ຄົ້ນຫາຂໍ້ມູນ

/ languages

Choisir langue
 

ປະເທດອັງກິດ: ລູກຄ້າທະນາຄານ Northern Rock ເຮໂລຖອນເງິນຝາກ

ເຖິງແມ່ນວ່າທະນາຄານກາງອັງກິດໄດ້ຕັດສິນໃຈທຸ້ມແຊກແຊງ ແຕ່ບັນດາລູກຄ້າກໍຍັງບໍ່ໄວ້ໃຈ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 15/09/2007 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 15/09/2007 16:36 TU

ສ່ວນໜຶ່ງຂອງລູກຄ້າຂອງສຖາບັນການເງິນ
Northern Rock ທີ່ພາກັນເຂົ້າຄິວເພື່ອ
ຖອນເງິນຝາກຂອງຕົນ (ພາບ: Reuters)

ສ່ວນໜຶ່ງຂອງລູກຄ້າຂອງສຖາບັນການເງິນ Northern Rock ທີ່ພາກັນເຂົ້າຄິວເພື່ອ ຖອນເງິນຝາກຂອງຕົນ (ພາບ: Reuters)

ເກີດການປັ່ນປ່ວນໃນວົງການຕລາດການ ເງິນອີກ ບັນດາລູກຄ້າຂອງສຖາບັນການ ເງິນອັງກິດ Northern Rock ພາກັນ ເຂົ້າຄິວຍາວຢຽດຕັ້ງແຕ່ວານນີ້ (ສຸກ 14 ກັນຍາ) ເພື່ອຖອນເງິນຝາກຂອງຕົນຫລັງ ຈາກທີ່ທະນາຄານແຫ່ງຊາດອັງກິດປະ ກາດວ່າໄດ້ຕັດສິນໃຈທຸ້ມເງິນເຂົ້າແຊກ ແຊງເພື່ອຊ່ວຍເຫລືອກູ້ຖານະຂອງ Northern Rock

ການເຂົ້າຄິວຂອງບັນດາລູກຄ້າເພື່ອຖອນເງິນຝາກຂອງຕົນນີ້ ແມ່ນຫລັງຈາກທີ່ພວກເຂົາ
ເຈົ້າ ຊາບຂ່າວການຕັດສິນໃຈເຂົ້າແຊກແຊງຂອງທະນາຄານແຫ່ງຊາດຕັ້ງແຕ່ມື້ວານນີ້
(ສຸກ 14 ກັນຍາ) ຊຶ່ງໝາຍເຖິງວ່າທະນາ ຄານ Northern Rock ບໍ່ມີເງິນໝຸນວຽນແລ້ວ

ຕົກມາເຖິງມື້ນີ້ (ເສົາ 15 ກັນຍາ) ການເຂົ້າຄິວຖອນເງິນກໍຍັງມີສືບຕໍ່ ທັງໃນກຸງລອນດອນ
ແລະສາຂາອື່ນໆຂອງໃນຫລາຍຫົວເມືອງ ໂດຍສເພາະທີ່ເມືອງ Newcastle ໃນພາກ
ເໜືອຂອງອັງກິດ ຊຶ່ງເປັນທີ່ຕັ້ງຂອງສຳນັກງານໃຫຍ່ຂອງທະນາຄານ Northern Rock
ນີ້ ບັນດາລູກຄ້າບຽດສຽດຍາດແຍ່ງກັນຈະຖອນເງິນຝາກເຖິງຂນາດເກີດການວາງມວຍ
ກັນອຸດຕລຸດ ຕາມທີ່ສຳນັກຂ່າວ Reuters ໄດ້ ລາຍງານໃຫ້ຊາບ

ທັງນີ້ເຖິງແມ່ນວ່າ ຣມຕ ການເງິນ ທ່ານ Alistair Darling ໄດ້ຖແລງໃຫ້ ຫລັກປະກັນ
ວ່າ Northern Rock ຂາດເງິນໃນຣະຍະສັ້ນໆ ແລະທະນາຄານກາງໄດ້ທຸ້ມເງິນເຂົ້າ
ແຊກແຊງເພື່ອຊ່ວຍເຫລືອໃຫ້ເປັນປົກຕິແລ້ວ ກໍບໍ່ສາມາດສ້າງຄວາມໄວ້ວາງໃຈໃຫ້ແກ່
ບັນດາລູກຄ້າໄດ້

Northern Rock ເປັນທະນາຄານອັນດັບທີ່ 8 ຂອງອັງກິດ ຫາກແຕ່ວ່າໄດ້ລົງທຶນເປັນ
ອັນດັບທີໜຶ່ງທາງດ້ານອະສັງຫາຣິມະຊັບໃນທົ່ວສຫະຣາຊອານາຈັກໃນຊ່ວງ 6 ເດືອນທຳ
ອິດຂອງປີ 2007 ນີ້

ເມື່ອວານນີ້ (ສຸກ 14 ກັນຍາ) ທີ່ຕລາດກຸງລອນດອນຣາຄາຮຸ້ນຂອງ Northern Rock
ໄດ້ດິ່ງພະສຸທາເຖິງ 31.5% ແກ່ດຶງໃຫ້ດັສນີຂອງຕລາດຮຸ້ນໂດຍຮວມຕົກລົງ 1.8%
ເມື່ອຕອນປິດຕລາດ

ອັນທີ່ຈິງແລ້ວ Northern Rock ບໍ່ໄດ້ກະທົບໂດຍກົງຈາກວິກິຕການອະສັງຫາຣິມະຊັບ
ໃນສຫະຣັດອະ ເມຣິກາ (Subprime mortgage) ເພາະບໍ່ໄດ້ລົງທຶນຫລວງຫລາຍໃນ
ນັ້ນ ຫາກແຕ່ກະທົບໂດຍທາງອ້ອມເພາະບໍ່ມີເງິນເຂົ້າທະນາຄານຕື່ມອີກອັນເນື່ອງມາ
ຈາກວິກິຕການໃນອະເມຣິກາຕາມທີ່ກ່າວມາ

ອີກດ້ານໜຶ່ງ ສຖາບັນໃຫ້ຄະແນນ Standard & Poor's ກໍໄດ້ລົດຣະດັບຄວາມໜ້າ
ເຊື່ອຖືຂອງ Northern Rock ລົງຈາກ "A + " ມາຢູ່ທີ່ຣະດັບ "A" ແລ້ວ

ກໍແມ່ນບົດບາດຂອງບັນດາສຖາບັນໃຫ້ຄະແນນຄວາມໜ້າເຊື່ອຖືຂອງທະນາຄານນີ້
ເອງ ທີ່ບັນດາ ຣມຕ ການເງິນຂອງສຫະພາບເອີຣົບໄດ້ຕັດສິນໃຈຈະສິ້ງຊອມເບີ່ງ ວ່າ
ໃຫ້ຄະແນນຕາມຄວາມເປັນຈິງແທ້ ຫລືວ່າແນວໃດກັນ ທັງນີ້ກໍເພາະສຖາບັນຕ່າງໆ
ທີ່ເກີດວິກິຕລົ້ມລະລາຍທາງອະສັງຫາຣິມະຊັບໃນອະເມ ຣິການັ້ນ ກໍລ້ວນແຕ່ໄດ້ຮັບ
ຄະແນນດີໆກັນທັງນັ້ນ

ບັນດາ ຣມຕ ການເງິນເອີຣົບຈະແຕ່ງຕັ້ງຄນະກັມມະການສອບສວນສືບສວນເຖິງບົດ
ບາດອັນແທ້ຂອງສຖາບັນໃຫ້ຄະແນນນີ້ ທີ່ມີຢູ່ປະມານ 9000 ສຖາບັນໃນທົ່ວໂລກ
ແລະໃຫ້ຄນະກັມມະ ການສອບສວນເຮັດລາຍງານໃຫ້ຊາບ

ບັນດາ ຣມຕ ການເງິນສຫະພາບເອີຣົບຕັດສິນໃຈດັ່ງກ່າວເມື່ອວານນີ້ໃນກອງປະຊຸມ
ທີ່ເມືອງ Porto ປະເທດ Portugal ຊຶ່ງການປະຊຸມກຳໜົດສິ້ນສຸດລົງໃນມື້ນີ້

ນອກຈາກນີ້ ບັນດາ ຣມຕ ການເງິນເອີຣົບຍັງຕົກລົງວ່າຈະສິ້ງຊອມເບີ່ງຢ່າງໃກ້ຊິດ
ຕໍ່ການທີ່ເງິນເອີໂຣ ໄດ້ດີດຕົວສູງຂື້ນຢ່າງຕໍ່ເນື່ອງເມື່ອທຽບກັບດອລລາຣ໌ອະເມຣິ
ກັນ ຊຶ່ງເປັນປຸປສັກຕໍ່ການສົ່ງອອກຂອງເອີຣົບ

ດຽວນີ້ 1 ເອີໂຣ ເກືອບເທົ່າກັບ 1 ດອລລາຣ໌ 40 ເຊັນຕ໌ແລ້ວ ນອກຈາກນີ້ກອງປະຊຸມ
ບັນດາ ຣມຕ ການເງິນເອີຣົບ ຍັງໄດ້ທັກທ້ວງຕໍ່ປະເທດຝຣັ່ງເສດທີ່ຍັງບໍ່ມີທ່າທີວ່າ
ຈະສາມາດສ້າງຄວາມສົມດຸນຂອງງົບປະມານການໃຊ້ຈ່າຍໄດ້ໃນປີ 2010 ຕາມ
ພັນທະທີ່ຕົນມີ (ໂດຍລົດການຂາດດຸນງົບປະມານໃຫ້ໄດ້ເທົ່າກັບ 2.4% ຂອງ PIB ໃນປີ 2007 ນີ້ກ່ອນ) ທ່ານນາງ Christine Lagarde ຣມຕ ການເງິນຝຣັ່ງເສດ ໄດ້ໃຫ້
ສັນຍາວ່າຈະພຍາຍາມທຳໃຫ້ໄດ້ ໃນປີ 2010 ຖ້າເງື່ອນໄຂເສຖກິດອຳນວຍ ຫລື
ຢ່າງຊ້າທີ່ສຸດໃນປີ 2012

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU