ໂດຍ ໄຊຊະນະ ທານາດາບຸຕຣ໌
ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 21/08/2007 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 21/08/2007 13:58 TU
ການລົງນາມທີ່ກຸງບຣຸສແຊລສ໌ ວັນທີ 22
ມັງກອນ 1972 ຮັບຮອງການເຂົ້າເປັນ
ສມາຊິກຂອງສຫະຣາຊອານາຈັກ (ອັງກິດ)
ແຖວໜ້າຈາກຊ້າຍໄປຂວາ: Sir Alec
Douglas-Home ຣມຕ ຕ່າງປະເທດອັງ
ກິດ, ທ່ານ Edward Heath ນາຍົກ ຣ
ມຕ ອັງກິດ ແລະ ທ່ານ Geoffrey
Rippon ຣມຕ ອັງກິດ ຮັບຜິດຊອບການ
ເຈຣະຈາເຂົ້າເປັນສມາຊິກຂອງ CEE
(ພາບ: Commission européenne)
ກໍແມ່ນຍ້ອນໄດ້ປະສົບຜົນສຳເຣັດຢ່າງ
ງົດງາມທາງດ້ານເສຖກິດຕັ້ງແຕ່ກໍ່ຕັ້ງ
ຂຶ້ນມານັ້ນເອງ ຈຶ່ງເປັນແຮງດຶງດູດໃຫ້
ປະເທດອື່ນໆສມັກເຂົ້າເປັນສມາຊິກ
ດັ່ງນັ້ນສຫະຣາຊອານາຈັກ (ອັງກິດ),
ໄອຣ໌ ແລນດ໌ ແລະ ເດນມາຣ໌ກ ຈຶ່ງໄດ້
ເຂົ້າເປັນສມາຊິກພ້ອມກັນ ເມື່ອວັນທີ 1
ມັງ ກອນ 1973 ຊຶ່ງເປັນການຂຍາຍ
ກວ້າງສມາຊິກພາບຄັ້ງທຳອິດຂອງ "ປະ
ຊາຄົມເສຖກິດເອີຣົບ"
ແຕ່ທີ່ຢາກເນັ້ນໃນທີ່ນີ້ກໍຄື ການເຂົ້າເປັນ
ສມາຊິກຂອງສຫະຣາຊອານາຈັກທັງນີ້
ກໍເພາະກ່ອນທີ່ຈະໄດ້ຮັບການອະນຸມັດໃຫ້
ເຂົ້າເປັນສມາຊິກໄດ້ນັ້ນ ຣັຖບານແຫ່ງ
ກຸງລອນດອນຕ້ອງໄດ້ງັດຂໍ້ກັນຢ່າງໜັກກັບຝຣັ່ງເສດຕັ້ງແຕ່ມີການເລີ້ມຕົ້ນການ
ເຈຣະຈາໃນປີ 1970 ເລີຍທີດຽວ ອັນເປັນສາເຫດເຮັດໃຫ້ຝຣັ່ງເສດໃຊ້ສິດຍັບ
ຍັ້ງ (Veto) ຂອງຕົນມາຕລອດ ເພື່ອຂວາງກັ້ນການເຂົ້າເປັນສມາຊິກຂອງສຫະ
ຣາຊອານາຈັກ ການງັດຂໍ້ກັນທີ່ວ່າແມ່ນກ່ຽວກັບນະໂຍບາຍຮວມທາງດ້ານການ
ກະເສດ ທີ່ເອີ້ນກັນວ່າ "Politique agricole commune" (PAC)
"PAC" ຖືກຳເນີດແນວໃດ?
PAC ຖືກຳເນີດຂຶ້ນມາຕັ້ງແຕ່ປີ 1962 ໂດຍຂັ້ນຕົ້ນເປັນຂໍ້ຕົກລົງສອງຝ່າຍລະຫວ່າງ
ຝຣັ່ງເສດແລະເຍີຣະມັນ ທີ່ມີຂໍ້ກຳນົກວ່າຝຣັ່ງເສດຕ້ອງຍົກເລີກພາສີສຸລກາກອນຕ່າງໆ
ສຳລັບສິນຄ້າອຸດສາຫະກັມຂອງເຍີຣະມັນ ໂດຍມີເງື່ອນໄຂວ່າ CEE ຊຶ່ງໃນເວລານັ້ນມີ
ສມາຊິກກໍ່ຕັ້ງ 6 ປະເທດ ຄື ເຍີຣະມັນ, ຝຣັ່ງເສດ, ອິຕາລີ, ເບລຢຽມ, ລັກເຊມເບີຣ໌ກ
ແລະ ເນເທີແລນດ໌ ຕ້ອງອອກເງິນຊ່ວຍສນັບສນຸນກະເສຕກັມຂອງຝຣັ່ງເສດໃຫ້ທັນສມັຍ
ຊຶ່ງປະເທດທີ່ອອກສົມທົບຫລາຍກວ່າໝູ່ໃນງົປມານການກະເສດທີ່ວ່າກໍຄືປະເທດເຍີຣະ
ມັນ
ເປົ້າໝາຍສຳຄັນໃນການຮ່ວມກໍ່ຕັ້ງ PAC ກໍຄື ຜລິດອາຫານໃຫ້ພຽງພໍກັບຄວາມຕ້ອງ
ການພາຍໃນຂອງປະຊາຄົມຊຶ່ງເຄີຍປະສົບກັບຄວາມຫິວໂຫຍອົດຢາກມາແລ້ວໃນສມັຍ
ສົງຄາມ ຄຽງຄູ່ກັນໄປກໍເປັນການຮັບປະກັນລາຍໄດ້ດີ ແລະຊີວິດຄວາມເປັນຢູ່ທີ່ມີຄຸນນະ
ພາບຂອງບັນດາກະເສຕກອນນຳດ້ວຍ
ເພື່ອການນີ້ ກຳແພງພາສີສິນຄ້າທາງດ້ານການກະເສດພາຍໃນປະຊາຄົມຖືກຍົກເລີກ
ຢ່າງສິ້ນເຊີງ ແຕ່ສ້າງກຳແພງພາສີທີ່ສູງລິບລິ່ວສຳລັບສິນຄ້າການກະເສດທີ່ມາຈາກ
ພາຍນອກປະ ຊາຄົມ ຄືໃຫ້ສູງກວ່າອັຕຣາທີ່ປະຕິບັດກັນໃນຕລາດໂລກ ໃນຂນະດຽວກັນ
ປະຊາຄົມກໍໃຫ້ເງິນອຸດໜຸນແກ່ກະເສຕກອນຂອງຕົນເພື່ອໃຫ້ມີຂີດຄວາມສາມາດສູງໃນ
ການແຂ່ງຂັນຣາຄາໃນຕລາດໂລກ
ໃນຂນະທີ່ອັງກິດເລີ້ມທຳການເຈຣະຈາເມື່ອປີ 1970 ເພື່ອເຂົ້າເປັນສມາຊິກຂອງປະຊາ
ຄົມນັ້ນ ອັງກິດມີພົລເມືອງທີ່ເປັນກະເສຕກອນພຽງ 5% ເທົ່ານັ້ນຂອງພົລເມືອງທັງໝົດ
ຂອງປະເທດ ແຕ່ຖ້າເຂົ້າເປັນສມາຊິກຂອງ CEE ແລ້ວ ອັງກິດຈະຕ້ອງຍອມຮັບກົດເກນ
ທາງດ້ານການກະເສດຂອງປະຊາຄົມຕາມທີ່ກ່າວມາ
ນັ້ນກໍຄືການສ້າງກຳແພງພາສີສຳລັບສິນຄ້າການກະເສດທີ່ມາຈາກພາຍນອກ CEE ອັນ
ຈະເປັນສາເຫດທຳໃຫ້ຜູ້ບໍຣິໂພກຊາວອັງກິດຕ້ອງຮັບພາຣະໜັກ ຄືສິນຄ້າການກະເສດຣາ
ຄາຕ່ຳທີ່ອັງກິດສັ່ງເຂົ້າຈາກກຸ່ມປະເທດສມາຊິກ "ເຄືອຈັກພົບອັງກິດ" (Common
wealth) ຈະຕ້ອງແພງຂຶ້ນຢ່າງຫລວງຫລາຍທັນທີ ຄືແພງກວ່າສິນຄ້າການກະເສດ
ຂອງ CEE ເອງ ທີ່ແພງຫລາຍຢູ່ແລ້ວ ແຖມອັງກິດຕ້ອງອອກເງິນສົມທົບໃນງົບປະ
ມານຮວມທາງດ້ານການກະ ເສດຂອງປະຊາຄົມນຳດ້ວຍ ຊຶ່ງໃນຕອນນັ້ນມີເຖິງ 90%
ຂອງງົບປະມານຮວມທັງໝົດຂອງປະຊາຄົມ
ແຕ່ໃນທີ່ສຸດ ປະເທດຝຣັ່ງເສດພາຍໃຕ້ການເປັນປະທານາທິບໍດີຂອງ ທ່ານຢອຣ໌ຊ
ປອມປີດູ (Georges Pompidou) ກໍປະສົບຜົນສຳເຣັດກົດດັນໃຫ້ອັງກິດພາຍໃຕ້
ການເປັນນາຍົກ ຣມຕ ຂອງ ທ່ານເອັດເວີດ ຮີຕ (Edward Heath) ແຫ່ງພັກ
ແຮງງານ ຍົກເລີກຕໍ່ການຕໍ່ລອງໃນການເຈຣະຈາຂໍຍົກເວັ້ນກົດເກນທາງດ້ານການກະ
ເສດຕາມທີ່ໄດ້ກ່າວມາ
ຈຶ່ງທຳໃຫ້ຝຣັ່ງເສດຍົກເລີກການໃຊ້ສິດ Veto ຂອງຕົນ ເປີດທາງໃຫ້ອັງກິດສາມາດ
ເຂົ້າເປັນສມາຊິກໄດ້ ໂດຍມີການລົງນາມໃນເອກສານເຂົ້າເປັນສມາຊິກເມື່ອວັນທີ 22
ມັງກອນ 1972 ແລະມີຜົນບັງຄັບໃຊ້ຕັ້ງແຕ່ວັນທີ 1 ມັງກອນ 1973 ເປັນຕົ້ນມາ ໝາຍ
ຄວາມວ່າເຂົ້າເປັນສມາຊິກພ້ອມກັນກັບອີກສອງປະເທດຄື ໄອຣ໌ແລນດ໌ ແລະ ເດນ
ມາຣ໌ກ ຊຶ່ງເຄີຍເປັນປະເທດຜູ້ປ້ອນສິນຄ້າການກະເສດຣາຄາຖືກໃຫ້ແກ່ອັງກິດມາກ່ອນ
ເມື່ອເຂົ້າເປັນສມາຊິກແລ້ວ ຣັຖບານແຫ່ງກຸງລອນດອນທຸກຣັຖບານບໍ່ເຄີຍລົດລະໃນ
ການເຈຣະຈາຂໍໃຫ້ມີການເບີ່ງນະໂຍບາຍການກະເສດຄືນໃໝ່ເພື່ອໃຫ້ມີການປະຕິຮູບ
ທັງນີ້ເພາະຕົນຖືວ່າເປັນຜູ້ຮັບພາຣະໜັກເກີນໄປ
ຈົນກະທັ້ງເຖິງກອງປະຊຸມສຸດຍອດທີ່ກຸງ "Dublin" ສາທາຣະນະຣັດໄອຣ໌ແລນດ໌
ເມື່ອເດືອນ ພະຈິກ 1979 ນາຍົກ ຣມຕ ອັງກິດໃນຂນະນັ້ນ ຄື ທ່ານນາງມາຣ໌ກາ
ເຣັຕ ທັດເຊີ (Magaret Thatcher) ຈຶ່ງຕໍ່ສູ້ຢ່າງແຂງຂັນໃຫ້ປະຊາຄົມສົ່ງເງິນ
ຄືນໃຫ້ແກ່ອັງກິດ
ຈົນໃນທີ່ສຸດ ການຕໍ່ສູ້ຂອງທ່ານນາງພາຍໃຕ້ຄຳກ່າວທີ່ລືລັ່ນທີ່ວ່າ "I want my
money back" ກໍບັນລຸເຖິງໄຊຊະນະ ກ່າວຄືກອງປະຊຸມສຸດຍອດທີ່ເມືອງ
Fontainebleau (ປະເທດຝຣັ່ງເສດ) ເມື່ອເດືອນມິຖຸນາ 1984 ໄດ້ຕົກລົງອະ
ນຸມັດສົ່ງເງິນຄືນໃຫ້ແກ່ອັງກິດ ຊຶງເປັນທີ່ຮູ້ຈັກກັນດີໃນທຸກວັນນີ້ໃນນາມຂອງ "ສ່ວນ
ລົດຂອງອັງກິດ" (Rabais britannique) ຫລືຕາມພາສາອັງກິດວ່າ
"British rebate" ນັ້ນເອງ
ກໍແມ່ນຍ້ອນການຕໍ່ສູ້ຢ່າງແຂງຂັນຈົນປະສົບຜົນສຳເຣັດດັ່ງກ່າວນີ້ເອງ ນາຍົກ ຣມຕ
ອັງກິດໃນຄັ້ງນັ້ນຄື ທ່ານນາງ ມາຣ໌ກາເຣັດ ທັດເຊີ ຈຶ່ງໄດ້ຮັບສົມຍານາມວ່າ
"ສຕຣີເຫລັກແຫ່ງກຸງລອນດອນ" ມາຈົນເທົ່າທຸກວັນນີ້
ຂ່າວສຳຄັນປະຈຳວັນ
03/10/2008 13:36 TU
ບົດວິເຄາະ
ຂ່າວອື່ນໆ
ທ່ານ ໂອທອງ ຄຳອິນຊູ ເປັນຄົນລາວທີ່ ໑໑ ທີ່ໄດ້ ຮັບລາງວັນ ຊີ່ໄຣຕ໌ ລາຍງານໂດຍ ສີມະຫາໂນ
23/09/2008