ຄົ້ນຫາຂໍ້ມູນ

/ languages

Choisir langue
 

ຝຣັ່ງເສດ: ຊາຣ໌ໂກຊີຖແລງ ກ່ຽວກັບແຜນປະຕິຮູບ ວົງການຣັຖກອນ

ມີແຜນນຳປະຕິບັດເພື່ອລົດລາຍຈ່າຍຂອງຣັດ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 19/09/2007 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 19/09/2007 14:09 TU

ປະທານາທິບໍດີ ນິໂກລາສ໌ ຊາຣ໌ໂກຊີຖແລງ
ກ່ຽວກັບການປະຕິຮູບທາງດ້ານສວັດດີການ
ສັງຄົມ (ພາບ: Reuters)

ປະທານາທິບໍດີ ນິໂກລາສ໌ ຊາຣ໌ໂກຊີຖແລງ ກ່ຽວກັບການປະຕິຮູບທາງດ້ານສວັດດີການ ສັງຄົມ (ພາບ: Reuters)

ທ່ານປະທານາທິບໍດີ ນິໂກລາສ໌ ຊາຣ໌ໂກ ຊີ ກຳໜົດຖແລງການໃນມື້ນີ້ (ພຸດ 19 ກັນຍາ) ກ່ຽວກັບການປະຕິຮູບລະບົບຣັຖ ການທີ່ຣັຖບານມີແຜນນຳປະຕິບັດເພື່ອ ເປັນການລົດລາຍຈ່າຍຂອງຣັດ ການ ຖແລງຂອງທ່ານມີຂື້ນທີ່ສຖາບັນການປົກ ຄອງທ້ອງຖິ່ນ (Institut régional d'administration) ທີ່ເມືອງ Nantes ໃນພາກຕະວັນຕົກຂອງປະເທດ

ທ່ານປະທານາທິບໍດີ ນິໂກລາສ໌ ຊາຣ໌ໂກຊີ ກຳໜົດຖແລງການໃນມື້ນີ້ (ພຸດ 19 ກັນຍາ)
ກ່ຽວກັບການປະຕິຮູບລະບົບຣັຖການທີ່ຣັຖບານມີແຜນນຳປະຕິບັດ ເພື່ອເປັນການລົດ
ລາຍຈ່າຍຂອງຣັດ

ການຖແລງມີຂື້ນທີ່ສຖາບັນການປົກຄອງທ້ອງຖິ່ນ (Institut régional d'adminis-
tration) ທີ່ເມືອງ Nantes ໃນພາກຕະວັນຕົກຂອງປະເທດ

ເມື່ອວານນີ້ ທ່ານກໍໄດ້ກ່າວຖແລງມາກ່ອນແລ້ວທີ່ສພາສູງກ່ຽວກັບການປະຕິຮູບລະ
ບົບບຳນານພິເສດ ໃຫ້ກາຍໄປເປັນລະບົບບຳນານທັມມະດາ ຫລືໃກ້ຄຽງກັບລະບົບທັມ
ມະດາ ຕລອດຈົນຮອດການເບີ່ງຄືນໃໝ່ລະບົບເຮັດວຽກ 35 ຊົ່ມໂມງຕໍ່ສັປດາ

ໃນການກ່າວຖແລງເມື່ອວານນີ້ ທ່ານປະທານາທິບໍດີກໍໄດ້ໃຫ້ສັນຍາວ່າການປະຕິຮູບ
ຈະດຳເນີນໄປໂດຍມີການປຶກສາຫາລືກັບບັນດາອົງການຈັດຕັ້ງກັມມະບານ ອັນເປັນ
ການແກ້ຕໍ່ຂໍ້ກ່າວຫາຂອງຝ່າຍກັມມະ ບານທີ່ວ່າຣັຖບານມີແຜນປະຕິຮູບຢ່າງລຳພັງ
ໂດຍຈະບໍ່ຖາມຄວາມເຫັນຂອງຝ່າຍກັມມະບານ

ໃນການຫາສຽງກ່ອນທີ່ຈະໄດ້ຮັບການເລືອກຕັ້ງເມື່ອເດືອນພຶສພາທີ່ຜ່ານມາ ທ່ານ
ປະທານາທິບໍດີຊາຣ໌ ໂກຊີໄດ້ໃຫ້ຄຳໝັ້ນສັນຍາວ່າ ຖ້າທ່ານໄດ້ຮັບການເລືອກຕັ້ງ ທ່ານ
ຈະດຳເນີນການລົດຈຳນວນຣັຖກອນລົງ ຄືໃຫ້ມີຈຳນວນນ້ອຍແຕ່ໃຫ້ມີປະສິດທິພາບ
ແລະມີເງິນເດືອນດີ

ຢ່າງໃດກໍຕາມ ເຖິງທ່ານປະທານາທິບໍດີໃຫ້ຄຳໝັ້ນສັນຍາມື້ວານນີ້ວ່າການປະຕິຮູບ
ຕ້ອງມີການເຈຣະຈາກັບບັນດາອົງການຈັດຕັ້ງກັມມະບານກໍຕາມ ແຕ່ກໍບໍ່ໄດ້ເຮັດໃຫ້
ຝ່າຍນີ້ພໍໃຈແຕ່ປະການໃດເລີຍ ກັມມະບານຍັງຈັບຕາເບີ່ງຢ່າງໃກ້ຊິດຕໍ່ໄປວ່າທ່ານ
ປະທານາທິບໍດີຈະສເນີແຜນປະຕິຮູບລະອຽດແນວໃດ

ບັນດາກັມມະບານກ່າວຫາວ່າໃນຣະຍະ 5 ປີທີ່ຜ່ານມາບັນດາຣັຖກອນສູນເສັຽອຳ
ນາດຊື້ໄປເຖິງ 10%.....ໃນປີ 2007 ນີ້ ບໍ່ມີການເຈຣະຈາກ່ຽວກັບການຂື້ນເງິນເດືອນ
ແຕ່ປະການໃດເລີ

ນອກຈາກນີ້ອີກ ເມື່ອເດືອນກໍຣະກົດທີ່ຜ່ານມາຣັຖບານຍັງໄດ້ສ້າງຄວາມຕົກຕະລຶງ
ໃຫ້ແກ່ບັນດາອົງການຈັດຕັ້ງກັມມະບານ ດ້ວຍການປະກາດວ່າບັນດາຣັຖກອນ
22 700 ຄົນ ຫລື 1/3 ຂອງຈຳນວນອອກກິນ ເບັ້ຽບຳນານທັງໝົດໃນປີ 2008 ຈະບໍ່
ມີການຮັບບຸຄລາກອນໃໝ່ເຂົ້າມາທົດແທນ

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU