ຄົ້ນຫາຂໍ້ມູນ

/ languages

Choisir langue
 

ຊາຣ໌ໂກຊີ ຢ້ຽມຢາມລີບີ (ລີເບັຽ)

ເປີດສັງກາດໃໝ່ ການພົວພັນ ເອີຣົບ-ລີບີ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 25/07/2007 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 25/07/2007 13:48 TU

ປະທານາທິບໍດີຝຣັ່ງເສດ ນິໂກລາສ໌ ຊາຣ໌ໂກຊີ (ຂວາ) ເດີນທາງຢ້ຽມຢາມປະເທດລີບີຢ່າງເປັນ
ທາງການ ແລະມີກຳໜົດພົບປະຫາລືກັບຜູ້ນຳລີບີ ທ່ານພັນເອກ ມູຣ໌ມາຣ໌ ກັດດາຟີ (ຊ້າຍ)
(ພາບ: DR)

ປະທານາທິບໍດີຝຣັ່ງເສດ ນິໂກລາສ໌ ຊາຣ໌ໂກຊີ (ຂວາ) ເດີນທາງຢ້ຽມຢາມປະເທດລີບີຢ່າງເປັນ ທາງການ ແລະມີກຳໜົດພົບປະຫາລືກັບຜູ້ນຳລີບີ ທ່ານພັນເອກ ມູຣ໌ມາຣ໌ ກັດດາຟີ (ຊ້າຍ) (ພາບ: DR)

ຫລັງຈາກສ້າງບົດບາດເດັ່ນ ຈົນເຮັດໃຫ້ປະເທດລີບີ  (ລີເບັຽ) ປ່ອຍຕົວບັນດາ
ພຍາບານແລະແພດຊາວບຸລກາຣ໌ຈຳນວນ 6 ຄົນເມື່ອວານນີ້ແລ້ວ (ຫລັງຈາກ
ທີ່ຖືກຈ່ອງຈຳມາເປັນເວລາເຖິງ 8 ປີ) ທ່ານປະທານາທິບໍດີຝຣັ່ງເສດ ນິໂກ
ລາສ໌ ຊາຣ໌ໂກຊີ (Nicolas Sarkozy) ກໍເດີນທາງສູ່ກຸງຕຣີໂປລີໃນມື້ນີ້ (ພຸດ
25 ກໍຣະກົດ 2007) ເພື່ອຢ້ຽມຢາມປະເທດລີບີຢ່າງເປັນທາງການ ເປັນການ
ສແດງອອກເຖິງການຍົກຣະດັບຂອງການພົວພັນລະຫວ່າງສຫະພາບເອີຣົບແລະ
ປະເທດລີບີ ຂື້ນສູ່ຄວາມເປັນປົກຕິຫລັງຈາກທີ່ເລີ້ມຕົ້ນມາແດ່ແລ້ວຣະດັບໜຶ່ງ
ນອກຈາກນີ້ກໍຍັງເປັນການເປີດທາງໃຫ້ລີບີມີບົດບາດໃນເວທີສາກົນຕື່ມຂື້ນອີກ
ຫລັງຈາກທີ່ມີມາແລ້ວເມື່ອລີບີໄດ້ຄືນດີກັບສຫະຣັດອະເມຣິກາຕັ້ງແຕ່ເດືອນພຶສ
ພາ ປີ 2006 ເປັນຕົ້ນມາ

ນອກຈາກມີກຳໜົດພົບປະຫາລືກັບຄູ່ຕຳແໜ່ງລີບີ ທ່ານພັນເອກມູຣ໌ມາຣ໌ ກັດດາຟີ ແລ້ວ
ກໍເປັນທີ່ຄາດໝາຍກັນວ່າທ່ານປະທານາທິບໍດີ ນິໂກລາສ໌ ຊາຣ໌ໂກຊີ ຍັງຈະເປີດທາງສຳ
ລັບການລົງນາມທາງດ້ານເສຖກິດຫລາຍໂຄງການລະຫວ່າງສອງປະເທດນຳດ້ວຍ

ກ່ອນອອກເດີນທາງທ່ານປະທານາທິບໍດີຝຣັ່ງເສດກໍໄດ້ກ່າວຢ້ຳເຖິງເຣື່ອງນີ້ແລ້ວ ໂດຍ
ເນັ້ນວ່າກ່ອນໜ້ານີ້ສຫະຣັດອະເມຣິກາກໍໄດ້ກະທຳມາກ່ອນແລ້ວ

ຕາມການເຜີຍຂອງໂຄສົກທຳນຽບປະທານາທິບໍດີຝຣັ່ງເສດ ທ່ານດາວິດ ມ໊າກຕີນົງ
(David Martinon) ນັ້ນ ການລົງນາມທາງດ້ານເສຖກິດລະຫວ່າງຝຣັ່ງເສດແລະລີບີ
ອາດກວມໄປເຖິງທຸກຂົງເຂດ ໃນນັ້ນຮວມທັງການຮ່ວມມືທາງດ້ານນິວເຄລັຽນຳດ້ວຍ

ລົບລ້າງອດີດຂອງປະເທດລີບີ
ກ່ອນໜ້ານີ້ ປະເທດລີບີເປັນປະເທດທີ່ຖືກໂລກຕະວັນຕົກຊີ້ໜ້າວ່າເປັນປະເທດທີ່ສນັບ
ສນຸນການກໍ່ການຮ້າຍ ໂດຍສພາະຖືກຊີ້ໜ້າວ່າເປັນຜູ້ຢູ່ເບື້ອງຫລັງການກໍ່ການຮ້າຍ
ວາງລະເບີດໃສ່ເຮືອບິນຂອງສາຍການບິນອະເມຣິກັນ PAN AM ທີ່ລະເບີດກາງອາ
ກາດແລະດິ່ງພະສຸທາທີ່ເມືອງ Lockerbie (ສກ໊ອຕແລນດ໌) ເມື່ອປີ 1988 ມີຜູ້ເສັຽ
ຊີວິດ 270ຄົນ ແລະເຮືອບິນຂອງສາຍການບິນ ຝຣັ່ງເສດ UTA ທີ່ລະເບີດກາງອາ
ກາດແລະຕົກກາງທະເລຊາຍໃນປະເທດ Niger ເມື່ອປີ 1989 ມີຜູ້ເສັຽຊີວິດ 170 ຄົນ

ເມື່ອລີບີມີການຮື້ຟື້ນການພົວພັນທາງດ້ານການທູດທີ່ເປັນປົກຕິກັບສຫະຣັດອະເມຣິກາ
ແລະການຍົກເລີກການຄວ້ຳບາດຂອງອົງການສຫະປະຊາຊາດຕັ້ ງແຕ່ເດືອນພຶສພາ ປີ
2003 ເປັນຕົ້ນມາ ໄດ້ສ້າງເງື່ອນໄຂໃຫ້ມີການດຳເນີນການທາງດ້ານກົດໝາຍກ່ຽວກັບ
ການກໍ່ການຮ້າຍວາງລະເບີດໃສ່ເຮືອບິນ PAN AM ກ່າວຄື ຊາວລີບີຜູ້ຖືກສົງໃສເປັນຜູ້
ຢູ່ເບື້ອງຫລັງຂອງການວາງລະເບີດ ຊຶ່ງກໍຄືເຈົ້າໜ້າທີ່ຣະດັບສູງຂອງໜ່ວຍສືບຣາຊ
ການລັບຂອງລີບີນັ້ນເອງ ຖືກນຳມາລົງໂທດ ແລະບັນດາຄອບຄົວຂອງຜູ້ເສັຽຊີວິດຈາກ
ການວາງລະເບີດໃສ່ເຮືອບິນ UTA ກໍໄດ້ຮັບຄ່າທຳຂວັນ ນອກຈາກນີ້ອີກລີບີຍັງຍິນຍອມ
ຍົກເລີກໂຄງການສ້າງອາວຸດທີ່ມີອຳນາດໃນການທຳລາຍສູງຕື່ມອີກ

ແຕ່ຢ່າງໃດກໍຕາມ ການພົວພັນຂັ້ນປົກຕິລະຫວ່າງລີບີແລະສຫະພາບເອີຣົບນັ້ນກໍຍັງມາ
ຕິດຂັດທີ່ກໍຣະນີຂອງນາງພຍາບານແລະນາຍແພດຊາວບຸລກາຣ໌ ທີ່ຖືກທາງການລີບີ
ພິພາກສາລົງໂທດປະຫານຊີວິດ ແລະລົດໂທດມາເປັນຈຳຄຸກຕລອດຊີວິດ ໃນຂໍ້ຫາໃຫ້
ເລືອດເປັນພິດມີເຊື້ອ HIV ແກ່ເດັກນ້ອຍຊາວລີບີ ຈຳນວນ 462 ຄົນ

ແຕ່ໃນເມື່ອບັນດາພຍາບານແລະແພດຊາວບຸລກາຣ໌ໄດ້ຮັບການປ່ອຍຕົວເຊັ່ນນີ້ແລ້ວ ຈຶ່ງ
ເປັນການເປີດທາງໃຫ້ມີການຍົກຣະດັບການພົວພັນທາງດ້ານການທູດລະຫວ່າງລີບີແລະ
ສຫະພາບເອີຣົບຂື້ນສູ່ຣະດັບປົກຕິ

ຜົນປໂຍດມຫາສານທາງດ້ານເສຖກິດ
ໃນຊ່ວງທີ່ຖືກປະຊາຄົມໂລກຕະວັນຕົກຄວ້ຳບາດທາງດ້ານເສຖກິດ ໂຄງການພັທນາຫລາຍ
ໂຄງການໄດ້ຖືກຢຸດຊະງັກໃນປະເທດລີບີ ທັງໆທີ່ປະເທດນີ້ເປັນປະເທດທີ່ຮັ່ງມີອຸດົມສົມບູນ
ໄປດ້ວຍຊັພຍາກອນທັມມະ ຊາດ ເພາະສນັ້ນລີບີຈຶ່ງມີຄວາມຕ້ອງການພັທນາຢ່າງຮີບດ່ວນ
ໃນເວລາປັດຈຸບັນ ຈຶ່ງເປັນໂອກາດອັນສວຍງາມທີ່ທ່ານປະທານາທິບໍດີຝຣັ່ງເສດເດີນທາງ
ຢ້ຽມຢາມໃນຄັ້ງນີ້ ຊຶ່ງຄາດຫວັງກັນວ່າຈະມີການລົງນາມກ່ຽວກັບການຮ່ວມມືທາງດ້ານ
ເສຖກິດຫລາຍໂຄງການດ້ວຍກັນ

ຕາມການເຜີຍຂອງໂຄສົກທຳນຽບປະທານາທິບໍດີຝຣັ່ງເສດ ທ່ານດາວິດ ມ໊າກຕີນົງ
(David Martinon) ນັ້ນ ການລົງນາມທາງດ້ານເສຖກິດລະຫວ່າງຝຣັ່ງເສດແລະລີບີ
ອາດກວມໄປເຖິງທຸກຂົງເຂດ ໃນນັ້ນຮວມທັງການຮ່ວມມືດ້ານພລັງງານ, ໂທຣະຄົມມະ
ນາຄົມ,ການບິນ ແລະ ທາງດ້ານນິວເຄລັຽນຳດ້ວຍ

ຈົນຮອດປັດຈຸບັນນີ້ ຝຣັ່ງເສດຂາດຸນການຄ້າກັບລີບີມຫາສານ ອັນເນື່ອງມາຈາກການຊື້ນ້ຳ
ມັນແລະກ໊າສຈາກປະເທດລີບີ ເມື່ອປີ 2006 ທີ່ຜ່ານມາຝຣັ່ງເສດຈັດຊື້ພລັງງານທັງສອງ
ຂແນງດັ່ງກ່າວຈາກລີບີຄິດເປັນມູນຄ່າເຖີງ 1900 000 000 €  ເພີ້ມຂື້ນ 19.4% ເທື່ອ
ທຽບກັບ 1 ປີກ່ອນໜ້ານັ້ນ ໃນຂນະ ທີ່ການສົ່ງອອກຂອງຝຣັ່ງເສດໄປຍັງລີບີມີພຽງ
433 600 000 €  ເທົ່ານັ້ນ

ປັດຈຸບັນຝຣັ່ງເສດເປັນຄູ່ ຄ້າອັນດັບທີ 6 ຂອງລີບີ (ສັ່ງເຂົ້າ 0.1% ແລະສົ່ງອອກ
0.45%)

ບົດບາດຂອງ Total
ຖືໄດ້ວ່າປະເທດລີບີມີລາຍໄດ້ມຫາສານຈາກການຂາຍນ້ຳມັນພຽງຢ່າງດຽວເທົ່ານັ້ນ ດັ່ງ
ນັ້ນເມື່ອຣາຄານ້ຳມັນດິບໃນຕລາດໂລກຕົກຕ່ຳເມື່ອຊຸມປີ 80 ຈຶ່ງທຳໃຫ້ປະເທດຂາດລາຍ
ໄດ້ມຫາສານເຊັ່ນດຽວກັນ ເປັນການຈ່ອງດຶງໃຫ້ເກີດປັນຫາການວ່າງງານທີ່ມີເຖິງ 30%
ຂອງພົລເມືອງ 6 ລ້ານຄົນຂອງປະເທດ ເປັນການຊ້ຳເຕີມຕໍ່ການຊຸດໂຊມຂອງ "ພື້ນຖານ
ໂຄງລ່າງ" (Infrastructure) ອັນເນື່ອງມາຈາກການຄວ້ຳບາດທາງເສຖກິດຂອງ
ໂລກຕະວັນຕົກ

ດັ່ງນັ້ນເມື່ອການພົວພັນກັບໂລກຕະວັນຕົກຫວນກັບຄືນສູ່ຄວາມເປັນປົກຕິຄືແນວນີ້ແລ້ວ ລີບີ
ຈຶ່ງມີຄວາມຕ້ອງການຢ່າງຮີບດ່ວນການພັທນາທາງດ້ານ "ພື້ນຖານໂຄງລ່າງ" ຂອງຕົນ
ເພື່ອເອື້ອອຳນວຍໃຫ້ແກ່ການສົ່ງອອກນ້ຳມັນດິບຂອງຕົນ

ເພື່ອເອື້ອອຳນວຍໃຫ້ແກ່ການພັທນາ "ພື້ນຖານໂຄງລ່າງ" ນີ້ ພັນເອກກັດດາຟີ ຜູ້ນຳ
ຂອງລີບີຈຶ່ງໄດ້ຕັດສິນໃຈຫັນຫລັງໃຫ້ແກ່ "ຄວາມເປັນສັງຄົມນິຍົມ" ດ້ວຍການເປີດໃຫ້
ເອກຊົນເຂົ້າດຳເນີນການກິຈການຂອງບໍຣິສັດຂອງຣັຖບານເຖິງ 375 ບໍຣິສັດດ້ວຍກັນ ຊຶ່ງ
ລ້ວນແລ້ວແຕ່ກ່ຽວກັບທາງດ້ານພລັງງານທັງນັ້ນ

ຈົນຮອດປັດຈຸບັນ ບໍຣິສັດ Total ຂຸດເຈາະນ້ຳມັນ ເປັນຜູ້ລົງທຶນຈາກຝຣັ່ງເສດລາຍກວ່າ
ໝູ່ໃນດ້ານນີ້ໃນປະເທດລີບີ ມີມູນຄ່າພຽງ 170 ລ້ານດອລລາຣ໌ເທົ່ານັ້ນເມື່ອປີ 2003
ການເດີນທາງຢ້ຽມຢາມປະ ເທດລີບີຂອງທ່ານປະທານາທິບໍດີ ນິໂກລາສ໌ ຊາຣ໌ໂກຊີ ໃນ
ຄັ້ງນີ້ ຈະເປັນການເປີດທາງໃຫ້ແກ່ບໍຣິສັດ Total ມີບົດບາດເພີ້ມຂື້ນຢ່າງຫລວງຫລາຍ
ຢ່າງບໍ່ຕ້ອງສົງໃສໃດໆທັງສິ້ນ

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU