ຄົ້ນຫາຂໍ້ມູນ

/ languages

Choisir langue
 

ປະເທດນຳໃຊ້ພາສາຝລັ່ງ/Francophonie

ອົງການ Francophonie ນີ້ມີ 55 ປະເທດ

ໂດຍ  ໂສວົງ

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 01/10/2007 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 01/10/2007 10:59 TU

ບໍລິສັດຈີນຈາກຮົງກົງລົງ
ທຶນຊາວລ້ານດອນລາໃນ
ບໍ່ຫີນແກ້ວປະເສີດຫ້ວຍ
ຊາຍ ຫຼັງຈາກສຳລວດ
ເປັນເວລາເຈັດປີ
ຮູບ: sovong/RFI LAO

ບໍລິສັດຈີນຈາກຮົງກົງລົງ ທຶນຊາວລ້ານດອນລາໃນ ບໍ່ຫີນແກ້ວປະເສີດຫ້ວຍ ຊາຍ ຫຼັງຈາກສຳລວດ ເປັນເວລາເຈັດປີ
ຮູບ: sovong/RFI LAO

ສປປລາວ ເຂົ້າເປັນສະມາຊິກ ຖາວອນຂອງອົງການບັນດາ ປະເທດນຳໃຊ້ພາສາຝລັ່ງ (ຟລັງໂກໂຟນີ/Francophonie) ເມື່ອປີ 1991 ແຕ່ເປັນສະມາ ຊິກປະກອບສ່ວນໃນປີ 1972 (ບໍ່ຖາວອນ)
ອົງການຟລັງໂກໂຟນີຈະຈັດກອງປະຊຸມຄັ້ງທີ່ 23 ລະດັບຣັຖມຸນຕີ (ຣັຖມຸນຕີຕ່າງ ປະເທດ ແລະ ຣັຖມຸນຕີຮັກສາການຟລັງໂກໂຟນີໂດຍສະເພາະຢູ່ນະຄອນຫຼວງວຽງຈັນ ໃນວັນທີ່ 20-21 ເດືອນພະຈິກ (໑໑) ປີ 2007 ໃນໂອກາດນີ້ ກໍມີ 55 ປະເທດ ສະມາຊິກຖາວອນ 2 ປະເທດປະກອບສ່ວນ ແລະ 13 ປະເທດສັງເກດການໄປຮ່ວມ ວັນທີ່20 ມິນາ ຂອງທຸກໆປີ ແມ່ນເປັນ ວັນສາກົນແຫ່ງອົງການຟລັງໂກໂຟນີ

ກອງປະຊຸມດັ່ງກ່າວນີ້ ມີຈຸດປະສົງສຶກສາເບິ່ງຜົນງານກອງປະຊຸມສຸດຍອດຄັ້ງທີ່ 11 ຢູ່ປະເທດຣູມານີ ທີ່ຖືກຈັດຂຶ້ນເມື່ອປີກາຍປີ 2006 ກອງປະຊຸມຢູ່ວຽງຈັນດັ່ງກ່າວນີ້ກໍ ຍັງເປັນການຕຽມຫ້າງຫາໃສ່ກອງປະຊຸມສຸດຍອດຄັ້ງ 12 ທີ່ຈະມີຂຶ້ນຢູ່ປະເທດການາ ດາ ໃນປີ 2008 ກອງປະຊຸມຟລັງໂກໂຟນີວຽງຈັນ ຍັງຈະເປັນການຕີລາຄາຄວາມ ສາມາດອີກຕື່ມຂອງ ສປປລາວ ໃນເວທີສາກົນ ຫຼັງຈາກເປັນເຈົ້າພາບຈັດກອງປະຊຸມ ກູ່ມອາຊຽນໄປແລ້ວດ້ວຍຄວາມສຳເລັດຜົນ ໃນປີກ່ອນໆ

ສະມາຊິກທັງໝົດມີຢູ່ 55 ປະເທດ ໃນນີ້ສ່ວນນຶ່ງກໍແມ່ນຫົວເມືອງຂຶ້ນເກົ່າຂອງຝລັ່ງ ພົລເມືອງໃນຂອບເຂດຟລັງໂກໂຟນີມີຢ່າງໜ້ອຍ 200 ລ້ານຄົນ ນອກນີ້ ກໍຍັງມີບັນ ດາປະເທດທີ່ບໍ່ສັງກັດອົງການດັ່ງກ່າວ ແຕ່ນຳໃຊ້ພາສາຝລັ່ງກໍມີຢູ່ 44 ປະເທດ ເຊັ່ນ ອານເຊຣີ ໂຮນລັງ ອົສຕາລີປາກິສຖານ ເນປານ ແລະ ອື່ນໆ ໂດຍມີບໍ່ຫຼາຍຄົນທີ່ ສາມາດໃຊ້ພາສາຝລັ່ງໄດ້ ເຊັ່ນ ຢູ່ເນປານ ມີ 600 ຄົນ ແຕ່ລວມເອົາພົລເມືອງທີ່ໃຊ້ ພາສານີ້ໄດ້ ກໍມີຢູ່ທັງໝົດ ບໍ່ກາຍຫ້າລ້ານ (ລະຫວ່າງ ສີ່ລ້ານ ຫາ ຫ້າລ້ານຄົນ)

ຖືກັນວ່າ ປະເທດຝລັ່ງ ເປັນແມ່ ຫຼື ເປັນເຈົ້າຂອງພາສາຝລັ່ງ ໂດຍມີກະຊວງ ຫຼື ຜແນກ ເປັນຜູ້ກຳກັບໂດຍສະເພາະ ເຊັ່ນ ໃນປີ 1993 ແລະ 1995 ໄດ້ມີກະຊວງ ວັທນະທັມແລະຟລັງໂກໂຟນີ ໃນປັເຈຸບັນ ກໍຍັງມີຫ້ອງການກຳກັບອົງການນີ້ ສັງ ກັດໃນກະຊວງການຕ່າງປະເທດ ແລະໃນກິດຈະການເອີໂຣບ

ຄຳວ່າ ຟລັງໂກໂຟນີ/Francophonie ໄດ້ຖືກນຳມາໃຊ້ໃນວິຊາພູມສາດເທື່ອຕຳອິດ ໃນປີ 1871 ເຊິ່ງແມ່ນ ໂອເນຊີມ ເຣີກລຸຍ Onésime Reclus (1837-1916) ເປັນຜູ້ນຳມາໃຊ້ກ່ອນ

ຫຼັງຈາກສົງຄາມໂລກຄັ້ງທີ່ສອງ ນັບແຕ່ປິ 1962 ເປັນຕົ້ນມາ ຄຳສັບດັ່ງກ່າວກໍຖືກ ນຳມາໃຊ້ກັນຕໍ່ ຂຍາຍອອກໄປ ແລ້ວສາສດາຈານເລໂອໂປນ ເຊດ້າ ເຊັງກໍ້ ອະດີດ ຜູ້ນຳປະເທດເສເນການ ກໍນຳມາແຜ່ຜາຍໃຫ້ເປັນທີ່ນິຍົມ ແລ້ວກໍຕັ້ງອົງການຂຶ້ນ ຍ້ອນ ວ່າ ພວກນິຍົມໃຊ້ພາສາຝລັ່ງຖືກຢຽບຢ່ຳຈາກພາສາອັງກິດໃນທົ່ວໂລກ ແລ້ວອົງການ ນີ້ ກໍຕັ້ງໃຈປ້ອງກັນພາສາຝລັ່ງໄວ້ ຕໍ່ໜ້າພາສາອັງກິດທີ່ບຸກມາແຮງ

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU