ຄົ້ນຫາຂໍ້ມູນ

/ languages

Choisir langue
 

ພຸທສາສນາ ເຖຣາວາດ ໃນປະເທດຝຣັ່ງເສດ

ພິທີເປີດວັດໃໝ່ "ພຸດທະນິມິດ" ທີ່ເບຣຕີໂຍລ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 13/08/2007 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 13/08/2007 13:47 TU

ຄນະສົງເຖຣາວາດທີ່ຮ່ວມໃນພິທີເປີດວັດໃໝ່ 
"ພຸດທະນິມິດ" ເມື່ອວັນທີ 22 ກໍຣະກົດ ປີ
2007 ຜ່ານມາ (ພາບ: ໄຊຊະນະ ທານາ
ດາບຸຕຣ໌)

ຄນະສົງເຖຣາວາດທີ່ຮ່ວມໃນພິທີເປີດວັດໃໝ່ "ພຸດທະນິມິດ" ເມື່ອວັນທີ 22 ກໍຣະກົດ ປີ 2007 ຜ່ານມາ (ພາບ: ໄຊຊະນະ ທານາ ດາບຸຕຣ໌)

ຜູ້ສື່ຂ່າວ RFI ພາກພາສາລາວໄດ້ ເດີນທາງໄປລາຍງານຂ່າວພິທີເປີດ ວັດໃໝ່ "ພຸດທະນິມິດ" ທີ່ຈັດຂື້ນເມື່ອ ວັນທີ 22 ກໍຣະກົດ 2007 ທີ່ຜ່ານມາ ນັບໄດ້ວ່າເປັນເຫດການສຳຄັນທາງ ດ້ານພຸທສາສນາແລະວັທນະທັມແຫ່ງເອ ເຊັຽຕະວັນອອກສຽງໃຕ້ ທີ່ໄດ້ຮັບຄວາມ ສົນໃຈເປັນຢ່າງດີຍິ່ງຈາກຊາວຝຣັ່ງເສດ ໃນຂົງເຂດ ໂດຍເຫັນໄດ້ຈາກການມາ ຮ່ວມຂອງພວກເຂົາເຈົ້າຢ່າງຫລວງຫລາຍ ໃນນັ້ນຮວມທັງບັນດານັກຂ່າວຂອງ ທ້ອງຖິ່ນນຳດ້ວຍ

 

ອະທິບາຍພາບ: ຄນະສົງເຖຣາວາດຖ່າບພາບເປັນທີ່ຣະລຶກກັບ ທ່ານອັງເດຣ ເກຣໂອ (André Gréau)
ຮອງເຈົ້າຄອງກຳແພງນະຄອນເມືອງ La Faye/Brétignoles ເນື່ອງໃນພິທີເປີດວັດໃໝ່
ດ້ານຊ້າຍຂອງທ່ານ
ເກຣໂອ ແມ່ນພຣະອາຈານສວັດ ວິນັຍທອນ ເຈົ້າອາວາດວັດສີສັຕ
ນາກ ເມືອງ St. Leu-La-Forêt (Val
d'Oise) ແລະແຖວໜ້າທີ່ສອງຈາກຊ້າຍແມ່ນ ອາຈານຄຳສອນ ກັນຕະທັມໂມ ເຈົ້າອາວາດວັດພຸດທະນິມິດ
(ພາບໂດຍ: ໄຊຊະນະ ທານາດາບຸຕຣ໌)

ພິທີເປີດວັດໃໝ່ໄດ້ດຳເນີນໄປພາບໃຕ້ບັນຍາກາດທີ່ປະສົມປະສານລະຫວ່າງພິທີທາງ
ສາສນາ, ຄວາມສວຍງາມຂອງການສແດງອອກທາງດ້ານວັທນະທັມ ແລະ ອາຫານ
ອັນແຊບນົວ ມີພຸທສາສນິກຊົນເດີນທາງມາຮ່ວມປະມານ 300 ຄົນ ຈາກຫລາຍຫົວເມືອງ
ໃນຂົງເຂດແລະຈາກຫລາຍປະເທດໃກ້ຄຽງໃນເອີຣົບ ໃນນັ້ນທີ່ສຳຄັນກໍມີ ພຣະອາຈານ
ສວັດ ວິນັຍທອນ ເຈົ້າອາວາດແຫ່ງວັດສີສັຕນາກ ເມືອງ St. Leu-La-Forêt (Val
d'Oise), ທ່ານໂຣລລລັງດ໌ ບຣີກູ (Roland Bricou) ເຈົ້າຄອງກຳແພງເມືອງເບຣ
ຕີໂຍລ (Brétignoles) ແລະ ທ່ານອັງເດຣ ເກຣໂອ (André Gréau) ຮອງເຈົ້າຄອງ
ກຳແພງ ມາຮ່ວມນຳດ້ວຍ

ທ່ານອາຈານຄຳສອນ ກັນຕະທັມມໂມ ເຈົ້າອາວາດວັດພຸດທະນິມິດ (ຢືນຂວາ) ແລະ ພຣະສິຣິປັນໂຍ
(Marcel Malardé - ຢືນຂວາ) ຖ່າຍຮູບເປັນທີ່ຣະລຶກຮ່ວມກັບບັນດາແມ່ຂາວເນື່ອງໃນພິທີເປີດວັດ
ໃໝ່ (ພາບ: ໄຊຊະນະ ທານາດາບຸຕຣ໌)

ອະທິບາຍພາບ: ອາຈານຄຳສອນ ກັນຕະທັມໂມ ເຈົ້າອາວາດວັດພຸດທະນິມິດ (ຂວາ) ແລະພຣະສິຣິປັນໂຍ
(Marcel MALARDE) ຖ່າຍພາບເປັນທີ່ຣະລຶກກັບບັນດາແມ່
ຂາວເນື່ອງວັນພິທີເປີດວັດໃໝ່ 22 ກໍຣະກົດ
2007 (ພາບໂດຍ: ໄຊຊະນະ ທານາດາບຸຕຣ໌)

ວັດພຸດທະນິມິດເປັນຕຶກໃຫຍ່ ສ້າງຂື້ນໂດຍສຖາປັຕຍະກັມດັ້ງເດີມແບບຝຣັ່ງເສດແທ້ໆ
ຕັ້ງຢູ່ໃນໝູ່ບ້ານແຫ່ງໜຶ່ງຊື່ວ່າ "ເບຣຕີໂຍລ" (Brétignoles) ຊຶ່ງເປັນຊົນນະບົດທີ່ຮົ່ມ
ເຢັນແລະງຽບສງົບ ໃນແຂວງ Loire-Atlantique ຫ່າງຈາກນະຄອນຫລວງປາຣີສ໌
ໄປທາງດ້ານຕະວັນຕົກປະມານ 400 ກ.ມ.
ເປັນສຖານທີ່ເໝາະສົມສຳລັບການປະ
ຕິບັດທັມ ແລະການນັ່ງສມາທິ ນອກຈາກນີ້ກໍຍັງເປັນສຖານທີ່ການພົບປະສັງສັນທາງ
ດ້ານສັງຄົມ ເປັນສຖານທີ່ການສແດງອອກທາງດ້ານປະເພນີແລະວັທນະທັມ

 

ວັດພຸດທະນິມິດແບ່ງອອກເປັນສອງພາກສ່ວນສຳຄັນເທິງພື້ນທີ່ເຖິງ 27 000 ແມັດ
ມົນທົນ ພາກສ່ວນທີໜຶ່ງໄດ້ແກ່ກຸດີທີ່ພັກອາໃສຂອງບັນດາສົງ, ສິມ ທີ່ໄຫວ້ພະແລະ
ສວດມົນ, ຫ້ອງປະຊຸມ ແລະ ຫ້ອງວາງສແດງທາງດ້ານສິລປະວັທນະທັມ ທັງໝົດ
ແມ່ນເທິງພື້ນທີ 4000 ແມັດມົນທົນ

ຄນະກັມມະການ "ສມາຄົມອູ້ມຊູວັດພຸດທະນິມິດ" ຮ່ວມກັນຖ່າຍຮູບເປັນທີ່ຣະລຶກເນື່ອງໃນໂອກາດ
ພິມີເປີດວັດໃໝ່ເມື່ອວັນທີ 22 ກໍຣະກົດ 2007.....ຢືນກາງແຖວໜ້າແມ່ນ ທ່ານສັມພັນ ພອນເພັດຣັດ
ປະທານສມາຄົມ (ພາບ: ໄຊຊະນະ ທານາດາບຸຕຣ໌)

ອະທິບາຍພາບຄນະກັມມະການສມາຄົມອູ້ມຊູວັດພຸດທະນິມິດ ຖ່າຍພາບຮ່ວມກັນເປັນທີ່ຣະລຶກເນື່ອງໃນ
ໂອກາດວັນເປີດວັດໃໝ່ ໃສ່ແວ່ນຕາດຳຢືນແຖວໜ້າແມ່ນປະທານຂອງສມາຄົມ ທ່ານສັມພັນ ພອນເພັດຣັດ
(ພາບໂດຍ: ໄຊຊະນະ
ທານາດາບຸຕຣ໌)

ພາກສ່ວນທີສອງຢູ່ຫ່າງຈາກບໍຣິເວນວັດປະມານ 400 ແມັດ ເປັນໜອງນ້ຳຂນາດໃຫຍ່
ມີພື້ນທີ່ເຖິງ 3000 ແມັດມົນທົນ ມີຄວາມເໝາະສົມສຳລັບເປັນສຖານທີ່ພັກຜ່ອນຢ່ອນ
ໃຈດ້ວຍການປິກນິກ ແລະ ການຈັດງານປະເພນີຕ່າງໆ ໃນຖ້າມກາງບັນຍາກາດຂອງ
ຄວາມເປັນຊົນນະບົດ ສາມາດເບີ່ງເຫັນທັມມະຊາດສີຂຽວ ແລະບັນດາຝູງງົວ ທຳໃຫ້
ເກີດບັນຍາກາດແຫ່ງຄວາມອອນຊອນໃຈເປັນຢ່າງຍິ່ງ

"ໃນອະນາຄົດຂ້າງໜ້າພວກເຮົາຍັງຈະຈັດຊື້ທີ່ດິນ ແລະສ້າງທາງຍ່າງສຳລັບໃຫ້ບັນ
ດາພຸທສາສນິກຊົນທີ່ມາຮ່ວມພິທີໃນວັດ ໄດ້ຍ່າງໄປຊົມໜອງນ້ຳຢ່າງມີຄວາມສດວກ
ກວ່າປັດຈຸບັນ" ທ່ານສັມພັນ ພອນ ເພັດຣັດ ປະທານສມາຄົມອູ້ມຊູວັດພຸດທະນິມິດ ໄດ້
ກ່າວກັບຜູ້ສື່ຂ່າວ RFI

ນອກຈາກມີໂຄງການຊື້ທີ່ດິນເພື່ອສ້າງທາງໄປສູ່ໜອງນ້ຳແລ້ວ ທາງສມາຄົມອູ້ມຊູວັດ
ພຸດທະນິມິດ ຍັງມີໂຄງການປັບປຸງສົ່ງເສີມທາງດ້ານສິລປະແລະວັທນະທັມນຳດ້ວຍເພື່ອ
ດຶງດູດບັນດານັກທ່ອງທ່ຽວທີ່ເດີນທາງມາພັກຜ່ອນໃນຂົງເຂດ ໃຫ້ເດີນທາງມາທ່ອງ
ທ່ຽວຊົມວັດພຸດທະນິມິດນຳດ້ວຍ ຕາມການເຜີຍຂອງ ທ່ານສົມຫວັງ ຣັຕນະໄຊ ຫົວໜ້າ
ຫ້ອງການເລຂານຸການຂອງສມາຄົມ ຕໍ່ຜູ້ສື່ຂ່າວ RFI (ຂໍເຊີນທ່ານຄລິກດ້ານລຸ່ມນີ້
ເພື່ອຮັບຟັງບັນຍາກາດອັນມ່ວນຊື່ນຂອງພິທີເປີດວັດພຸດທະນິມິດຕາມທີ່ໄດ້
ກ່າວມາ)

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU