ຄົ້ນຫາຂໍ້ມູນ

/ languages

Choisir langue
 

1957 :

ສົນທິສັນຍາກຸງໂຣມ ກໍ່ຕັ້ງ "CEE" ແລະ "Euratom"

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 10/08/2007 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 10/08/2007 15:50 TU

ພິທີລົງນາມໃນສົນທິສັນຍາກຸງໂຣມເມື່ອວັນທີ
25 ມີນາ 1957 ທີ່ຕຶກ Capitol ເພື່ອກໍ່
ຕັ້ງ "ປະຊາຄົມເສຖກິດເອີຣົບ" (ພາກຈາກ:
ຄນະກັມມາທິການເອີຣົບ)

ພິທີລົງນາມໃນສົນທິສັນຍາກຸງໂຣມເມື່ອວັນທີ 25 ມີນາ 1957 ທີ່ຕຶກ Capitol ເພື່ອກໍ່ ຕັ້ງ "ປະຊາຄົມເສຖກິດເອີຣົບ" (ພາກຈາກ: ຄນະກັມມາທິການເອີຣົບ)

ໃນແນວຄວາມຄິດຂອງ ທ່ານຢັງ ມອນ
ເນຕ໌ (Jean Monnet) ການກໍ່ຕັ້ງ
CECA ເປັນພຽງແຕ່ການເລີ້ມຕົ້ນເທົ່າ
ນັ້ນແຫ່ງການພຍາຍາມຮວມທວີບເອີຣົບ
ໃຫ້ເປັນໜຶ່ງດຽວໂດຍໃຊ້ຫລັກການທາງ
ດ້ານກົດໝາຍ ແທນທີ່ຈະແມ່ນການໃຊ້
ກຳລັງດັ່ງໃນຄັ້ງປວັດສາດທີຜ່ານມາ
ທ່ານເຊື່ອວ່າໃນອະນາຄົດເອີຣົບຈະມີການ
ຮ່ວມມືກັນໃນຂແນງການອື່ນໆກວ້າງ
ຂວາງອອກໄປເລື້ອຍໆ ວິວັທນາການ ຂອງການສ້າງສຫະພາບເອີຣົບດ້ວຍການ
ຂຍາຍກວ້າງສມາຊິກພາບດັ່ງທີ່ເຮົາໄດ້ເຫັນໃນທຸກວັນນີ້ ຊີ້ໃຫ້ເຫັນວ່າທັສນະວິ
ສັຍ (ການເບີ່ງເຫັນໄກ) ຂອງທ່ານ ຢັງ ມອນເນຕ໌ຖືກຕ້ອງ

ໃນການອອກຖແລງການ 9 ພຶສພາ 1950 ເຊີນຊວນໃຫ້ມີການກໍ່ຕັ້ງ CECA ນັ້ນ ທ່ານ
ໂຣແບຣຕ໌ ຊູມານ (Robert Schuman) ຣມຕ ຕ່າງປະເທດຝຣັ່ງເສດ ກໍອີງໃສ່ພື້ນ
ຖານຂອງແນວຄວາມຄິດຂອງ ທ່ານຢັງ ມອນເນຕ໌ ດັ່ງກ່າວ ອັນເປັນປັດຈັຍນຳພາໄປ
ສູ່ຄວາມພຍາຍາມໃນການສ້າງເອີຣົບໃຫ້ເປັນໜຶ່ງດຽວຂັ້ນຕອນທີສອງ ນັ້ນກໍຄື 6 ປະ
ເທດທີ່ຮ່ວມກັນກໍ່ຕັ້ງ "CECA" ໄດ້ບັນລຸເຖິງການລົງນາມຮ່ວມກັນໃນ "ສົນທິສັນຍາ
ກຸງໂຣມ"
ຕື່ມອີກ ເມື່ອວັນທີ 25 ມີນາ 1957 ກໍ່ຕັ້ງ "ປະຊາຄົມເສຖກິດເອີຣົບ"
(Communauté économique européenne = CEE)

"CEE" ກຳໜົດການຍົກເລີກກຳແພງພາສີທາງດ້ານການຄ້າທຸກຢ່າງລະຫວ່າງປະເທດ
ສມາຊິກ ເພື່ອກ້າວໄປສູ່ການສ້າງຕລາດທີ່ເປັນໜຶ່ງດຽວ ພ້ອມດຽວກັນສົນທິສັນຍາກຸງ
ໂຣມຍັງກຳໜົດການກໍ່ຕັ້ງ "ປະຊາຄົມເອີຣົບແຫ່ງພລັງງານນິວເຄລັຽ"
(Communauté européenne de l'énergie atomique =
EURATOM)
ນຳດ້ວຍ ໂດຍມີເປົ້າໝາຍເພື່ອຮ່ວມມືກັນພັທນາພລັງງານນິວເຄລັຽ
ເພື່ອສັນຕິ ແຕ່ເນື່ອງມາຈາກເປັນຂແນງການທີ່ຫລໍ່ແຫລມ ການຮ່ວມມືຈຶ່ງມີຂອບເຂດ
ຈຳກັດ

ຢ່າງໃດກໍຕາມ ບັນດາສື່ສານມວນຊົນໃນ
ສມັຍນັ້ນບໍ່ໄດ້ສເນີຂ່າວໃຫຍ່ໂຕແຕ່ປະການ
ໃດຕໍ່ເຫດການປວັດສາດໃນຄັ້ງນັ້ນ ແນ່ນອນ
ທີ່ສຸດອັນເນື່ອງມາຈາກຄາດບໍ່ເຖິງວ່າການ
ເລີ້ມຕົ້ນສ້າງເອີຣົບໃຫ້ເປັນໜຶ່ງດຽວ ເພື່ອ
ເປັນອິສຣະຈາກການຊີ້ນຳຂອງສຫະຣັດອະ
ເມຣິກາແລະສຫະພາບໂຊວຽດໃນຄັ້ງນັ້ນ
ຈະມີການຂຍາຍໃຫຍ່ໂຕເຖິງຂນາດຢ່າງທີ່
ເຫັນກັນໃນທຸກວັນນີ້ ຊຶ່ງກໍຄືຕລາດຮ່ວມອັນ
ກວ້າງໃຫຍ່ທີ່ມີຜູ້ບໍຣິໂພກເຖິງເກືອບ 500
ລ້ານຄົນ ມີການຮ່ວມມືກັນຢ່າງຮອບດ້ານ
ແລະມີຄວາມພຍາຍາມໃນການສ້າງຄວາມ
ເປັນໜຶ່ງດຽວທາງດ້ານການເມືອງຢ່າງ
ກວ້າງຂວາງ ຈົນມີປະເທດສມາຊິກເຖິງ 27
ປະເທດດັ່ງໃນທຸກວັນນີ້

ທັງໝົດແມ່ນນອນຢູ່ເທິງຫລັກການທີ່ວ່າປະເທດທີ່ຈະເຂົ້າເປັນສມາຊິກນັ້ນຈະຕ້ອງມີລະ
ບອບການປົກຄອງທີ່ເປັນປະຊາທິປະໄຕ ເຄົາຣົບຫລັກການສິດທິມນຸດຊົນຕາມມາຕຖານ
ທີ່ກຳໜົດໂດຍອົງການສຫະປະຊາຊາດ ອັນເປັນການປະຕິເສດໄປໃນຕົວຕໍ່ການເຂົ້າເປັນ
ສມາຊິກຂອງບັນດາປະເທດຜເດັດການຕ່າງໆທີ່ມີຢູ່ໃນທວີບເອີຣົບ ທັງເອີຣົບຕະວັນຕົກ
ແລະເອີຣົບຕະວັນອອກໃນເວລານັ້ນ

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU