ຄົ້ນຫາຂໍ້ມູນ

/ languages

Choisir langue
 

ຂີປະນາວຸດ ຕ້ານຂີປະນາວຸດ : ການເຈຣະຈາ ອະເມຣິກັນ-ຣັດເຊັຽ ປະສົບຄວາມລົ້ມແຫລວ

ຣັດເຊັຽຖືວ່າ ເປັນການພຍາຍາມ ປິດລ້ອມ ແລະນາບຂູ່ຕໍ່ຕົນ

ໂດຍ ໄຊຊະນະ ທານາດາບຸຕຣ໌

ບົດຄວາມນີ້ເຜີຍແຜ່ເມື່ອວັນທີ 13/10/2007 ແກ້ໄຂໃຫມ່ຫລ້າສຸດເມື່ອວັນທີ 13/10/2007 16:04 TU

ຂີປະນາວຸດຕ້ານຂີປະນາວຸດ Patriot
ທີ່ສຫະຣັດອະເມຣິກາມີແຜນຕິດຕັ້ງໃນ
ສາທາຣະນະຣັດເຊັກສ໌ແລະໂປໂລຍ ຊຶ່ງ
ຣັດເຊັຽຖືວ່າເປັນການນາບຂູ່ຕໍ່ຕົນ
(ພາບ: www. wsmr-history.org)

ຂີປະນາວຸດຕ້ານຂີປະນາວຸດ Patriot ທີ່ສຫະຣັດອະເມຣິກາມີແຜນຕິດຕັ້ງໃນ ສາທາຣະນະຣັດເຊັກສ໌ແລະໂປໂລຍ ຊຶ່ງ ຣັດເຊັຽຖືວ່າເປັນການນາບຂູ່ຕໍ່ຕົນ (ພາບ: www. wsmr-history.org)

ການເຈຣະຈາລະວຫ່າງວ່າສຫະຣັດອະເມ
ຣິກາແລະຣັດເຊັຽປະສົບຄວາມລົ້ມແຫລວ
ກ່ຽວກັບການຕິດຕັ້ງລະບົບຂີປະນາວຸດ
ຕ້ານຂີປະນາວຸດຂອງສຫະຣັດອະເມຣິກາ
ໃນສາທາຣະນະຣັດເຊັກສ໌ແລະປະເທດ
ໂປໂລຍ ຊຶ່ງຣັດເຊັຽຖືວ່າເປັນການພຍາ
ຍາມປິດລ້ອມແລະເປັນໄພນາບຂູ່ຕໍ່ຕົນ
ທັງນີ້ເພາະເປັນການຕິດຕັ້ງໃນປາກປະຕູ
ບ້ານຂອງຣັດເຊັຽ ແລະສຫະຣັດຍັງປະຕິ
ເສດບໍ່ໃຫ້ຣັດເຊັຽມີສ່ວນຮ່ວມໃນລະບົບ
ປ້ອງກັນນີ້ດ້ວຍ ຍ້ອນການປະຕິເສດຂອງສຫະຣັດອະເມຣິກາ ຝ່າຍຣັດເຊັຽຈຶ່ງ
ຂູ່ກັບຄືນໄປວ່າຈະທຳທຸກຢ່າງທີ່ຕົນສາມາດເພື່ອຂວາງກັ້ນການຕິດຕັ້ງຂີປະນາ ວຸດ Patriot ຂອງສຫະຣັດອະເມຣິກາ

ສຫະຣັດຈະເດີນໜ້າ
ເຖິງແມ່ນວ່າການເຈຣະຈາທີ່ດຳເນີນໄປເມື່ອວານນີ້ (ສຸກ 12 ຕຸລາ) ທີ່ກຸງມົສກູໄດ້ປະ
ສົບກັບຄວາມລົ້ມແຫລວຢ່າງສິ້ນເຊີງກໍຕາມ ແຕ່ທ່ານນາງຄອນໂດລີຊາໄຣຊ໌ ຣມຕ ຕ່າງ
ປະເທດອະເມຣິກັນກໍຍັງກ່າວຢືນຢັນວ່າແຜນການຕິດຕັ້ງລະບົບຂີປະນາວຸດຕ້ານຂີປະນາ
ວຸດຂອງສຫະຣັດອະເມຣິກາໃນສອງປະເທດເອີຣົບພາກກາງຈະດຳເນີນຕໍ່ໄປໂດຍສຫະ
ຣັດຈະສືບຕໍ່ເຈຣະຈາກັບສາທາຣະນະຣັດເຊັກສ໌ຊຶ່ງເປັນປະເທດທີ່ຮອງຮັບການຕິດຕັ້ງ
ຖານຍິງ ແລະປະເທດໂປໂລຍທີ່ເປັນປະເທດຮອງຮັບການຕິດຕັ້ງຖານຣາດາຣ໌ ທັງນີ້ເພື່ອ
ເວົ້າເຖິງລາຍລະອຽດປີກຍ່ອຍຂອງການຕິດຕັ້ງ

ກໍແມ່ນຍ້ອນການເຈຣະຈາລົ້ມແຫລວແນວນີ້ ຣມຕ ປ້ອງກັນປະເທດອະເມຣິກັນ ທ່ານ
ໂຣແບຣ໌ຕ ເກຕສ໌ ທີ່ຮ່ວມເປັນຄນະເດີນທາງກັບ ທ່ານນາງໄຣຊ໌ ໄປເຈຣະຈາທີ່ກຸງມົສກູ
ຄັ້ງນີ້ ກໍໄດ້ກ່າວພຽງແຕ່ວ່າສຫະ ຣັດອະເມຣິກາມີຄວາມປາຖນາຢາກຮ່ວມມືກັບຣັດ
ເຊັຽ ເພື່ອຕິດຕັ້ງຂີປະນາວຸດຕ້ານຂີປະນາວຸດນີ້ ທັງນີ້ເພື່ອໃຫ້ເປັນລະບົບປ້ອງກັນທັງ
ສຳລັບສຫະຣັດອະເມຣິກາແລະທັງສຳລັບຣັດເຊັຽ

ຣັດເຊັຽຂູ່
ເນື່ອງໃນໂອກາດທີ່ທ່ານ ເກຕສ໌ ແລະ ທ່ານນາງໄຣຊ໌ ໄດ້ເຂົ້າພົບປະຫາລືກັບທ່ານປະ
ທານາທິບໍດີຣັດເຊັຽ ວລາດິເມັຽຣ໌ ປຸດຕິນ ເມື່ອວານນີ້ທີ່ບ້ານພັກສ່ວນຕົວທີ່ເມືອງ
Novo Ogarevo ຫ່າງຈາກກຸງມົສກູປະມານໜຶ່ງຊົ່ວໂມງໂດຍທາງຣົດຍົນ ຜູ້ນຳຣັດ
ເຊັຽກໍໄດ້ຂື້ນສຽງວ່າ ຖ້າສຫະຣັດຍັງດື້ທີ່ຈະຕິດຕັ້ງຣະບົບຂີປະນາວຸດຕ້ານຂີປະນາວຸດ
ໃນສາທາຣະນະຣັດເຊັກສ໌ແລະປະ ເທດໂປໂລຍຕໍ່ໄປແລ້ວ ຣັດເຊັຽກໍຈະກະທຳທຸກຢ່າງ
ເພື່ອຂວາງກັ້ນ ແລະຈະຖອນຕົວອອກຈາກສົນທິສັນຍາ FNI ທີ່ຫ້າມການຕິດຕັ້ງຂີປະ
ນາວຸດຣະຍະຍິງປານກາງ 500 - 5000 ກ.ມ. ໃນທວີບ ເອີຣົບ ທີ່ສອງຝ່າຍລົງນາມ
ກັນຕັ້ງແຕ່ສມັຍສົງຄາມເຢັນເມື່ອປີ 1987 ໃນຄັ້ງທີ່ສຫະພາບໂຊວຽດຍັງເຮືອງອຳນາດຢູ່

ສາເຫດຂອງຄວາມລົ້ມແຫລວ
ສາເຫດທີ່ທຳໃຫ້ການເຈຣະຈາປະສົບຄວາມລົ້ມແຫລວ ແມ່ນເນື່ອງມາຈາກສຫະຣັດ
ອະເມຣິກາໄດ້ປະຕິເສດທີ່ຈະນຳໃຊ້ຖານທີ່ຕັ້ງຣາດາຣ໌ຂອງຣັດເຊັຽທີ່ "ກາບາລາ" ໃນ
ປະເທດ "ອາແຊກໄບຈັງ" (Azerbaïdjan) ຕາມທີ່ຝ່າຍຣັດເຊັຽສເນີ ທັງນີ້ເພື່ອໃຫ້
ຣັດເຊັຽໄດ້ມີສ່ວນຮ່ວມນໃນລະບົບຂີປະນາວຸດຕ້ານຂີປະນາວຸດດັ່ງກ່າວ

"ເຖິງຢ່າງໃດ ພວກເຮົາກໍຍັງຕ້ອງການຖານຕິດຕັ້ງໃນສາທາຣະນະເຊັກສ໌ ແລະປະເທດ
ໂປໂລຍ" ທ່ານນາງໄຣຊ໌ໄດ້ກ່າວ

ຢ່າງໃດກໍຕາມຫລັງຄວາມລົ້ມແຫລວຂອງການເຈຣະຈາທີ່ກຸງມົສກູເມື່ອວານນີ້ແລ້ວ
(ສຸກ 12 ຕຸລາ) ທັງສຫະຣັດອະເມຣິກາແລະຣັດເຊັຽກໍຍັງຢືນຢັນວ່າຈະພຍາຍາມສືບ
ຕໍ່ການເຈຣະຈາຕື່ມອີກ ແຕ່ກໍບໍ່ໄດ້ກຳໜົດຄັກແນ່ວ່າຍາມໃດ

ສາເຫດຂອງຄວາມລົ້ມແຫລວ
ສາເຫດທີ່ທຳໃຫ້ການເຈຣະຈາປະສົບຄວາມລົ້ມແຫລວ ແມ່ນເນື່ອງມາຈາກສຫະຣັດອະ
ເມຣິກາ ໄດ້ປະຕິເສດທີ່ຈະນຳໃຊ້ຖານທີ່ຕັ້ງຣາດາຣ໌ຂອງຣັດເຊັຽທີ່ "ກາບາລາ" ໃນປະ
ເທດ "ອາແຊກໄບຈັງ" (Azerbaïdjan) ຕາມທີ່ ຝ່າຍຣັດເຊັຽສເນີ ທັງນີ້ເພື່ອໃຫ້ຣັດ
ເຊັຽໄດ້ມີສ່ວນຮ່ວມນໃນລະບົບຂີປະນາວຸດຕ້ານຂີປະນາວຸດດັ່ງກ່າວ

"ຂໍ້ຂອງຣັດເຊັຽໜ້າສົນໃຈ ແຕ່ພວກເຮົາກໍຍັງຕ້ອງການຖານຕິດຕັ້ງໃນສາທາຣະນະ
ເຊັກສ໌ ແລະປະເທດໂປໂລຍຢູ່" ທ່ານນາງໄຣຊ໌ໄດ້ກ່າວ

ຢ່າງໃດກໍຕາມ ຫລັງຄວາມລົ້ມແຫລວຂອງການເຈຣະຈາທີ່ກຸງມົສກູເມື່ອແລ້ວ ທັງສຫະ
ຣັດອະເມຣິກາແລະຣັດເຊັຽກໍຍັງຢືນຢັນວ່າຈະພຍາຍາມສືບຕໍ່ການເຈຣະຈາຕື່ມອີກ ແຕ່ກໍ
ບໍ່ໄດ້ກຳໜົດຄັກແນ່ວ່າຍາມໃດ ຫລາຍວົງການຄາດຄະເນວ່າການເຈຣະຈາກັນຄືນໃໝ່
ຄົງບໍ່ສາມາດມີຂື້ນໄດ້ກ່ອນການເລືອກຕັ້ງໃນຣັດເຊັຽໃນມໍ່ໆນີ້ ແລະການເລືອກຕັ້ງປະທາ
ນາທິບໍດີໃນສຫະຣັດອະເມຣິກາໃນ ທ້າຍປີໜ້າ

ຂ່າວສຳຄັນປະຈຳວັນ

ກໍຣະນີພິພາດ ຣັດເຊັຽ - ຢໍຣ໌ເຢັຽ

ກໍາລັງຣັດເຊັຽ ເລີ້ມຖອນອອກຈາກ ເຂດພິພາດແລ້ວ

05/10/2008 16:20 TU

ປະເທດຕຸຣກີ

ນາຍົກຮຽກຮ້ອງ ຊາວເຄີຣ໌ດ ໃຫ້ ຕ້ານພວກຂບົດ

05/10/2008 13:24 TU

ຜົນການປະຊຸມ "G-4" ທີ່ປາຣີສ

ບໍ່ມີ "ແຜນກອບກູ້ Paulson" ສຳລັບ ຢຸໂຣບ

05/10/2008 12:19 TU

ການຮ່ວມມື ດ້ານພລັງງານນິວເຄລັຽ

ອິນເດັຽ-ອະເມຣິກາ ເລື່ອນກໍາໜົດ ການລົງນາມ

05/10/2008 16:07 TU

"ແຜນກອບກູ້ Paulson"

GWB ລົງລາຍເຊັນ ຖືກປະກາດໃຊ້ ເປັນກົດໝາຍແລ້ວ

04/10/2008 12:32 TU

ລາວເຜົ່າມົ້ງອົພຍົບ/ ຫ້ວຍນ້ຳຂາວ

ອົພະຍົບ ລາວມົ້ງ ທີ່ ຫ້ວຍນ້ຳຂາວRfi

ທະຫານໄທ ບັງຄັບ ໃຫ້ ຄົນລາວເຜົ່າມົ້ງ ກັບຄືນ ສປປລາວ ອີກ

03/10/2008 13:36 TU

ປະເທດພະມ້າ

Reuters

ອອງຊັນຊູກີ ຍັງອ່ອນເພັຽ

03/10/2008 14:24 TU

ການເມືອງ / ກຳປູເຈັຍ

ປະຊາຊົນ ນັ່ງເຜົ້າເບີ່ງ ຢູ່ ຕໍ່ໜ້າ ພຣະຣາຊວັງ ນະຄອນ ພນົມເປັນ (Flickr)

ເຈົ້າຣະນະຣິດ ເບື່ອການເມືອງ ວ່າຈະເຊົາແລ້ວ

03/10/2008 14:08 TU

ປະເທດລາວ

ແຜນທີ່ ລາວ
rfi

ຊັກຊວນ ລາວຕ່າງດ້າວ ກັບຄືນປະເທດ

02/10/2008 16:04 TU