳ
ສເນີໂດຍທ່ານນາງ Angela Merkel
ນາຍົກ ຣມຕ ເຍີຣະມັນ ໃນນາມເປັນປະ
ທານວຽນຂອງສະຫະພາບໃນຊ່ວງ 6 ເດືອນທຳອິດຂອງປີ 2007 ນີ້
ຂໍ້ສເນີຂອງນາຍົກ ຣມຕ ເຍີຣະມັນ
ຕາມຂໍ້ສເນີຂອງທ່ານນາງ Angela Merkel ນາຍົກ ຣມຕ ເຍີຣະມັນ ໃນນາມປະທານ
ວຽນຂອງສະຫະພາບນັ້ນ ມະຕິໃດໆທີ່ຈະຜ່ານການຮັບຮອງຂອງກອງປະຊຸມຂອງສະຫະ
ພາບໄດ້ ກໍຕໍ່ເມື່ອຕ້ອງໄດ້ຮັບການສນັບສນຸນຈາກ 55% ຂອງຈຳນວນປະເທດສມາຊິກ
ທັງໝົດ ແລະເມື່ອນັບຈຳນວນພົລເມືອງແລ້ວຈະຕ້ອງໃຫ້ເທົ່າກັບ 65% ຂອງພົລເມືອງ
ທັງໝົດຂອງສະຫະພາບນຳອີກ ເພີ່ນເອີ້ນວິທີລົງຄະແນນສຽງແບບນີ້ວ່າ (Double
majorité)
ທາງຝ່າຍປະເທດໂປໂລຍ ຫລືໂປແລນດ໌ ສແດງການຄັດຄ້ານບໍ່ຍອມຮັບລະບົບການອອກ
ສຽງແບບນີ້ ທັງນີ້ເພາະຈະທຳໃຫ້ຣັຖບານກຸງວາກໂຊວີ (Varsovie) ເປັນຝ່າຍເສັຽ
ປຽບເມື່ອປຽບທຽບກັບສົນທິສັນຍາ Nice (ນິຊ) ທີ່ນຳໃຊ້ຊົ່ວຄາວໃນປັດຈຸບັນ
ຕາມສົນທິສັນຍາ Nice ນັ້ນ ປະເທດໂປໂລຍທີ່ເປັນປະເທດຂນາດກາງ ມີສຽງເຖິງ 27
ສຽງ ເກືອບເທົ່າກັນກັບປະເທດໃຫຍ່ເຊັ່ນ ເຍີຣະມະນີ, ຝຣັ່ງເສດ, ອັງກິດ ແລະ ອີຕາລີ
ທີ່ມີສຽງປະເທດລະ 29 ສຽງ
ສິດທິຍັບຍັ້ງ (Veto)
ນອກຈາກນີ້ ຈາກການສນັບສນຸນຂອງຫລາຍປະເທດ ປະທານສະຫະພາບຍັງໄດ້ສເນີໃຫ້
ມີການນຳເອົາຫົວຂໍ້ "ຣະບົບສຸລກາກອນແລະພາສີອາກອນ" ເຂົ້າສູ່ວິທີການອອກ
ສຽງແບບ "Majorité qualifiée" ຫລືແບບສຽງສ່ວນຫລາຍທີ່ກຳໜົດອີກດ້ວຍ ຊຶ່ງ
ທາງປະທດອັງກິດໄດ້ອອກມາສແດງການຄັດຄ້ານຢ່າງແຂງຂັນ ແລະຍັງຢາກໃຫ້ຫົວ
ຂໍ້ເຣື່ອງ "ຣະບົບສຸລກາກອນ ພາສີອາກອນ", ລະບົບຍຸດຕິທັມ ແລະ ຄົນເຂົ້າ
ເມືອງ ມີການລົງມະຕິແບບສຽງເອກສັນ ໝາຍຄວາມວ່າອັງກິດຍັງຢາກໃຫ້ມີການ
ຮັກສາສິດທິຍັບຍັ້ງ ຫລື Veto ໄວ້ຄືເກົ່າ ດັ່ງທີ່ເປັນຢູ່ໃນເວລາປັດຈຸບັນ
ອັງກິດຄັດຄ້ານ "ຕຳແໜ່ງ ຣມຕ ຕ່າງປະເທດ"
ນອກຈາກນີ້ ອັງກິດຍັງສແດງການຄັດຄ້ານຕໍ່ການຈັດຕັ້ງຕຳແໜ່ງ ຣມຕ ຕ່າງປະເທດ
ເພື່ອເປັນຜູ້ຕາງໜ້າຂອງສະຫະພາບເອີຣົບໃນເວທີສາກົນນຳດ້ວຍ ໂດຍອັງກິດເກງວ່າ
ການຈັດຕັ້ງຕຳແໜ່ງດັ່ງກ່າວຈະນຳພາໄປສູ່ການສ້າງນະໂຍບາຍຕ່າງປະເທດທີ່ເປັນ
ອັນໜຶ່ງອັນດຽວກັນ
ຕາມສົນທິສັນຍາ Nice ນັ້ນ ນະໂຍບາຍຕ່າງປະເທດແລະການທະຫານໃດໆຂອງສະຫະ
ພາບເອີຣົບ ຈະຜ່ານເປັນມະຕິຮ່ວມໄດ້ ຈະຕ້ອງໄດ້ຮັບສຽງທີ່ເປັນເອກສັນເທົ່ານັ້ນ ແຕ່
ໃນກໍຣະນີທີ່ມີພຽງປະເທດສະມາຊິກດຽວໃຊ້ສິດທິຍັບຍັ້ງ (Veto) ແລ້ວ ສະຫະພາບເອີ
ຣົບກໍບໍ່ອາດສາມາດດຳເນີນນະໂຍບາຍຕ່າງປະເທດຫລືການທະຫານທີ່ເປັນອັນໜຶ່ງອັນ
ດຽວກັນໄດ້
ນັ້ນກໍໝາຍຄວາມວ່າແຕ່ລະປະເທດສມາຊິກຕ່າງກໍດຳເນີນນະໂຍບາຍທີ່ເປັນອິສຣະຂອງ
ໃຜຂອງມັນ ດັ່ງຈະເຫັນໄດ້ໃນການທີ່ສະຫະຣັດອະເມຣິກາເປີດສາກຖລົ່ມປະເທດອີຣັກເພື່ອ
ໂຄ່ນລົ້ມລະບອບ ຊັດດັມ ຮຸສເຊັນ
ປະເທດຝຣັ່ງເສດແລະເຍີຣະມັນຄັດຄ້ານຫົວຊົນຝາຕໍ່ການນຳໃຊ້ກຳລັງຂອງສະຫະຣັດອະ
ເມຣິກາ ໃນຂນະທີ່ອັງກິດ, ສເປນ ແລະບັນດາປະເທດສມາຊິກໃໝ່ຈາກເອີຣົບຕະວັນອອກ
ຂອງສະຫະພາບຕັດສິນໃຂເຂົ້າຂ້າງສະຫະຣັດອະເມຣິກາຢ່າງເຕັມທີ່
ບັນຍາກາດແຫ່ງຄວາມເຂົ້າອົກເຂົ້າໃຈ
ຢ່າງໃດກໍຕາມ ກອງປະຊຸມເມື່ອຄືນທີ່ຜ່ານມາທີ່ກຸງ Bruxelles ກໍໄດ້ດຳເນີນໄປໃນຖ້າມ
ກາງບັນຍາກາດທີ່ເຂົ້າໃຈກັນດີ ບໍ່ໄດ້ຕຶງຄຽດຕາມທີ່ມີການຄາດຄະເນຍ້ອນຄວາມຂັດ
ແຍ່ງດັ່ງກ່າວແຕ່ຢ່າງໃດ ແລະທຸກຝ່າຍຕ່າງກໍສແດງເຈດຈຳນົງໃນການທີ່ຈະບັນລຸເຖິງ
ຂໍ້ຕົກລົງກັນໃຫ້ໄດ້ ໂດຍຈະນຳເຂົ້າສູ່ການແລກປ່ຽນຄວາມຄິດເຫັນກັນອີກເທື່ອໜຶ່ງໃນກອງ
ປະຊຸມລະຫວ່າງຣັຖບານ ຫລື Conférence intergouvernementale
ທັງນີ້ເພື່ອພຍາຍາມໃຫ້ສົນທິສັນຍາສບັບໃໝ່ຄອດອອກມາ ກ່ອນທີ່ຈະມີການເລືອກຕັ້ງ
ສມາຊິກສະພາເອີຣົບໃນປີ 2009...ກອງປະຊຸມສຸດຍອດສະຫະພາບເອີຣົບຍັງຄົງດຳເນີນ
ຕໍ່ໃນມື້ນີ້ (ສຸກ 22 ມິຖຸນາ) ຊຶ່ງເປັນມື້ສຸດທ້າຍ ມີການຕົກລົງກັນແນວໃດ ພວກເຮົາຈະນຳ
ຂ່າວຄືບໜ້າມາສເນີຕໍ່ທ່ານ
ຂ່າວສຳຄັນປະຈຳວັນ
03/10/2008 13:36 TU
ບົດວິເຄາະ
ຂ່າວອື່ນໆ
ທ່ານ ໂອທອງ ຄຳອິນຊູ ເປັນຄົນລາວທີ່ ໑໑ ທີ່ໄດ້ ຮັບລາງວັນ ຊີ່ໄຣຕ໌ ລາຍງານໂດຍ ສີມະຫາໂນ
23/09/2008