ຄົ້ນຫາຂໍ້ມູນ

/ languages

Choisir langue
 

ຝລັ່ງ//ທະວີບອາຟຣິກ

ສາກໂກຊີມ້ວນທ້າຍ ການຢ້ຽມຢາມຢູ່ກາບົງ

ໂດຍ  ໂສວົງ

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 27/07/2007 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 27/07/2007 13:59 TU

ທ່ານສາກໂກຊີ ກັບທ່ານວາດຢູ່
ເສເນການ
ຮູບ: reuters

ທ່ານສາກໂກຊີ ກັບທ່ານວາດຢູ່ ເສເນການ
ຮູບ: reuters

ມ້ວນທ້າຍຢູ່ປະເທດກາບົງໃນວັນທີ່ 26/7/07 ຫຼັງຈາກຢ້ຽມຢາມປະເທດ ເສເນການເຊິ່ງເປັນຫົວເມືອງຂຶ້ນເກົ່າ ກ່ອນນີ້ ທ່ານໄດ້ຢ້ຽມຢາມປະເທດລີບີ ເຊິ່ງເປັນປະເທດຕຳອິດທີ່ທ່ານຢ້ຽມຢາມ ນັບແຕ່ຮັບຕຳແໜ່ງເປັນຕົ້ນມາ
ວັນສຸກທີ່ 26/7/07 ທ່ານສາກໂກຊີມ້ວນທ້າຍການຢ້ຽວຢາມບັນດາປະເທດໃນອາຟຣິກ ຢູ່ປະເທດກາບົງ ຈຸດສຳຄັນ ກໍມີຫຼາຍດ້ານດ້ວຍກັນ ເຊັ່ນວ່າ ອົງການຈັດຕັ້ງທີ່ບໍ່ຂຶ້ນກັບ ຣັຖບານໃນປະເທດກາບົງ ພາກັນຮຍກຮ້ອງຕໍ່ທ່ານສາກໂກຊີ ໃຫ້ລົງມືຕັດຂາດກັບແນວ ທາງເດີມ ກ່ຽວກັບການພົວພັນລະຫວ່າງກັນ

ແນວທາງເດີມດ້ານການພົວພັນ ກໍຢູ່ບ່ອນວ່າ ຝລັ່ງຖືຊາວອາຟຣິກເປັນຄືລູກ ແລະບູກນັ້ນ ຕ້ອງຟັງຄວາມພໍ່ ດັ່ງນີ້ເປັນຕົ້ນ ສຳລັບຊາວອາຟຣິກແລເວ ແນວນີ້ ບໍ່ຖືກຕ້ອງ ພວກ ເຂົາຕ້ອງການການພົວພັນແບບສເມີພາບກັນ

ນອກນັ້ນ ກໍຍັງມີນະໂຍບາຍໃໝ່ທີ່ຝລັ່ງອະນຸຍາດໃຫ້ຊາວກາບົງເຂົ້າປະເທດ ສຳລັບຜູ້ ມີເງິນເດືອນ ແລະນັກສຶກສາ ຂໍ້ນີ້ ໄດ້ຖືກເຊັນແລ້ວ ເມື່ອຕົ້ນເດືອນລະກົດ 2007

ສ່ວນທີ່ກ່ຽວກັບການຕັດຂາດແນວທາງເດີມດັ່ງກ່າວນັ້ນ ທາງກາບົງກໍວ່າ ຕ້ອງການຮັກ ສາຄວາມຮັກແພງໄວ້ຄືເກົ່າກັບທ່ານຊີຫຣັກ ປະທານາທິບໍດີຄົນກ່ອນ ເພາະເພິ່ນຮອບຮູ້ ການເມືອງຂອງອາຟຣິກໄດ້ດີເດັ່ນ

ເຖິງຢ່າງໃດກໍຕາມ ການພົວພັນລະຫວ່າງຝລັ່ງກັບຂົງເຂດນີ້ ກໍຍັງມີຄວາມສຳຄັນຢູ່ຕໍ່ໄປ ຢູ່ເສເນການ ທ່ານສາກໂກຊີຮຽກຮ້ອງຊາວໜຸ່ມໃຫ້ຫັນໜ້າໄປສູ່ອານາຄົດ ແທນທີ່ຈະ ໝົກສຸມຄວາມຄິດຕິຕຽນຄວາມຫຼັງກ່ຽວກັບຄວາມເປັນຫົວຂຶ້ນຜ່ານມາ ທ່ານຮຽກຮ້ອງ ໃຫ້ຊ່ອຍສ້າງສາຍພົວພັນອັນດີລະຫວ່າງເອີໂຣບກັບອາຟຣິກ ຮ່ວມກັບຝລັ່ງແລະສະຫະ ພາບເອີໂຣບ

ຢູ່ເສເນການ ທ່ານສາກໂກຊີຮັບຮູ້ວ່າ ການລ່າເມືອງຂຶ້ນ ເປັນຄວາມຜິດພາດໃຫຍ່ຫຼວງ ສ່ວນຢູ່ປະເທດລີບີ ຫຼັງຈາກເຊັນສັນຍາດ້ານນິວເຄັຽ ທ່ານກໍຖືກຕິຕຽນເປັນການໃຫຍ່ ຈາກຝ່າຍເຍລະມັນ ເພາະເປັນພລັງງານອັນຕະລາຍທີ່ທ່ານສາກໂກຊີບໍ່ຄວນນຳໄປ ແຜ່ຂຍາຍ (ອ່ານຕໍ່ໃນ ບົດວິເຄາະ)

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU