ຄົ້ນຫາຂໍ້ມູນ

/ languages

Choisir langue
 

ປັນຫານິວເຄລັຽອີຫຣ່ານ ຝຣັ່ງເສດຂໍໃຫ້ຣັດ ເຊັຽເຮັດທຸກຢ່າງ ເພື່ອຫລີກສົງຄາມ

ເນື່ອງໃນໂອກາດການພົບປະທີ່ກຸງມົສກູ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 18/09/2007 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 18/09/2007 15:49 TU

ທ່ານແບຣ໌ນາຣດ໌ ກຸສແນ໌ ຣມຕ ຕ່າງປະ
ເທດຝຣັ່ງເສດ (ພາບ: Reuters)

ທ່ານແບຣ໌ນາຣດ໌ ກຸສແນ໌ ຣມຕ ຕ່າງປະ ເທດຝຣັ່ງເສດ (ພາບ: Reuters)

ຫລັງຈາກເດີນທາງເຖິງກຸງມົສກູຕັ້ງແຕ່ ຄ່ຳວານນີ້ ຣມຕ ຕ່າງປະເທດຝຣັ່ງເສດ ທ່ານແບຣ໌ນາຣດ໌ ກຸສແນຣ໌ (Bernard Kouchner) ກໍພົບປະຫາລືກັບຄູ່ຕຳແໜ່ງ ຣັດເຊັຽ ທ່ານ ທ່ານແຊກໄກ ລາວຣອ໊ບ (SERGEI LAVROV) ໃນມື້ນີ້ (ອັງ ຄານ 18 ກັນຍາ) ເພື່ອເວົ້າເຖິງປັນຫາ ນິວເຄລັຽຂອງອີຫຣ່ານ

ໃນຕອນໜຶ່ງຂອງການຖແລງຂ່າວຮ່ວມກັນ ຣມຕ ຕ່າງປະເທດຝຣັ່ງເສດ ໄດ້ກ່າວວ່າ
ທ່ານໄດ້ຂໍຮ້ອງໃຫ້ຄູ່ຕຳແໜ່ງຣັດເຊັຽຂອງທ່ານພຍາຍາມດຶງອີຫຣ່ານເຂົ້າຮ່ວມໂຕ໊ະເຈ
ຣະຈາໃຫ້ໄດ້...ເຈຣະຈາ...ເຈຣະຈາ...ທັງນີ້ເພື່ອຫລີກເວັ້ນການເກີດສົງຄາມ

"ຂ້າພະເຈົ້າເຄີຍກ່າວວ່າສິ່ງທີ່ເລວຮ້າຍແມ່ນການເກີດສົງຄາມ ຖ້າເວົ້າເຣື່ອງສັນຕິພາບ
ແລ້ວ ຂພຈ ກໍບໍ່ໄດ້ນ້ອຍໜ້າໃຜດອກ" ຣມຕ ຕ່າງປະເທດຝຣັ່ງເສດກ່າວ ຊຶ່ງໝາຍເຖິງ
ຄຳໃຫ້ສຳພາດຂອງເພີ່ນຕໍ່ສື່ມວນຊົນຝຣັ່ງເສດເມື່ອວັນອາທິດທີ່ຜ່ານມາທີ່ ວ່າ :

"ຂໍໃຫ້ປະຊາຄົມນາໆຊາດຕຽມຮັບສຖານະການອັນເລວຮ້າຍ ສຖານະການອັນ
ເລວຮ້າຍທີ່ວ່ານັ້ນ ກໍຄືການເກີດສົງຄາມກັບປະເທດອີຫຣ່ານ"

ໃນຂນະທີ່ ຣມຕ ຕ່າງປະເທດຣັດເຊັຽ ທ່ານທ່ານແຊກໄກ ລາວຣອ໊ບ (SERGEI
LAVROV) ກໍໄດ້ກ່າວວ່າ ຮູ້ສຶກກັງວົນໃຈທີ່ສຸດທີ່ມີລາຍງານຂ່າວຢ່າງໜາຫູວ່າຈະມີ
ການໃຊ້ມາຕຣາການທາງທະຫານກັບປະເທດອີຫຣ່ານ

ພາຣະກິດການເດີນທາງໄປຣັດເຊັຽຂອງ ຣມຕ ຕ່າງປະເທດຝຣັ່ງເສດແມ່ນມີເປົ້າໝາຍ
ໂນ້ມນ້າວຣັດເຊັຽໃຫ້ກົດດັນຕໍ່ອີຫຣ່ານເພື່ອໃຫ້ປະເທດນີ້ຢຸດເຊົາການກັ່ນເອົາທາດ
Uranium ບໍຣິສຸດເພື່ອໂຄງການນິວເຄລັຽຂອງຕົນ ທີ່ສຫະພາບເອີຣົບແລະສຫະຣັດອະ
ເມຣິກາສົງໃສວ່າມີເປົ້າໝາຍທາງທະຫານ ເຖິງແມ່ນວ່າອີຫຣ່ານປະຕິເສດປານໃດກໍ
ຕາມ

ນອກຈາກນີ້ ທ່ານແບຣ໌ນາຣດ໌ ກຸສແນຣ໌ ກໍຍັງພຍາຍາມໂນ້ມນ້າວຣັດເຊັຽໃຫ້ການສນັບ
ສນຸນການເພີ້ມມາຕຣາການລົງໂທດຕໍ່ປະເທດອີຫຣ່ານຕື່ມອີກໃນການລົງມະຕິທີ່ຄນະ
ມົນຕຣີຄວາມໝັ້ນຄົງແຫ່ງອົງການສຫະປະຊາຊາດຖ້າອີຫຣ່ານບໍ່ຍອມຮັບຍົກເລິກການ
ກັ່ນທາດ Uranium

ສມາຊິກຖາວອນຂອງຄນະມົນຕຣີຄວາມໝັ້ນຄົງແຫ່ງອົງການສຫະປະຊາຊາດ 5 ປະເທດ:
ສຫະຣັດອະເມຣິກາ, ສຫະຣາຊອານາຈັກ, ຝຣັ່ງເສດ, ຣັດເຊັຽ ແລະ ສປ ຈີນ ມີກຳໜົດ
ເປີດປະຊຸມພິຈາຣະນາປັນຫາການເພີ້ມມາຕຣາການລົງໂທດຕໍ່ອີຫຣ່ານໃນວັນສຸກ (21
ກັນຍາ) ທີ່ຈະເຖິງນີ້

ແຕ່ຣັດເຊັຽຈະເຫັນດີເຫັນງາມນຳທ່າທີທີ່ແຂງກ້າວຂອງຝຣັ່ງເສດນ້ອຍຫລາຍຊ່ຳໃດ
ນັ້ນ ຍັງເປັນເຄື່ອງໝາຍຄຳຖາມຂນາດໃຫຍ່ການຖແລງຂອງ ທ່ານແຊກໄກ ລາວຣອ໊ບ
ທີ່ກ່າວມາຂ້າງເທິງນີ້ ກໍໄດ້ຊີ້ໃຫ້ເຫັນແລ້ວວ່າ "ຍາກ" ທີ່ຣັດເຊັຽຈະສນັບສນຸນການໃຊ້
ກຳລັງກັບອີຫຣ່ານ ທີ່ຜ່ານມາຍາມໃດຣັດເຊັຽກໍຄັດຄ້ານການໃຊ້ກຳລັງກັບອີຫຣ່ານມາ
ຕລອດ

ອີກປະການໜຶ່ງ ໂຄສົກກະຊວງການຕ່າງປະເທດຂອງ ສປ ຈີນ ທ່ານນາງຈຽງຢູ (Jiang
Yu) ກໍໄດ້ອອກມາກ່າວໃນການຖແລງຂ່າວທີ່ກຸງປັກກິ່ງໃນມື້ນີ້ວ່າ "ຍາມໃດປະເທດຂອງ
ພວກເຮົາກໍຄັດຄ້ານຕໍ່ການນຳໃຊ້ກຳລັງເພື່ອແກ້ໄຂປັນຫາໃນເວທີໂລກ ມີແຕ່ວິທີການເຈ
ຣະຈາທາງການທູດເທົ່ານັ້ນທີ່ຈະເປັນທາງອອກທີ່ດີທີ່ສຸດ" ທ່າທີຂອງ ສປ ຈີນ ດັ່ງກ່າວ
ກໍແມ່ນສອດຄ່ອງກັບທ່າທີຂອງຣັດເຊັຽ

ສ່ວນທາງດ້ານປະທານາທິບໍດີຂອງອີຫຣ່ານ ທ່ານມາຫ໌ໝຸດ ອັມເມີດິນເນຈ໊າດ
(
Mahmoud Ahmadinejad) ກໍໄດ້ອອກມາຖແລງຄືກັນໃນມື້ນີ້ວ່າ ບໍ່ຫົວຊາຕໍ່ການ
ຖແລງຂອງ ຣມຕ ຕ່າງປະເທດຝຣັ່ງເສດ ທັງນີ້ເພາະການຖແລງແບບຜ່ານສື່ມວນຊົນ
ເພື່ອການໂຄສະນານັ້ນບໍ່ແມ່ນການສແດງອອກເຖິງທ່າທີອັນແທ້ຈິງ

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU