ຄົ້ນຫາຂໍ້ມູນ

/ languages

Choisir langue
 

ມຽນມາ//ບັນຫາພາຍໃນບໍ່ສິ້ນສຸດ

ການເມືອງປັ່ນປ່ວນໃນມຽນມາ

ໂດຍ  ໂສວົງ

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 25/09/2007 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 25/09/2007 10:34 TU

ປະເທດມຽນມາ(ສີແດງ)ຕົກຢູ່ໃນ
ສະພາບປັ່ນປ່ວນທາງການ
ເມືອງຜ່ານມາຫຼາຍທົສວັດ
ຊົນຊາດມຽນໄດ້ເຂົ້າຍຶດເຂດນີ້
ປີ 1040
ແຜນທີ່: DR

ປະເທດມຽນມາ(ສີແດງ)ຕົກຢູ່ໃນ ສະພາບປັ່ນປ່ວນທາງການ ເມືອງຜ່ານມາຫຼາຍທົສວັດ ຊົນຊາດມຽນໄດ້ເຂົ້າຍຶດເຂດນີ້ ປີ 1040
ແຜນທີ່: DR

ປະເທດມຽນມາພົບກັບບັນຫາ ສັງຄົມ ການເມືອງ ບັນຫາພາຍໃນຊົນຊາດ ຕລອດມານັບຕັ້ງແຕ່ປີ ກ.ສ. 1040 ເປັນຕົ້ນມາເຊິ່ງເປັນປີແຫ່ງການປະກາດ ຕັ້ງຈັກກະພົບພະມາໂດຍພຣະເຈົ້າ ອາເນົາລະຕະ ຢູ່ເຂດປະກັນພາກເໜືອ ພະມ່າປັດຈຸບັນມຽນມາປະກອບດ້ວຍ ຫຼາຍຣັດ ເຊັ່ນຣັດຊານ ມອນ ກະຫຼ່ຽງ ກະຈິ້ນ ໂຮມກັນເປັນສະຫະພາບມຽນມາ

ການທີ່ພຣະສົງອົງຄະເຈົ້າພາກັນອອກຈາກວັດວາອາຮາມ ພ້ອມແມ່ຊີ ຕິດຕາມໂດຍ ປະຊາຊົນທັມມະດາໃນໄລຍະນີ້ ກໍບໍ່ເປັນຂອງໃໝ່ຢ່າງໃດ ສຳລັບປະເທດມຽນມາ ເພາະພຣະສົງໃນດິນແດນພຣະພຸທສາສນາດັ່ງກ່າວນີ້ ຕ່າງກັບບ່ອນອື່ນໆ ເປັນຕົ້ນ (ໃນປະເທດໄທຍ) ພຣະສົງພະມາຍຶດຖືພຸທປຣັຊຍາ ເປັນພື້ນຖານ ບໍ່ແມ່ນຍຶດຖືວິນັຍ ເປັນເກນ ຫຼື ເປັນແກນນຳ ດັ່ງດຽວກັບພຣະສົງໃນປະເທດສີລັງກາທີ່ມີການຖືວິນັຍ ມາອັນດັບສອງ ຫຼັງຈາກປຣັຊຍາ ຄຳວ່າ ປຣັຊຍາ ໃນນີ້ ກໍໝາຍເຖິງ ການສັງຄົມ ການເມືອງ ແນວຄິດຕ່າງໆໃນຄວາມເປັນຢູ່ປະຈຳມື້

ສ່ວນພຣະສົງເຖຣະວາດໃນລາວ ໄທຍ ແມ່ນຍຶດຖືວິນັຍເປັນພື້ນຖານ ປົກປັກຮັກສາ ພຸທປະເພນີ ຮີດຄອງ ຫຼາຍກວ່າ ປຣັຊຍາ ສ່ວນປຣັຊຍານັ້ນ ກໍເປັນພຽງຄຳສັ່ງສອນ ທີ່ບໍ່ໄດ້ເອົາມາເປັນຫຼັກປະຈຳມື້ ໃນຄວາມເປັນຢູ່ ແຕ່ກໍເອົາມາໃຊ້ຢູ່ຄືກັນ ເປັນພາກ ການສຶກສາຕ່າງຫາກ ເພື່ອປັບປຸງຈິດໃຈຊາວພຸດໃຫ້ເຂົ້າໃຈນຳບັນຫາຊີວິດ ເຂົ້າໃຈ ເຖິງຄວາມເປັນຢູ່ ເຊັ່ນວ່າ ວັດຖຸເປັນຂອວນອກກາຍ ຢ່າເປັນຫ່ວງມັນຫຼາຍ ຢ່າມັກ ໂລບໂລພາ ໃຫ້ຮູ້ຈັກສິນທັມ ດັ່ງນີ້ເປັນຕົ້ນ

ສ່ວນວິນັຍນັ້ນ ຊາວພຸດໃນລາວ ໄທຍ ມັກຍຶດຖືກັນ ປ້ອງກັນໄວ້ບໍ່ມຫ້ໃຜຫຼົລຫຼູ່ໄດ້ ຊາວຄະລືຫັດກໍຍັງເປັນຜູ້ປົກປັກຮັກສາ ປ້ອງກັນວິນັຍຊ່ອຍກັນອີກພ້ອມ ຈົນວ່າ ພຣະ ສົງຕີງໂຕບໍ່ໄດ້ ນອກຈາກສິນຕ່າງໆທີ່ພຣະສົງຕ້ອງປະຕິລັດ ເຊັ່ນ ສິນ 227 ຂອງ ພຣະ ສິນສິບຂອງສາມເນນ ສິນແປດຂອງແມ່ຂາວ ສຳລັບນັກບວດ ພວກຄະລືຫັດ ກໍຍັງໄປບັງຄັບຄູບາອາຈານ ເຊັ່ນວ່າ ບໍ່ໃຫ້ໃສ່ແວ່ນຕາ ບໍ່ໃຫ້ຂັບຣົດ ບໍ່ໃຫ້ໃກ້ແມ່ອອກ ບໍ່ໃຫ້ຊູນແມ່ອອກ ເມື່ອລົມກັບແມ່ອອກ ກໍຕ້ອງລົມທາງວຽກ ລົໃໄປຊື່ໆ ໃຫ້ຫຼີກຄາຣົມ ແບບບ່າວສາວ ແລະອື່ນໆອີກ ທັງໝົດນີ້ ແມ່ນລວໃຢູ່ໃນວິນັຍ

ສ່ວນພຣະສົງໃນບາງປະເທດ ກຊຖືເອົາຈິດໃຈຜ່ອງໃສເປັນຕົ້ນຕໍພື້ນຖານ ລົມແມ່ ອອກໃກ້ສິດກັນກໍໄດ້ ຖ້າວ່າ ຈິດໃຈບໍ່ຄິດຂະບົດ ແລະກໍຖືປຣັຊຍາຫຼາຍກວ່າ

ສະນັ້ນແລ້ວ ຢູ່ປະເທດມຽນມາ ພຣະສົງຈິ່ງມີແນວຄິດການເມືອງ ການສັງຄົມ ພຣະສົງ ທີ່ນິຍົມຊຸມນຸມປະທ້ວງຜ່ານມາ ສືບຕໍ່ຈາກຫຼາຍສມັຍນັ້ນ ສ່ວນຫຼາຍກໍແມ່ນພຣະສົງຈາກ
ຣັດຊານ(ເຊື້ອຊາດລາວຈຸນຶ່ງ ທີ່ໃຊ້ຄວາມລາວ ແຕ່ມັກເອີ້ນກັນວ່າ ໄຕຊານ ຄຳວ່າວ່າ ຊານ ມາຈາກຄຳຈີນ ເພາະຈີນ ເປັນຜູ້ເອີ້ນລາວຈຸນີ້ວ່າ ຊານ)

ໄຕຊານຕໍ່ສູ້ຜ່ານມາຫຼາຍ ສັຕວັດແລ້ວ ເພື່ອອອກຈາກແອກຂອງມຽນມາ ການຕໍ່ສູ້ໃນມຽນມາປັດຈຸບັນນີ້ ມີຫຼາຍ ສາຍ ຄື ການຕໍ່ສູ້ຂອງຊົນຊາດມອນ ຊົນຊາດກະຫລ່ຽງ ຊົນຊາດກະຈິ້ນ ຊົນຊາດຜິວ

ການທີ່ອຳນາດທະຫານປັດຈຸບັນບໍ່ຍອມອ່ອນຄໍ່ໃຫ້ແກ່ຝ່າຍຕໍ່ສູ້ໃດໆ ກໍໝາຍເຖິງ ບໍ່ຍອມ ໃຫ້ຊົນຊາດໃດຂຶ້ນປົກຄອງນັ້ນເອງ ເຊິ່ງນາໆຊາດອາດເຂົ້າໃຈຍາກ ສຳລັບບັນຫາພາຍ ໃນຂອງມຽນມາ ບັນຫາປັດຈຸບັນ ກໍແມ່ນບັນຫາປວັດສາດນັ້ນເອງ

ຖ້າຫາກວ່າ ອອງຂານຊູຈີ ທີ່ເປັນໄຕຊານ ຫາກໄດ້ຈໍຂຶ້ນກຳອຳນາດ ແນ່ນອນ ເພິ່ນກໍ ຈະບໍ່ປະກາດວ່າ ເພິ່ນເປັນໄຕຊານ ແຕ່ກໍປົກຄອງໃນຖານະເປັນປະຊາຊົນມຽນມານັ້ນ ເອງ ບໍ່ແມ່ນຈະປະກາດຣັດຊານເປັນເອກລາດແຕ່ຢ່າງໃດ ເພິ່ນພຽງຕ້ອງການສະຖາ ປະນາມຽນມາທັງໝົດ ກໍຄື ສະຫະພາບມຽນມານັ້ນ ໃຫ້ເປັນປະຊາທິປະໄຕ ມີການ ເລືອກຕັ້ງທົ່ວໄປ ພັກໃດ ຝ່າຍໃດຖືກປະຊາຊົນເລືອກເອົາ ຝ່າຍນັ້ນກໍປະກອບຣັຖ ບານຂຶ້ນ ເພື່ອບໍລິຫານຊາດຕໍ່ໄປ

ຖ້າອຳນາດທະຫານມຽນມາປັດຈຸບັນ ຫາກບໍ່ຍອມຈັດການເລືອກຕັ້ງຂຶ້ນ ການຕໍ່ສູ້ກໍ ຈະມີຕໍ່ໄປ ອາດບານປາຍໄປເຖິງການແຍກຣັດຕ່າງໆອອກເປັນຊີກສ່ວນກໍເປັນໄດ້ ແຕ່ຖ້າວ່າ ຣັຖບານປັດຈຸບັນຫາກຫັນປ່ຽນແນວທາງການເມືອງ ປະເທດມຽນມາຄົງ ບໍ່ແຕກສລາຍ

ປະເທດພະມ່າ ຫຼື ພະມ້າ ເປັນຊື່ ແລະສຳນຽງທີ່ຊາວລາວນິຍົມໃຊ້ກັນຕລອດມາ ສ່ວນຊື່ວ່າ ມຽນມາ ເປັນຊື່ທີ່ອົງການສະຫະປະຊາຊາດນຳມາໃຊ້ຢ່າງເປັນທາງການ ເປັນປະເທດນຶ່ງສັງກັດກຸ່ມອາຊຽນ ໃນອາຊີຕາເວັນອອກສຽງໃຕ້ ນັບເປັນສະຫະພາບ ມຽນມາ

ປະເທດນີ້ ມີຊາຍແດນຮ່ວມກັບ ສປຈີນ ສປປລາວ ຣາຊອານາຈັກໄທຍ ອິນເດັຽ ບັງຄລາເທດ ແລະໄຂສູ່ອອກທະເລອັນທະມັນທາງພາກໃຕ້ ກັບອ່າວບັງການຂ້າງ ຕາເວັນຕົກສຽງໃຕ້ ລວມແຄມຝັ່ງປະມານ 200 ຫຼັກ

ໃນປີ 1287 ຈັກກະພັດມົງໂກນເຂົ້າທຳລາຍຈັກກະພົບປະກັນ/Pagan ຕໍ່ມາເຖິງ ປີ
1551-1558 ພຣະເຈົ້າບາຍິນນອງແຫ່ງປະກັນ ກໍທ້ອນໂຮມແຜ່ນດິນ ແຕ່ໃນສມັຍນັ້ນ ກໍຍັງບໍ່ສາມາດຍຶດຄອງໄຕຊານໄດ້ ເພາະພຣະເຈົ້າເສດຖາທິຣາດແຫ່ງຈັກກະພົບ
ລ້ານຊ້າງກໍເຂັ້ມແຂງ ສາມາດອາດຫານຕໍ່ໜ້າການພຍາຍາມບຸກຍຶດດິນແດນລ້ານ
ຊ້າງ ແຕ່ເມື່ອເຖິງສມັຍອັງກິດຍຶດຄອງຂົງເຂດດັ່ງກ່າວ ກໍລວມເອົາເຂົ້າ ກັບອິນ
ເດັຽ ເອີ້ນວ່າ ຈັກກະພົບອິນເດັຽອັງກິດ ເຊິ່ງນັກປວັດສາດຂນານນາມວ່າ ອິນໂດຈີນ
ອັງກິດ (ອິນໂດຈິນຝລັ່ງເສດນັ້ນ ມີ ລາວ ອານາມ ຕົງແກັງ ໂກແຊັ່ງຈີນ ແລະຂເມນ)

ເມື່ອອັງກິດມອບອຳນາດໃຫ້ອິນເດັຽ ໃຫ້ພະມ່າ ດິນແດນໄຕຊານ ຫຼືດິນແດນຊຽງຕຸງ ກໍຖືກພະມາຫຸບເອົາໄປເລີຍ ແລ້ວຈິ່ງມີການຕໍ່ສູ້ເທົ່າຮອດດຽວນີ້ ສ່ວນເຈົ້າຊາຍທີ່ ເປັນພຣະບິດາຂອງເຈົ້າຄຳ ກໍຖືກພະມ່າສັງຫານໃນປີ 1962 ແລ້ວຜູ້ເປັນພຣະຊາຍາ (ຄົນເຍລະມັນ) ກໍຕ້ອງຫຼົບໜີໄປຢູ່ເຍລະມັນ ແລ້ວຕໍ່ມາກໍໄປຢູ່ອະເມລິກາເທົ່າຮອດ
ດຽວນີ້ ຍັງມີຊິວິດຢູ່ ສ່ວນຊາວໄຕຊຽງຕຸງລີ້ພັຍກໍມີຫຼາຍ ໃນອະເມລິກາ ແລະກໍຍັງຖື ເຈົ້າຍິງ ຜູ້ເປັນເຍລະມັນນັ້ນຢູ່ ພວກເຂົາຍັງກູ້ຊາດຕລອດໄປ

ສ່ວນນຶ່ງ ກໍເຂົ້າໄປອາສັຍຊາວລາວ ຕັ້ງບ້ານຢູ່ຊານເມືອງວຽງຈັນ ເອີ້ນກັນວ່າ ບ້ານ ພະມາ ຄື ບ້ານຄຳ(ຫຼັງຈາກຈີນາຍໂມ້ ຄື ລະຫວ່າງທ່າເດື່ອ ກັບຈີນາຍໂມ້) ຄວາມຈິງ ກໍຫາກແມ່ນຊາດລາວຄືກັນ ທີ່ຊາວລາວສ່ວນຫຼາຍຫຼົງລືມປວັດສາດ ຄະຕິບູຮານວ່າ ແກ້ວບໍ່ຜັດ ກາຍເປັນຊາຍແຮ່ ພີ່ນ້ອງຫຼາຍປີບໍ່ແວ່ ກາຍເປັນອື່ນ...

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU