ຄົ້ນຫາຂໍ້ມູນ

/ languages

Choisir langue
 

ກອງປະຊຸມສຸດຍອດ ຝຣັ່ງ-ເຍັຽຣະມັນ

ວ່າດ້ວຍການຈັດສັນ ປະທານບໍຣິສັດ EADS ໄໝ່

ໂດຍ ບັນດານ ສີສຸນທອນ B. Sisounthone

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 17/07/2007 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 17/07/2007 16:53 TU

ຍ.ນ. ເມ໊ກເກີ່ນ - ທ. ສ໊າກໂກຊີ່

ຍ.ນ. ເມ໊ກເກີ່ນ - ທ. ສ໊າກໂກຊີ່

ຝຣັ່ງ ກັບ ເຍັຽຣະມັນ ຕົກລົງກັນ ໄດ້ແລ້ວ ກ່ຽວກັບ ການຈັດຕັ້ງ ຜູ່ນຳສຳຄັນ ໃນບໍຣິສັດ ເອີ.ອາ.ເດ່.ແອສ : EADS

ໃນທີ່ສຸດ ຝຣັ່ງ ກັບ ເຍັຽຣະມັນ ຕົກລົງກັນໄດ້ແລ້ວ ກ່ຽວກັບ ການຈັດຕັ້ງ ຜູ່ນຳສຳຄັນ ໃນບໍຣິສັດ ຜລິດຍົນ (ເອີ.ອາ.ເດ່.ແອສ : EADS/European Aeronotic Defence and Space Company) ແລະ ບໍຣິສັດສາຂາຜລິດຍົນ ແອຣ໌ ບຸສ : Air Bus.

ໃນການຈັດຕັ້ງໄໝ່ ນີ້ ແມ່ນ ແຕ່ງຕັ້ງ ຜູ່ກຳຕຳແໜ່ງປະທານແຕ່ລະຂະແໜ່ງນັ້ນ ໃຫ້ ມີ ພຽງຜູ່ດຽວ  ເທົ່ານັ້ນ ແທນທີ່ ຈະໃຫ້ມີ ປະທານຮ່ວມ ຫຼື ສອງປະທານ ໃນໜ້າທີ່ດຽວ ຄືເກົ່າ.

 

ເຊັ່ນ ປະທານ ສະພາປົກຄອງໄໝ່ ຂອງ ບໍຣິສັດ ເອີ.ອາ.ເດ່.ແອສ : EADS ແມ່ນ ທ່ານ  Rüdiger Grube. ຄົນ ເຍັຽຣະມັນ

ປະທານ ເອກອະທິບໍດີ ຫຼື ປະທານ ບໍຣິຫານ ບໍຣິສັດ ເອີ.ອາ.ເດ່.ແອສ : EADS ແມ່ນ ທ່ານ Louis Gallois ຄົນຝຣັ່ງ.

ປະທານບໍຣິຫານ ບໍຣິສັດສາຂາຜລິດຍົນ ແອຣ໌ ບຸສ : Air Bus.  ແມ່ນ ທ່ານ Thomas  Enders ຄົນ ເຍັຽຣະມັນ.

 

ເຖິງແມ່ນວ່າ ມີການປ່ຽນແປງ ຄນະຫົວໜ້າໃຫຍ່ ແຕ່ບັນຫາ ຂອງບໍຣິສັດຍັງດຳເນີນຕໍ່, ທັງນີ້ ແມ່ນເນື່ອງຈາກ ບໍຣິສັດສາຂາ ແອຣ໌ ບຸສ : Air Bus. ບໍ່ສາມາດຜລິດຍົນ A380 ອອກໃຫ້ລູກຄ້າໄດ້ ຕາມ ວັນກຳນົດ. ສນັ້ນຈຶ່ງ ຖືກປັບໄໝ່ ແລະຈ່າຍຄ່າຜລິດເພີ້ມ, ອີກດ້ານນຶ່ງ ໂຄງການສ້າງຍົນ A350 ນັ້ນກໍຖືກປ່ຽນໂຄງການໄໝ່ໝົດເລີຍ. 

ເຖິງແມ່ນວ່າ ມີລູກຄ້າໄດ້ຈັບຈອງ ສັ່ງຊື້ຍົນ ໒ ປະເພດ ດັ່ງກ່າວນີ້ ຫລາຍກໍດີ  ແຕ່ວ່າ ບໍຣິສັດ ແອຣ໌ບຸສ ນັ້ນ ໄດ້ຮັບຜົນ ກະທົບຈາກ ຄ່າຜລິດ ແພງ ແລະ ຊ້ຳເຕີມດ້ວຍ ຄ່າຂອງເງິນ ເອີໂຣ ສູງຂື້ນຕື່ມ ອັນເຮັດໃຫ້ ຣາຄາຍົນ ຖີບຕົວສູງຂື້ນ. 

ໃນຕົ້ນ ໄຕຣມາດ ປີນີ້ ບໍຣິສັດ  ແອຮ໌ ບຸສ ຂາດດູນໄປ ໖໙ ລ້ານ ເອີໂຣ.

ແຕ່ ປີກາຍນີ້ ໄດ້ກຳໄລ ໖໘໔ ລ້ານ ເອີໂຣ

 

ບໍຣິສັດ ເອີ.ອາ.ເດ່.ແອສ EADS ນີ້ ມີຫລາຍສາຂາບໍຣິສັດ, ສາຂາຕ່າງຯ ໄດ້ທຳ ລາຍຮັບ ເຂົ້າບໍຣິສັດແຕ່ລະສາຂາ ໃນປີ ໒໐໐໖ ມີດັ່ງນີ້. ເຊັ່ນ : ສາຂາ ແອຣ໌ບຸສ airbus, 60,7%

ສາຂາ ບໍຣິສັດ ຜລິດ ອາວຸດ defense et sécurité 14,1%, ສາຂາຜລິດຍົນລົບ Eurocopter 9,2%,   ສາຂາ ຍານອາວະກາດ ແລະດາວທຽມ Astrium  7,7% ແລະ ສາຂາຜລິດຍົນຂົນສົ່ງທະຫານ  Avion transport militaire 5,3%

 

 

ມື້ວານນີ້ ບັນຫາ ບໍຣິສັດຜລິດຍົນ (ເອ.ອາ.ເດ່.ແອສ : EADS/European Aeronotic Defence and Space Company) ແລະ ບໍຣິສັດສາຂາ (ແອຣ໌ ບຸສ : Air Bus) ເປັນຫົວຂໍ້ສຳຄັນ ຂອງ ກອງປະຊຸມສຸດຍອດ ຝຣັ່ງ-ເຍັຽຣະມັນ ຄັ້ງທີ່ 28.

ປະທານາທິບໍດີ ນິກໂກລາ  ສ໊າກໂກຊີ່ Nicolas Sarkozy ແລະ ນາຍົກຣັຖມົນຕຣີ ເຍັຽຣະມັນ ຍານາງ ອັງເກ່ນລາ ແມ໊ກເກີນ Angela Merkel ນັດພົບປະສົນທະນາກັນ ທີ່ສຳນັກງານ ບໍຣິສັດ (ແອຣ໌ ບຸສ : Air Bus) ທີ່ເມືອງ ຕູ່ລູ່ເສິ Toulouse. ບໍຣິສັດ (ແອຣ໌ ບຸສ : Air Bus) ນີ້ ເປັນ ນຶ່ງຂອງສາຂາ ຂອງບໍຣິສັດ (ເອ.ອາ.ເດ່.ແອສ : EADS).

 

ບໍຣິສັດ (ເອ.ອາ.ເດ່.ແອສ : EADS) ນີ້ ເປັນບໍຣິສັດ ຜລິດຍົນໂດຍສານ, ຍົນທະຫານ, ຍານອາວະກາດ, ດາວທຽມ, ຈະລວດ, ເຄຶ່ອງ ສັນຍານ ຣາດ່າຣ໌ ແລະ ອື່ນຯອີກ.

 

ເຣື້ອງເຈຣະຈາ ແມ່ນເຣື້ອງ ການຈັດຄນະບໍຣິຫານໄໝ່ ບໍຣິສັດໄໝ່ ແລະ ການຂຍາຍຮຸ້ນສ່ວນອອກຕື່ມອີກ.

ທັງນີ້ ແມ່ນຫລັງຈາກ ມີບັນຫາຊັກຊ້າ ໃນການຜລິດຍົນ ແອກບຸສ ໓໘໐ Airbus 380  ຊຶ່ງທາງບໍຣິສັດ ບໍ່ສາມາດ ຈັດສົ່ງຍົນ ດັ່ງກ່າວນີ້ ໃຫ້ ລູກຄ້າໄດ້ທັນກັບເວລາ ຕາມກຳນົດສັນຍາ.   ສນັ້ນ ຄວາມເສັຍຫາຍ ຈຶ່ງໜັກໜ່ວງທະວີຂື້ນ ເຊັ່ນ ການຖືກປັບໄໝ່ເສັຍຄ່າປ່ວຍການ ແລະ ຄ່າຜລິດຍົນ ກໍຖີບຕົວສູງຂື້ນ. 

 

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU