ຄົ້ນຫາຂໍ້ມູນ

/ languages

Choisir langue
 

1951 :

ປະຊາຄົມ ຖ່ານຫິນ ແລະ ເຫລັກກ້າ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 26/06/2007 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 26/06/2007 06:57 TU

ແຜນທີ່ສະຫະພາບເອີຣົບທີ່ປະກອບໄປດ້ວຍ
ສະມາຊິກ 27 ປະເທດໃນເວລາປັດຈຸບັນ
(ພາບ: JB/RFI)

ແຜນທີ່ສະຫະພາບເອີຣົບທີ່ປະກອບໄປດ້ວຍ ສະມາຊິກ 27 ປະເທດໃນເວລາປັດຈຸບັນ (ພາບ: JB/RFI)

ຫລັງຈາກທີ່ຝຣັ່ງເສດແລະເຍີຣະມັນໄດ້
ເຮັດສົງຄາມລ້າງຜານແລະປະຫັດປະ
ຫານກັນມາທັງໃນສົງຄາມໂລກຄັ້ງທີ 1
ແລະຄັ້ງທີ 2 ຊຶ່ງໄດ້ທຳໃຫ້ຊາວທະວີບ
ເອີຣົບທົນທຸກທໍຣະມານແລະຫິວໂຫຍອົດ
ຢາກມາແລ້ວ ຈຶ່ງທຳໃຫ້ເກີດແນວຄວາມ
ຄິດຂຶ້ນໃນປະເທດຝຣັ່ງເສດວ່າມີແຕ່
ຄວາມພຍາຍາມທ້ອນໂຮມເອົາບັນດາປະ
ເທດທີ່ເຄີຍເປັນສັຕຣູຄູ່ອາຄາດກັນມາ
ກ່ອນຮວມເຂົ້າກັນໃຫ້ເປັນໜຶ່ງດຽວໃນປະ
ຊາຄົມທີ່ອຸດົມສົມບູນເທົ່ານັ້ນ ຈຶ່ງຈະເປັນ
ວິທີທີ່ຈະຫລີກເວັ້ນການເກີດສົງຄາມຄັ້ງໃໝ່ໄດ້

1950: ເຍີຣະມັນຝື້ນຕົວ
ຈາກຂໍ້ມູນທີ່ຝຣັ່ງເສດເກັບກຳໄດ້ໃນຕອນຕົ້ນຂອງຊຸມປີ 1950 ທີ່ວ່າປະເທດເຍີຣະມັນ ຊຶ່ງ
ເປັນຜູ້ປລາໄຊໃນສົງຄາມໂລກທັງສອງຄັ້ງ ໄດ້ມີການຝື້ນຕົວຢ່າງວ່ອງໄວແລະໄວກວ່າ
ປະເທດຝຣັ່ງເສດຢ່າງໜ້າວິຕົກ ຈຶ່ງທຳໃຫ້ຝຣັ່ງເສດມີຄວາມຫວັ່ນເກງວ່າການຝື້ນຕົວ
ຂອງເຍີຣະມັນຈະເປັນບໍ່ເກີດຂອງແນວຄວາມຄິດແກ້ແຄ້ນຍິ່ງເປັນການເລັ່ງໃຫ້ຝຣັ່ງເສດ
ຮີບຟ້າວສເນີແນວຄວາມຄິດສ້າງເອີຣົບໃຫ້ເປັນໜຶ່ງດຽວໂດຍໄວ

ອີກປະການໜຶ່ງ ສົງຄາມເຢັນກໍກຳລັງກໍ່ຕົວຂື້ນ ທະວີບເອີຣົບກຳລັງສ່ຽງຕໍ່ການທີ່ຈະກາຍ
ໄປເປັນຈຸດສູນກາງຂອງການປັ່ນປ່ວນຂາດສະເຖັຽຣະພາບອັນເກີດຈາກການປະເຊີນໜ້າ
ກັນລະຫວ່າງຄ້າຍຕະວັນຕົກແລະຄ້າຍຕະວັນອອກ

ສຖານະການດັ່ງທີ່ກ່າວມາ ໄດ້ສ້າງເງື່ອນໄຂຜັກດັນໃຫ້ຝຣັ່ງເສດຍື່ນມືໄປຫາປະເທດເຍີ
ຣະມັນກ່ອນແລະດຶງເອົາສັຕຣູເກົ່າປະເທດນີ້ເຂົ້າມາຮ່ວມເປັນວົງສາຄະນາຍາດໃນຄອບ
ຄົວດຽວກັນແຫ່ງໂລກເສຣີຕະວັນຕົກ ເພື່ອໃຫ້ເປັນປັດໃຈແຫ່ງການສ້າງສັນຕິພາບທີ່ຖາ
ວອນໃນທວີບເອີຣົບ

    ຖແລງການຊູມານ
(Déclaration de Schuman)
ເມື່ອມີຄວາມໝັ້ນໃຈວ່າຈະໄດ້ຮັບການ
ສນັບສນຸນຈາກນາຍົກ ຣມຕ ແຫ່ງ
ສຫະພັນສາທາຣະນະຣັດເຍີຣະມັນ
(ເຍີຣະມັນຕະວັນຕົກ) ຄື ທ່ານຄອນ
ຣາດ ອາເດີໂນແອຣ໌ (Konrad
Adenauer)
ແລ້ວ ທ່ານໂຣ
ແບຣຕ໌ ຊູມານ (Robert Shu-
man)
ຣມຕ ຕ່າງປະເທດຝຣັ່ງເສດ
ຈຶ່ງຖແລງການເມື່ອວັນທີ 9 ພຶສພາ
1950 ສເນີແນວຄວາມຄິດສ້າງຕັ້ງ
"ປະຊາຄົມຖ່ານຫິນແລະເຫລັກ
ກ້າແຫ່ງທະວີບເອີຣົບ"(Com-
munauté européenne du charbon et de l'acier = CECA)" 
ຂື້ນມາ

ເປັນແນວຄວາມຄິດສເນີໃຫ້ມີການນຳເອົາການຜລິດຂອງເຍີຣະມັນແລະຝຣັ່ງເສດມາຮວມ
ເຂົ້າກັນ ໃຫ້ຢູ່ພາຍໃຕ້ອຳນາດບໍຣິຫານຮວມທີ່ເປັນອັນໜຶ່ງອັນດຽວ ແລະເປີດໃຫ້ບັນດາປະ
ເທດເອີຣົບອື່ນໆທີ່ມີຄວາມສົນໃຈ ເຂົ້າຮ່ວມນຳໄດ້

 

1951 : ກໍ່ຕັ້ງ "CECA"
ໃນທີ່ສຸດຈຶ່ງໄດ້ມີການລົງນາມກັນທີ່ນະຄອນຫລວງປາຣີສເມື່ອວັນທີ 18 ເມສາ 1951
ກໍ່ຕັ້ງ "CECA" ໂດຍມີ 6 ປະເທດສະມາຊິກກໍ່ຕັ້ງຮ່ວມລົງນາມນຳກັນຄື : ສຫະພັນສາ
ທາຣະນະ ຣັດເຍີຣະມັນ, ແບລຊິກ (ເບລຢ້ຽມ), ຝຣັ່ງເສດ, ອິຕາລີ, ລຸກຊັມບວກສ໌ ແລະ
ໂຮລລັງດ໌ (ເນເທີແລນດ໌)


ສົນທິສັນຍາກໍ່ຕັ້ງ CECA ມີຜົນບັງຄັບໃຊ້ຕັ້ງແຕ່ວັນທີ 25 ກໍຣະ ກົດ 1952 ເປັນຕົ້ນ
ມາ

 

ເຂົ້າຮ່ວມໃນພິທີການລົງນາມໃນສົນທິສັນຍາປາຣີສ໌ສ້າງຕັ້ງ CECA ໃນຄັ້ງນັ້ນ ຝ່າຍ
ເຍີຣະມັນປະກອບດ້ວຍ ນາຍົກ ຣມຕ ທ່ານຄອນຣາດ ອາເດີໂນແອຣ໌ (Konrad
Adenauer)
ແລະ ທ່ານວອລເຕີ ຮາລສໄຕນ໌ (Walter Hallstein) ຫົວໜ້າ
ຄນະເຈຣະຈາເຍີຣະມັນຕະວັນຕົກກ່ຽວກັບການຈັດຕັ້ງ CECA, ຝ່າຍປະເທດຝຣັ່ງເສດ
ປະກອບດ້ວຍ ທ່ານໂຣແບຣຕ໌ ຊູມານ (Robert Schuman) ຣມຕ ຕ່າງປະເທດ
ແລະ ທ່ານຢັງ ມອນເນຕ໌ (Jean Monnet) ຜູ້ເປັນຕົ້ນຕໍອອກແນວຄິດການສ້າງຕັ້ງ
"CECA", ປະເທດອິຕາລີ ແມ່ນນາຍົກ ຣມຕ ແລະ ຣມຕ ຕ່າງປະເທດ ທ່ານອາລຊີ
ເດ ເດີ ກາສເປຣີ (Alcide de Gasperi),
ປະເທດລຸກຊັມບວກສ໌ ແມ່ນນາຍົກ
ຣມຕ ທ່ານໂຢເຊັຟ ເບັກຊ໌ (Joseph Bech), ປະເທດເນເທີແລນດ໌ໄດ້ແກ່ ຣມຕ
ຕ່າງປະເທດ ທ່ານໂຢຮັນ ວີເລມ ເບເຢັນ (Johan Willem Beyen) ແລະປະ
ເທດເບລຢ້ຽມແມ່ນ ຣມຕ ຕ່າງປະເທດ ທ່ານ ປອລ-ອັງຣີ ສປ໊າກ (Paul-Henri
Spaak)

 

"ປະຊາຄົມຖ່ານຫິນແລະເຫລັກກ້າ" ເປັນອຸດສາຫະກັມສອງຂແນງທີ່ຖືວ່າມີຄວາມສຳ
ຄັນຍິ່ງສຳລັບການຜລິດອາວຸດ ໂດຍການສເນີໃຫ້ປະເທດເຍີຣະມັນເຂົ້າຮ່ວມໃນອຸດສາຫະ
ກັມດັ່ງກ່າວ ຝຣັ່ງເສດຫວັງວ່າອຸດສາຫະກັມດ້ານນີ້ຈະບໍ່ຖືກນຳໄປໝຸນໃຊ້ເພື່ອຜລິດອາວຸດ
ສຳລັບປະຫັດປະຫານກັນເອງ

 

ຫາກແຕ່ວ່າຈະໝຸນໃຊ້ໃນທາງດ້ານອຸດສາຫະກັມຂແນງອື່ນທີ່ຈະນຳຄວາມອຸດົມສົມບູນ,
ຄວາມຮັ່ງມີ ແລະ ຊີວິດຄວາມເປັນຢູ່ທີ່ມີຄຸນນະພາບ ມາໃຫ້ແກ່ຊາວເອີຣົບທັງມວນ ອັນ
ຈະເປັນທີ່ມາແຫ່ງການເກີດສັນຕິພາບທີ່ຖາວອນ

 

ຍົກເລີກກຳແພງພາສີ

ສົນທິສັນຍາປາຣີສກໍ່ຕັ້ງ CECA ໄດ້ກຳໜົດໃຫ້ບັນດາປະເທດສມາຊິກກາຍເປັນຕລາດ
ຮ່ວມ, ຍົກເລີກກຳແພງພາສີ, ຍົກເລີກການຈຳກັດໂຄວຕ້າ, ຫ້າມວາງມາຕຣາການທີ່
ເປັນການກີດກັນ, ຫ້າມຣັດເຂົ້າແຊກແຊງດ້ວຍການໃຫ້ເງິນອຸດໜຸນ ຫລືດ້ານໃດໆກໍຕາມ
ຕໍ່ບໍຣິ ສັດເອກຊົນ ຫລືຣັຖວິສາຫະກິດ

 

ເມື່ອສລຸບຄວາມແລ້ວ ກໍຄືການເປີດເຂດການຄ້າເສຣີເຫລັກກ້າແລະຖ່ານຫິນນັ້ນເອງ
ໂດຍໃຫ້ອຳນາດປະຊາຄົມເປັນຜູ້ກຳໜົດປຣິມານການຜລິດແລະຣາຄາຮ່ວມກັນ ໃຫ້ເປັນ
ຣາຄາທີ່ຕ່ຳທີສຸດເທົ່າທີ່ຈະຕ່ຳໄດ້

 

ການສ້າງ "ປະຊາຄົມຖ່ານຫິນແລະເຫລັກກ້າ" ດຳເນີນໄປຢ່າງເປັນຂັ້ນຕອນ:

 

1. ຂັ້ນຕອນການກະຕຽມເພື່ອຈັດຕັ້ງສຖາບັນຕ່າງໆ

 

2. ຂັ້ນຕອນຂ້າມຜ່ານສຳລັບການປັບຕົວເຂົ້າກັບສພາບການໃໝ່ຂອງອຸດສາຫະກັມສອງ
ຂແນງນີ້ຂອງແຕ່ລະປະເທດສມາຊິກ

 

3. ຂັ້ນຕອນການເປີດຕລາດເສຣີ ເລີ້ມຕັ້ງແຕ່ວັນທີ 10 ກຸມພາ 1953 ເປັນຕົ້ນມາສຳລັບ
ການສັນຈອນຢ່າງເສຣີຂອງຖ່ານຫິນ, ແຮ່ທາດເຫລັກແລະເຫລັກແທ່ງ

 

4. ຂັ້ນຕອນເປີດຕລາດເສຣີສຳລັບເຫລັກກ້າ ຊຶ່ງເລີ້ມຕັ້ງແຕ່ວັນທີ 1 ພຶສພາ 1953
ເປັນຕົ້ນມາ

 

ກ່ອນທີ່ຈະປະສົບປັນຫາວິກິຕການຖ່ານຫິນໃນປີ 1958, CECA ໄດ້ປະສົບຜົນສຳເຣັດ ເປັນ
ຢ່າງດີ ທັງທາງດ້ານການຜລິດ, ການຈຳໜ່າຍໃນບັນດາປະເທດສມາຊິກ, ການສ້າງອຸປ
ກອນການຜລິດທີ່ທັນສມັຍ ຕລອດຈົນການປັບປຸງສວັດດີການສັງຄົມຂອງບັນດາຄົນງານ

ໂດຍສເພາະໄດ້ເປັນໂອກາດທຳໃຫ້ບັນດາປະເທດສມາຊິກໄດ້ຮຽນຮູ້ວິທີການເຮັດວຽກຮ່ວມ
ກັນ ຊຶ່ງເປັນການປູພື້ນຖານໄປໃນຕົວຂອງລະບົບການເຮັດວຽກໃຫ້ແກ່ສຖາບັນຕ່າງໆຂອງ
ປະຊາຄົມ ທີ່ຈະຂຍາຍກວ້າງອອກໃນອະນາຄົດ

 

  ແນວຄວາມຄິດຂອງ
     ຢັງ ມອນເນຕ໌ 
   (Jean Monnet)
ອັນທີ່ຈິງແລ້ວ ແນວຄວາມຄິດສ້າງ
ຕັ້ງ "CECA" ມີຕົ້ນຕໍມາຈາກແນວ
ຄວາມຄິດຂອງທ່ານ Jean
Monnet
ຣັຖບຸຣຸດແຫ່ງປະເທດ
ຝຣັ່ງເສດ ແລະຣັຖບຸຣຸດແຫ່ງທວີບ
ເອີຣົບ ທີ່ມີຣະດັບການສຶກສາພຽງ
ປະກາສນິຍະບັດມັທຍົມປາຍເທົ່ານັ້ນ
(Baccalauréat) ແຕ່ເປັນຜູ້ທີ່ສຶກ
ສາແລະຮຽນຮູ້ຈາກປະສົບການ ໂດຍ
ສເພາະຈາກພໍ່ທີ່ເປັນພໍ່ຄ້າ

 

ທ່ານຢັງ ມອນເນຕ໌ ເກີດທີ່ເມືອງ Cognac ໃນພາກຕະວັນຕົກຂອງປະເທດຝຣັ່ງເສດ
ເມື່ອ ວັນທີ 9 ພະຈິກ 1888 ແລະເຖິງແກ່ອະສັນຍະກັມເມື່ອວັນທີ 16 ມີນາ 1979 ທ່ານບໍ່ເຄີຍສັງກັດພັກການເມືອງໃດໆແລະບໍ່ເຄີຍໄດ້ຮັບການເລືອກຕັ້ງຈັກເທື່ອ ແຕ່ກໍໄດ້
ຮັບມອບໝາຍໃຫ້ເຮັດວຽກງານສຳຄັນລະດັບໂລກ

 

ໃນສົງຄາມໂລກຄັ້ງທີ່ໜຶ່ງ ທ່ານບໍ່ໄດ້ຮັບໃຊ້ຊາດດ້ວຍການເປັນທະຫານອັນເນື່ອງມາຈາກ
ປັນຫາສຸຂພາບ ແຕ່ທ່ານກໍຮັບໃຊ້ຊາດ ຮັບໃຊ້ທວີບເອີຣົບແລະໂລກ ໂດຍວິທີທາງອື່ນ

 

ໃນສມັຍສົງຄາມໂລກຄັ້ງທີ 1 ທ່ານໄດ້ຮັບມອບໝາຍພາຣະກິດໃຫ້ເປັນຜູ້ປະສານງານໃນ
ການຈັດສັນຫາອຸປກອນສົງຄາມສຳລັບບັນດາປະເທດພັນທະມິດ ເພື່ອຕໍ່ຕ້ານກັບເຍີຣະມັນ

ຫລັງຈາກທີ່ເຍີຣະມັນປລາໄຊໃນສົງຄາມໂລກຄັ້ງທີ່ໜຶ່ງ ທ່ານຢັງ ມອນເນຕ໌ ໄດ້ຮັບ
ການແຕ່ງຕັ້ງເມື່ອອາຍຸພຽງ 31 ປີ ໃຫ້ດຳຣົງຕຳແໜ່ງຮອງເລຂາທິການໃຫຍ່ອົງການ
ສັນນິບາດ ຊາດ (Société des Nations) ທີ່ໄດ້ຮັບການຈັດຕັ້ງຂື້ນໃນປີ 1919

 

ຈົນເຖິງປີ 1923 ທ່ານຈຶ່ງໄດ້ລາອອກຈາກຕຳແໜ່ງ ແລ້ວກັບມາຊ່ວຍວຽກງານທຸຣະ
ກິດຂອງຄອບຄົວທີ່ເມືອງ Cognac ທີ່ກຳລັງປະສົບບັນຫາຄວາມຫຍຸ້ງຍາກ

 

ໃນປີ 1942 ທ່ານຢັງ ມອນເນຕ໌ ໄດ້ຮັບມອບໝາຍໃຫ້ເປັນຜູ້ປະສານງານລະຫວ່າງປະ
ເທດພັນທະມິດ ເພື່ອກະກຽມການສ້າງອຸດສາຫະກັມສົງຄາມຕໍ່ຕ້ານກັບເຍີຣະມັນນາຊີ

 

ຫລັງເສັດສິ້ນສົງຄາມໂລກຄັ້ງທີ່ 2 ທ່ານໄດ້ທຳງານແລະວາງແຜນຢ່າງລັບໆເພື່ອໃຫ້
ມີການຈັດຕັ້ງ "CECA" ຂຶ້ນ ຊຶ່ງທ່ານເຫັນວ່າຈະເປັນວິທີທາງດຽວທີ່ຈະເຮັດໃຫ້ຝຣັ່ງ
ເສດແລະເຍີຣະມັນ ສອງປະເທດສັຕຣູຄູ່ອາຄາດທັງໃນສົງຄາມໂລກຄັ້ງທີ 1 ແລະຄັ້ງ
ທີ 2 ໃຫ້ລົ້ມເລີກການເປັນສັຕຣູຊຶ່ງກັນແລະກັນ ແລະຫັນມາຈັບມືຖືແຂນກັນສ້າງທະວີບ
ເອີຣົບໃຫ້ເປັນໜຶ່ງດຽວ ມີສັນຕິພາບ ແລະ ມີຄວາມອຸດົມສົມບູນ

ເມື່ອຣະດູບານໃໝ່ ປີ 1950 ທ່ານຢັງ ມອນເນຕ໌ ໄດ້ສເນີແນວຄວາມຄິດດັ່ງກ່າວຕໍ່
ທ່ານ ໂຣແບຣຕ໌ ຊູມານ ຣມຕ ຕ່າງປະເທດຝຣັ່ງເສດໃນສມັຍນັ້ນ ແລະຈາກແນວ
ຄວາມຄິດຂອງ ທ່ານຢັງ ມອນເນຕ໌ ນີ້ເອງ ທ່ານໂຣແບຣຕ໌ ຊູມານ ຈຶ່ງໄດ້ຖແລງ
ການເມື່ອວັນທີ 9 ພຶສພາ 1950 ຮຽກຮ້ອງໃຫ້ມີການຈັດຕັ້ງ "CECA" ຂຶ້ນມາ
ແລະໃນທີ່ສຸດກໍໄດ້ມີການລົງນາມກັນທີ່ນະຄອນຫລວງປາຣີສເມື່ອວັນທີ 18 ເມສາ
1950
ຕາມທີ່ກ່າວມາແລ້ວ

 

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU