ຄົ້ນຫາຂໍ້ມູນ

/ languages

Choisir langue
 

ເອີໂຣບ: ເງິນເອີໂຣແຂງ ຕໍ່ໜ້າເງິນດອນລາ

ເງິນເອີໂຣແຂງ ຕໍ່ໜ້າດອນລາ

ໂດຍ  ໂສວົງ

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 25/09/2007 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 25/09/2007 08:42 TU

ເງິນເອີໂຣແຂງຕໍ່ໜ້າດອນ
ລາ ແລະປາກົດວ່າ ແຂງ
ຂຶ້ນຕໍ່ເນື່ອງຈົນເຖິງ ນຶ່ງ
ເອີໂຣຕໍ່ນຶ່ງດອນລາສີ່ສິບ
ໃນກາງເດືອນກັນຍາ
ຮູບ : L.Mouaoued/RFI

ເງິນເອີໂຣແຂງຕໍ່ໜ້າດອນ ລາ ແລະປາກົດວ່າ ແຂງ ຂຶ້ນຕໍ່ເນື່ອງຈົນເຖິງ ນຶ່ງ ເອີໂຣຕໍ່ນຶ່ງດອນລາສີ່ສິບ ໃນກາງເດືອນກັນຍາ
ຮູບ : L.Mouaoued/RFI

ນັບຕັ້ງແຕ່ມີການປະກາດນຳໃຊ້ ເງິນຕະກຸນເອີໂຣຜ່ານມາເປັນ ເວລາເຈັດປີ ເງິນຕະກຸນນີ້ແຂງ ຂຶ້ນເລີຍໆຕໍ່ໜ້າເງິນດອນລາ ສະຫະລັດອະເມລິກາ ໃນໄລຍະ ນີ້ (ຕົກມາທ້າຍເດືອນກັນຍາ)ນຶ່ງ ເອີໂຣແລກໄດ້ € 1= $ 1.40 ແລະຜູ້ຊຽວຊານວ່າ ອາດຂຶ້ນອີກ ຈະຫຍຸ້ງຍາກໃນບາງດ້ານການຄ້າ
ການທີ່ເງິນເອີໂຣມີຄ່າແຂງຂຶ້ນແນວນີ້ ສ້າງຄວາມຫຍຸ້ງຍາກນ້ອນນຶ່ງໃຫ້ແກ່ສິນຄ້າ
ຂາ ອອກ ຈາກເອີໂຣບ ແຕ່ພັດໄດ້ປຽບໃນການຊື້ນ້ຳມັນ ເພາະພະລັງງານດັ່ງກ່າວ
ຖິງ ວ່າ ຊິຖືເປັນພະລັງງານບໍ່ສະອາດກໍຕາມ ເຮົາກໍຍັງຫຼີກມັນບໍ່ໄດ້ ໃຊ້ຊົ່ວຄາວຊຳ
ຊາຫາ ພະລັງງານສະອາດເຂົ້າແທນໄດ້ໃນມື້ນຶ່ງ ຫຼາຍທົສວັດຂ້າງໜ້າ

ເຮົາຂໍຍົກໂຕຢ່າງສິນຄ້າຝລັ່ງໃນ ສປຈີນ ດ້ານອຸປກອນກະສິກັມ ເປັນຕົ້ນຣົດກ່ຽວເຂົ້າ ຣົດໄຖນາ ແມ່ນແຂ່ງຕລາດແສນຍາກໜັກໜາ ຕໍ່ໜ້າເງິນດອນລາອ່ອນຜ່ານມາຫຼາຍ
ປີ ແລ້ວ ໝາຍຄວາມວ່າ ແຂ່ງສິນຄ້າອະເມລິກາບໍ່ໄດ້ໃນຈີນ

ບາງບໍລິສັດອຜລິດອຸປກອນກະສິກັມຂອງຝລັ່ງກໍອອກສຽງຄາງວ່າ ຍອມແລ້ວ ແບບ
ນີ້ ເພື່ອສູ້ກັບດອນລາອ່ອນແນວນີ້ ຕ້ອງຫັນປ່ຽນຍຸທສາດການຄ້າ ຄື ປັບໂຕໃຫ້ເຂົ້າ
ກັບ ວິທີການຂອງອາຊີ ອັນໝາຍເຖິງ ຢຸດເຊົາຍຸທສາດນຳສິນຄ້າອອກຈຳໜ່ຍແບບ
ຝລັ່ງທີ່ ພາກັນປະຕິບັດຢູ່ຮອດດຽວນີ້ ຕ້ອງແອບແຝງຄວາມຕ້ອງການຂອງຈີນ

ຄວາມຕ້ອງການຂອງຈີນນັ້ນ ກໍໝາຍເຖິງອຸປກອນເລັກໆນ້ອຍໆ ບໍ່ແມ່ນປະເພດ
ໃຫຍ່ໆ ເພາະ ສ່ວນຫຼວງຫຼາຍຍັງໃຊ້ອຸປກອນເກົ່າບູຮານຢູ່ ເປັນຕົ້ນ ຍັງໃຊ້ຄວາຍແກ່
ໄຖ ຫຼື ຄົນແກ່ໄຖກໍຍັງມີຢູ່ຄືກັນ ໃນຫຼາຍໆພາກສ່ວນຂອງຈີນ ທ່າມກາງການຂຍາຍໂຕ
ອັນ ວ່ອງໄວຂອງເສຖກິດຈີນ

ໃນເມື່ອເປັນແນວນັ້ນ ບໍລິສັດຝລັ່ງດັ່ງກ່າວ ຈິ່ງມີໂຄງການຫັນປ່ຽນຜລິດອຸປກອນ ສະເພາະບໍລິສັດອຸດສາຫະກັມຂນາດໃຫຍ່ຂອງຈີນ ລະດັບຣັດ ຫຼືຂອງຣັດ ແລ້ວກໍ ທັງຮັບປະກັນການສ້ອມແປງໄປພ້ອມ ຫຼັງຈາກຈຳໜ່າຍອອກໄປແລະຕ້ອງຜລິດໃນ ຈີນເອງ

ໄດ້ທົດລອງຫັນປ່ຽນໄປແລ້ວ ກໍເຫັນວ່າ ໄດ້ຜົນໄລຍະນຶ່ງ ເພາະໃນປີ 2004 ລາຍຮັບປະຈຳປີຂອງບໍລິສັດມີຢູ່ 300.000 ເອີໂຣ ແຕ່ຫຼຸດໂຕເລກນີ້ໜ້ອຍນຶ່ງ ໃນປີ
2005 ໃນປີ 2006 ຂຶ້ນເຖິງ 500.000 € ແລະໃນປີ 2007 ຄົງໄດ້ຮັບ 1.300.000 € ທາງບໍລິສັດຄາດໄດ້ຮັບເຖິງ ສາມລ້ານເອີໂຣ ໃນປີ 2008 ບໍລິສັດ ດັ່ງກ່າວມີໂຄງການ
ຂຍາຍສາຂາອອກໄປຕື່ມທົ່ວປະເທດຈີນ ໂດຍໃຫ້ເປັນຜົນຜລິດ ໃນປະເທດຈີນ 100% ໃນທ້າຍປີ 2007 ຈະມີຄົນງານຢູ່ເຈັດຄົນ ໃນນີ້ ມີນາຍຊ່າງ ຢູ່ ສີ່ຄົນ ຮອດປີ 2009 ກໍຈະມີຄົນງານເຖິງ 60 ຄົນ

ແຕ່ເຖິງວ່າ ມີການຂຍາຍໂຕແນວນີ້ກໍຕາມ ບໍລິສັດຍັງຫວັ່ນວິຕົກ ຕໍ່ໜ້າຄູ່ແຂ່ງ ອະເມລິກາແຂງແຮງກວ່າ ບໍລິສັດຈາກເອີໂໂຣບໃນຈີນໄດ້ພາກັນຮູ້ສຶກເສັຽປຽບໃນ ການແຂ່ງຂັນ ຕັ້ງແຕ່ເງິນເອີໂຣກະດືບຂຶ້ນ ຈາກ € 1 = $ 1.25 ຂຶ້ນໄປສູ່
€ 1= $ 1.30...

ສະນັ້ນ ຈິ່ງເຮັດໃຫ້ບໍລິສັດອຸປກອນກະສິກັມຝລັ່ງ ຮ້ອງໂອ້ກ ບາດດຽວໃນເວລານີ້ ເພາະສາມປີແລ້ວ ບໍ່ສາມາດຂາຍເຄື່ອງຈັກໃດໆ ຕໍ່ໜ້າບໍລິສັດ ບິນເຊຍ/Lindsay
ແລະ ວານມົງ/Valmont ຂອງອະເມລິກາ ທີ່ຫຸບເອົາໂຄງການຊົລປະທານໃຫຍ່ຍິ່ງ ແຫ່ງນຶ່ງໃນຈີນໄປໄດ້...

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU