ຄົ້ນຫາຂໍ້ມູນ

/ languages

Choisir langue
 

1979:

ການເລືອກຕັ້ງສມາຊິກ ສພາເອີຣົບຄັ້ງທຳອິດ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 27/08/2007 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 27/08/2007 18:09 TU

1 ມີນາ 1979 ສມາຊິກຣັຖສພາເອີຣົບ
410 ທ່ານ ເລືອກ ທ່ານນາງຊີມອນ
ໄວລ໌ (Simone Veil) ຈາກຝຣັ່ງເສດ ໃຫ້ຮັບ
ຕຳແໜ່ງປະທານສພາ ຫລັງການເລືອກຕັ້ງ
ສມາຊິກຣັຖສພາເອີຣົບຄັ້ງທຳອິດທີ່ປະຊາຊົນ
ໃນປະເທດສມາຊິກລົງຄະແນນສຽງໂດຍກົງ
(ພາບ: Commission européenne 2004)

1 ມີນາ 1979 ສມາຊິກຣັຖສພາເອີຣົບ 410 ທ່ານ ເລືອກ ທ່ານນາງຊີມອນ ໄວລ໌ (Simone Veil) ຈາກຝຣັ່ງເສດ ໃຫ້ຮັບ ຕຳແໜ່ງປະທານສພາ ຫລັງການເລືອກຕັ້ງ ສມາຊິກຣັຖສພາເອີຣົບຄັ້ງທຳອິດທີ່ປະຊາຊົນ ໃນປະເທດສມາຊິກລົງຄະແນນສຽງໂດຍກົງ (ພາບ: Commission européenne 2004)

ເມື່ອຖືກຳເນີດມາພ້ອມກັບ"ປະຊາຄົມຖ່ານ
ຫິນແລະເຫລັກກ້າແຫ່ງທວີບເອີ
ຣົບ" (CECA) ເມື່ອປີ 1952 ສພາເອີ
ຣົບມີຊື່ວ່າ "ສພາຮ່ວມ" (Assemblée
commune) ມີສມາຊິກ 78 ທ່ານ ຊຶ່ງ
ໄດ້ຮັບການ "ແຕ່ງຕັ້ງ" ມາຈາກສພາ
ແຫ່ງຊາດຂອງແຕ່ລະປະເທດສມາຊິກ 6
ປະເທດແຫ່ງ "CECA"

ຕໍ່ມາໃນປີ 1958 ຫລັງການກໍ່ຕັ້ງ "ປະ
ຊາຄົມເສຖກິດເອີຣົບ"
ໂດຍສົນທິສັນ
ຍາກຸງໂຣມເມື່ອວັນທີ 25 ມີນາ 1957
ແລ້ວ "ສພາຮ່ວມ" ໄດ້ປ່ຽນຊື່ມາເປັນ
"ສພາຜູ້ແທນເອີຣົບ" (Assemblée
parlementaire européenne) ແລະຕໍ່ມາໃນປີ 1962 ໄດ້ປ່ຽນຊື່ມາເປັນ
"ຣັຖສພາເອີຣົບ" (Parlement européen) ຈົນເທົ່າທຸກວັນນີ້

 1979 ປະຊາຊົນລົງຄະແນນສຽງເລືອກຜູ້ແທນເອີຣົບ
ຕ້ອງຄອຍຖ້າຈົນເຖິງ 1979 ສມາຊິກຣັຖສພາເອີຣົບຈຶ່ງໄດ້ຮັບການເລືອກຕັ້ງໂດຍກົງຈາກ
ປະຊາຊົນຜູ້ມີສິດອອກສຽງເລືອກຕັ້ງຂອງບັນດາປະເທດສມາຊິກ

ໝາຍຄວາມວ່າ 61 ປີແລະ 34 ປີ ຫລັງຈາກທີ່ປະຊາຊົນເຫລົ່ານີ້ໄດ້ປະຫັດປະຫານກັນ
ມາຢ່າງເອົາເປັນເອົາຕາຍໃນສົງຄາມໂລກຄັ້ງທີ 1 ແລະຄັ້ງທີ 2

ຖືໄດ້ວ່າເປັນປາກົດການທີ່ໜ້າຊື່ນຊົມຍິນດີທີ່ປະຊາຊົນທີ່ເຄີຍເປັນສັຕຣູຄູ່ອາຄາດກັນມາ
ກ່ອນໄດ້ຫັນໜ້າມາຈັບມືຖືແຂນ ສ້າງຄວາມເປັນໜຶ່ງດຽວໃນວົງໄພບູນຂອງສຫະພາບແລະ
ລົງຄະແນນສຽງເລືອກຕັ້ງສມາຊິກຣັຖສພາທີ່ເປັນອັນໜຶ່ງອັນດຽວກັນ

ນັບແຕ່ນັ້ນເປັນຕົ້ນມາ ການເລືອກຕັ້ງສມາຊິກສພາເອີຣົບກໍຖືກຈັດຂື້ນໃນທຸກໆ 5 ປີ
ໂດຍມີທີ່ຕັ້ງຂອງຣັຖສພາທີ່ເມືອງ "ສຕຣັສບວກສ໌" (Strasbourg) ໃນພາກຕະວັນ
ອອກສຽງເໜືອຂອງປະເທດຝຣັ່ງເສດ ສຳລັບການປະຊຸມໃຫຍ່ຄົບຄນະ (Session
plénière)

ຢ່າງໃດກໍຕາມການປະຊຸມໃນຣະດັບຄນະກັມມາທິການນັ້ນຈັດທີ່ກຸງ "ບຣຸສແຊລສ໌"
(Bruxelles)
ໃນຂນະທີ່ກອງເລຂາທິການຂອງຣັຖສພາເອີຣົບມີທີ່ທຳການທີ່ປະເທດ
"ລຸກ ຊັມບວກສ໌"

(ທ່ານທີ່ຕ້ອງການຊາບຈຳນວນຜູ້ແທນໃນສພາເອີຣົບຈາກແຕ່ລະປະເທດສມາຊິກ ກະຣຸນນາຄລິກເບີ່ງລຸ່ມນີ້) ຈຳນວນສມາຊິກສພາເອີຣົບເພີ້ມຂື້ນໃນແຕ່ລະຄັ້ງທີ່ປະຊາຄົມຂຍາຍກວ້າງຮັບເອົາປະ
ເທດສມາຊິກໃໝ່ ປັດຈຸບັນສມາຊິກຣັຖສພາເອີຣົບມີຈຳນວນ 785 ທ່ານ ເປັນຕົວແທນ
ຂອງພົລ ເມືອງກວ່າ 492 ລ້ານຄົນຈາກບັນດາປະເທດສມາຊິກ 27 ປະເທດ ສມາຊິກ
ສພາເອີຣົບຊຸດປັດຈຸບັນເປັນຊຸດທີ 6 (2004 – 2009)

ຖານະ ຂອງ ສສ ຈາກປະເທດສມາຊິກໃໝ່
ຢ່າງໃດກໍຕາມ ປະເທດບຸລກາຣີ ແລະ ຣູມານີ ທີ່ຫາກໍເຂົ້າເປັນສມາຊິກຊຸດຫລ້າສຸດເມື່ອ
ວັນທີ 1 ມັງກອນ 2007 ຜ່ານມານີ້ ໄດ້ແຕ່ງຕັ້ງຜູ້ແທນຂອງຕົນ (ບຸລກາຣີ 18 ທ່ານ
ແລະ ຣູມານີ 35 ທ່ານ) ເຂົ້າຮ່ວມປະຊຸມຣັຖສພາເອີຣົບມາກ່ອນແລ້ວໃນຖານະຜູ້ສັງ
ເກດການທີ່ມີສິດຮ່ວມໃນການອະພິປາຍສແດງຄວາມຄິດເຫັນໄດ້ ແຕ່ບໍ່ມີສິດປະກອບ
ສ່ວນໃນການລົງຄະແນນສຽງ

ສມາຊິກຣັຖສພາເອີຣົບຈາກປະເທດສມາຊິກໃໝ່ທຸກປະເທດຈະມີຖານະເຊັ່ນນີ້ຈົນກວ່າຈະ
ມີການເລືອກຕັ້ງໃນຄັ້ງຕໍ່ໄປ ຈຶ່ງຈະມີສິດລົງຮັບສມັກເລືອກຕັ້ງແລະມີຖານະເປັນ ສສ ຂອງ
ສຫະພາບໄດ້ຢ່າງເຕັມຮູບແບບ

" ສົນທິສັນຍາກຸງໂຣມ 2 "  ທີ່ໄດ້ຮັບການ
ລົງນາມເມື່ອວັນທີ່ 29 ຕຸລາ 2004 ຮັບຮອງຮ່າງ
ທັມມະນູນຂອງສຫະພາບໄດ້ກຳໜົດໃຫ້ຣັຖສພາ
ເອີຣົບມີສມາຊິກບໍ່ເກີນ ໗໕໐ ທ່ານ ບໍ່ວ່າຈຳນວນ
ປະເທດສມາຊິກຈະເພີ້ມຂື້ນເປັນເທົ່າໃດກໍຕາມ
ແຕ່ຮ່າງທັມມະນູນດັ່ງກ່າວກໍຍັງບໍ່ທັນສາມາດປະ
ກາດໃຊ້ໄດ້ ອັນເນື່ອງມາຈາກຕ້ອງໄດ້ຮັບການໃຫ້
ສັຕຍາບັນຈາກທຸກປະເທດສມາຊິກເສັຽກ່ອນ

ປະຊາຊົນຊາວ໖ຣັ່ງເສດແລະຊາວເປອີ-ບາສ໌
(ເນເທີແລນດ໌) ໄດ້ອອກສຽງປະຊາມະຕິປະຕິ
ເສດການໃຫ້ສັຕຍາບັນໄປແລ້ວເມື່ອວັນທີ 29
ພຶສພາ ແລະ 1 ມິຖຸນາ 2005 ຕາມລຳດັບ

ຮ່າງທັມມະນູນຂອງສຫພາບຈະສາມາດປະກາດ
ໃຊ້ໄດ້ກໍຕໍ່ເມື່ອໄດ້ຮັບການໃຫ້ສັຕຍາບັນຈາກທຸກ
ປະເທດສມາຊິກເທົ່ານັ້ນ ດັ່ງນັ້ນຈຳນວນສມາຊິກ
ຣັຖສພາເອີຣົບໃນປັດຈຸບັນຈຶ່ງຖືເອົາຕາມ "ສົນທິສັນຍານິຊ" ໄປພາງກ່ອນຈົນກວ່າຈະ
ມີສົນທິສັນຍາສບັບໃໝ່ອອກມາໃຊ້ເພື່ອທົດແທນຮ່າງທັມມະນູນທີ່ກາຍເປັນໝັນໄປແລ້ວ

ອຳນາດທີ່ມີຂອບເຂດຂອງຣັຖສພາເອີຣົບ
ໃນຂັ້ນເລີ້ມຕົ້ນທີ່ຖືກກໍ່ຕັ້ງຂື້ນມາ ຣັຖສພາເອີຣົບເປັນສຖາບັນທີ່ມີບົດບາດພຽງສແດງ
ຄວາມຄິດເຫັນໃຫ້ຄຳແນະນຳປຶກສາຫາລືເທົ່ານັ້ນ ຍັງບໍ່ມີອຳນາດໃນການລົງມະຕິຜ່ານ
ຫລືບໍ່ຜ່ານຮ່າງກົດໝາຍຕ່າງໆແຕ່ຢ່າງໃດ ຕໍ່ມາອຳນາດຂອງຣັຖສພາໄດ້ຮັບການເສີມ
ຂຍາຍໃຫ້ກວ້າງຂວາງ ຄວບຄຸມຫລາຍຂແນງການອອກໄປເລື້ອຍໆໂດຍມີສົນທິສັນຍາ
ຫລາຍສບັບຮັບປະກັນອຳນາດ ນັ້ນໆ ເຊັ່ນ ສົນທິສັນຍາມາສຕຣິກ ( Maastricht )
ທີ່ລົງນາມເມື່ອວັນທີ 7 ກຸມພາ 1992ແລະມີຜົນບັງຄັບໃຊ້ເມື່ອວັນທີ 1 ມັງກອນ 1993,
ສົນທິສັນຍາອັມສແຕຣ໌ດັມ (Amsterdam ) ລົງນາມເມື່ອວັນທີ 2 ຕຸລາ 1997 ແລະ
ມີຜົນບັງຄັບໃຊ້ເມື່ອວັນທີ 1 ພຶສພາ 1999 ທຳໃຫ້ຣັຖສພາເອີຣົບກາຍມາເປັນຕົວ
ແທນຂອງຊາວສຫະພາບທັງມວນ ແລະມີບົດບາດນິຕິບັນຍັດຫລາຍຂື້ນເລື້ອຍໆ ຍົກ
ເວັ້ນໃນຂແນງການຕ່າງໆທີ່ບັນດາປະເທດສມາຊິກຂອງສຫພາບຍັງຕ້ອງການຫວງ
ແຫນອະ ທິປະໄຕແຫ່ງຊາດຂອງຕົນເອົາໄວ້ເທົ່ານັ້ນທີ່ອຳນາດຂອງຣັຖສພາເອີຣົບ
ຍັງບໍ່ທັນກວມໄປເຖິງ ໄດ້ເຊັ່ນ ນະໂຍບາຍຕ່າງປະເທດ, ນະໂຍບາຍທາງທະຫານ, ຍຸດ
ຕິທັມ, ພາສີອາກອນ, ປະກັນສັງຄົມ ແລະການຂຍາຍສມາຊິກພາບເປັນຕົ້ນ ແມ່ນສພາ
ຣມຕ (Conseil des ministres) ເປັນຜູ້ສງວນອຳນາດສຳລັບລົງມະຕິຜ່ານຫລືບໍ່
ຜ່ານຕໍ່ຂແນງການທີ່ກ່າວມານີ້                                                                                                               

 ກອງປະຊຸມຄົບຄນະ (Session plénière) ຂອງຣັຖສພາເອີຣົບທີ່ເມືອງສຕຣັສບວກສ໌
(ພາບຈາກ http://www.europarl.europa.eu/parliament)

ກົດການເລືອກຕັ້ງ ສສ ເອີຣົບ
ສ່ວນກົດຂອງການເລືອກຕັ້ງສມາຊິກສພາເອີຣົບນັ້ນ ບາງຢ່າງກໍຄືກັນໃນທຸກປະເທດສມາ
ຊິກ ແຕ່ບາງຢ່າງກໍແຕກຕ່າງກັນ ສິ່ງທີ່ຄືກັນກໍມີ ພົລເມືອງຂອງທຸກປະເທດສມາຊິກທັງ
ຍິງແລະ ຊາຍອາຍຸຕັ້ງແຕ່18 ປີຂຶ້ນໄປມີສິດລົງສມັກຮັບເລືອກຕັ້ງແລະລົງຄະແນນສຽງ
ເລືອກຕັ້ງ ການລົງຄະແນນສຽງດຳເນີນໄປຢ່າງປິດລັບ

ນອກຈາກນີ້ສົນທິສັນຍາມາສຕຣິກຍັງກຳໜົດອີກວ່າພົລເມືອງຂອງປະເທດສມາຊິກໜຶ່ງ
ທີ່ພຳນັກອາໃສຕັ້ງຫລັກແຫລ່ງທຳມາຫາກິນໃນອີກປະ ເທດສມາຊິກໜຶ່ງ ມີສິດລົງສມັກ
ຮັບເລືອກຕັ້ງ ແລະລົງຄະແນນສຽງເລືອກຕັ້ງໃນປະເທດທີ່ຕົນອາໃສຢູ່ໄດ້

ໃນປະເທດແບລຊິກ, ແກຣຊ ແລະ ລຸກຊັມບວກສ໌ ການນອນຫລັບທັບສິດຖືວ່າເປັນການ
ລະເມີດກົດໝາຍການເລືອກຕັ້ງ

ຈຳນວນສມາຊິກຣັຖສພາເອີຣົບຂອງແຕ່ລະປະເມດສມາຊິກ
ການແບ່ງຈຳນວນທີ່ນັ່ງໃນຣັຖສພາເອີຣົບນັ້ນ ບໍ່ໄດ້ເປັນໄປຕາມອັຕຣາສ່ວນຂອງພົລເມືອງ
ແຕ່ແບ່ງໃນລັກສນະໃຫ້ບັນດາປະເທດນ້ອຍມີອັຕຣາສ່ວນຫລາຍກວ່າປະເທດໃຫຍ່ທີ່ມີພົລ
ເມືອງຫລາຍ

ຕົວຢ່າງປະເທດເຍີຣະມັນມີພົລເມືງ 82 ລ້ານຄົນ ມີຈຳນວນສມາຊິກຣັຖສພາ 99 ທ່ານ
ໃນຂນະທີ່ປະເທດລຸກຊັມບວກທີ່ມີພົລເມືອງພຽງ 400 000 ຄົນ ແຕ່ມີຈຳນວນສມາຊິກຣັຖ
ສພາເຖິງ 6 ທ່ານ

ໝາຍຄວາມວ່າ ສມາຊິກຣັຖສພາເອີຣົບຈາກປະເທດເຍີຣະມັນ 1 ທ່ານເປັນຕົວແທນຂອງ
ພົລເມືອງ 1 200 000 ຄົນ ໃນຂນະສມາຊິກຣັຖສພາເອີຣົບຈາກປະເທດລຸກຊັມບວກສ໌ 1
ທ່ານເປັນຕົວແທນຂອງພົລເມືອງພຽງແຕ່ 66 666 ຄົນເທົ່ານັ້ນ

ດັ່ງນັ້ນຈຳນວນ ສສ ໃນຣັຖສພາເອີຣົບຈື່ງບໍ່ໄດ້ເປັນໄປຕາມອັຕຣາສ່ວນຂອງຈຳນວນພົລ
ເມືອງ ທັງນີ້ເພາະການຮວມກັນຕໍ່ສູ້ແບບຫົວຊົນຝາຂອງບັນດາປະເທດສມາຊິກປະເທດ
ເລັກປະເທດນ້ອຍ ຕໍ່ຕ້ານກັບຫລັກການ "ພົລເມືອງຫລາຍສຽງຫລາຍ" ໃນຂນະເຈຣະ
ຈາຂໍ້ຄວາມຂອງສົນທິສັນຍານິຊ (Traité de Nice) ເມື່ອເດືອນທັນວາ ປີ 2000 ນັ້ນເອງ
(ທ່ານທີ່ຕ້ອງການຊາບຈຳນວນຜູ້ແທນໃນສພາເອີຣົບຈາກແຕ່ລະປະເທດສມາ
ຊິກ ກະຣຸນນາຄລິກເບີ່ງລຸ່ມນີ້)

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU