ຄົ້ນຫາຂໍ້ມູນ

/ languages

Choisir langue
 

ຜົນພົບປະສຸດຍອດສອງເກົາຫລີ: ສອງຝ່າຍເຫັນດີ ສ້າງສັນຕິພາບຖາວອນ ທົດແທນສັນຍາ ສງົບເສິກ

ໂດຍທິສດີແລ້ວ ສອງເກົາຫລີ ຍັງຢູ່ໃນ ພາວະສົງຄາມ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 04/10/2007 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 04/10/2007 13:27 TU

ທ່ານປະທານາທິບໍດີ ໂຣມູຮວິນ ແຫ່ງ
ເກົາຫລີໃຕ້ຮັບຊໍ່ດອກໄມ້ຈາກຍິງສາວ
ຊາວເກົາຫລີເໜືອກ່ອນທີ່ທ່ານຈະເດີນ
ທາກັບເກົາຫລີໃຕ້ ຫລັງເສັດສິນການ
ພົບປະສຸດຍອດເປັນເວລາສາມວັນກັບ
ຄູ່ຕຳແໜ່ງເກົາຫລີເໜືອ ທ່ານປະທານາ
ທິບໍດີ ກິມຈອງອິລ (ພາບ: Reuters)

ທ່ານປະທານາທິບໍດີ ໂຣມູຮວິນ ແຫ່ງ ເກົາຫລີໃຕ້ຮັບຊໍ່ດອກໄມ້ຈາກຍິງສາວ ຊາວເກົາຫລີເໜືອກ່ອນທີ່ທ່ານຈະເດີນ ທາກັບເກົາຫລີໃຕ້ ຫລັງເສັດສິນການ ພົບປະສຸດຍອດເປັນເວລາສາມວັນກັບ ຄູ່ຕຳແໜ່ງເກົາຫລີເໜືອ ທ່ານປະທານາ ທິບໍດີ ກິມຈອງອິລ (ພາບ: Reuters)

ການພົບປະລະດັບສຸດຍອດສອງເກົາຫລີ
ສິ້ນສຸດລົງແລ້ວໃນມື້ນີ້ (ພະຫັດ 4 ຕຸ
ລາ) ທັງສອງຝ່າຍອອກຖແລງການຮ່ວມ
ເຫັນພ້ອມນຳກັນໃຫ້ສ້າງສັນຕິພາບຖາ
ວອນໃນຂົງເຂດຄາບສມຸດເກົາຫລີ ເພື່ອ
ທົດແທນ "ສັນຍາສງົບເສິກ" (Armis-
tice) ປີ 1953 ທີ່ມີລັກສນະເປັນພຽງ
ສັນຍາການພັກຮົບຊົ່ວຄາວ

ສ່ວນສຫະຣັດອະເມຣິການັ້ນກໍຕຽມພ້ອມ
ລົງນາມໃນສັນຍາສັນຕິພາບຖາວອນກັບ
ເກົາຫລີເໜືອຖ້າປະເທດນີ້ຫາກຢຸດເຊົາ
ໂຄງການນິວເຄລັຽຂອງຕົນຢ່າງແທ້ຈິງ

ສ້າງສັນຕິພາບຖາວອນ
ຖືໄດ້ວ່າການພົບປະຣະດັບສຸດຍອດຄັ້ງປວັດສາດເທື່ອທີສອງລະຫວ່າງທ່ານປະທານາທິ
ບໍດີ ກິມຈອງອິນ ແຫ່ງເກົາຫລີເໜືອ ແລະ ທ່ານປະທານາທິບໍດີ ໂຣມູຮວິນ ແຫ່ງເກົາ
ຫລີໃຕ້ ທີ່ສິ້ນສຸດລົງໃນມື້ນີ້ (ພະຫັດ 4 ຕຸລາ) ທີ່ກຸງປຽງຢາງ ອອກໝາກອອກຜົນເກີນ
ຄວາມຄາດໝາຍ

ທັງສອງຜູ້ນຳ ຢ້ຳວ່າ ໃນເດືອນພະຈິກໜ້ານີ້ທັງສອງເກົາຫລີຈະດຳເນີນການເຈຣະຈາ
ກັບສຫະຣັດອະເມຣິກາ ແລະ ສປ ຈີນ ທັງນີ້ເພື່ອເຮັດໃຫ້ສພາບຂອງ "ສັນຍາສງົບ
ເສິກ"
(Armistice) ທີ່ລົງນາມກັນເມື່ອປີ 1953 ນັ້ນ ໃຫ້ໝົດສພາບໄປ ເພາະເປັນສັນ
ຍາທີ່ມີລັກສນະການພັກຮົບຊົ່ວຄາວເທົ່ານັ້ນ  ຜູ້ນຳທັງສອງເກົາຫລີເຫັນພ້ອມໃຫ້ທົດ
ແທນ "ສັນຍາສງົບເສິກ" ດ້ວຍ "ສັນຍາສັນຕິພາບຖາວອນ"

ໝາຍຄວາມວ່າທັງພາກທິສດີແລະພາກປະຕິບັດນັ້ນ ທັງສອງປະເທດຈະບໍ່ຢູ່ໃນສພາບ
ເປັນຄູ່ສົງຄາມກັນອີກຕໍ່ໄປດັ່ງທີ່ເປັນຢູ່ຈົນຮອດປັດຈຸບັນ

ທ່ານປະທານາທິບໍດີອະເມຣິກັນ ຢອ໊ຣ໌ຊ ດັບເບີ້ນຢູ ບຸຊ (GWB) ກໍໄດ້ກ່າວວ່າສຫະຣັດ
ອະເມຣິກາຕຽມພ້ອມຈະລົງນາມໃນສັນຍາສັນຕິພາບກັບເກົາຫລີເໜືອຖ້າປະເທດນີ້
ຢຸດເຊົາໂຄງການນິວເຄັລຽຂອງ ຕົນຢ່າງແທ້ຈິງ

ທົບທວນໃຫ້ທ່ານຜູ້ອ່ານຊາບວ່າ ສຫະຣັດອະເມຣິກາ ແລະ ສປ ຈີນ ເປັນສອງປະເທດ
ສຳຄັນທີ່ເຄີຍຮ່ວມໃນສົງຄາມເກົາຫລີລະຫວ່າງ 1950 ເຖິງ 1953 ໂດຍຝ່າຍສຫະຣັດ
ເປັນແກນນຳຂອງກຳລັງສຫະປະຊາຊາດທີ່ເຂົ້າຂ້າງຝ່າຍເກົາຫລີໃຕ້ ໃນຂນະທີ່ ສປ ຈີນ

ເປັນຜູ້ສົ່ງທະຫານຮ່ວມຮົບຄຽງບ່າຄຽງໄຫລ່ກັບເກົາຫລີເໜືອ

 

     ຢຸດເຊົາສູນນິວເຄລັຽ
  "ຢອງບຽນ" ກ່ອນສິ້ນປີນີ້
ເມື່ອວານນີ້ ທາງຝ່າຍເກົາຫລີເໜືອກໍ
ໄດ້ສແດງທ່າທີຄັກແນ່ວ່າຈະຢຸດເຊົາ
ໂຄງການນິວເຄລັຽຂອງຕົນທີ່ເມືອງ
ຢອງບຽນ (Yongbyon) ແລະຈະໃຫ້
ຂໍ້ມູນຢ່າງຄົບຖ້ວນກ່ຽວກັບສູນນິວອື່ນໆ
ກ່ອນສິ້ນປີ 2007 ຕາມຂໍ້ລົງ 6
ຝ່າຍ ທີ່ກຸງປັກກິ່ງເມື່ອວັນທີ 13 ກຸມ
ພາ

 ຖ້າທຸກຢ່າງເປັນໄປຕາມທີ່ຝ່າຍເກົາຫລີເໜືອໃຫ້ຄຳໝັ້ນສັນຍາ ສຫະຣັດອະເມຣິກາກໍຈະ
ລົບຊື່ຂອງເກົາຫລີເໜືອອອກຈາກບັນຊີ "ກຸ່ມປະເທດມານຮ້າຍ"

ຮ່ວມກັນພັທນາເສຖກິດ ວັທນະທັມ ແລະ ກິລາ
ທັງສອງເກົາຫລີຍັງຕົກລົງນຳກັນວ່າ ຈະໃຫ້ມີການຮື້ຟື້ນການຂົ່ນສົ່ງສິນຄ້າໂດຍທາງຣົດໄຟ
ລະຫວ່າງສອງປະເທດທີ່ໄດ້ຢຸດຊະງັກມາຕັ້ງແຕ່ປີ 1953 ພຸ້ນ ພ້ອມທັງຈະໃຫ້ມີການປ່ຽນ
ສພາບນ່ານນ້ຳໃນທະເລເຫລືອງທີ່ເຄີຍເກີດກໍຣະນີພິພາດ ເຖິງຂັ້ນໃຊ້ກຳລັງເມື່ອປີ 1999
ແລະ ປີ 2002 ນັ້ນ ໃຫ້ກາຍໄປເປັນເຂດພັທນາຮ່ວມກັນ

ນອກຈາກນີ້ເກົາຫລີໃຕ້ຍັງຕົກລົງທີ່ຈະ
ສ້າງຕັ້ງໂຮງງານຜລິດເຮືອເດີນທະເລ
ທີ່ເມືອງ "ນາມໂປ" ໃກ້ໆກັບກຸງປຽງ
ຢາງ ນະຄອນຫລວງຂອງເກົາຫລີເໜືອ
ນຳດ້ວຍ

ທັງສອງເກົາຫລີຍັງຕົກລົງນຳກັນ ຈະຈັດ
ສົ່ງຄນະກອງເຊັຽທີ່ເປັນອັນໜຶ່ງອັນດຽວກັນໄປຮ່ວມໃນການແຂ່ງຂັນກິລາໂອແລມປິກຣະດູ
ຮ້ອນທີ່ກຸງປັກກິ່ງ ທີ່ຈະຈັດຂື້ນໃນເດືອນກໍຣະກົດປີ 2008

ເນື່ອງໃນໂອກາດການການພົບປະສຸດຍອດຄັ້ງທີສອງທີ່ສິ້ນສຸດລົງໃນມື້ນີ້ ທັງສອງເກົາຫລີ
ກໍໄດ້ມີການລົງນາມໃນຂໍ້ຕົກລົງຮ່ວມມືກັນທາງດ້ານກິລາແລະວັທນະທັມນຳດ້ວຍເທິງພື້ນ ຖານຂອງການສ້າງກິດຕິສັບຊື່ສຽງແລະຄວາມພາກພູມຂອງຊາດເກົາຫລີທັງມວນ

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU