ຄົ້ນຫາຂໍ້ມູນ

/ languages

Choisir langue
 

ຊາຣ໌ໂກຊີວ່າ: "ອີຫຣ່ານມີອາວຸດ ນິວເຄລັຽຍາມໃດ ຈະຖືກໂຈມຕີຍາມນັ້ນ"

ກ່າວໃນໂອກາດ ປະຊຸມທູດຝຣັ່ງເສດ ທີ່ປາຣີສ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 28/08/2007 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 28/08/2007 13:48 TU

ທ່ານປະທານາທິບໍດີຝຣັ່ງເສດ ນິໂກລາສ໌ ຊາຣ໌ໂກຊີ ກ່າວປາໃສຕໍ່ບັນດາເອກອັຄຣັຖທູດຝຣັ່ງເສດ 180 ທ່ານ ທີ່ເດີນທາງມາຮ່ວມປະຊຸມເມື່ອວານນີ້ (ຈັນ 27 ສິງຫາ) ທີ່ທຳນຽບປະທານາທິບໍດີ ວັງເອລີເຊ ທີ່
ນະຄອນຫລວງປາຣີສ໌ (ພາບ: Reuters)

ທ່ານປະທານາທິບໍດີຝຣັ່ງເສດ ນິໂກລາສ໌ ຊາຣ໌ໂກຊີ ກ່າວປາໃສຕໍ່ບັນດາເອກອັຄຣັຖທູດຝຣັ່ງເສດ 180 ທ່ານ ທີ່ເດີນທາງມາຮ່ວມປະຊຸມເມື່ອວານນີ້ (ຈັນ 27 ສິງຫາ) ທີ່ທຳນຽບປະທານາທິບໍດີ ວັງເອລີເຊ ທີ່ ນະຄອນຫລວງປາຣີສ໌ (ພາບ: Reuters)

ທ່າທີເດັດຂາດຂອງຜູ້ນຳຝຣັ່ງເສດແມ່ນສແດງອອກໃນກອງປະຊຸມປະຈຳປີບັນດາ ເອກອັຄຣັຖທູດຝຣັ່ງເສດ 180 ທ່ານ ຈາກທົ່ວໂລກ ເມື່ອວານນີ້ (ຈັນ 27 ສິງ ຫາ) ທີ່ທຳນຽບປະທານາທິບໍດີ ວັງເອລີເຊ (Elysée) ຊຶ່ງເປັນກອງປະຊຸມແນະ ແນວທາງນະໂຍບາຍຕ່າງປະເທດໃຫ້ບັນດາເອກອັຄຣັຖທູດຮັບຊາບເພື່ອນຳປະຕິ ບັດ

ກ່ຽວກັບປັນຫານິວເຄລັຽອີຫຣ່ານ
ທ່ານປະທານາທິບໍດີຊາຣ໌ໂກຊີ ໄດ້ກ່າວເຖິງດ້ວຍນ້ຳສຽງທີ່ເດັດດ່ຽວ ເນັ້ນຢ້ຳ ແລະຈະ
ແຈ້ງວ່າ ຍາມໃດຝຣັ່ງເສດ ຮ່ວມກັບເຍີຣະມັນແລະອັງກິດ ກໍເປັນຜູ້ມີບົດບາດສຳຄັນໃນ
ການເຈຣະຈາກັບອີຫຣ່ານໃນນາມຂອງເອີຣົບມາຕລອດ ໂດຍມີສຫະຣັດອະເມຣິກາ, ຣັດ
ເຊັຽ ແລະ ຈີນ ຊ່ວຍປະກອບສ່ວນນຳ

"ເນື້ອໃນຂອງການເຈຣະຈານັ້ນເປັນແນວໃດ ຂ້າພະເຈົ້າບໍ່ຂໍກ່າວເຖິງອີກເພາະເປັນທີ່ຮູ້
ກັນດີຢູ່ແລ້ວ" ທ່ານປະທານາທິບໍດີໄດ້ກ່າວ ພ້ອມທັງຢ້ຳດ້ວຍນ້ຳສຽງທີ່ໜັກແໜ້ນອີກ
ວ່າ "ປະເທດອີຫຣ່ານທີ່ຕິດອາວຸດນິວເຄລັຽເປັນສິ່ງທີ່ຮັບບໍ່ໄດ້ຢ່າງເດັດຂາດ"

"ປະເທດຝຣັ່ງເສດ ຮ່ວມກັບນາໆຊາດ ຍາມໃດກໍເດັດດ່ຽວໃນການເພີ້ມມາຕຣາການລົງ
ໂທດຕໍ່ອີຫຣ່ານໃຫ້ໜັກຂື້ນເລື້ອຍໆໃນກໍຣະນີທີ່ອີຫຣ່ານດື້ດຶງຢູ່ຕໍ່ໄປ ແຕ່ຍາມໃດທີ່ຫຣ່ານ
ຫວນກັບປະຕິບັດຕາມຫລັກການສາກົນທີ່ຕົນມີພັນທະຢູ່ແລ້ວ ໃນເວລານັ້ນມາຕຣາການ
ລົງໂທດກໍສາມາດຍົກເລີກໄດ້ ມີແຕ່ວິທີດຽວນີ້ທີ່ຈະນຳພາໄປສູ່ການຄີ່ຄາຍປັນຫາ ແລະ
ຫລີກເວັ້ນພັຍພິບັດອັນໃຫຍ່ຫລວງໄດ້ ພັຍພິບັດທີ່ວ່ານີ້ກໍຄື "ຖ້າອີຫຣ່ານມີລະເບີດນິວ
ເຄລັຽໃນຍາມໃດແລ້ວ ປະເທດນີ້ກໍຈະຖືກໂຈມຕີຖິ້ມລະເບີດໃນຍາມນັ້ນ"

ສິ່ງທີ່ທ້າທາຍໂລກປັດຈຸບັນ
ນອກຈາກປັນຫານິວເຄລັຽອີຫຣ່ານ ທ່ານປະທານາທິບໍດີຊາຣ໌ໂກຊີ ຍັງໄດ້ກ່າວເຖິງສິ່ງ
ທີ່ທ້າທາຍໂລກໃນ ປັດຈຸບັນນຳດ້ວຍ

 

ປະການທີໜຶ່ງ ແມ່ນແນວຄິດປຸກລະດົມໃຫ້ເກີດການປະເຊີນໜ້າກັນລະຫວ່າງໂລກຕະ
ວັນຕົກແລະໂລກອິສລາມ ເປັນແນວຄິດຈັດຂອງພວກຫົວຮຸນແຮງໂດຍມີ "ອາລໄກດາ"
ເປັນຜູ້ຖືຄັນທຸງນຳໜ້າ ແລະແນໃສ່ສ້າງອານາຈັກແຫ່ງອິສລາມທີ່ແຂງກະດ້າງ ເປັນ
ອິສລາມປິດ ບໍ່ຍອມຮັບຮູ້ສັງຄົມສມັຍໃໝ່ ອານາຈັກອິສລາມທີ່ວ່ານີ້ກວມເອົາພື້ນທີ່
ຕັ້ງແຕ່ອິນໂດນີເຊັັຽໄປຈົນເຖິງ Nigéria

 

ທ່ານຊາຣ໌ໂກຊີກ່າວວ່າ ຖ້າແນວຄິດຫົວຮຸນແຮງແບບນີ້ຫາກບັນລຸເຖິງເປົ້າໝາຍໄດ້
ສຖານະການຂອງໂລກຍິ່ງຈະຮ້າຍແຮງກວ່າສັຕວັດທີ່ຜ່ານມາ

 

ສິ່ງທ້າທາຍປະການທີ່ສອງ ແມ່ນກ່ຽວກັບບັນດາປະເທດທີ່ກຳລັງກ້າວເຂົ້າສູ່ຍຸກ
ອຸດສາຫະກັມເຊັ່ນ ອິນ ເດັຽ, ຈີນ ແລະ ເບຣຊິລ ຊຶ່ງເປັນຫົວໃຈສຳຄັນຂອງການ
ຂຍາຍຕົວທາງດ້ານເສຖກິດຂອງໂລກ ແຕ່ປັນຫາມີວ່າບັນດາປະເທດເຫລົ່ານີ້ບໍ່ເຄົາ
ຣົບກົດເກນສເມີໄປ ທັງໆທີ່ວ່າຕ້ອງການໃຫ້ໂລກຮັບຮູ້ຖານະຂອງຕົນ

 

ສນັ້ນສິ່ງທີ່ທ້າທາຍກໍຄືວ່າ ເຮັດແນວໃດຈະດຶງເອົາບັນດາປະເທດເຫລົ່ານີ້ໃຫ້ເຂົ້າມາ
ຢູ່ໃນຂອບຂ່າຍຂອງການ "ຈັດລະບຽບໃໝ່ຂອງໂລກ"

 

ສ່ວນສິ່ງທ້າທາຍປະການທີ່ສາມ ທ່ານປະທານາທິບໍດີຝຣັ່ງເສດກ່າວວ່າ ແມ່ນ
ການຕໍ່ສູ້ກັບການສູງຂື້ນຂອງອຸນຫະພູມໂລກ ໂດຍການຊອກຫາແຫລ່ງພລັງງານທີ່ສະ
ອາດແລະໝັ້ນຄົງ ຕລອດຈົນຮອດການຕໍ່ສູ້ກັບການລະບາດຂອງເຊື້ອໂຣກມະຫັນຕະໄພ
ຊນິດໃໝ່ໆ

 

ໃນສ່ວນທີ່ກ່ຽວກັບ Francophonie ຫລືການສົ່ງເສີມການນຳໃຊ້ພາສາຝຣັ່ງເສດນັ້ນ
ທ່ານປະທານາທິບໍດີຊາຣ໌ໂກຊີກ່າວວ່າ " ຂ້າພະເຈົ້າເປັນຜູ້ໜຶ່ງທີ່ຖືວ່າພາສາຊາດ
ຂອງພວກເຮົາເປັນສື່ທີ່ສແດງອອກເຖິງຄວາມເປັນເອກລັກຂອງຊາດແລະເປັນຈິດ
ວິນຍານຂອງພວກເຮົາ ເພາະສນັ້ນຄວາມສາມັກຄີແລະການຊ່ວຍເຫລືອຊຶ່ງກັນແລະ
ກັນໃນຂອບຂ່າຍຂອງ Francophonie ຈຶ່ງເປັນຈຸດເດັ່ນສຳລັບທຸກໆຄົນທີ່ແບ່ງປັນ
ການໃຊ້ພາສາຝຣັ່ງເສດນຳກັນ (ທ່ານສາມາດອ່ານລາຍລະອຽດເພີ້ມເຕີມ
ກ່ຽວກັບຄຳປາໃສຂອງທ່ານປະທານາທິບໍດີຊາຣ໌ໂກຊີນີ້ໄດ້ຕື່ມອີກ ທີ່ຄໍລັມ
"ທັສນະລາຍວັນຝຣັ່ງ" ໂດຍເລື່ອນລົງດ້ານລຸ່ມ)

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU