ຄົ້ນຫາຂໍ້ມູນ

/ languages

Choisir langue
 

ຝຣັ່ງເສດ-ຣັດເຊັຽ : ການພົວພັນທີ່ສ້າງ ສັນ ແລະ ອົບອຸ່ນ

ຊາຣ໌ໂກຊີ ພໍໃຈ ການພົບປະ ກັບປຸດຕິນ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 10/10/2007 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 10/10/2007 14:07 TU

ການພົບປະຫາລືດ້ວຍບັນຍາກາດທີ່ຜ່ອນ
ຄາຍແລະສ້າງສັນລະຫວ່າງທ່ານປະທາ
ນາທິບໍດີຝຣັ່ງເສດ ນິໂກລາສ໌ ຊາຣ໌ໂກຊີ
ແລະຄູ່ຕຳແໜ່ງຣັດເຊັຽ ທ່ານວລາດິເມັຽຣ໌
ປຸດຕິນ (ພາບ: Reuters)

ການພົບປະຫາລືດ້ວຍບັນຍາກາດທີ່ຜ່ອນ ຄາຍແລະສ້າງສັນລະຫວ່າງທ່ານປະທາ ນາທິບໍດີຝຣັ່ງເສດ ນິໂກລາສ໌ ຊາຣ໌ໂກຊີ ແລະຄູ່ຕຳແໜ່ງຣັດເຊັຽ ທ່ານວລາດິເມັຽຣ໌ ປຸດຕິນ (ພາບ: Reuters)

ປະທານາທິບໍດີຝຣັ່ງເສດ ທ່ານິໂກລາສ໌
ຊາຣ໌ໂກຊີ ໄດ້ຮັບຄວາມພໍໃຈເປັນຢ່າງຍິ່ງ
ໃນການພົບປະສົນ ທະນາກັບຜູ້ນຳຣັດ
ເຊັຽ ທ່ານປະທານາທິບໍດີ ວະລາດິເມັຽຣ໌
ປຸດຕິນ ເມື່ອວານນີ້ (ອັງຄານ 9 ຕຸລາ)
ກ່ຽວກັບປັນຫາການເມືອງໃນເວທີສາກົນ

"ການພົບປະຫາລືຢ່າງລົງເລິກ ເປັນໄປ
ໃນຖ້າມກາງບັນຍາກາດທີ່ສ້າງສັນ, ຈິງ
ໃຈ, ຜ່ອນຄາຍ ແລະ ເປັນທີ່ໜ້າປະທັບ
ໃຈ" ຂໍ້ຄວາມທີ່ກ່າວມານີ້ເປັນຂໍ້ຄວາມ
ຂອງທ່ານປະທານາທິບໍດີຝຣັ່ງເສດເອງທີ່ໄດ້ ຮັບການເຜີຍອອກຫລັງເສັດສີ້ນ
ການພົບປະຫາລືກັບຄູ່ຕຳແໜ່ງຣັດເຊັຽ ທ່ານປະທານາທິບໍດີ ວລາດິ ເມັຽຣ໌
ປຸດຕິນ

ການພົບປະຫາລືມີຂື້ນເນື່ອງໃນໂອກາດທີ່ຜູ້ນຳທັງສອງໄດ້ຮັບປະທານອາຫານຄ່ຳຮ່ວມກັນ
ທີ່ບ້ານພັກຕາກອາກາດ ຫລືທີ່ເອີ້ນກັນວ່າ Datcha ຂອງທ່ານຜູ້ນຳຣັດເຊັຽທີ່ຫ່າງຈາກ
ນະຄອນຫລວງ ກຸງມົສກູ ອອກໄປທາງດ້ານຕະວັນຕົກປະມານໜຶ່ງຊົ່ວໂມງໂດຍທາງຣົດ
ຍົນ

ໃນຫົວຂໍ້ທີ່ກ່ຽວກັບປັນຫານິວເຄລັຽອີຫຣ່ານ ທ່ານປະທານາທິບໍດີຊາຣ໌ໂກຊີໄດ້ກ່າວວ່າ
"ຂພຈ ມີຄວາມຮູ້ສຶກວ່າທ່າທີຂອງພວກເຮົາທັງສອງແມ່ນໃກ້ຄຽງກັນທີ່ສຸດ" ໂດຍຜູ້ນຳ
ຝຣັ່ງເສດບໍ່ໄດ້ໃຫ້ລາຍລະອຽດຫລາຍໄປກວ່ານີ້

ໃນສ່ວນທີ່ກ່ຽວກັບປັນຫາ "ໂກໂຊໂວ" ນັ້ນ ທ່ານປະທານາທິບໍດີຝຣັ່ງເສດກໍກ່າວວ່າ
"ທ່ານຜູ້ນຳຣັດເຊັຽບໍ່ໄດ້ມີທ່າທີປິດແຕ່ປະການໃດກ່ຽວກັບປັນຫານີ້"

ເປັນການກ່າວໃນທຳນອງທີ່ວ່າມີທາງເປັນໄປໄດ້ທີ່ຈະມີທາງອອກທີ່ຈະສ້າງຄວາມ
ພໍໃຈໃຫ້ທຸກຝ່າຍ ໂດຍສເພາະໃຫ້ເປັນທີ່ຍອມຮັບໄດ້ແກ່ປະເທດແຊກບີ

ໃນສ່ວນທີ່ກ່ຽວກັບປັນຫາການຕິດຕັ້ງຂີປະນາວຸດຕ້ານຂີປະນາວຸດຂອງສຫະຣັດອະເມຣິ
ກາໃນສາທາຣະນະຣັດເຊັກສ໌ແລະປະເທດໂປໂລຍນັ້ນ ທ່ານຜູ້ນຳຝຣັ່ງເສດກໍກ່າວວ່າ
ທ່ານໄດ້ສແດງການສນັບສນຸນໃຫ້ມົສກູສືບຕໍ່ເຈຣະຈາກັບວໍຊິງຕົນຕໍ່ໄປ

ເມື່ອສຣຸບຄວາມແລ້ວ ການພົບປະຫາລືລະຫວ່າງສອງຜູ້ນຳ ຣັດເຊັຽແລະຝຣັ່ງເສດ
ເມື່ອຄ່ຳວານນີ້  (ອັງຄານ 10 ຕຸລາ) ເປັນການພົບປະທີ່ມີບັນຍາກາດທີ່ຜ່ອນຄາຍ
ທັງນີ້ກໍເພາະກ່ອນທີ່ຈະມີການເຂົ້າສູ່ແກ່ນແທ້ຂອງປັນຫານັ້ນ ທັງສອງຜູ້ນຳໄດ້ໂອ້ລົມ
ອາຣັມພະບົດດ້ວຍເຣື່ອງທີ່ຜ່ອນຄາຍເຊັ່ນ ກິລາຂີ່ມ້າ, ການ ແຂ່ງຂັນລອຍນ້ຳ, ການ
ແຂ່ງຂັນຍ່າງທາງໄກ ແລະອື່ນໆ

 ເມື່ອການສົນທະນາຜ່ານໄປຣະຍະໜຶ່ງ ທັງສອງຜູ້ນຳກໍ ໄດ້ໃຊ້ພາສາທີ່ເອີ້ນກັນໃນ
ພາສາຝຣັ່ງເສດວ່າ Tutoyer ຊຶ່ງກໍຄືສັບທີ່ຄົນສນິດສນົມແລະໃກ້ຊິດທີ່ສຸດ ນຳໃຊ້
ເພື່ອສົນທະນາກັນ ຖ້າແບບລາວໆກໍແມ່ນຄຳວ່າ "ໂຕ, ເຮົາ" ນັ້ນເອງ

ແຕ່ຫາກວ່າບັນຍາກາດເປັນກັນເອງແນວນີ້ຈະຍືນຍາວຕໍ່ໄປອີກບໍ່ ພວກເຮົາຈະຕິດ
ຕາມເບີ່ງຕື່ມອີກໃນການຖແລງຕໍ່ຜູ້ສື່ຂ່າວຮ່ວມກັນໃນມື້ນີ້ຂອງສອງຜູ້ນຳ ຫລັງຈາກ
ທີ່ພວກເພີ່ນທັງສອງເສັດສິ້ນການຮັບປະທານອາຫານທ່ຽງຮ່ວມກັນ ໃນໂອກາດດັ່ງ
ກ່າວຈະມີການຢິບຍົກປັນຫາໃຫຍ່ອີກປັນຫາໜຶ່ງຂື້ນມາເວົ້າກັນຕື່ມອີກ ນັ້ນກໍຄືປັນຫາ
ທີ່ຣັດເຊັຽນຳໃຊ້ພລັງງານເປັນເຄື່ອງມືກົດດັນທາງດ້ານການເມືອງຕໍ່ບັນດາປະ
ເທດທີ່ເຄີຍຢູ່ໃນອດີດສຫະພາບໂຊວຽດ ຊຶ່ງຄວາມກົດດັນດັ່ງກ່າວໄດ້ກະທົບມາ
ເຖິງສຫະພາບເອີຣົບນຳດ້ວຍ

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU