ຄົ້ນຫາຂໍ້ມູນ

/ languages

Choisir langue
 

ປາຕິຫານ: ອາຊຽນຕົກລົງກັນໄດ້ ຈັດຕັ້ງຄນະກັມມາທິການ ສິດທິມນຸດ

ຫລັງຈາກພະມ້າ ຍົກເລີກຄັດຄ້ານ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 30/07/2007 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 30/07/2007 15:48 TU

ປະທານາທິບໍດີຟີລິບປິນ ທ່ານນາງຄລໍເຣັຽ
ອາໂຣໂຢ (Gloria Arroyo) (ຢືນກາງ)
ຖ່າຍພາບເປັນທີ່ຣະລຶກຮ່ວມກັບບັນດາ
ຣມຕ ຕ່າງປະເທດອາຊຽນທີ່ຮ່ວມກອງ
ປະຊຸມຄັ້ງທີ40 ທີ່ກຸງມະນີລາ
(ພາບ: Reuters)

ປະທານາທິບໍດີຟີລິບປິນ ທ່ານນາງຄລໍເຣັຽ ອາໂຣໂຢ (Gloria Arroyo) (ຢືນກາງ) ຖ່າຍພາບເປັນທີ່ຣະລຶກຮ່ວມກັບບັນດາ ຣມຕ ຕ່າງປະເທດອາຊຽນທີ່ຮ່ວມກອງ ປະຊຸມຄັ້ງທີ40 ທີ່ກຸງມະນີລາ (ພາບ: Reuters)

ໃນທີ່ສຸດກອງປະຊຸມຄັ້ງທີ 40 ຂອງບັນ ດາ ຣມຕ ຕ່າງປະເທດອາຊຽນທີ່ມີຂື້ນ ໃນມື້ນີ້ (30 ກໍຣະກົດ 2007) ທີ່ກຸງມະ ນີລາ ປະເທດຟີລິບປິນ ກໍສາມາດບັນລຸ ເຖິງຂໍ້ຕົກລົງກັນໄດ້ວ່າດ້ວຍການຈັດຕັ້ງ ຄນະກັມມາທິການວ່າດ້ວຍສິດທິມນຸດຊົນ ຖືໄດ້ວ່າເປັນປາຕິຫານ ທັງນີ້ກໍເພາະມື້ ວານນີ້ (29 ກໍຣະກົດ 2007) ໃນກອງ ປະຊຸມຣະດັບເຈົ້າໜ້າທີ່ຊັ້ນສູງນັ້ນ ພະ ມ້າ (ຊື່ໃໝ່ວ່າ ມຽນມາ) ໄດ້ສແດງ ການຄັດຄ້ານເຕັມທີ່ ເປັນການສ້າງຫົນ ທາງຕັນແກ່ການຈັດຕັ້ງຄນະກັມມາທິ ການດັ່ງກ່າວ

ບໍ່ມີລາຍເຊັນຂອງປະເທດສມາຊິກ
ຣມຕ ຕ່າງປະເທດຟີລິບປິນ ປະເທດເຈົ້າພາບ ທ່ານໂຣເບີດ ໂຣມູໂລ (Robert
Romulo) ກ່າວວ່າ ແມ່ນບາດກ້າວຄັ້ງປວັດສາດ ແລະແມ່ນໄຊຊະນະຂອງສິດທິມນຸດ
ຊົນທີ່ອາຊຽນສາມາດຕົກລົງກັນໄດ້

"ພວກເຮົາເຊື່ອວ່າປັນຫາຫລໍ່ແຫລມເຣື່ອງສິດທິມນຸດຊົນນີ້ຈະໄດ້ຮັບການບັນ
ຈຸເຂົ້າໃນກົດບັດຂອງອາຊຽນ ທັງນີ້ເພາະເປັນສິ່ງທີ່ຫລີກລ້ຽງບໍ່ໄດ້"
ທ່ານໂຣ
ມູໂລໄດ້ກ່າວ

ເປັນທີ່ໜ້າສັງເກດວ່າບັນດາ ຣມຕ ຕ່າງປະເທດຂອງ 10 ປະເທດສມາຊິກທີ່ຮ່ວມປະ
ຊຸມ ບໍ່ໄດ້ລົງລາຍເຊັນໃນຖແລງການຮ່ວມສຸດທ້າຍແຕ່ຢ່າງໃດເລີຍ ເປັນເຄື່ອງໝາຍ
ທີ່ຊີ້ໃຫ້ເຫັນວ່າ ເຖິງມີການຕົກລົງກັນໄດ້ໃນເຣື່ອງການຈັດຕັ້ງຄນະກັມມາທິການວ່າ
ດ້ວຍສິດທິມນຸດຊົນ ແຕ່ກໍຍັງມີການແບ່ງແຍກກັນຢູ່ ໂດຍສເພາະບໍ່ມີການກ່າວເຖິງເລີຍ
ວ່າໃນການປະຊຸມຄນະກັມມາທິການດັ່ງກ່າວນັ້ນ ຈະມີການອອກສຽງກັນແບບໃດ

ກ່ອນໜ້ານີ້ ບັນດາປະເທດສມາຊິກເກົ່າກໍ່ຕັ້ງ ເຫັນດີໃຫ້ມີການອອກສຽງແບບຖືເອົາ
ສຽງສ່ວນຫລາຍເປັນການຕັດສິນຊີ້ຂາດ ແຕ່ບັນດາປະເທດສມາຊິກໃໝ່ເຫັນດີໃຫ້ມີ
ການນຳໃຊ້ຫລັກການດັ້ງເດີມແບບອະລຸ້ມອະຫລ່ວຍຄືເກົ່າ ໝາຍຄວາມວ່າມະຕິໃດໆ
ຈະຕ້ອງໄດ້ຮັບສຽງທີ່ເປັນເອກສັນເທົ່ານັ້ນ

ຮຽກຮ້ອງໃຫ້ສຫະຣັດຖອນທະຫານຈາກອີຣັກ
ຢ່າງໃດກໍຕາມ ກ່ຽວກັບສົງຄາມໃນປະເທດອີຣັກນັ້ນ ຖແລງການຂອງບັນດາ ຣມຕ
ຕ່າງປະເທດອາຊຽນ ມີຄວາມຊັດເຈນທີ່ສຸດ ໂດຍຮຽກຮ້ອງໃຫ້ສຫະຣັດອະເມຣິກາ
ແລະປະເທດອື່ນໆຖອນທະຫານຂອງຕົນອອກຈາກປະເທດອີຣັກ ໂດຍເນັ້ນວ່າການ
ຖອນທະຫານຕ່າງຊາດທັງໝົດອອກໄປເທົ່ານັ້ນຈຶ່ງຈະສາມາດເຮັດໃຫ້ປະເທດອີຣັກ
ກັບຄືນສູ່ສຖານະການປົກຕິໄດ້

ຖແລງການຂອງອາຊຽນບໍ່ໄດ້ແຈ້ງຄັກແນ່ວ່າການຖອນທະຫານຕ່າງຊາດອອກຈາກ
ອີຣັກນັ້ນຕ້ອງຖອນອອກໃນຍາມໃດ ຣມຕ ຕ່າງປະເທດຟີລິບປິນ ທ່ານໂຣເບີດ ໂຣມູໂລ
ກ່າວວ່າ " ແມ່ນຖແລງການ ສແດງເຈດຈຳນົງໂດຍທົ່ວໆໄປ ບໍ່ມີການກຳ
ນົດເວລາ ແຕ່ ຂພຈ ກໍເຊື່ອວ່າແມ່ນຄວາມມຸ່ງມາດປາຖນາຂອງທຸກຝ່າຍ
ໃນນັ້ນຮວມທັງສຫະຣັດອະເມຣິກາແລະພັນທະມິດນຳດ້ວຍ"

ບໍ່ເປັນທີ່ຊັດເຈນວ່າການທີ່ອາຊຽນອອກຖແລງການຮ່ວມຮຽກຮ້ອງໃຫ້ສຫະຣັດແລະ
ພັນທະມິດຖອນທະຫານອອກຈາກອີຣັກນີ້ກ່ຽວຂ້ອງກັນຢ່າງໃດຫລືບໍ່ກັບການທີ່ ທ່ານ
ນາງຄອນໂດລີຊາ ໄຣຊ໌ (Condoleezza Rice) ຣມຕ ຕ່າງປະເທດອະເມຣິກັນ ບໍ່ມາ
ຮ່ວມກອງປະຊຸມທີ່ມະນີລາຄັ້ງນີ້ ແຕ່ໄດ້ສົ່ງ ຮອງ ຣມຕ ເປັນຜູ້ມາແທນ ຄືທ່ານຈອຫ໌ນ
ນິໂກຣປອນເຕ (John Negroponte)

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU