ຄົ້ນຫາຂໍ້ມູນ

/ languages

Choisir langue
 

ປັນຫາໂລກຮ້ອນ

ກອງປະຊຸມນິວຢອຣ໌ກ ສົ່ງສັນຍານແຮງ ເຕືອນໃຫ້ໂລກສຳນຶກ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 25/09/2007 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 25/09/2007 13:51 TU

ກອງປະຊຸມວ່າດ້ວຍການແກ້ປັນຫາໂລກຮ້ອນ ຈັດຂື້ນທີ່ກຸງນິວຢອຣ໌ກ ໂດຍເລຂາທິການໃຫຍ່ອົງ
ການສຫະປະຊາຊາດທ່ານບັນ ກີ ມູນ ເປັນຜູ້ສນັບສນຸນຊຸກຍູ້ໃຫ້ຈັດຂື້ນເພື່ອໃຫ້ໂລກສຳນຶກເຖິງ
ຄວາມຫາຍະນະອັນໃຫຍ່ຫລວງທີ່ຈະເກີດຂື້ນຕໍ່ມວນມນຸດຊາດ ທີ່ມາຈາກສພາບການປ່ຽນແປງ
ຂອງອາກາດ (ພາບ: Reuters)

ກອງປະຊຸມວ່າດ້ວຍການແກ້ປັນຫາໂລກຮ້ອນ ຈັດຂື້ນທີ່ກຸງນິວຢອຣ໌ກ ໂດຍເລຂາທິການໃຫຍ່ອົງ ການສຫະປະຊາຊາດທ່ານບັນ ກີ ມູນ ເປັນຜູ້ສນັບສນຸນຊຸກຍູ້ໃຫ້ຈັດຂື້ນເພື່ອໃຫ້ໂລກສຳນຶກເຖິງ ຄວາມຫາຍະນະອັນໃຫຍ່ຫລວງທີ່ຈະເກີດຂື້ນຕໍ່ມວນມນຸດຊາດ ທີ່ມາຈາກສພາບການປ່ຽນແປງ ຂອງອາກາດ (ພາບ: Reuters)

ກອງປະຊຸມທີ່ອົງການສຫະປະຊາຊາດ ວ່າດ້ວຍປັນຫາການເພີ້ມສູງຂື້ນຂອງອຸນ ຫະພູມຜິວໂລກໄດ້ສິ້ນສຸດລົງເມື່ອວານນີ້ (ຈັນ 24 ກັນຍາ) ໂດຍມີ 150 ປະ ເທດເຂົ້າຮ່ວມໃນນັ້ນມີປະມຸກຣັດຈາກ 81 ປະເທດ

ເລຂາທິການໃຫຍ່ອົງການສຫະປະຊາຊາດ ທ່ານບັນ ກີມູນ ໄດ້ກ່າວປິດກອງປະ ຊຸມວ່າ ທ່ານຮັບຊາບຕໍ່ການຮຽກຮ້ອງຢ່າງແຈ້ງຂາວຂອງບັນດາຜູ້ນຳຂອງໂລກ ທັງມວນ ເພື່ອໃຫ້ມີການຕັດສິນໃຈອັນແນ້ວແນ່ສຳລັບແກ້ໄຂປັນຫາການເພີ້ມສູງ ຂື້ນຂອງອຸນຫະພູມຜິວໂລກ

ເລຂາທິການໃຫຍ່ອົງການສຫະປະຊາຊາດກ່າວໃນຕອນໜຶ່ງອີກວ່າ ກອງປະຊຸມໄດ້ສແດງ
ໃຫ້ເຫັນເຖິງການຕັດສິນໃຈທາງດ້ານການເມືອງອັນແນ້ວແນ່ຂອງບັນດາຜູ້ນຳຂອງໂລກ
ໃນການຕໍ່ສູ້ກັບອຸນຫະພູມຂອງໂລກທີ່ສູງຂື້ນ ນອກຈາກນີ້ກອງປະຊຸມນາໆຊາດຍັງໄດ້ປູພື້ນ
ຖານທີ່ດີສຳລັບກອງປະຊຸມນາໆຊາດທີ່ເກາະບາຫລີລະຫວ່າງວັນທີ 3 – 14 ທັນວາທີ່
ຈະເຖິງນີ້ດ້ວຍ

ກອງປະຊຸມນາໆຊາດທີ່ເກາະບາຫລີດັ່ງກ່າວ ຈະດຳເນີນໄປພາຍໃຕ້ການອຸປຖັມຂອງອົງ
ການສຫະປະ ຊາຊາດເພື່ອຊອກຫາຂໍ້ຕົກລົງທົດແທນສົນທິສັນຍາກຽວໂຕທີ່ຈະໝົດອາຍຸ
ລົງຕັ້ງແຕ່ປີ 2012 ເປັນຕົ້ນໄປ

ສົນທິສັນຍາກຽວໂຕທີ່ໄດ້ຮັບການລົງນາມໂດຍ 36 ປະເທດອຸດສາຫະກັມ ເມື່ອປີ 1997
ໄດ້ກຳໜົດໃຫ້ບັນດາປະເທດສມາຊິກລົດການປ່ອຍກ໊າສ CO2 ລົງໃຫ້ໄດ້ໃນຣະດັບ 5%
ເມື່ອປຽບທຽບກັບຣະ ດັບຂອງປີ 1990

ສຫະຣັດອະເມຣິກາໄດ້ຮ່ວມລົງນາມໃນສົນທິສັນຍາກຽວໂຕນີ້ດ້ວຍໃນສມັຍທີ່ທ່ານ ບິລລ໌
ຄລິນຕັນ ເປັນປະທານາທິບໍດີເປັນປະທານາທິບໍດີ ແຕ່ຣັຖບານແຫ່ງກຸງວໍຊິງຕັນກໍບໍ່ເຄີຍ
ໃຫ້ສັຕຍາບັນຕໍ່ສົນທິສັນຍານີ້ຈັກເທື່ອ

ຕໍ່ມາໃນປີ 2001 ສຫະຣັດອະເມຣີກາພາຍໃຕ້ການນຳຂອງ GWB ຈຶ່ງໄດ້ຕັດສິນໃຈຖອນ
ຕົວອອກຈາກສົນທິສັນຍາກຽວໂຕ

ໃນກອງປະຊຸມທີ່ນິວຢອຣ໌ກຄັ້ງນີ້ ຜູ້ນຳອະເມຣິກັນກໍບໍ່ໄດ້ເຂົ້າຮ່ວມດ້ວຍຕົວທ່ານເອງ ແຕ່ກໍ
ໄດ້ຮ່ວມຮັບປະທານອາຫານຄ່ຳກັບບັນດາຜູ້ນຳຈາກ 20 ປະເທດທີ່ມີຄວາມສຳຄັນກ່ຽວ
ກັບປັນຫານີ້ ທັງນີ້ເພື່ອລົດຜ່ອນລະດັບຄວາມໂດດດ່ຽວຂອງສຫະຣັດອະເມຣິກາລົງແດ່ໃນ
ປັນຫາໂລກຮ້ອນ

ຢ່າງໃດກໍຕາມ GWB ກໍຍັງໄດ້ຕັດສິນໃຈເຊື້ອເຊິນບັນດາຜູ້ນຳ 16 ປະເທດອຸດສາຫະກັມ
ທີ່ປ່ອຍຄວັນ ພິດ CO2 ທຳລາຍບັນຍາກາດຫລາຍທີ່ສຸດ ອັນເປັນສາເຫດເຮັດໃຫ້ອຸນຫະ
ພູມຜິວໂລກສູງຂື້ນນີ້ ມາຮ່ວມປະຊຸມກັນຕື່ມອີກໃນວັນພະຫັດແລະວັນສຸກຈະເຖິງນີ້ (27 –
28 ກັນຍາ) ທີ່ກຸງວໍຊິງຕັນ ເພື່ອຊອກຫາວິທີທາງແກ້ໄຂປັນຫາຮ່ວມກັນ

ອີກປະການໜຶ່ງ ທ່ານປະທານາທິບໍດີຝຣັ່ງເສດ ນິໂກລາສ໌ ຊາຣ໌ໂກຊີ ກໍໄດ້ກ່າວໃນກອງ
ປະຊຸມວ່າຝຣັ່ງເສດ ຍາມໃດກໍໃຫ້ຄວາມສຳຄັນຕໍ່ການຕໍ່ສູ້ກັບພາວະໂລກຮ້ອນວ່າເປັນ
ນະໂຍບາຍໜຶ່ງທີ່ຮີບດ່ວນໃນນະໂຍ ບາຍຕ່າງປະເທດຂອງຕົນມາຕລອດ

ຜູ້ນຳຝຣັ່ງເສດຍັງໄດ້ກ່າວຮຽກຮ້ອງໃຫ້ໂລກເຮັດຄືກັນກັບສຫະພາບເອີຣົບ ຄືວາງ
ເປົ້າໝາຍລົດການປ່ອຍກ໊າສ CO2 ລົງໃຫ້ໄດ້ໃນຣະດັບ 50% ຈາກນີ້ເຖິງປີ 2050

"ການນຳໃຊ້ພລັງງານນິວເຄລັຽເປັນປັດຈັຍສຳຄັນທີ່ທຳໃຫ້ປະເທດຝຣັ່ງເສດສາມາດ
ຈຳກັດການປ່ອຍຄວັນພິດທຳລາຍໂອໂຊນໄດ້ ຢ່າງດີພໍສົມຄວນ" ທ່ານຊາຣ໌ໂກຊີໄດ້ກ່າວ

ຢ່າງໃດກໍຕາມ ຜູ້ຕາງໜ້າຂອງບັນດາອົງການຈັດຕັ້ງອນຸຣັກທັມມະຊາດແລະສພາບສິ່ງ
ແວດລ້ອມນັ້ນ ໄດ້ພາກັນສແດງຄວາມເຫັນທີ່ແຕກຕ່າງ ໂດຍເຫັນວ່າທາງອອກສຳລັບ
ການແກ້ໄຂປັນຫາໂລກຮ້ອນນັ້ນ ກໍຄືການພັທນາພລັງງານລົມ ແທນທີ່ນ້ຳມັນແລະຖ່ານຫິນ
ສ່ວນທີ່ກ່ຽວກັບພລັງງານນິວເຄລັຽນັ້ນ ກຸ່ມອະນຸຣັກທັມມະຊາດແລະສພາບແວດລ້ອມ
ເຫັນວ່າມີອັນຕຣາຍຈາກກັມມັນຕະພາບຣັງສີ, ການນຳໃຊ້ທາງທະຫານ ແລະ ພລັງງານ
ນິວເຄລັຽມີຣາຄາແພງ

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU